ຄວາມເປັນມາ

         ເນື່ອງຈາກ ລະບົບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວບຄຸມມົນລະພິດທີ່ຈັດຕັ້ງປະຕິບັດພາຍໃນເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ (ຂສພ. ສຂ) ໂດຍ ໜ່ວຍຄຸ້ມຄອງສິ່ງແວດລ້ອມ ແລະ ຄວບຄຸມມົນລະພິດ, ເຂດເສດຖະກິດພິເສດ ແຂວງ ສະຫວັນນະເຂດ ເຊິ່ງເປັນຜູ້ບຸກເບີກການໃຫ້ບໍລິການຈັດການສິ່ງເສດເຫຼືອພາຍໃນ ສປປ.ລາວ ດ້ວຍເຕັກນິກການເຜົາຮ່ວມໃນຂະບວນການຜະລິດປູນຊີມັງ (Co-Processing of Cement Kiln) ແລະ ນຳໃຊ້ເອກະສານຕິດຕາມການຂົນສົ່ງສິ່ງເສດເຫຼືອ (Waste Manifest) ສາມາດແກ້ບັນຫາການກໍາຈັດສິ່ງເສດເຫຼືອອຸດສາຫະກຳ ໂດຍສະເພາະປະເພດເປັນພິດອັນຕະລາຍໄດ້ ພ້ອມທັງຍົກສູງລະບົບການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງເສດເຫຼືອພາຍໃນ ສປປ.ລາວ.

   ດັ່ງນັ້ນ, ເພື່ອເປັນການສ້າງຄວາມເຂັ້ມແຂງດ້ານວິຊາການ ແລະ ແລກປ່ຽນຂໍ້ມູນຕ່າງໆທີ່ກ່ຽວພັນກັບການຄຸ້ມຄອງສິ່ງແວດລ້ອມ. ຄະນະວິທະຍາສາດສິ່ງແວດລ້ອມ (ຄສວ), ມະຫາວິທະຍາໄລແຫ່ງຊາດ (ມຊ) ຈື່ງໄດ້ເຮັດ ບົດບັນທຶກຄວາມເຂົ້າໃຈ ຮ່ວມກັບ ເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ (ຂສພ. ສຂ) ພາຍໃນວັນທີ 4 ທັນວາ 2020.

       ໂດຍອິງໃສ່ບົດບັນທຶກຄວາມຮ່ວມມືດັ່ງກ່າວ ໃນວັນທີ 13 ກັນຍາ 2021 ຄະນະວິທະຍາສາດສິ່ງແວດລ້ອມ (ຄສວ) ກໍ່ໄດ້ສ້າງຕັ້ງ “ສູນວິຊາການດ້ານການຈັດການສິ່ງແວດລ້ອມ” ຂຽນເປັນພາສາອັງກິດວ່າ “Environmental Management Academic Center” ມີຊື່ຫຍໍ້ວ່າ “EMAC” ເພື່ອ:

ແຜນວາດລວມຄວາມເປັນມາ

2020
2021
2022
2023

ຈຸດປະສົງ

ເປັນແຫຼ່ງຂໍ້ມູນແບບທັນສະໄໝ (Environmental e-Library) ເປັນຫ້ອງສະໝຸດອອນໄລທີ່ເກັບເອກະສານ, ຂໍ້ມູນຄວາມຮູ້ທີ່ສຳຄັນ ແລະ ເປັນປະໂຫຍດໃນການຄົ້ນຄວ້າວິໄຈ ເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດຕ່າງໆດ້ານການຈັດການສິ່ງແວດລ້ອມ;

ເປັນສູນລວມການຮຽນຮູ້ຜ່ານສື່ເອເລັກໂຕນິກ ແລະ ສູນຝຶກອົບຮົມສຳມະນາ (e-learning & Training Center) ດ້ານການຈັດການສິ່ງແວດລ້ອມ ແລະ ມົນລະພິດຂອງພາກອຸດສາຫະກຳ;

ເປັນສູນສະໜັບສະໜຸນການຄຸ້ມຄອງ ແລະ ຕິດຕາມກວດກາມົນລະພິດສິ່ງແວດລ້ອມ (Pollution monitoring and management support) ພ້ອມໃຫ້ຄຳແນະນຳກ່ຽວກັບການຄຸ້ມຄອງມົນລະພິດສິ່ງແວດລ້ອມໃຫ້ແກ່ບັນດາອົງການຈັດຕັ້ງຕ່າງໆ ທັງພາກລັດ ແລະ ພາກເອກະຊົນ;

ເປັນສູນຮວບຮວມເກັບຂໍ້ມູນ ແລະ ສະຖິຕິກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວບຄຸມມົນລະພິດ (Environmental management Pollution Control Data Bank) ເພື່ອຕິດຕາມກວດກາມົນລະພິດສິ່ງແວດລ້ອມທີ່ເກີດຂື້ນພາຍໃນ ສປປ ລາວ ແລະ ສະໜອງຂໍ້ມູນສະຖິຕິດັ່ງກ່າວໃຫ້ໜ່ວຍງານທີ່ກ່ຽວຂ້ອງ;

ເປັນສູນຄົ້ນຄວ້າ, ວິໄຈ ແລະ ແກ້ໄຂບັນຫາສິ່ງແວດລ້ອມ (Research & Solution) ພ້ອມທັງສ້າງແບບແຜນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສິ່ງແວດລ້ອມໃນ ສປປ ລາວ ໃຫ້ສອດຄ່ອງກັບມາດຕະຖານລະດັບສາກົນ;

ເປັນຈຸດເຊື່ອມຕໍ່ປະສານງານຄວາມຮ່ວມມື ແລະ ຮອງຮັບການສະໜັບສະໜຸນຈາກອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດຕາມວັດຖຸປະສົງຂອງສູນ.

ພາລະບົດບາດ

  • 1. ພົວພັນ ແລະ ປະສານສົມທົບກັບຫ້ອງການ, ສູນ, ຄະນະວິຊາ, ສະຖາບັນ ແລະ ກະຊວງ ເພື່ອເກັບກຳຂໍ້ມູນວິຊາການມາສັງລວມ ແລະ ສ້າງເປັນຫ້ອງສະໝຸດເອເລັກໂຕຣນິກດ້ານການຄຸ້ມຄອງສິ່ງແວດລ້ອມ

  • 4. ຄົ້ນຄວ້າ, ວິໄຈ ແລະ ພັດທະນາສະຖານີຕົ້ນແບບໃນວຽກງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວບຄຸມມົນລະພິດ

  • 7. ພົວພັນກັບພາຍໃນ ແລະ ຕ່າງປະເທດ ທີ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືໃນການຄົ້ນຄວ້າ-ວິໄຈ

  • 2. ສ້າງແຜນ ແລະ ດຳເນີນການຫຼັກສູດການຝຶກອົບຮົມສຳມະນາວິຊາການກ່ຽວກັບ ການຄຸ້ມຄອງສິ່ງເສດເຫຼືອ, ມົນລະພິດທາງນ້ຳ, ມົນລະພິດທາງອາກາດ ແລະ ສະພາບແວດລ້ອມໃນການເຮັດວຽກ ລວມເຖິງລະບົບຄຸ້ມຄອງສິ່ງແວດລ້ອມພາຍໃນໂຮງງານອຸດສາຫະກຳ

  • 5. ຄົ້ນຄວ້າ, ວິໄຈ ແລະ ແກ້ໄຂບັນຫາສິ່ງແວດລ້ອມ ຕາມການສະເໜີຂອງພາກສ່ວນທີ່ກ່ຽວຂ້ອງ

  • 8. ກວດກາ ແລະ ຄຸ້ມຄອງການດຳເນີນງານການຄົ້ນຄວ້າວິໄຈ ທີ່ຮັບທຶນພາຍໃນ ແລະ ຕ່າງປະເທດ

  • 3. ຕິດຕາມກວດກາມົນລະພິດສິ່ງແວດລ້ອມ ແລະ ໃຫ້ຄຳປຶກສາດ້ານການຄຸ້ມຄອງສິ່ງແວດລ້ອມ ແລະ ຄວບຄຸມມົນລະພິດ ຕາມການສະເໜີຂອງພາກສ່ວນທີ່ກ່ຽວຂ້ອງ

  • 6. ພັດທະນາລະບົບຖານຂໍ້ມູນ ແລະ ເກັບກຳຂໍ້ມູນ-ສະຖິຕິກ່ຽວກັບການຕິດຕາມກວດກາມົນລະພິດສິ່ງແວດລ້ອມ ຂອງໂຮງງານອຸດສາຫະກຳທີ່ເຂົ້າຮ່ວມໂຄງການຂອງສູນ ແລະ ສະໜອງຂໍ້ມູນດັ່ງກ່າວໃຫ້ແກ່ກະຊວງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ;

  • 9. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນໆ ຕາມນິຕິກຳ ແລະ ລະບຽບການຂອງລັດທີ່ໄດ້ວາງອອກ.

ປັດຊະຍາ

ວິໄສທັດ