monthly archives: November 2023

ການເຜົາສິ່ງເສດເຫຼືອອຸດສາຫະກຳໃນເຕົາເຜົາປູນຊີມັງ ການເຜົາສິ່ງເສດເຫຼືອອຸດສາຫະກຳໃນເຕົາເຜົາປູນຊີມັງ ສາມາດເຮັດໄດ້ຫຼາຍວິທີດັ່ງຕໍ່ໄປນີ້:           1. ເປັນວັດຖຸດິບທົດແທນ (Used as co-material in cement kiln or rotary kiln) ວັດສະດຸທີ່ບໍ່ໃຊ້ແລ້ວທີ່ຈະເອົາໄປເປັນວັດຖຸດິບທົດແທນໃນເຕົາເຜົາປູນຊີມັງຈະຕ້ອງມີອົງປະກອບຂອງວັດຖຸດິບທີ່ໃຊ້ໃນການຜະລິດປູນຊີມັງ ໄດ້ແກ່: ແຄວຊຽມ, ອະລູມິນາ, ເຫຼັກ ຫຼື ຊິລິກ້າ           2. ເປັນເຊື້ອໄຟທົດແທນ (Use as fuel substitution or burn for energy recovery) ການເອົາສິ່ງເສດເຫຼືອທີ່ມີຄ່າຄວາມຮ້ອນ ແລະ ມີສະພາບເໝາະສົມໄປເປັນເຊື້ອໄຟທົດແທນໃນເຕົາເຜົາປູນຊີມັງ           3. ເຜົາທຳລາຍຮ່ວມໃນເຕົາເຜົາປູນຊີມັງ (Co-incineration in cement kiln) ການເອົາວັດສະດຸທີ່ບໍ່ໃຊ້ແລ້ວ ເຊີ່ງບໍ່ມີຄຸນລັກສະນະ ຫຼື ຄຸນສົມບັດເປັນວັດຖຸດິບທົດແທນ ຫຼື ເປັນເຊື້ອໄຟທົດແທນສຳລັບໃຊ້ເຜົາໃນເຕົາເຜົາປູນຊີມັງ ໄປຜ່ານຂະບວນການປັບສະພາບເພື່ອໃຫ້ຢູ່ໃນຮູບແບບທີ່ສາມາດເອົາໄປເຜົາທຳລາຍໃນເຕົາເຜົາປູນຊີມັງໄດ້ ເຊັ່ນ ການຈັດການສິ່ງເສດເຫຼືອແບບບໍ່ມີການເຫຼືອຖີ້ມ (ZERO LANDFILL) ໂດຍການເຜົາໃນເຕົາປູນຊີມັງ (Cement kiln) ວິທີການເອົາສິ່ງເສດເຫຼືອມາເຜົາກຳຈັດໃນເຕົາເຜົາປູນຊີມັງເປັນອີກວິທີການໜື່ງທີ່ດີທີ່ສຸດ ເພາະເຮົາສາມາດເອົາສິ່ງເສດເຫຼືອຫຼາຍຊະນິດມາເຜົາກຳຈັດໃນເຕົາເຜົາປູນເມັດ ທີ່ອຸນຫະພູມສູງເຖິງ 1450 ອົງສາເຊ ໂດຍຂີ້ເຖົ່າທີ່ເຫຼືອ ຈະຖືກເຜົາໄໝ້ປະສົມກັບວັດຖຸດິບ ລວມເປັນເນື້ອດຽວກັບປູນຊີມັງ ຈື່ງບໍ່ມີການຖີ້ມ ສິ່ງເສດເຫຼືອອກສູ່ພາຍນອກ (ZERO LANDFILL) ທີ່ມາຂອງຮູບ https://www.researchgate.net/figure/Co-Processing-through-Cement-Kiln_fig5_305889378

Continue Reading  

ການເພີ່ມປະລິມານສິ່ງເສດເຫຼືອໃນລາຍການ (Extend the quota)           ຜູ້ສ້າງສິ່ງເສດເຫຼືອ (WG) ສາມາດເພີ່ມປະລິມານສິ່ງເສດເຫຼືອໃນລາຍການ (Extend the quota) ຕາມຂັ້ນຕອນດັ່ງຕໍ່ໄປນີ້:           1. ເຂົ້າສູ່ລະບົບຜ່ານ https://wg.emac-lao.com/login/           2. ໃສ່ອີເມວ ແລະ ລະຫັດຜ່ານທີ່ໄດ້ຮັບຈາກການຂື້ນທະບຽນກັບສູນວິຊາການດ້ານຈັດການສິ່ງແວດລ້ອມ EMAC           3. ເຂົ້າໄປແຖບດ້ານຂ້າງ > ລາຍລະອຽດຂອງສິ່ງເສດເຫຼືອ > ລາຍການສິ່ງເສດເຫຼືອ           4. ກົດປຸ່ມ ຮູບຕາ ທີ່ລາຍການສິ່ງເສດເຫຼືອ ທີ່ຕ້ອງການເພີ່ມປະລິມານສິ່ງເສດເຫຼືອ ຕົວຢ່າງຕ້ອງການເພີ່ມປະລິມານສິ່ງເຫຼືອປະເພດເປັນພິດອັນຕະລາຍ ກໍ່ໃຫ້ກົດທີ່ລາຍການສິ່ງເສດເຫຼືອເປັນພິດອັນຕະລາຍ           5. ເລືອກໜ້າ “ສິ່ງເສດເຫຼືອທີ່ຢູ່ໃນລາຍການ”            6. ກົດປຸ່ມ ຮູບຕາ ທີ່ຊະນິດສິ່ງເສດເຫຼືອທີ່ຕ້ອງການເພີ່ມປະລິມານ             7. ກົດປຸ່ມ “Extend” ໃນຊ່ອງຂອງ Quota Waste (Kg/year)           8. ໃສ່ນ້ຳໜັກທີ່ຂໍມາໃໝ່            9. ກົດປຸ່ມ “ສົ່ງຄຳຂໍ” ໝາຍເຫດ:  – ນ້ຳໜັກທີ່ຂໍມາໃໝ່ຕ້ອງຫລາຍກວ່ານ້ຳໜັກເກົ່າ – ເມື່ອກົດ “ສົ່ງຄຳຂໍ” ເພີ່ມປະລິມານສິ່ງເສດເຫຼືອແລ້ວ ຜູ້ຄຸ້ມຄອງຂໍ້ມູນ (WS) ຈະຄົ້ນຄວ້າ ແລະ ອະນຸມັດຄຳຂໍ ໂດຍຜູ້ສ້າງສິ່ງເສດເຫຼືອ (WG) ສາມາດຕິດຕາມການອະນຸມັດຄຳຂໍ ແລະ ປະຫວັດການຂໍເພີ່ມປະລິມານສິ່ງເສດເຫຼືອໄດ້ໂດຍ ກົດເຂົ້າໄປແຖບດ້ານຂ້າງ > ລາຍລະອຽດສິ່ງເສດເຫຼືອ > ການຂໍຕໍ່ລາຍການສິ່ງເສດເຫຼືອ

Continue Reading  

ການເພີ່ມຊະນິດສິ່ງເສດເຫຼືອ (Add Waste categories)           ຜູ້ສ້າງສິ່ງເສດເຫຼືອ (WG) ສາມາດເພີ່ມຊະນິດສິ່ງເສດເຫຼືອ (Add Waste Categories) ເຂົ້າໄປໃນລາຍການສິ່ງເສດເຫຼືອ (Waste Catalog) ຕາມຂັ້ນຕອນດັ່ງຕໍ່ໄປນີ້:           1. ເຂົ້າສູ່ລະບົບຜ່ານ https://wg.emac-lao.com/login/           2. ໃສ່ອີເມວ ແລະ ລະຫັດຜ່ານທີ່ໄດ້ຮັບຈາກການຂື້ນທະບຽນກັບສູນວິຊາການດ້ານຈັດການສິ່ງແວດລ້ອມ EMAC           3. ເຂົ້າໄປແຖບດ້ານຂ້າງ > ລາຍລະອຽດຂອງສິ່ງເສດເຫຼືອ > ລາຍການສິ່ງເສດເຫຼືອ           4. ກົດປຸ່ມ ຮູບຕາ ທີ່ລາຍການສິ່ງເສດເຫຼືອ ທີ່ຕ້ອງການເພີ່ມຊະນິດສິ່ງເສດເຫຼືອ ຕົວຢ່າງຕ້ອງການເພີ່ມສິ່ງເສດເຫຼືອຊະນິດເປັນພິດອັນຕະລາຍຕ້ອງກົດທີ່ລາຍການສິ່ງເສດເຫຼືອເປັນພິດອັນຕະລາຍ           5. ເລືອກໜ້າ “ສິ່ງເສດເຫຼືອທີ່ຢູ່ໃນລາຍການ”            6. ກົດປຸ່ມ “ແກ້ໄຂ”            7. ເພີ່ມຊະນິດສິ່ງເສດເຫຼືອ ໂດຍວິທີດັ່ງຕໍ່ໄປນີ້:                7.1. ກົດປຸ່ມ “ເພີ່ມ+”                7.2. ພິມລະຫັດສິ່ງເສດເຫຼືອ 6 ຫຼັກ                7.3. ໃສ່ປະລິມານສິ່ງເສດເຫຼືອທີ່ຄາດວ່າຈະເກີດຂື້ນ ແລະ ນຳອອກໄປກຳຈັດພາຍນອກພາຍໃນປີດັ່ງກ່າວທີ່ຊ່ອງ “ນ້ຳໜັກທີ່ກຳນົດໄວ້ (ກິໂລ/ປີ)”                7.4. ໃສ່ຊື່ສິ່ງເສດເຫຼືອໃນຊ່ອງ “ລາຍລະອຽດສະເພາະ” ຊື່ດັ່ງກ່າວຈະສະແດງໃນໃບຕິດຕາມການຂົນສົ່ງ ຫຼື Manifest                7.5. ກົດປຸ່ມ “ເພີ່ມ +” ເພື່ອເພີ່ມສິ່ງເສດເຫຼືອ                7.6. ເຮັດຊ້ຳຂັ້ນຕອນທີ 7.1 – 7.5 ຈົນກວ່າສິ່ງເສດເຫຼືອຈະຖືກເພີ່ມຈົນຄົບທຸກຊະນິດ ໝາຍເຫດ:      –  ຊື່ຂອງສິ່ງເສດເຫຼືອທີ່ໂຮງງານຕັ້ງຂື້ນບໍ່ສາມາດປ່ຽນແປງໄດ້ ຈົນກວ່າຈະມີການສ້າງລາຍການໃຫມ່ໃນປີຕໍ່ໄປ    –  ລາຍລະອຽດຂອງສິ່ງເສດເຫຼືອ ໝາຍເຖິງ ຊື່ກາງຂອງສິ່ງເສດເຫຼືອຕາມລະບົບສາກົນ ຜູ້ສ້າງສິ່ງເສດເຫຼືອສາມາດຕັ້ງຊື່ຕາມຊື່ດັ່ງກ່າວ ຫຼື ນຳໃຊ້ຊື່ສະເພາະທີ່ຕົວເອງໃຊ້ເອີ້ນໄດ້    –  ສ້າງວັນທີ ໝາຍເຖິງ ວັນທີທີ່ເພີ່ມສິ່ງເສດເຫຼືອເຂົ້າໄປໃນລາຍການໂດຍຈະສະແດງອັດຕະໂນມັດ    –  ວັນທີໝົດອາຍຸ ໝາຍເຖິງ ວັນທີໝົດອາຍຸການຈັດເກັບສິ່ງເສດເຫຼືອຊະນິດດັ່ງກ່າວ ໂດຍຈະຄິດໄລ່ອັດຕະໂນມັດນັບຈາກວັນທີເພີ່ມສິ່ງເສດເຫຼືອເຂົ້າໄປໃນລາຍການ 90 ມື້ ເຊີ່ງຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງຂົນສິ່ງເສດເຫຼືອອອກໄປກຳຈັດກ່ອນວັນທີດັ່ງກ່າວ ຫຼື ຕ້ອງຂໍຂະຫຍາຍເວລາຈັດເກັບຖ້າມີຄວາມຈຳເປັນ           8. ກົດປຸ່ມ “ບັນທຶກ”  ໝາຍເຫດ:            – ເມື່ອກົດ “+ ບັນທຶກ” ສິ່ງເສດເຫຼືອຊະນິດດັ່ງກ່າວຈະໄດ້ຮັບສະຖານະເປັນ “ໂຄງຮ່າງ” ໂດຍຜູ້ຄຸ້ມຄອງຂໍ້ມູນ (WS) ຈະກວດກາຄວາມຖືກຕ້ອງແລ້ວອະນຸມັດ ເມື່ອອະນຸມັດແລ້ວ ສະຖານະສິ່ງເສດເຫຼືອຊະນິດດັ່ງກ່າວຈະປ່ຽນເປັນ “ກຳລັງໃຊ້ງານ”

Continue Reading  

ການແຈ້ງການຂົນສົ່ງສິ່ງເສດເຫຼືອ (Create Manifest)           ພາຍຫຼັງຜູ້ສ້າງສິ່ງເສດເຫຼືອ (WG) ສ້າງລາຍການສິ່ງເສດເຫຼືອ (Create catalog) ແລ້ວ ກ່ອນຈະເຮັດການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳ ຕ້ອງແຈ້ງການຂົນສົ່ງສິ່ງເສດເຫຼືອ (Create Manifest) ຕາມຂັ້ນຕອນດັ່ງຕໍ່ໄປນີ້:           1. ເຂົ້າສູ່ລະບົບຜ່ານ https://wg.emac-lao.com/login/           2. ໃສ່ອີເມວ ແລະ ລະຫັດຜ່ານທີ່ໄດ້ຮັບຈາກການຂື້ນທະບຽນກັບສູນວິຊາການດ້ານຈັດການສິ່ງແວດລ້ອມ EMAC           3. ເຂົ້າໄປແຖບດ້ານຂ້າງ > Manifest           4. ກົດປຸ່ມ “+ Create Manifest”           5. ເລືອກປະເພດຂອງລາຍການສິ່ງເສດເຫຼືອ ທີ່ຈະເຮັດການຂົນສົ່ງ ໂດຍມີໃຫ້ເລືອກຢູ່ 2 ຢ່າງຄື: NHz ສຳລັບສິ່ງເສດເຫຼືອບໍ່ເປັນພິດອັນຕະລາຍ ແລະ Hz ສຳລັບສິ່ງເສດເຫຼືອເປັນພິດອັນຕະລາຍ           6. ໃສ່ລາຍລະອຽດຂອງການຂົນສົ່ງ (ຖ້າມີ) ກໍລະນີບໍ່ມີໃຫ້ພິມ “-“           7. ເລືອກວັນທີທີ່ຈະເຮັດການຂົນສົ່ງ           8. ໃສ່ລະຫັດອຸປະກອນຊີນລົດຂົນສົ່ງ (Security seal) (ຖ້າມີ) ກໍລະນີບໍ່ມີໃຫ້ພິມ “-“ ໝາຍເຫດ:           –  ອຸປະກອນຊີນລົດຂົນສົ່ງ (Security seal) ໃຊ້ເພື່ອຄວາມປອດໄພ ແລະ ປ້ອງກັນການລັກລອບຖີ້ມສິ່ງເສດເຫຼືອລະຫວ່າງຂົນສົ່ງ ສຳລັບການຂົນສົ່ງທີ່ມີໄລຍະທາງໄກ ໂດຍຈະໃສ່ Security seal ໄວ້ຕັ້ງແຕ່ຕົ້ນທາງໂດຍຜູ້ສ້າງສິ່ງເສດເຫຼືອ (WG) ເມື່ອສິ່ງເສດເຫຼືອຮອດປາຍທາງແລ້ວ ຜູ້ບຳບັດ-ກຳຈັດ (WD) ຈະກວດກາສະພາບຊີນ ແລະ ຄວາມຖືກຕ້ອງຂອງລະຫັດຊີນກ່ອນຮັບສິ່ງເສດເຫຼືອ           9. ເພີ່ມສິ່ງເສດເຫຼືອທີ່ຈະເຮັດການຂົນສົ່ງໃນຮອບດັ່ງກ່າວ ໂດຍວິທີດັ່ງຕໍ່ໄປນີ້:                9.1. ເລືອກຊະນິດສິ່ງເສດເຫຼືອຈາກລາຍການທີ່ໄດ້ສ້າງໄວ້ແລ້ວ / ເບີ່ງຂັ້ນຕອນການສ້າງລາຍການສິ່ງເສດເຫຼືອ (Create Catalog) => Click                 9.2. ປະເພດພາຊະນະບັນຈຸສິ່ງເສດເຫຼືອ ໂດຍມີໃຫ້ເລືອກດັ່ງຕໍ່ໄປນີ້:           – ຖັງ 200 ລິດ (Drum)           – ຖັງ 20 ລິດຂື້ນໄປ (Jerrican)           – ຖັງແກລລອນຂະໜາດນ້ອຍ (Gallon)           – ຖັງ 1,000 ລິດ (IBC Tank)           – ຖັງຂີ້ເຫຍື້ອ (Waste bin)           – ຖັງລັກເກີ (Lugger)           – ກ່ອງ (Box)           – ທໍ່ (Cylinder)           – ຖົງຂະໜາດໃຫຍ່ (Big bag)           – ກອງ ຫຼື ພາເລດ (Bulk or pallet)           – ແທັງທີ່ຍົກ ແລະ ເຄື່ອນຍ້າຍໄດ້ (Tank Container)           – ອື່ນໆ (Other)                9.3. ລະບຸປະເພດພາຊະນະ ກໍລະນີທີ່ເລືອກພາຊະນະອື່ນໆ (Other) ໃນຂໍ້ 9.2                9.4. ລະບຸປະລິມານສິ່ງເສດເຫຼືອ ຕົວຢ່າງຮູບດ້ານລຸ່ມ ໝາຍເຖິງ ມີສິ່ງເສດເຫຼືອຊະນິດເສດກາວ ຈຳນວນ 5 ຖົງ                9.5. ລະບຸນ້ຳໜັກລວມຂອງສິ່ງເສດເຫຼືອຊະນິດດັ່ງກ່າວ ຕົວຢ່າງຮູບດ້ານລຸ່ມ ໝາຍເຖິງ ມີສິ່ງເສດເຫຼືອຊະນິດເສດກາວ ຈຳນວນລວມທັງໝົດ 410 ກິໂລກຮາມ                9.6. ເລືອກສະຖານະສິ່ງເສດເຫຼືອ ໂດຍມີໃຫ້ເລືອກຢູ່ 2 ຢ່າງຄື: ທາດແຂງ (Solid) ແລະ ທາດແຫຼວ (Liquid)                 9.7. ກົດປຸ່ມ “+ ເພີ່ມ” ເພື່ອເພີ່ມສິ່ງເສດເຫຼືອ                9.8. ເຮັດຊ້ຳຂັ້ນຕອນທີ 9.1 – 9.7 ຈົນກວ່າສິ່ງເສດເຫຼືອທີ່ຈະຂົນສົ່ງຈະຖືກເພີ່ມຈົນຄົບທຸກຊະນິດ ໝາຍເຫດ:            – ກໍລະນີທີ່ຕ້ອງການສົ່ງສິ່ງເສດເຫຼືອທີ່ບໍ່ມີໃນລາຍການສິ່ງເສດເຫຼືອ (Catalog) ໃຫ້ຜູ້ສ້າງສິ່ງເສດເຫຼືອ (WG) ເພີ່ມຊະນິດສິ່ງເສດເຫຼືອເຂົ້າມາໃນລາຍການ / ເບີ່ງຂັ້ນຕອນການເພີ່ມຊະນິດສິ່ງເສດເຫຼືອ (Add Waste categories) => Click – ກໍລະນີສິ່ງເສດເຫຼືອທີ່ຈະເຮັດການຂົນສົ່ງ ມີປະລິມານຫຼາຍກວ່າປະລິມານສິ່ງເສດເຫຼືອທີ່ສາມາດຂົນສົ່ງໄດ້ໃນລະບົບ ຈະມີແຈ້ງເຕືອນວ່າ Error Out limit of weight that you have provided ໃຫ້ຜູ້ສ້າງສິ່ງເສດເຫຼືອ (WG) ເພີ່ມປະລິມານສິ່ງເສດເຫຼືອໃນລາຍການ / ເບີ່ງຂັ້ນຕອນການເພີ່ມປະລິມານສິ່ງເສດເຫຼືອໃນລາຍການ (Extend the quota) => Click           10. ລະບຸຜູ້ຂົນສົ່ງສິ່ງເສດເຫຼືອ (WT) ດັ່ງຕໍ່ໄປນີ້:                10.1. ເລືອກຜູ້ຂົນສົ່ງ                10.2. ກົດປຸ່ມ “+ ເພີ່ມ”  ໝາຍເຫດ:            –  ກໍລະນີທີ່ຕ້ອງການຂົນສົ່ງສິ່ງເສດເຫຼືອໂດຍຜູ້ຂົນສົ່ງ (WT) ອື່ນ ທີ່ບໍ່ມີໃນລາຍການ ໃຫ້ຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງເພີ່ມ WT ໃນລາຍການສິ່ງເສດເຫຼືອກ່ອນ / ເບີ່ງຂັ້ນຕອນການເພີ່ມຜູ້ຂົນສົ່ງສິ່ງເສດເຫຼືອ (WT) (Add Waste Transport) => Click           11. ລະບຸຜູ້ບຳບັດ-ກຳຈັດສິ່ງເສດເຫຼືອ (WD) ດັ່ງຕໍ່ໄປນີ້:                11.1. ເລືອກຜູ້ບຳບັດ-ກຳຈັດ                11.2. ກົດປຸ່ມ “+ ເພີ່ມ”  ໝາຍເຫດ:            –  ກໍລະນີທີ່ຕ້ອງການບຳບັດ-ກຳຈັດສິ່ງເສດເຫຼືອໂດຍຜູ້ບຳບັດ-ກຳຈັດ (WD) ອື່ນ ທີ່ບໍ່ມີໃນລາຍການ ໃຫ້ຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງເພີ່ມ WD ໃນລາຍການສິ່ງເສດເຫຼືອກ່ອນ / ເບີ່ງຂັ້ນຕອນການເພີ່ມຜູ້ບຳບັດ-ກຳຈັດສິ່ງເສດເຫຼືອ (WD) (Add Waste Disposal) => Click           12. ກົດປຸ່ມ “+ ສ້າງ” ໝາຍເຫດ:            – ເມື່ອກົດ “+ ສ້າງ” ເອກະສານຕິດຕາມການຂົນສົ່ງ (Manifest) ຮຽບຮ້ອຍແລ້ວ, Manifest ສະບັບດັ່ງກ່າວຈະຂື້ນສະຖານະ “Draft” ໂດຍຜູ້ຄຸ້ມຄອງຂໍ້ມູນ (WS) ຈະກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງເອກະສານ ແລ້ວອະນຸມັດ ສະຖານະ Manifest ຈະປ່ຽນເປັນ “Requested” ຫຼັງຈາກນັ້ນ WT ແລະ WD ຕ້ອງເຂົ້າມາໃນລະບົບເພື່ອກົດຢືນຢັນການຂົນສົ່ງ ແລະ ບຳບັດກຳຈັດ ສະຖານະຈື່ງຈະປ່ຽນເປັນ “Ready” ໝາຍເຖິງກຽມພ້ອມທີ່ຈະເຮັດການຂົນສົ່ງແລ້ວ – WG ສາມາດແກ້ໄຂ Manifest ທີ່ຢູ່ໃນສະຖານະ “Draft” ໄດ້ ແຕ່ພາຍຫຼັງ Manifest ຖືກປ່ຽນສະຖານະເປັນ “Requested” ຈະບໍ່ສາມາດແກ້ໄຂຂໍ້ມູນພາຍໃນ Manifest ໄດ້ ກໍລະນີຕ້ອງການຍົກເລີກ ຫຼື ແກ້ໄຂ ກະລຸນາຕິດຕໍ່ຜູ້ຄຸ້ມຄອງຂໍ້ມູນ (WS) ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC)

Continue Reading  

ຂັ້ນຕອນການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳຂອງສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC)           ຂັ້ນຕອນການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳຂອງສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ມີດັ່ງຕໍ່ໄປນີ້:                1. ຂື້ນທະບຽນນຳໃຊ້ລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳ (EMAC ID Register): ຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງກະກຽມບຸກຄົນເພື່ອມານຳໃຊ້ລະບົບດັ່ງກ່າວ;                2. ສ້າງລາຍການສິ່ງເສດເຫຼືອໃນລະບົບ (Create Catalog): ຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງກະກຽມຂໍ້ມູນຊະນິດ, ປະລິມານຄາດການສິ່ງເສດເຫຼືອອຸດສາຫະກຳທີ່ເກີດຂື້ນຕໍ່ປີ ພ້ອມດ້ວຍປຶກສາຫາລືກັບວິຊາການຂອງ EMAC ເພື່ອກຳນົດລະຫັດສິ່ງເສດເຫຼືອຕາມລະບົບຂອງ European Waste Catalogue and Hazardous Waste List ຫຼື EWC-HWL (Click ເພື່ອເບີ່ງລະຫັດສິ່ງເສດເຫຼືອ) ໂດຍປະຕິບັດຕາມຂັ້ນຕອນດັ່ງນີ້ => Click;                  3. ແຈ້ງການຂົນສົ່ງສິ່ງເສດເຫຼືອ (Create Manifest): ຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງແຈ້ງຂໍ້ມູນຊະນິດສິ່ງເສດເຫຼືອທີ່ຈະຂົນສົ່ງ, ປະລິມານ, ການບັນຈຸ, ວັນທີທີ່ຈະຂົນສົ່ງ, ເລືອກຜູ້ຂົນສົ່ງ (WT) ແລະ ຜູ້ບຳບັດ-ກຳຈັດ (WD) ທີ່ໄດ້ຂື້ນທະບຽນໃນລະບົບແລ້ວ ໂດຍປະຕິບັດຕາມຂັ້ນຕອນດັ່ງນີ້ => Click;                4. ກວດກາຄວາມຖືກຕ້ອງຂອງຂໍ້ມູນ: ຜູ້ຄຸ້ມຄອງຂໍ້ມູນ (WS) ກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງຂໍ້ມູນກ່ອນອະນຸມັດຂໍ້ມູນເຂົ້າສູ່ລະບົບ;                  5. ຜູ້ຂົນສົ່ງ (WT) ຕອບຮັບການຂົນສົ່ງ: ຜູ້ຂົນສົ່ງສິ່ງເສດເຫຼືອຕອບຮັບເພື່ອຢືນຢັນການຂົນສົ່ງໃນວັນທີຖືກລະບຸໄວ້ໃນ Manifest ພ້ອມທັງລະບຸລົດທີ່ຈະນຳໃຊ້ ແລະ ຄົນຂັບ;                6. ຜູ້ບຳບັດ-ກຳຈັດ (WD) ຕອບຮັບການບຳບັດ-ກຳຈັດ: ຜູ້ບຳບັດ-ກຳຈັດສິ່ງເສດເຫຼືອຕອບຮັບເພື່ອຢືນຢັນການຮັບບຳບັດ-ກຳຈັດສິ່ງເສດເຫຼືອທີ່ຖືກລະບຸໄວ້ໃນ Manifest;                7.  ຂົນສົ່ງສິ່ງເສດເຫຼືອ:                     7.1. ຜູ້ສ້າງສິ່ງເສດເຫຼືອ (WG) ສະແກນ QR Code ເພື່ອຍັ້ງຢືນການສົ່ງສິ່ງເສດເຫຼືອໃຫ້ແກ່ຜູ້ຂົນສົ່ງ (WT)                     7.2. ເມື່ອສິ່ງເສດເຫຼືອຖືກຂົນສົ່ງຮອດສະຖານທີ່ປາຍທາງແລ້ວຜູ້ກຳຈັດ-ບຳບັດສິ່ງເສດເຫຼືອ (WD) ກວດກາຄວາມຖືກຕ້ອງຂອງສິ່ງເສດເຫຼືອ ແລະ ຊັ່ງນ້ຳໜັກ ແລ້ວສະແກນ QR Code ເພື່ອຍັ້ງຢືນການຮັບສິ່ງເສດເຫຼືອຈາກຜູ້ຂົນສົ່ງ (WT);                8. ຮັບຮອງຂໍ້ມູນ: ຜູ້ຕິດຕາມກວດກາ (WR) ກວດກາຄວາມຖືກຕ້ອງຂອງການຂົນສົ່ງ ແລະ ຮັບຮອງເອກະສານຕິດຕາມການຂົນສົ່ງ; ໝາຍເຫດ: – ການຂື້ນທະບຽນນຳໃຊ້ລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳ (EMAC ID Register) ແມ່ນເຮັດຄັ້ງດຽວ – ການສ້າງລາຍການສິ່ງເສດເຫຼືອ (Create catalog) ແມ່ນເຮັດປີລ່ະຄັ້ງ ແຕ່ສາມາດເພີ່ມຊະນິດສິ່ງເສດເຫຼືອ (Add Waste categories) ພາຍຫຼັງໄດ້ ໂດຍຜ່ານການຮັບຮອງໂດຍຜູ້ຄຸ້ມຄອງຂໍ້ມູນ (WS) ຂອງ EMAC – ການແຈ້ງການຂົນສົ່ງສິ່ງເສດເຫຼືອ (Create Manifest) ຕ້ອງເຮັດທຸກຄັ້ງກ່ອນການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳ

Continue Reading  

ການສ້າງລາຍການສິ່ງເສດເຫຼືອ (Create Catalog)           ກ່ອນຈະນຳໃຊ້ລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອ (Manifest System) ຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງໄຈ້ແຍກສິ່ງເສດເຫຼືອທີ່ເກີດຂື້ນພາຍໃນສະຖານປະກອບການ ແລະ ກຳນົດລະຫັດສິ່ງເສດເຫຼືອກ່ອນ ຫຼັງຈາກນັ້ນຈື່ງແຈ້ງລາຍການດັ່ງກ່າວເຂົ້າມາໃນລະບົບ ໂດຍການສ້າງລາຍການສິ່ງເສດເຫຼືອ (Create catalog) ຕາມຂັ້ນຕອນດັ່ງຕໍ່ໄປນີ້:           1. ເຂົ້າສູ່ລະບົບຜ່ານ https://wg.emac-lao.com/login/           2. ໃສ່ອີເມວ ແລະ ລະຫັດຜ່ານທີ່ໄດ້ຮັບຈາກການຂື້ນທະບຽນກັບສູນວິຊາການດ້ານຈັດການສິ່ງແວດລ້ອມ EMAC           3. ເຂົ້າໄປແຖບດ້ານຂ້າງ > ລາຍລະອຽດຂອງສິ່ງເສດເຫຼືອ > ລາຍການສິ່ງເສດເຫຼືອ           4. ກົດປຸ່ມ “ສ້າງລາຍການສິ່ງເສດເຫຼືອ”           5. ເລືອກປະເພດຂອງລາຍການສິ່ງເສດເຫຼືອ ໂດຍມີໃຫ້ເລືອກຢູ່ 2 ຢ່າງຄື: NHz ສຳລັບສິ່ງເສດເຫຼືອບໍ່ເປັນພິດອັນຕະລາຍ ແລະ Hz ສຳລັບສິ່ງເສດເຫຼືອເປັນພິດອັນຕະລາຍ           6. ໃສ່ຊື່ລາຍການ ເຊັ່ນ: ລາຍການສິ່ງເສດເຫຼຶອບໍ່ເປັນພິດອັນຕະລາຍ ຫຼື ລາຍການສິ່ງເສດເຫຼືອເປັນພິດອັນຕະລາຍ ເປັນຕົ້ນ           7. ໃສ່ຄຳອະທິບາຍຂອງລາຍການ ກໍລະນີບໍ່ຕ້ອງການໃສ່ໃຫ້ພິມ “-”   ໝາຍເຫດ:           –  ຜູ້ສ້າງສິ່ງເສດເຫຼືອ (WG) ສາມາດສ້າງລາຍການສິ່ງເສດເຫຼືອຂື້ນມາໄດ້ ປະເພດລ່ະ 1 ລາຍການເທົ່ານັ້ນ (ໃນລາຍການດັ່ງກ່າວປະກອບດ້ວຍສິ່ງເສດເຫຼືອຫລາຍຊະນິດ)          –  ວັນທີລາຍການໝົດອາຍຸ ໝາຍເຖິງ ວັນທີໝົດອາຍຸຂອງລາຍການສິ່ງເສດເຫຼືອ ເຊິ່ງຈະຖືກກຳນົດໄວ້ອັດຕະໂນມັດເປັນວັນທີ 31 ທັນວາ ຂອງປີນັ້ນໆ ພາຍຫຼັງທີ່ລາຍການໝົດອາຍຸຜູ້ສ້າງສິ່ງເສດເຫຼືອ (WG) ຈະຕ້ອງສ້າງລາຍການສິ່ງເສດເຫຼືອທັງໝົດຂື້ນມາໃຫມ່ ຈື່ງຈະສາມາດນຳໃຊ້ລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອ (Manifest) ໄດ້.           8. ເພີ່ມສິ່ງເສດເຫຼືອແຕ່ລ່ະຊະນິດທີ່ຢູ່ໃນໂຮງງານເຂົ້າໄປໃນລາຍການດັ່ງຕໍ່ໄປນີ້:                8.1. ພິມລະຫັດສິ່ງເສດເຫຼືອ 6 ຫຼັກ                8.2. ໃສ່ຊື່ສິ່ງເສດເຫຼືອໃນຊ່ອງ “ລາຍລະອຽດສະເພາະ” ຊື່ດັ່ງກ່າວຈະສະແດງໃນໃບຕິດຕາມການຂົນສົ່ງ ຫຼື Manifest                8.3. ໃສ່ປະລິມານສິ່ງເສດເຫຼືອທີ່ຄາດວ່າຈະເກີດຂື້ນ ແລະ ນຳອອກໄປກຳຈັດພາຍນອກພາຍໃນປີດັ່ງກ່າວທີ່ຊ່ອງ “ນ້ຳໜັກທີ່ກຳນົດໄວ້ (ກິໂລ/ປີ)”                8.4. ກົດປຸ່ມ “+ ADD” ເພື່ອເພີ່ມສິ່ງເສດເຫຼືອ                8.5. ເຮັດຊ້ຳຂັ້ນຕອນທີ 8.1 – 8.4 ຈົນກວ່າສິ່ງເສດເຫຼືອຈະຖືກເພີ່ມຈົນຄົບທຸກຊະນິດ ໝາຍເຫດ:            –  ຊື່ຂອງສິ່ງເສດເຫຼືອທີ່ໂຮງງານຕັ້ງຂື້ນບໍ່ສາມາດປ່ຽນແປງໄດ້ ຈົນກວ່າຈະມີການສ້າງລາຍການໃຫມ່ໃນປີຕໍ່ໄປ          –  ລາຍລະອຽດຂອງສິ່ງເສດເຫຼືອ ໝາຍເຖິງ ຊື່ກາງຂອງສິ່ງເສດເຫຼືອຕາມລະບົບສາກົນ ຜູ້ສ້າງສິ່ງເສດເຫຼືອສາມາດຕັ້ງຊື່ຕາມຊື່ດັ່ງກ່າວ ຫຼື ນຳໃຊ້ຊື່ສະເພາະທີ່ຕົວເອງໃຊ້ເອີ້ນໄດ້          – ປະເພດຂອງສິ່ງເສດເຫຼືອ ໝາຍເຖິງ ສິ່ງເສດເຫຼືອເປັນພິດອັນຕະລາຍ (Hz) ຫຼື ສິ່ງເສດເຫຼືອບໍ່ເປັນພິດອັນຕະລາຍ (NHz) ເຊິ່ງຈະສະແດງອັດຕະໂນມັດຕາມປະເພດລາຍການສິ່ງເສດເຫຼືອທີ່ເລືອກສ້່ງ           –  ສ້າງວັນທີ ໝາຍເຖິງ ວັນທີທີ່ເພີ່ມສິ່ງເສດເຫຼືອເຂົ້າໄປໃນລາຍການໂດຍຈະສະແດງອັດຕະໂນມັດ          –  ວັນທີໝົດອາຍຸ ໝາຍເຖິງ ວັນທີໝົດອາຍຸການຈັດເກັບສິ່ງເສດເຫຼືອຊະນິດດັ່ງກ່າວ ໂດຍຈະຄິດໄລ່ອັດຕະໂນມັດນັບຈາກວັນທີເພີ່ມສິ່ງເສດເຫຼືອເຂົ້າໄປໃນລາຍການ 90 ມື້ ເຊີ່ງຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງຂົນສິ່ງເສດເຫຼືອອອກໄປກຳຈັດກ່ອນວັນທີດັ່ງກ່າວ ຫຼື ຕ້ອງຂໍຂະຫຍາຍເວລາຈັດເກັບຖ້າມີຄວາມຈຳເປັນ           9. ເພີ່ມລາຍຊື່ຜູ້ຂົນສົ່ງສິ່ງເສດເຫຼືອ (WT) ເຂົ້າໄປໃນລາຍການດັ່ງຕໍ່ໄປນີ້:                9.1. ເລືອກຜູ້ຂົນສົ່ງທີ່ຢູ່ໃນລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອ                 9.2. ກົດປຸ່ມ “+ ເພີ່ມ”                 9.3. ເຮັດຊ້ຳຂັ້ນຕອນທີ 9.1. – 9.2. ຈົນກວ່າຜູ້ຂົນສົ່ງສິ່ງເສດເຫຼືອຈະຖືກເພີ່ມຈົນຄົບ           10. ເພີ່ມລາຍຊື່ຜູ້ບຳບັດ-ກຳຈັດສິ່ງເສດເຫຼືອ (WD) ເຂົ້າໄປໃນລາຍການດັ່ງຕໍ່ໄປນີ້:                10.1. ເລືອກຜູ້ບຳບັດ-ກຳຈັດ (WD) ທີ່ຢູ່ໃນລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອ                 10.2. ກົດປຸ່ມ “+ ເພີ່ມ”                 10.3. ເຮັດຊ້ຳຂັ້ນຕອນທີ 10.1. – 10.2. ຈົນກວ່າຜູ້ບຳບັດ-ກຳຈັດສິ່ງເສດເຫຼືອຈະຖືກເພີ່ມຈົນຄົບ           11. ກົດປຸ່ມ “+ ສ້າງ” ເພີ່ມບັນທຶກລາຍການ   ໝາຍເຫດ:            –  ເມື່ອກົດ “+ ສ້າງ” ລາຍການສິ່ງເສດເຫຼືອດັ່ງກ່າວຈະຂື້ນສະຖານະ “Draft” ຜູ້ຄຸ້ມຄອງຂໍ້ມູນ (WS) ຈະກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງລາຍການ, ເມື່ອລາຍການດັ່ງກ່າວໄດ້ຮັບການອະນຸມັດແລ້ວຈະປ່ຽນເປັນສະຖານະ “Active”

Continue Reading  

ການຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍ           ເມື່ອຈະຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍໃນປະລິມານທົ່ວໄປ ຈະແບ່ງການຈັດເກັບອອກເປັນ 2 ຮູບແບບດັ່ງນີ້:  ການຈັດເກັບແບບແຍກບໍລິເວນ (Separate storage) ຮູບແບບການຈັດເກັບແບບນີ້ຈະຕ້ອງເຮັດດການແຍກສິ່ງທີ່ເກັບອອກຈາກກັນດ້ວຍຝາທົນໄຟ ຫຼື ໄລຍະທາງ ຂື້ນກັບວ່າເປັນການຈັດເກັບພາຍໃນອາຄານ ຫຼື ຢູ່ກາງແຈ້ງຄື: ຖ້າຈັດເກັບໃນອາຄານສາງສິນຄ້າດຽວກັນ ທາດເຄມີ ແລະ ວັດຖຸອັນຕະລາຍນັ້ນຈະຕ້ອງຖືກຈັດແຍກອອກຈາກທາດອື່ນໆ ໂດຍມີຝາທົນໄຟເຊິ່ງສາມາດທົນໄຟໄດ້ຢ່າງນ້ອຍ 90 ນາທີ ຖ້າຈັດເກັບຢູ່ກາງແຈ້ງ (ພາຍນອກອາຄານສາງສິນຄ້າ) ຕ້ອງຈັດເກັບສາງດັ່ງກ່າວແຍກອອກຈາກບໍລິເວນອື່ນດ້ວຍໄລຍະທາງທີ່ເໝາະສົມ ການຈັດເກັບແບບແຍກຫ່າງ (Segregate storage) ຮູບແບບນີ້ເປັນການຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍຕັ້ງແຕ່ 2 ປະເພດຂື້ນໄປໃນບໍລິເວນດຽວກັນ ເຊິ່ງຕ້ອງມີມາດຕະການປ້ອງກັນທີ່ພຽງພໍສຳລັບການຈັດເກັບ ໂດຍຕ້ອງເອົາຂໍ້ກຳນົດພິເສດຕື່ມສຳລັບການຈັດເກັບສະເພາະປະເພດຕາມຄຸນສົມບັດສະເພາະ ມາພິຈາລະນາປະກອບຕາມເງື່ອນໄຂທີ່ກຳນົດໄວ້ໃນຕາຕະລາງການຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍດັ່ງນີ້:           ຊ່ອງທີ່ມີຕົວເລກໃຫ້ຈັດເກັບຕາມເງື່ອນໄຂດັ່ງຕໍ່ໄປນີ້ ການຈັດເກັບທາດແຫຼວໄວໄຟ ແລະ ອາຍພາຍໃຕ້ຄວາມດັນໃນພາຊະນະບັນຈຸຂະໜາດນ້ອຍ (ກະປ໋ອງສະເປ) ສາມາດຈັດເກັບໄດ້ໂດຍມີເງື່ອນໄຂດັ່ງນີ້: ຕ້ອງຈັດໃຫ້ມີການລະບາຍ ແລະ ປະລິມານຈັດເກັບຕ້ອງບໍ່ກາຍ 60 ສ່ວນຮ້ອຍຂອງປະລິມານການຈັດເກັບທັງໝົດ ໂດຍປະລິມານລວມຂອງທາດແຫຼວໄວໄຟ ແລະ ອາຍພາຍໃຕ້ຄວາມດັນໃນພາຊະນະບັນຈຸຂະໜາດນ້ອຍ (ກະປ໋ອງສະເປ) ຕ້ອງບໍ່ກາຍ 100,000 ລິດ ອາຍພາຍໃຕ້ຄວາມດັນໃນພາຊະນະບັນຈຸຂະໜາດນ້ອຍ (ກະປ໋ອງສະເປ) ເກັບປະປົນກັບທາດພິດໄດ້ໂດຍມີເງື່ອນໄຂດັ່ງຕໍ່ໄປນີ້: ຫ້ອງທີ່ມີຝາທົນໄຟ ຂະໜາດເນື້ອທີ່ຕ້ອງບໍ່ກາຍ 60 ຕາແມັດ ແລະ ປະລິມານການຈັດເກັບທາດທີ່ບໍ່ກາຍ 60 ສ່ວນຮ້ອຍ ຂອງປະລິມານຈັດເກັບທັງໝົດ, ອຸນຫະພຸມຫ້ອງຕ້ອງບໍ່ກາຍ 50 ອົງສາເຊ ຕ້ອງມີການລະບາຍອາກາດ ແລະ ຕ້ອງມີທາງອອກສຸກເສີນ 2 ທາງ, ທາງອອກສຸກເສີນທັງສອງທາງຕ້ອງມີອຸປະກອນມອດໄຟປະເພດຜົງເຄມີແຫ້ງ ABC ຂະໜາດ 6 ກິໂລກຮາມ ບ່ອນລ່ະ 1 ເຄື່ອງ ຖ້າຫ້ອງເກັບມີຂະໜາດໃຫຍ່ກວ່າ 60 ຕາແມັດ ການເກັບວັດຖຸອັນຕະລາຍເຫຼົ່ານີ້ຕ້ອງຈັດເກັບແບບແຍກຫ່າງດ້ວຍວິທີການທີ່ເໝາະສົມ ຫຼື ແຍກບໍລິເວນ ວັດສະດຸທີ່ເປັນສາເຫດໃຫ້ເກີດການລຸກຕິດໄຟ ຫຼື ລຸກລາມຢ່າງໄວ ເຊັ່ນ: ວັດສະດຸທີ່ໃຊ້ເຮັດພາຊະນະບັນຈຸ ຄວນຈັດເກັບແຍກບໍລິເວນອອກຈາກທາດພິດ ຫຼື ທາດແຫຼວໄວໄຟ ຜະລິດຕະພັນທີ່ບໍ່ເຮັດປະຕິກິລິຍາກັບທາດອື່ນໆໃນຂະນະເກີດອຸປະຕິເຫດສາມາດເກັບປະປົນກັນໄດ້ໂດຍການຈັດເກັບແບບແຍກຫ່າງ ເຊັ່ນ: ແຍກອອກຈາກກັນໂດຍມີກຳແພງກັ້ນ, ເວັ້ນໄລຍະປອດໄພໃຫ້ຫ່າງ ເກັບໃນອ່າງທີ່ແຍກອອກຈາກກັນ ຫຼື ໃນຕູ້ເກັບທີ່ປອດໄພ ຫ້ອງເກັບຮັກສາວັດຖຸອັນຕະລາຍ ໃຫ້ຈັດເກັບອາຍພາຍໃຕ້ຄວາມດັນໄດ້ບໍ່ກາຍ 50 ທໍ່ ໃນຈຳນວນດັ່ງກ່າວອະນຸຍາດໃຫ້ເກັບເປັນອາຍພາຍໃຕ້ຄວາມດັນທີ່ມີຄຸນສົມບັດໄວໄຟ, ອອກຊິໄດຊ໌ ຫຼື ອາຍພິດ ເກັບລວມກັນໄດ້ບໍ່ກາຍ 25 ທໍ່, ທາດຕິດໄຟໄດ້ (ປະເພດ 8A ແລະ 11) (ຍົກເວັ້ນທາດແຫຼວໄວໄຟ) ອາດເອົາມາເກັບລວມໄວ້ ໂດຍຈັດເກັບແບບແຍກຫ່າງຈາກອາຍພາຍໃຕ້ຄວາມດັນດ້ວຍຝາ ທີ່ເຮັດຈາກວັດສະດຸທີ່ບໍ່ຕິດໄຟ ທີ່ມີຄວາມສູງຢ່າງນ້ອຍ 2 ແມັດ ແລະ ມີໄລຍະຫ່າງຈາກຝາ ຢ່າງນ້ອຍ 5 ແມັດ  ອະນຸຍາດໃຫ້ເກັບປະປົນກັນໄດ້ ຖ້າມີຂໍ້ກຳນົດຄວາມປອດໄພສຳລັບສິນຄ້າຄ້າງສາງທັງໝົດໂດຍໃຫ້ເປັນໄປຕາມຂໍ້ກຳນົດການຈັດເກັບວັດຖຸອັນຕະລາຍປະເພດ 2B ອະນຸຍາດໃຫ້ເກັບປະປົນກັບທາດແຫຼວໄວໄຟທີ່ມີຈຸດວາບໄຟສູງກວ່າ 61 ອົງສາເຊ ຖ້າການເກັບປະປົນກັນດັ່ງກ່າວບໍ່ເຮັດໃຫ້ເກີດປະຕິກິລິຍາທີ່ເປັນອັນຕະລາຍ (ການລຸກຕິດໄຟ ແລະ/ຫຼື ໃຫ້ຄວາມຮ້ອນອອກມາ ຫຼື ໃຫ້ອາຍໄວໄຟ ຫຼື ໃຫ້ອາຍທີ່ເຮັດໃຫ້ເກີດພາວະການຂາດອົກຊີແຊນ ຫຼື ໃຫ້ອາຍພິດ ຫຼື ເຮັດໃຫ້ເກີດບັນຍາກາດຂອງການກັດຫ້ຽນ ຫຼື ເຮັດໃຫ້ເກີດທາດທີ່ບໍ່ສະຖຽນ ຫຼື ເພີ່ມຄວາມດັນຈົນເປັນອັນຕະລາຍ) ຖ້າພົບວ່າມີໂອກາດເກີດອັນຕະລາຍຕາມທີ່ກ່າວມາໃຫ້ຈັດເກັບໂດຍເວັ້ນໄລຍະຫ່າງທີ່ປອດໄພ (5 ແມັດ) ທາດຕິດໄຟທີ່ມີຄຸນສົມບັດເປັນພິດເກັບປະປົນກັບທາດແຂງໄວໄຟ (ປະເພດ 4.1B) ໄດ້ ຫ້າມເກັບທາດແຫຼວໄວໄຟ (ປະເພດ 3A) ປະປົນກັບທາດກັດຫ້ຽນທີ່ບັນຈຸໃນພາຊະນະທີ່ແຕກງ່າຍ ຍົກເວັ້ນມີມາດຕະການປ້ອງກັນບໍ່ໃຫ້ທາດເຮັດປະຕິກິລິຍາກັນໄດ້ ໃນກໍລະນີທີ່ເກີດອຸປະຕິເຫດຂື້ນ ອະນຸຍາດໃຫ້ເກັບມ້ຽນປະປົນກັນໄດ້ ຍົກເວັ້ນອາຍໄວໄຟ ຕ້ອງສ້າງມາດຕະການປ້ອງກັນຕື່ມເພື່ອໃຫ້ເກີດຄວາມປອດໄພໃນການເກັບຮັກສາ ແລະ ໄດ້ຮັບອະນຸຍາດຈາກໜ່ວຍງານທີ່ກ່ຽວຂ້ອງ ວັດຖຸອັນຕະລາຍຂອງທາດແຂງໄວໄຟ (ປະເພດ 4.1A) ທີ່ມີຄຸນສົມບັດການລະເບີດອາດຈະເກັບປະປົນກັບວັດຖຸອັນຕະລາຍອື່ນຄື: ປະເພດ 3B, 4.1, 8A, 8B, 10, 11, 12 ຫຼື 13 ໄດ້ຖ້າໄລຍະຫ່າງທີ່ປອດໄພເຊີ່ງຈັດໄວ້ເພື່ອປ້ອງກັນອັນຕະລາຍທີ່ຈະມີຕໍ່ບໍລິເວນອ້ອມຮອບອາຄານສາງສິນຄ້າມີພຽງພໍ ຫຼື ອາດຈະຕ້ອງກຳນົດໃຫ້ຫຼາຍຂື້ນ ເຊິ່ງຕ້ອງກວດກາເປັນແຕ່ລະກໍລະນີ ອະນຸຍາດໃຫ້ເກັບວັດຖຸອັນຕະລາຍເປີອອກໄຊອົງຄະທາດ (ປະເພດ 5.2) ປະປົນກັບທາດແຂງໄວໄຟ (ປະເພດ 4.1B) ໄດ້ ອະນຸຍາດໃຫ້ເກັບປະປົນກັບດິນຊັບ (Propellants) ແລະ ໂຕເລີ່ມປະຕິກິລິຍາ (Radical Initiators) ຖ້າທາດນັ້ນບໍ່ມີສ່ວນປະສົມຂອງໂລຫະໜັກ ການເກັບທາດອອກຊີໄດ ປະເພດ 5.1B ອາດຈະອະນຸຍາດໃຫ້ເກັບປະປົນກັບວັດຖຸອັນຕະລາຍປະເພດ 6.1A, 6.1B ໄດ້ ເຊີ່ງສາມາດເກັບໄດ້ປະລິມານສູງເຖິງ 20 ໂຕນ ໂດຍຕ້ອງມີມາດຕະການຄວາມປອດໄພດັ່ງນີ້: ອາຄານສາງສິນຄ້າຕ້ອງມີລະບົບເຕືອນໄພໄຟໄໝ້, ລະບົບມອດໄຟອັດຕະໂນມັດ ແລະ ທີມປະຈົນໄຟເຄີ່ງມືອາຊີບຂອງບໍລິສັດ (ພະນັກງານບໍລິສັດທີ່ເຮັດໜ້າທີ່ມອດໄຟຢ່າງດຽວພ້ອມມີລົດມອດໄຟຂອງບໍລິສັດ) ຖ້າມີທາດທີ່ບໍ່ຮອດ 1 ໂຕນ ບໍ່ຕ້ອງມີມາດຕະການເສີມດັ່ງກ່າວ. ການເກັບວັດຖຸອັນຕະລາຍປະເພດ ເປີອອກໄຊອົງຄະທາດລວມກັບວັດຖຸອັນຕະລາຍອື່ນໆ ຈຳເປັນຕ້ອງອອກແບບ ແລະ ກວດກາແຕ່ລະກໍລະນີວ່າໄລຍະຫ່າງປອດໄພ (ລະຫວ່າງອາຄານສາງສິນຄ້າ ແລະ ຊຸມຊົນ) ທີ່ກຳນົດຂື້ນອ້ອມຮອບອາຄານສາງສິນຄ້າມີພຽງພໍ ຫຼື ຕ້ອງກຳນົດໃຫ້ຫຼາຍຂື້ນ ເພື່ອປ້ອງກັນໂອກາດທີ່ຈະເກີດອັນຕະລາຍ ໃຫ້ພິຈາລະນາຕາມຂໍ້ກຳນົດດ້ານຄວາມປອດໄພສະເພາະວັດຖຸອັນຕະລາຍແຕ່ລະປະເພດ ວັດຖຸກຳມັນຕະພາບລັງສີ ຄວນແຍກຈັດເກັບຕາມຂໍ້ກຳນົດດ້ານຄວາມປອດໄພຂອງໜ່ວບງານ IAEA ແລະ ໄດ້ຮັບການອະນຸຍາດຈາກໜ່ວຍງານທີ່ກ່ຽວຂ້ອງ ດາວໂຫລດເອກະສານອ້າງອິງ ມາດຕະຖານການເກັບຮັກສາສານເຄມີອັນຕະລາຍ (ພາສາໄທ) download ບົດຄວາມທີ່ກ່ຽວຂ້ອງ ການຈຳແນກປະເພດທາດເຄມີອັນຕະລາຍເພື່ອການເກັບຮັກສາ Click

Continue Reading  

ບັນຊີເຄມີອຸດສາຫະກຳໃນສປປ ລາວ           ຂໍ້ຕົກລົງວ່າດ້ວຍບັນຊີເຄມີອຸດສາຫະກຳ ສະບັບເລກທີ 0220/ອຄ.ກອຫ, ລົງວັນທີ 23 ມີນາ 2021 ຈັດແບ່ງເຄມີອຸດສາຫະກຳອອກເປັນ 4 ປະເພດດັ່ງນີ້:  ເຄມີອັນຕະລາຍປະເພດໜື່ງ ແມ່ນ ເຄມີທີ່ມຄຸນລັກສະເປັນພິດ ແລະ ເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ ຈະບໍ່ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດ ຫຼື ນຳໃຊ້, ຍົກເວັ້ນການນຳໃຊ້ເພື່ອການຄົ້ນຄວ້າ, ພັດທະນາເຕັກໂນໂລຊີ, ການປ້ອງກັນ, ການສະກັດກັ້ນ, ການກຳຈັດ ແລະ ການລະງັບອັນຕະລາຍທີ່ເກີດຂື້ນຕໍ່ສຸຂະພາບ, ຊີວິດ, ຊັບສິນ, ສິ່ງແວດລ້ອມ ແລະ ການນຳໃຊ້ໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແຕ່ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ ເຄມີອັນຕະລາຍປະເພດສອງ ແມ່ນ ເຄມີທີ່ມີຄຸນລັກສະນະເປັນພິດ ແລະ ເປັນອັນຕະລາຍສູງຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ ສາມາດຜະລິດ, ນຳເຂົ້າ, ສົ່ງອອກ, ຄອບຄອງ ແລະ ນຳໃຊ້ໄດ້ ຕາມການອະນຸຍາດຂອງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງ, ອົງການລັດທຽບເທົ່າກະຊວງ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ ເຄມີອັນຕະລາຍປະເພດສາມ ແມ່ນ ເຄມີທີ່ມີຄຸນລັກສະນະເປັນພິດ ແລະ ເປັນອັນຕະລາຍປານກາງຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ ສາມາດຜະລິດ, ນຳເຂົ້າ, ສົ່ງອອກ, ຄອບຄອງ ແລະ ນຳໃຊ້ໄດ້ ຕາມການອະນຸຍາດຂອງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງ, ອົງການລັດທຽບເທົ່າກະຊວງ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ ເຊັ່ນດຽວກັນກັບເຄມີອັນຕະລາຍປະເພດສອງ ເຄມີອັນຕະລາຍປະເພດສີ່ ແມ່ນ ເຄມີທີ່ມີຄຸນລັກສະນະເປັນພິດ ແລະ ເປັນອັນຕະລາຍຕ່ຳຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ ສາມາດຜະລິດ, ນຳເຂົ້າ, ສົ່ງອອກ, ຄອບຄອງ ແລະ ນຳໃຊ້ໄດ້ ໂດຍບໍ່ຕ້ອງຂໍອະນຸຍາດ ແຕ່ຕ້ອງແຈ້ງໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ແລະ ຕ້ອງປະຕິບັດຕາມລະບຽບການຂອງຂະແໜງການທີ່ກ່ຽວຂ້ອງຢ່າງເຂັ້ມງວດ           ໃນການຈັດຕັ້ງປະຕິບັດແມ່ນມອບໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ປະສານສົມທົບການພາກສ່ວນທີ່ກ່ຽວຂ້ອງ           ເຊິ່ງຂໍ້ຕົກລົງສະບັບນີ້ ປ່ຽນແທນຂໍ້ຕົກລົງວ່າດ້ວຍບັນຊີເຄມີອຸດສາຫະກຳ ສະບັບເລກທີ 0389/ອຄ.ກອຫ, ລົງວັນທີ 03 ທັນວາ 2018 ຕາຕະລາງບັນຊີເຄມີອຸດສາຫະກຳ   ລ/ດ ຊື່ທາດເຄມີ ເລກລະຫັດ (CAS No.) ພິກັດພາສີ (HS Code) ປະເພດເຄມີ 1 2,3-Dibromopropan-l-ol 96-13-9 290559 1 2 2,3-Epoxy-l-propanol or glycidol 57044-25-4 291090 1 3 2-Ethyl-1,3-hexancdiol 94-96-2 290539380891 1 4 2-Bromopropane or isopropyl bromide 75-26-3 290339 1 5 {(+/-)Tetrahydrofurfuryl-R-2-[4-(6-chloroquinoxalin- 2-yloxy)phenyloxy]propionate 119738-06-6 380893 1 6 {(2RS,3RS)-3-(2chlorphenyl)-2,4-fluorophenyl)-(1h- 1,2,4-triazol-1-yl-methyl)oxirane} or (epoxiconazole) 106325-08-0 380892 1 7 [I-1-choro-2,3-epoxypropane] or [I-epichlorohydrin] 51594-55-9 291030 1 8 {6-[4-hydroxy-3-(2-methoxyphenylazo-2-sulfonato- 7-naphthylamino]-1,3,5-triazine-2,4-diy bis [(amino-  1-methylethy)-ammonium] formate} 108225-03-2 – 1 9 {1-3-5-tris-[(2S   and   2R)-2,3-epoxypropyl]-1,3,5- triazine-2,4,6-(1H,3H,5H)-trione 59653-74-6 293369 1 10 2,4,5-tcp or 2,4,5-trichlorophenol 95-95-4 290819380892 1 11 2,5-Dinitroantoluene 619-15-8 290420 1 12 3,4-Dinitroluene 610-39-9 290420 1 13 {6-Hydroxy-1-(3-isopropoxypropyl)-4-methyl-2- oxo-5-[4-(phenylazo)phenylazo]-1,2-dihydro-3- pyridinecarboniie 85136-74-6 – 1 14 Methoxyacetic acid or 2-methoxyaceticacid or methylether 625-45-6 291899 1 15 Chlorobenzilate 510-15-6 291818380859 1 16 chloropicrin or trichloronitromethane 76-06-2 290491380891 1 17 Copper arsenate hydroxide 16102-92-4 284290380892 1 18 Calcium arsenate 7778-44-1 284290380893 1 19 Sodium chromate 7775-11-3 284150 1 20 Sodium pentachlorophenate 131-52-2 290819380891 1 21 Cyanoden or ethanedinitrile or oxalontrile 460-19-5 285390 1 22 Decabromobiphenyl 13654-09-6 271091290399382482 1 23 Polychlornated terphenyl 61788-33-8 271091 290399382482 1 24 Octabromobiphenyl 27858-07-7 271091290399382482  1 25 [Di (phenylmercury) didecenyl succinate] or [di  (phenylmercury) didecenyl-3-succinate]  27236-65-3 293190 1 26 {Trisodium-[4-(8-acetylamino-3-6-disulfonato-2- naphthylazo)-4″-(6-benzoylamino-3-solfonato-2- naphthylazo) biphenyl-1,3,3″,1”’-tetraolato-0,0,0″,0″]Copper(II)} 164058-22-4 293190 1 27 Tlalium sulfate 7446-18-6 283329380891 1 28 Thionyl chloride or sulfurous oxychloride 7719-09-7 281217 1 29 Pseudoephedrine 90-82-4 293942 1 30 Nike tetracarbonyl 13463-39-3 293190 1 31 Bis(chloromethyl)ether 542-88-1 290919 1 32 BZ: 3-quinuclidinyl benzilate 6581-06-2 293399 1 33 Beryllium oxide 1304-56-9 282590 1 34 [PFIB: 1,1,3,3,3-pentafluoro-2-(trifluoromethyl)-1-propene] 382-21-8 290339 1 35 pentachlorophenol 87-86-5 290811380859 1 36 Polychlorinated biphenyl 1336-36-3 271091290399382482 1 37 Flumioxazin 103361-09-7 293499 1 38 Phenyl glcidyl ether or 1,2-epoxy-3-phenoxy propane or [2-(phenoxymethyl) oxirane] 122-60-1 291090 1 39 Phenylmercuric oleate 104-60-9 285210285290293190380859 1 40 Phenylmercury acetate 62-38-4 285210285290293190380859 1 41 Phenylhydrazinium sulphate 52033-74-6 292800 1 42 Phenylhydrazine 100-63-0 292800 1 43 Methl isocyante 624-83-9 292910 1 44 Mirex 2385-85-5 290383380891 1 45 Lead arsenate 7784-40-9 284290380891 1 46 Ethylene dibromide 106-93-4 290331380859 1 47 Ethylidine diacetate or [1-(acetyloxy)ethyl acetate] 542-10-9 291539 1 48 N-methylacetamide 79-16-3 292419 1 49 Crocidolite Asbestos 12001-28-4 252410681140681280681320 1 50 Tremolite Asbestos 77536-68-6 252490681140681291681292681293681299681320  1 51 Amosite Asbestos 12172-73-5 252490681140681291681299681320 1 52 Actinolite Asbestos 77536-66-4 252490681140681291681292681293681299681320 1 53 Anthophylite Asbestos 77536-67-5 252490681140681291681292681293681299681320  1 54 Hexachlobenzene 118-74-1 290392380859 1 55 Hexebromobiphenyl 36335-01-8   1 56 [O-alkyl (≤C10,include cycloalkyl) (Me,Et,Pr,or i-Pr)-phosphonofluoridates] –   1 56 O-isopropyl methylphos phonofluoridate 107-44-8 293190 1 56 O-pinacolyl methylphos phonofluoridate 96-64-0 293190 1 57 [O-alkyl(≤C10,include cycloalkyl) N,N-dialkyl (Me,Et,Pr,or i-Pr)-phosphoramidocyanidates] –   1 57 O-ethyl N,N-dimethyl phosphoramidocyanidate 77-81-6 293190 1 58 [O-alkyl (H or ≤C10,include  cycloalkyl) S-2-dialkyl (Me,Et,Pr,or i-Pr)-aminoethyl alkyl c phosphonotiolates and corresponding alkylated or protonated salts]     1 58 VX: O-ethyl S-2-diisopropyl aminoethyl methyl phosphonotiolate 50782-69-9 293190 1 59 2-Chloroethylchloromethylsulfide (Sulfur mustards) 2625-76-5 293090 1 59 Mustard gas :bis (2-Chloroethyl) sulfide (Sulfur mustards) 505-60-2 293090 1 59 Bis (2-Chloroethylthio) methane (Sulfur mustards) 63869-13-6 293090 1 59 Sesquimustard : 1,2-bis (2-Chloroethylthio) enthane (Sulfur mustards) 3563-36-8 293090 1 59 1,3 Bis (2-Chloroethylthio) n-propane (Sulfur mustards) 63905-10-2 293090 1 59 1,4 Bis (2-Chloroethylthio) n-butane (Sulfur mustards) 142868-93-7 293090 1 59 1,5  Bis (2-Chloroethylthio) n-pentane (Sulfur mustards) 142868-94-8 293090 1 59 Bis (2-Chloroethylthioethy) ether (Sulfur mustards) 63918-90-1 293090 1 59 O-mustard: bis(2-chloroethylthioethy) ether (Sulfur mustards) 63918-89-7   1 60 HN 1: bis  (2-Chloroethyl) ethylamine (Nitrogen mustads) 538-07-8 292119 1 61 HN 2: bis  (2-Chloroethyl) methylamine (Nitrogen mustads) 51-75-2 292119 1 62 HN 3: tris  (2-Chloroethyl) amine (Nitrogen mustads) 555-77-3   1 63 Saxitoxin 35523-89-8 300290 1 64 Chlorosaman: O-pinacoly methylphosphonochloridate 7040-57-5 293190 1 65 Chlorosarin: O-isopropyl methylphosphonochloridate 1445-76-7 293190 1 66 P-alkyl (H or ≤C10,incl. cycloalkyl) N-(1-(dialkyl≤C10,incl. cycloalkyl) amino)) alkylidene (H or ≤C10,incl. cycloalkyl) phosphonamidic fluorides and corresponding alkylated or protonated salts –   1 66 N-(1-(di-n-decylamino)-n-decylidene-pdecylphosphsonamidic fluoride 2387495-99-8   1 66 Methyl-(1-(dietylamino)ethylidene) phosphonamidofluoridate 2387495-12-8   1 67 O-alkyl(H or  ≤ C10, incl. cycloalkyl)  N-(1-(dialkyl(≤C10,incl. cycloalkyl)amino))alkylidene (H or ≤C10,incl. cycloalkyl) phosphonamidiofluoridates and corresponding akylated or protonated salts –   1 67 O-n-Decyl N-(1-(di-n-decylamino)-ndecylidene) phosphonamidofluoridate 2387496-00-4   1 67 Methyl (1-(diethylamino) ethylidene) phosphonamidofluoridate 2387496-04-8   1 67 Ethyl (1-(diethylamino)ethylidene) phosphonamidofluoridate 2387496-06-0   1 68 Methyl-(Bis (diethylamino) methylene) phosphonamidofluoridate 2387496-14-0   1 69 1-[N,N-dialkyl(≤C10)-N-(n-(hydroxyl, cyano, acetoxy)alkyl(≤C10) amminio]-n-[N-(3-dimethylcarbamoxyα-picolinyl)-N,N- dialkyl(≤C10)  amminio]decane dibromide (n=1-8) –   1 69 1-[N,N-dimethyl-N-(2-hydroxy)ethyllammonio]-10-[N-3-dimethylcarbamoxy-α-picolinyl)-N,Ndimethylammonio]decane dibromide 7104-62-2   1 70 1,n-Bis[N-dimethylcarbamoxy-α-picolyl)-N,Ndialkyl (≤C10) ammonio]-alkane-(2,(n-1)-dione) dibromide(n=2-12) –   1 70 1,10-Bis[N-(3-dimethylcarbamoxy-α-picolyl)-N-ethyl-Nmethylammonio]decane-2,9-dione dibromide 77104-00-8   1 71 Lewisite1: 2-chorovinyldichloroarsine 541-25-3 293190 1 72 Lewisite2: bis(2-chorovinyl)chloroarsine 40334-69-8 293190 1 73 Lewisite3: tris (2-chorovinyl) arsine 51-70-3   1 74 Ricin 9009-86-3 300290 1 75 [Alkyl  (Me,Et,n-Pr,or i-Pr) phosphonyldiforides] –   1 75 Methylphosphonyldifluoride 676-99-3 293190 1 76 [O-alkyl (H or  ≤ C10, incl. cycloalkyl) O-2-diakyl(Me,Et,n-Pr,or i-Pr) -aminoethylalkyl(Me,Et,n-Pr,or i-Pr) phosphonite and corresponding alkylated or protonated salts]     1 76 O-ethyl O-2-diisopropylanoethyl methyl phosphonite 57856-11-8 293190 1 77 Amiton: O,O-Diethyl s-(2-diethylaino)ethyl] phosphorothio and corresponding alkyl ated or protonted saltsp 78-53-5 293090 1 78 Trichlorofluoromethane ຫຼື CFC-l1(CFCI3) 75-69-4 290377382471 1 79 Dichlorofluoromethane ຫຼື CFC-l2(CF2CI2) 75-71-8 290377382471 1 80 Trichlorotrifluoromethanes ຫຼື CFC- l13(C2F3CI3) 76-13-1 290377382471 1 81 Dichlorotetrafluoromethanes ຫຼື CFC-l14(C2F4CI2) 76-14-2 290377382471 1 82 Chloropentafluoroethane ຫຼື CFC-l15(CCIF2CF3) 76-15-3 290377382471 1 83 Chlorotrifluoromethane ຫຼື CFC-13(CF3C1) 75-72-9 290377382471 1 84 pentachlorofluoroethane ຫຼື CFC-111(C2FC15) 354-56-3 290377382471 1 85 Tetrachlorodifluoroethane ຫຼື CFC-112(C2F2C14) 76-12-0 290377382471 1 86 Heptachloropropane ຫຼື CFC-211(C3FC17) 422-78-6 290377382471 1 87 Hexachlorodifluoropropane ຫຼື CFC-212(C3F2C16) 3182-26-1 290377382471 1 88 Pentachlorotrifluoropropane ຫຼື CFC-213(C3F3C15) 2354-06-5 290377382471 1 89 Tetrachlorotetrafluoropropane ຫຼື CFC-214(C3F4C14) 29255-31-0 290377382471 1 90 Trichloropentafluoropropane ຫຼື CFC-215(C3F5C13) 1599-41-3 290377382471 1 91 Dichlorohexafluoropropane ຫຼື CFC-216(C3F6C12)

Continue Reading  

ຄຸນລັກສະນະຂອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ           ບົດແນະນຳ ກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ສະບັບເລກທີ 0744/ກຊສ, ລົງວັນທີ 11 ກຸມພາ 2015 ເພື່ອໃຫ້ຄວາມກະຈ່າງແຈ້ງ ແລະ ຈັດປະເພດກ່ຽວກັບສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເຊີ່ງໄດ້ລະບຸໃຫ້ສິ່ງເສດເຫຼືອທີ່ບັນຈຸທາດທີ່ມີໜື່ງ ຫຼື ຫຼາຍຄຸນລັກສະນະຄວາມເປັນພິດ ຫຼື ສາມາດປ່ອຍບັນດາທາດທີ່ມີຄຸນລັກສະນະຄວາມເປັນພິດຄ້າຍຄຽງ ຫຼື ທຽບເທົ່າກັນໄດ້ຈັດເປັນປະເພດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍດັ່ງນີ້: ສາມາດລະເບີດ; ໄວໄຟ (ເກີດໄຟໄດ້ງ່າຍ); ມີປະຕິກິລິຍາກັບອາກາດ (ອອກຊິໄດສ໌); ເປັນພິດເບື່ອ (ທັນທີທັນໃດ ຫຼື ຊຳເຮື້ອ, ອາດກໍ່ໃຫ້ເກີດມະເຮັງ, ສາມາດກໍ່ໃຫ້ເກີດການປ່ຽນພັນທຸກຳໄດ້); ສາມາດພາໃຫ້ຕິດເຊື້ອໄດ້; ສາມາດເກີດໝ້ຽງໄດ້; ແລະ ເປັນພິດຕໍ່ລະບົບນິເວດ           ນອກຈາກນັ້ນ, ກ່ອງ ຫຼື ພັດສະດຸຫຸ້ມຫໍ່ ທີ່ຖືກປົນເປື້ອນກັບ ບັນດາທາດທີ່ມີຄຸນລັກສະນະຄວາມເປັນພິດກໍ່ຈັດເປັນສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ           ໂດຍບົດແນະນຳສະບັບດັ່ງກ່າວຍັງໄດ້ກຳນົດລະດັບຄວາມເຂັ້ມຂຸ້ນ ຫຼື ຄຸນລັກສະນະຂອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍດັ່ງນີ້: ຈຸດສາມາດເກີດໄຟໄດ້ ≤ 55ºC; ບັນຈຸທາດເຄມີປະເພດເປັນພິດສູງ ຢູ່ໃນລະດັບຄວາມເຂັ້ມຂຸ້ມລວມ ≥ 0.1%; ບັນຈຸທາດເຄມີປະເພດເປັນພິດ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 3%; ບັນຈຸທາດເຄມີອັນຕະລາຍ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 25%; ບັນຈຸທາດເຄມີກັດຫ້ຽນທີ່ເຮັດໃຫ້ເກີດການເຜົາໄໝ້ຮ້າຍແຮງ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 1%; ບັນຈຸທາດເຄມີກັດຫ້ຽນທີ່ເຮັດໃຫ້ເກີດການເຜົາໄໝ້ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 5%; ບັນຈຸທາດເຄມີທີ່ເຮັດໃຫ້ລະຄາຍເຄືອງຕາຢ່າງຮ້າຍແຮງ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 10%; ບັນຈຸທາດເຄມີທີ່ເຮັດໃຫ້ລະຄາຍເຄືອງຕາ, ລະບົບຫາຍໃຈ ແລະ ຜິວໜັງ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 20% ແລະ ບັນຈຸທາດເຄມີທີ່ເຮັດໃຫ້ເກີດມະເຮັງ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 0.1%.           ໃນກໍລະນີສິ່ງເສດເຫຼືອບັນຈຸຫຼາຍທາດເຄມີອັນຕະລາຍເຊິ່ງມີຄຸນລັກສະນະຄວາມເປັນອັນຕະລາຍທີ່ຄ້າຍກັນຄວາມເຂັ້ມຂຸ້ນຈະຖືກຄິດໄລ່ລວມເຂົ້າກັນ.           ພາຊະນະບັນຈຸເປົ່າທີ່ຖືກປົນເປື້ອນຈາກທາດເຄມີເປັນພິດ ແລະ ອັນຕະລາຍ ແມ່ນຖືກພິຈາລະນາໃຫ້ເປັນສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ.           ດິນ ແລະ ວັດຖຸອື່ນ ທີ່ຖືກປົນເປື້ອນ ທາດເຄມີເປັນພິດ ແລະ ອັນຕະລາຍ ແມ່ນຖືກພິຈາລະນາເປັນສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເວັ້ນແຕ່ເຈົ້າຂອງທີ່ດິນ ແລະ ວັດຖຸອື່ນໆເຫຼົ່ານັ້ນ ສາມາດຢັ້ງຢືນໄດ້ວ່າຄຸນລັກສະນະແມ່ນຕ່ຳກວ່າລະດັບຄວາມເຂັ້ມຂຸ້ນທີ່ໄດ້ກຳນົດໂດຍບັນດາຂະແໜງການທີ່ກ່ຽວຂ້ອງ  ດາວໂຫລດເອກະສານອ້າງອິງ ບົດແນະນຳ ກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ສະບັບເລກທີ 0744/ກຊສ download

Continue Reading  

ການຈຳແນກປະເພດທາດເຄມີອັນຕະລາຍເພື່ອການເກັບຮັກສາ           ການຈັດເກັບທາດເຄມີອັນຕະລາຍໄດ້ຈຳແນກໂດຍໃຊ້ເກນການຈຳແນກທາດເຄມີຕາມຂໍ້ກຳນົດຂອງເອີລົບວ່າດ້ວຍການຂົນສົ່ງສິນຄ້າອັນຕະລາຍລະຫວ່າງປະເທດທາງຖະໜົນ /European Agreement concerning international Carriage of Dangerous Goods by Road (ADR)           ເພື່ອໃຫ້ການເກັບຮັກສາທາດເຄມີອັນຕະລາຍເປັນໄປຢ່າງປອດໄພ ຕ້ອງມີການຈຳແນກທາດເຄມີອັນຕະລາຍສຳລັບການຈັດເກັບໃຫ້ເໝາະສົມກັບລັກສະນະຄວາມເປັນອັນຕະລາຍສະເພາະຂອງທາດເຄມີເຫຼົ່ານັ້ນ           ຄຸນສົມບັດຄວາມເປັນອັນຕະລາຍຫຼັກຂອງທາດເຄມີຕ້ອງພິຈາລະນາເປັນອັນດັບຕົ້ນໆໄດ້ແກ່ ຄຸນສົມບັດການຕິດໄຟ, ການລະເບີດ, ການອອກຊິໄດ.            ຄຸນສົມບັດຮອງຂອງທາດເຄມີທີ່ຈະເອົາມາພິຈາລະນາໄດ້ແກ່ ຄວາມເປັນພິດ, ຄວາມກັດຫ້ຽນ           ສຳລັບຄຸນສົມບັດກ່ຽວກັບການລະຄາຍເຄືອງ, ຄວາມເປັນອັນຕະລາຍຕໍ່ສຸຂະພາບ ແລະ ຄວາມເປັນອັນຕະລາຍຕໍ່ສິ່ງແວດລ້ອມບໍ່ເອົາມາພິຈາລະນາໃນການແຍກປະເພດທາດເຄມີອັນຕະລາຍສຳລັບການຈັດເກັບ ປະເພດທາດເຄມີອັນຕະລາຍສຳລັບການຈັດເກັບ ມີດັ່ງນີ້:           1. ປະເພດ 1 ວັດຖຸລະເບີດ (Explosive substances) ໝາຍເຖິງ ວັດຖຸລະເບີດທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (UN-Recommendations on the Transport of dangerous Goods) ພາກທີ 2.1: Class 1 – Explosive           2. ປະເພດ 2A ອາຍອັດ, ອາຍແຫຼວ ຫຼື ອາຍທີ່ລະລາຍໃນຄວາມດັນ (Compressed, liquefied and dissolved gases) ໝາຍເຖິງ ອາຍຊື່ງມີສະພາບອາຍໂດຍສົມບູນທີ່ອຸນຫະພູມ 20 ອົງສາເຊ ພາຍໃຕ້ຄວາມດັນບັນຍາກາດມາດຕະຖານ 101.3 ກິໂລປາສະການ ອາຍທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (UN-Recommendations on the Transport of Dangerous Goods) ພາກທີ 2.2: Class 2 – Gases            3. ປະເພດ 2B ອາຍພາຍໃຕ້ຄວາມດັນໃນພາຊະນະບັນຈຸຂະໜາດນ້ອຍ (ກະປ໋ອງສະເປ) (Pressurized small gas containers; aerosol can/aerosol container) ພາຊະນະປິດ ທີ່ມີຄວາມດັນ (Pressure receptacles) ອຸປະກອນສິດລະອອງລາຍ (Aerosol dispensers) ພາຊະນະທີ່ເຮັດດ້ວຍໂລຫະ, ແກ້ວ ຫຼື ປລາສຕິກ ທີ່ອອກແບບໃຫ້ນຳໃຊ້ຄັ້ງດຽວ ເຊິ່ງພາຍໃນພາຊະນະບັນຈຸນັ້ນ ປະກອບດ້ວຍອາຍອັດ, ອາຍແຫຼວ ແລະ ອາຍທີ່ລະລາຍພາຍໃຕ້ຄວາມດັນທີ່ອັດລົງໄປໃນພາຊະນະບັນຈຸນັ້ນ            4. ປະເພດ 3A ທາດແຫຼວໄວໄຟ (Flammable Liquids) ໝາຍເຖິງ ທາດແຫຼວທີ່ມີຈຸດວາບໄຟໃນອຸນຫະພູມບໍ່ກາຍ 60 ອົງສາເຊ (ກວດກາວັດແທກແບບ Closed cup)            5. ປະເພດ 3B ທາດແຫຼວໄວໄຟ (Flammable Liquids) ໝາຍເຖິງ ທາດແຫຼວທີ່ມີຈຸດວາບໄຟໃນອຸນຫະພູມ 60-93 ອົງສາເຊ (ກວດກາວັດແທກແບບ Closed cup) ແລະ ມີຄຸນສົມບັດເຂົ້າກັບນ້ຳບໍ່ໄດ້            6. ປະເພດ 4.1A ທາດແຂງໄວໄຟ (Flammable Liquids) ທີ່ມີຄຸນສົມບັດລະເບີດ ໝາຍເຖິງທາດແຂງທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (Un-Recommendation on the Transport of Dangerous Goods) ພາກທີ 2.4: Class 4: Division 4.2 – Flammable solids, Self-reactive substances, solid desensitized explosives and polymerizing substances ທີ່ມີຄຸນສົມບັດລະເບີດໄດ້ແກ່: ວັດຖຸລະເບີດທີ່ເຮັດໃຫ້ Inertia ດ້ວຍນ້ຳ ຫຼື ແອລກໍຣໍ ຫຼື ຖືກເຈືອຈາງດ້ວຍທາດອື່ນເພື່ອຫຼຸດຄຸນສົມບັດການລະເບີດ (Solid Desensitized Explosive)            7. ປະເພດ 4.1B ທາດແຂງໄວໄຟ (Flammable Solids) ທີ່ບໍ່ມີຄຸນສົມບັດລະເບີດ ໝາຍເຖິງ: ທາດແຂງທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (Un-Recommendation on the Transport of Dangerous Goods) ພາກທີ 2.4: Class 4: Division 4.1 – Flammable solids, Self-reactive substances, solid desensitized explosives and polymerizing substances ທີ່ບໍ່ມີຄຸນສົມບັດລະເບີດ ສາມາດລຸກໄໝ້ງ່າຍຈາກການສຽດສີກັນ ຫຼື ເມື່ອລຸກໄໝ້ສາມາດລຸກລາມອອກໄປຢ່າງວ່ອງໄວ ໂດຍຜົນການທົດສອບເວລາຂອງການເຜົາໄໝ້ໜ້ອຍກວ່າ 45 ວິນາທີໃນໄລຍະທາງ 100 ມິນລີແມັດ ຫຼື ອັດຕາຄວາມໄວການເຜົາໄໝ້ຫຼາຍກວ່າ 2.2 ມິນລີແມັດ/ວິນາທີ ຖ້າທາດແຂງນັ້ນເປັນຜົງໂລຫະຕ້ອງສາມາດລຸກໄໝ້ ແລະ ລຸກລາມໄປຕາມຄວາມຍາວຂອງຕົວຢ່າງທີ່ເອົາມາທົດສອບໃນເວລາບໍ່ຫຼາຍກວ່າ 10 ນາທີ            8. ປະເພດ 4.2 ທາດທີ່ມີຄວາມສ່ຽງຕໍ່ການລຸກໄໝ້ໄດ້ເອງ (Substances liable to spontaneous combustion) ໝາຍເຖິງ ທາດທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (UN-Recommendations on the Transport of Dangerous Goods) ພາກທີ 2.4: Class 4: Division 4.2 – Substances liable to spontaneous combustion) ໄດ້ແກ່: ທາດ Pyrophoric ທີ່ເກີດຄວາມຮ້ອນຈາກການທີ່ໂຕທາດເອງເຮັດປະຕິກິລິຍາກັບອົກຊີແຊນໃນອາກາດ ເຊິ່ງພາຍໃນ 5 ນາທີ ອຸນຫະພູມຈະສູງຂື້ນຈົນຮອດອຸນຫະພູມທີ່ສາມາດລຸກຕິດໄຟໄດ້ດ້ວຍໂຕເອງ (Auto-Ignition Temperature). ທາດ Self-heating ທີ່ເກີດຄວາມຮ້ອນຈາກການທີ່ໂຕທາດເອງເຮັດປະຕິກິລິຍາກັບອົກຊີແຊນໃນອາກາດທີ່ອຸນຫະພູມອ້ອມໂຕ ຄວາມຮ້ອນທີ່ເກີດຂື້ນບໍ່ສາມາດລະບາຍອອກໄປໄດ້ທັນ ແລະ ສະສົມຢ່າງຕໍ່ເນື່ອງຢູ່ພາຍໃນ ຈົນເຮັດໃຫ້ອຸນຫະພູມສູງຂື້ນຮອດອຸນຫະພູມທີ່ສາມາດລຸກຕິດໄຟໄດ້ດ້ວຍໂຕເອງ (Auto-Ignition Temperature) ທາດເຫຼົ່ານີ້ຈະລຸກໄໝ້ໄດ້ເມື່ອມີຂະໜາດໃຫຍ່ (ຫຼາຍກິໂລກຮາມ) ແລະ ອົບຢູ່ເປັນເວລາດົນນານ (ຫຼາຍຊົ່ວໂມງ ຫຼື ຫຼາຍມື້).            9. ປະເພດ 4.3 ທາດເຄມີທີ່ສຳຜັດກັບນ້ຳ ຫຼື ຄວາມຊຸ່ມໃນອາກາດ ແລ້ວເກີດທາດອາຍໄວໄຟ (Substances which in contact with water emit flammable gases) ໝາຍເຖິງ ທາດທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (UN-Recommendation on the Transport of Dangerous Goods) ພາກທີ 2.4: Class 4: Division 4.3 – substances which in contact with water emit flammable gases ເຊິ່ງເມື່ອສຳຜັດກັບນ້ຳ ຫຼື ຄວາມຊຸ່ມໃນອາກາດ ສາມາດໃຫ້ທາດອາຍໄວໄຟເປັນສ່ວນປະສົມຂອງອາກາດໃນລະດັບຄວາມເຂັ້ມຂຸ້ນທີ່ສາມາດລະເບີດເປັນອັນຕະລາຍຕໍ່ມະນຸດ ແລະ ສິ່ງແວດລ້ອມໄດ້.            10. ປະເພດ 5.1A, 5.1B, 5.1C ທາດອອກຊິໄດ (Oxidizing substances) ໝາຍເຖິງ ທາດທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (UN-Recommendation on the Transport of Dangerous Goods) ພາກທີ 2.5: Class 5: Division 5.1 – substances which in contact with water emit flammable gases ເປັນທາດທີ່ຕົວເອງບໍ່ຈຳເປັນຕ້ອງຕິດໄຟ ໂດຍທົ່ວໄປປ່ອຍອົກຊີແຊນ ຊື່ງເປັນສາເຫດທີ່ເຮັດໃຫ້ເກີດການລຸກໄໝ້ຂອງທາດເຄມີ ຫຼື ວັດຖຸອື່ນໆ ທາດປະເພດນີ້ບາງຊະນິດອາດຈະລວມຢູ່ເປັນສ່ວນໜື່ງຂອງທາດປະສົມອື່ນໄດ້. ປະເພດ 5.1A ເປັນທາດອອກຊິໄດ ທີ່ມີຄວາມໄວຫຼາຍການເຮັດປະຕິກິລິຍາ ເຊັ່ນ: Barium Chlorate, Barium perchlorate, Barium Peroxide… ປະເພດ 5.1B ເປັນທາດອອກຊິໄດ ທີ່ມີຄວາມໄວປານກາງໃນການເຮັດປະຕິກິລິຍາ ເຊັ່ນ: Aluminum Nitrate, Barium Nitrate…. ປະເພດ 5.1C ຄືທາດ Ammonium Nitrate ແລະ ທາດປະສົມທີ່ມີ Ammonium Nitrate ເປັນສ່ວນປະກອບ            11. ປະເພດ 5.2 ທາດເປີອອກໄຊດ໌ອົງຄະທາດ (Organic peroxides) ໝາຍເຖິງ: ທາດທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (UN-Recommendation on the Transport of dangerous Goods) ພາກທີ 2.5: Class 5: Division 5.2 – Organic peroxides ທາດອົງຄະທາດທີ່ມີໂຄງສ້າງອົກຊີແຊນສອງອາໂຕມ ດັ່ງນີ້: -O-O (ເປີອອກໄຊດ໌) ຊື່ງອາດຈະຖືໄດ້ວ່າເປັນທາດທີ່ມີອະນຸພັນຂອງໄຮໂດຮເຈນເປີອອກໄຊດ໌ ໂດຍອາໂຕມຂອງໄຮໂດຣເຈນນີ້ຖືກແທນທີ່ດ້ວຍອະນຸມູນອົງຄະທາດ 1 ຫຼື 2 ໂຕ ທາດປະສົມທີ່ມີທາດເປີອອກໄຊດ໌ອົງຄະທາດຫຼາຍກວ່າ ຫຼື ເທົ່າກັບ 5 ສ່ວນຮ້ອຍຂື້ນໄປ            12. ປະເພດ 6.1A ແລະ 6.1B ທາດພິດ (Toxic Substances) ໝາຍເຖິງ ວັດຖຸທີ່ອາດຈະເຮັດໃຫ້ເສຍຊີວິດ ຫຼື ເຮັດໃຫ້ເກີດການເຈັບປ່ວຍຢ່າງຮ້າຍແຮງແບບທັນທີ ຫຼື ຊຳເຮື້ອເມື່ອເຂົ້າສູ່ຮ່າງກາຍໂດຍການສຳຜັດຜິວໜັງ ຫຼື ຫາຍໃຈ ຫຼື ກິນເຂົ້າໄປ. ປະເພດ 6.1A ຄື ທາດຕິດໄຟທີ່ມີຄຸນສົມບັດຄວາມເປັນພິດ (Combustible toxic substances) ໄດ້ແກ່ ທາດແຫຼວໄວໄຟທີ່ປະສົມເຂົ້າກັບນ້ຳໄດ້ ມີຈຸດວາບໄຟສູງກວ່າ 60 ຮອດ 93 ອົງສາເຊ (ທົດສອບແບບຖ້ວຍປິດ Closed cup) ທາດແຫຼວຕິດໄຟທີ່ບໍ່ສາມາດປະສົມເຂົ້າກັບນ້ຳໄດ້ ມີຈຸດວາບໄຟສູງກວ່າ 93 ອົງສາເຊ (ທົດສອບແບບຖ້ວຍປິດ Closed cup) ທາດແຂງຕິດໄຟທີ່ບໍ່ຢູ່ໃນກຸ່ມ 4.1B ປະເພດ 6.1B ຄື ທາດບໍ່ຕິດໄຟທີ່ມີຄຸນສົມບັດຄວາມເປັນພິດ (Non-Combustible toxic substances) ໄດ້ແກ່: ທາດແຫຼວບໍ່ຕິດໄຟ ແລະ ທາດແຂງບໍ່ຕິດໄຟ            13. ປະເພດ 6.2 ທາດຕິດເຊື້ອ (Infectious Substances) ໝາຍເຖິງ ທາດທີ່ເປັນຈຸລິນຊີ ຫຼື ມີຈຸລິນຊີເປັນສ່ວນປະກອບ ຫຼື ພະຍາດ ທີ່ເປັນສາເຫດການເກີດພະຍາດໃນມະນຸດ ແລະ ສັດ ຈຸລິນຊີເຫຼົ່ານີ້ໄດ້ແກ່: Bacteria, virus, rickettsia, ເຊື້ອຮາ ລວມໄປຮອດຈຸລິນຊີທີ່ໄດ້ຮັບການປ່ຽນແປງທາງກຳມະພັນ.            14. ປະເພດ 7 ທາດກຳມັນຕະພາບລັງສີ (Radioactive Substances) ໝາຍເຖິງ ທາດ ຫຼື ທາດປະກອບໃດໆທີ່ມີອົງປະກອບສ່ວນໜື່ງມີໂຄງສ້າງພາຍໃນອາໂຕມທີ່ຍັງບໍ່ຄົງໂຕ ແລະ ສະຫຼາຍໂຕໂດຍປົດປ່ອຍລັງສີອອກມາ.            15. ປະເພດ 8A ແລະ 8B ທາດກັດຫ້ຽນ (Corrosive Substances) ໝາຍເຖິງ ທາດຊື່ງໂດຍປະຕິກິລິຍາເຄມີ ຈະເປັນສາເຫດໃຫ້ເກີດຄວາມເສຍຫາຍຢ່າງຮ້າຍແຮງເມື່ອສຳຜັດກັບເນື້ອເຍື່ອຂອງສິ່ງມີຊີວິດ ຫຼື ໃນກໍລະນີເກີດການຮົ່ວໄຫຼຈະເກີດການເສຍຫາຍຕໍ່ວັດສະດຸ ຫຼື ພາຫະນະທີ່ໃຊ້ຂົນສົ່ງ ທາດພວກນີ້ອາດຈະເຮັດອັນຕະລາຍຢ່າງອື່ນໄດ້ອີກ ປະເພດ 8A ຄື ທາດຕິດໄຟທີ່ມີຄຸນສົມບັດກັດຫ້ຽນ (Combustible corrosive substances) ໄດ້ແກ່ ທາດແຫຼວໄວໄຟທີ່ປະສົມເຂົ້າກັບນ້ຳໄດ້ ມີຈຸດວາບໄຟສູງກວ່າ 30 ຮອດ 93 ອົງສາເຊ (ທົດສອບແບບຖ້ວຍປິດ Closed cup) ທາດແຫຼວຕິດໄຟທີ່ບໍ່ສາມາດເຂົ້າກັບນ້ຳໄດ້ ຈຸດວາຍໄຟສູງກວ່າ 93 ອົງສາເຊ (ທົດສອບແບບຖ້ວຍປິດ Closed cup) ທາດແຂງຕິດໄຟທີ່ບໍ່ຢູ່ໃນກຸ່ມ 4.1B ປະເພດ 8B ຄື ທາດບໍ່ຕິດໄຟທີ່ມີຄຸນສົມບັດກັດຫ້ຽນ (Non-Combustible corrosive substances) ໄດ້ແກ່ ທາດແຫຼວບໍ່ຕິດໄຟ ແລະ ທາດແຂງບໍ່ຕິດໄຟ            15. ປະເພດ 9 ວັດຖຸອັນຕະລາຍປະເພດອື່ນໆ ໝາຍເຖິງ ທາດ ຫຼື ສິ່ງຂອງທີ່ໃນຂະນະຂົນສົ່ງເປັນທາດອັນຕະລາຍເຊື່ງບໍ່ຈັດຢູ່ໃນປະເພດທີ 1 ເຖິງປະເພດທີ 8 ຕົວຢ່າງເຊັ່ນ: ຝຸ່ນແອມໂມນຽມໄນເຕດ ເປັນຕົ້ນ ລວມທັງທາດທີ່ຕ້ອງຄວບຄຸມໃຫ້ມີອຸນຫະພູມບໍ່ຕ່ຳກວ່າ 100 ອົງສາເຊໃນສະພາບທາດແຫຼວ ຫຼື ມີອຸນຫະພູມບໍ່ຕ່ຳກວ່າ 240 ອົງສາເຊ ໃນສະພາບທາດແຂງໃນລະຫວ່າງການຂົນສົ່ງ ໂດຍຈະບໍ່ຖືກເອົາມາພິຈາລະນາໃນການເກັບຮັກສາ            16. ປະເພດ 10 ທາດແຫຼວຕິດໄຟ (Combustible liquid) ໝາຍເຖິງ ທາດແຫຼວຕິດໄຟທີ່ບໍ່ຢູ່ໃນກຸ່ມ 3A ແລະ 3B            17. ປະເພດ 11 ທາດແຂງຕິດໄຟ (Combustible Solids) ໝາຍເຖິງ ທາດແຂງຕິດໄຟທີ່ບໍ່ຢູ່ໃນກຸ່ມ 4.1B            18. ປະເພດ 12 ທາດແຫຼວບໍ່ຕິດໄຟ (ືNon-Combustible liquids) ໝາຍເຖິງ ທາດແຫຼວທີ່ບໍ່ຕິດໄຟ            19. ປະເພດ 13 ທາດແຂງບໍ່ຕິດໄຟ (Non-Combustible liquids) ໝາຍເຖິງ ທາດແຂງທີ່ບໍ່ຕິດໄຟ ດາວໂຫລດເອກະສານອ້າງອິງ ມາດຕະຖານການເກັບຮັກສາສານເຄມີອັນຕະລາຍ (ພາສາໄທ) download UN-Recommendations on the Transport of dangerous goods 22nd edition (2021) Volume I download

Continue Reading