ຄວາມເປັນມາ
ເນື່ອງຈາກ ລະບົບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວບຄຸມມົນລະພິດທີ່ຈັດຕັ້ງປະຕິບັດພາຍໃນເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ (ຂສພ. ສຂ) ໂດຍ ໜ່ວຍຄຸ້ມຄອງສິ່ງແວດລ້ອມ ແລະ ຄວບຄຸມມົນລະພິດ, ເຂດເສດຖະກິດພິເສດ ແຂວງ ສະຫວັນນະເຂດ ເຊິ່ງເປັນຜູ້ບຸກເບີກການໃຫ້ບໍລິການຈັດການສິ່ງເສດເຫຼືອພາຍໃນ ສປປ.ລາວ ດ້ວຍເຕັກນິກການເຜົາຮ່ວມໃນຂະບວນການຜະລິດປູນຊີມັງ (Co-Processing of Cement Kiln) ແລະ ນຳໃຊ້ເອກະສານຕິດຕາມການຂົນສົ່ງສິ່ງເສດເຫຼືອ (Waste Manifest) ສາມາດແກ້ບັນຫາການກໍາຈັດສິ່ງເສດເຫຼືອອຸດສາຫະກຳ ໂດຍສະເພາະປະເພດເປັນພິດອັນຕະລາຍໄດ້ ພ້ອມທັງຍົກສູງລະບົບການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງເສດເຫຼືອພາຍໃນ ສປປ.ລາວ.
ດັ່ງນັ້ນ, ເພື່ອເປັນການສ້າງຄວາມເຂັ້ມແຂງດ້ານວິຊາການ ແລະ ແລກປ່ຽນຂໍ້ມູນຕ່າງໆທີ່ກ່ຽວພັນກັບການຄຸ້ມຄອງສິ່ງແວດລ້ອມ. ຄະນະວິທະຍາສາດສິ່ງແວດລ້ອມ (ຄສວ), ມະຫາວິທະຍາໄລແຫ່ງຊາດ (ມຊ) ຈື່ງໄດ້ເຮັດ ບົດບັນທຶກຄວາມເຂົ້າໃຈ ຮ່ວມກັບ ເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ (ຂສພ. ສຂ) ພາຍໃນວັນທີ 4 ທັນວາ 2020.
ໂດຍອິງໃສ່ບົດບັນທຶກຄວາມຮ່ວມມືດັ່ງກ່າວ ໃນວັນທີ 13 ກັນຍາ 2021 ຄະນະວິທະຍາສາດສິ່ງແວດລ້ອມ (ຄສວ) ກໍ່ໄດ້ສ້າງຕັ້ງ “ສູນວິຊາການດ້ານການຈັດການສິ່ງແວດລ້ອມ” ຂຽນເປັນພາສາອັງກິດວ່າ “Environmental Management Academic Center” ມີຊື່ຫຍໍ້ວ່າ “EMAC” ເພື່ອ:

ສ້າງຄວາມເປັນເລີດດ້ານວິຊາການ ກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວມຄຸມມົນລະພິດ

ການພັດທະນາ ແລະ ການຖ່າຍທອດເຕັກໂນໂລຊີ, ການສ້າງຄວາມອາດສາມາດ ໃຫ້ແກ່ບຸກຄະລາກອນ,ນັກວິຊາການ, ນັກຮຽນນັກສຶກສາທີ່ກ່ຽວຂ້ອງກັບວຽກງານດ້ານສິ່ງແວດລ້ອມ;

ເປັນສູນກາງ ແລະ ຈຸດເຊື່ອມຕໍ່ໃນການແລກປ່ຽນຖອດຖອນບົດຮຽນ ແລະ ປະສົບການ ທາງດ້ານການຄຸ້ມຄອງສິ່ງແວດລ້ອມ ແລະ ຄວບຄຸມມົນລະພິດກ່ຽວກັບບັນຫາສິ່ງແວດລ້ອມຂອງພາກອຸດສາຫະກຳທັງໃນ ສປປ ລາວ ແລະ ສາກົນ;

ເປັນຄູ່ຮ່ວມງານໃນການພັດທະນາລະບົບຖານຂໍ້ມູນເພື່ອເກັບກຳສະຖິຕິ ທີ່ຈຳເປັນໃນການຕິດຕາມກວດກາຄຸນນະພາບສິ່ງແວດລ້ອມເພື່ອສະໜັບສະໜຸນໜ່ວຍງານພາກລັດ ແລະ ພາກເອກະຊົນ ພ້ອມໃຫ້ຄຳປຶກສາກ່ຽວກັບບັນຫາສິ່ງແວດລ້ອມ ແກ່ບັນດາພາກອຸດສາຫະກຳ ແລະ ໂຄງການພັດທະນາຕ່າງໆ

ຄົ້ນຄວ້າ, ວິໄຈ ແລະ ພັດທະນາສະຖານີຕົ້ນແບບໃນວຽກງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວບຄຸມມົນລະພິດ ໄດ້ແກ່ : ສະຖານິຄົ້ນຄວ້າ-ວິໄຈ ການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳ
ແຜນວາດລວມຄວາມເປັນມາ

ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທາງດ້ານວິຊາການ ແລະ ການແລກປ່ຽນຂໍ້ມູນຕ່າງໆ ລະຫວ່າງ ຄະນະວິທະຍາສາດສິ່ງແວດລ້ອມ (ຄສວ) ແລະ ເຂດເສດຖະກິດພິເສດ ແຂວງ ສະຫວັນນະເຂດ (ຂສພ.ສຂ)

ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທາງດ້ານວິຊາການ ແລະ ການແລກປ່ຽນຂໍ້ມູນຕ່າງໆ ລະຫວ່າງ ຄະນະວິທະຍາສາດສິ່ງແວດລ້ອມ (ຄສວ) ແລະ ເຂດເສດຖະກິດພິເສດ ແຂວງ ສະຫວັນນະເຂດ (ຂສພ.ສຂ)

18 ພະຈິກ 2021ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທາງດ້ານວິຊາການ ແລະ ການແລກປ່ຽນຂໍ້ມູນຕ່າງໆ ລະຫວ່າງ ຄະນະ ວິທະຍາສາດສິ່ງແວດລ້ອມ (ຄສວ) ແລະ ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ (ກຄມ)

ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທາງດ້ານວິຊາການ ແລະ ການແລກປ່ຽນຂໍ້ມູນຕ່າງໆ ລະຫວ່າງ ຄະນະ ວິທະຍາສາດສິ່ງແວດລ້ອມ (ຄສວ) ແລະ ເຂດເສດຖະກິດພິເສດ ແຂວງຈໍາປາສັກ (ຂສພ.ຈສ)

ບົດບັນທຶກການຮ່ວມມື ວ່າດ້ວຍການຮ່ວມມືທາງດ້ານວິຊາການ ແລະ ການແລກປ່ຽນຂໍ້ມູນຕ່າງໆ ລະຫວ່າງ ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ແລະ ຄະນະວິທະຍາສາດສິ່ງແວດລ້ອມ (ຄສວ)

ບົດບັນທຶກການຮ່ວມມື ລະຫວ່າງ ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC), Savan EMC CO.,Ltd ແລະ Kayama Kogyo Corporation

ບົດບັນທຶກການຮ່ວມມືກ່ຽວກັບການຈັດການສິ່ງເສດເຫຼືອ ແລະ ສິ່ງແວດລ້ອມຈາກໂຮງງານອຸດສາຫະກໍາ ລະຫວ່າງ ກົມອຸດສາຫະກຳ ແລະ ຫັດຖະກໍາ (ກອຫ) ແລະ ຄະນະວິທະຍາສາດສິ່ງແວດລ້ອມ (ຄສວ)

ບົດບັນທຶກຄວາມຮ່ວມມື ການພັດທະນາອຸດສາຫະກໍາລີໄຊເຄິ້ນ ແລະ ຊັບພະຍາກອນໝຸນວຽນ ເພື່ອການຈັດການສິ່ງເສດເຫຼືອຂອງ ສປປ ລາວ.
ຈຸດປະສົງ
ເປັນແຫຼ່ງຂໍ້ມູນແບບທັນສະໄໝ (Environmental e-Library) ເປັນຫ້ອງສະໝຸດອອນໄລທີ່ເກັບເອກະສານ, ຂໍ້ມູນຄວາມຮູ້ທີ່ສຳຄັນ ແລະ ເປັນປະໂຫຍດໃນການຄົ້ນຄວ້າວິໄຈ ເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດຕ່າງໆດ້ານການຈັດການສິ່ງແວດລ້ອມ;
ເປັນສູນລວມການຮຽນຮູ້ຜ່ານສື່ເອເລັກໂຕນິກ ແລະ ສູນຝຶກອົບຮົມສຳມະນາ (e-learning & Training Center) ດ້ານການຈັດການສິ່ງແວດລ້ອມ ແລະ ມົນລະພິດຂອງພາກອຸດສາຫະກຳ;
ເປັນສູນສະໜັບສະໜຸນການຄຸ້ມຄອງ ແລະ ຕິດຕາມກວດກາມົນລະພິດສິ່ງແວດລ້ອມ (Pollution monitoring and management support) ພ້ອມໃຫ້ຄຳແນະນຳກ່ຽວກັບການຄຸ້ມຄອງມົນລະພິດສິ່ງແວດລ້ອມໃຫ້ແກ່ບັນດາອົງການຈັດຕັ້ງຕ່າງໆ ທັງພາກລັດ ແລະ ພາກເອກະຊົນ;
ເປັນສູນຮວບຮວມເກັບຂໍ້ມູນ ແລະ ສະຖິຕິກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວບຄຸມມົນລະພິດ (Environmental management Pollution Control Data Bank) ເພື່ອຕິດຕາມກວດກາມົນລະພິດສິ່ງແວດລ້ອມທີ່ເກີດຂື້ນພາຍໃນ ສປປ ລາວ ແລະ ສະໜອງຂໍ້ມູນສະຖິຕິດັ່ງກ່າວໃຫ້ໜ່ວຍງານທີ່ກ່ຽວຂ້ອງ;
ເປັນສູນຄົ້ນຄວ້າ, ວິໄຈ ແລະ ແກ້ໄຂບັນຫາສິ່ງແວດລ້ອມ (Research & Solution) ພ້ອມທັງສ້າງແບບແຜນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສິ່ງແວດລ້ອມໃນ ສປປ ລາວ ໃຫ້ສອດຄ່ອງກັບມາດຕະຖານລະດັບສາກົນ;
ເປັນຈຸດເຊື່ອມຕໍ່ປະສານງານຄວາມຮ່ວມມື ແລະ ຮອງຮັບການສະໜັບສະໜຸນຈາກອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດຕາມວັດຖຸປະສົງຂອງສູນ.
ພາລະບົດບາດ
ປັດຊະຍາ
ວິໄສທັດ