ການກຳຈັດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຫຼື ສິ່ງເສດເຫຼືອອື່ນ (D1-D15) ການກຳຈັດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຫຼື ສິ່ງເສດເຫຼືອອື່ນມີ 15 ວິທີດັ່ງນີ້: D1 ການຝັງກົບ ຫຼື ການຖີ້ມໃນສະໜາມຂີ້ເຫຍື້ອສະເພາະ; ໝາຍເຖິງ ການຝັງກົບ ຫຼື ການຖີ້ມໃນສະໜາມຂີ້ເຫຍື້ອສະເພາະ D2 ການບຳບັດທີ່ດິນ ດ້ວຍວິທີການຍ່ອຍສະຫຼາຍທາງຊີວະພາບ ຂອງ ທາດແຫຼວ ຫຼື ຕະກອນຂີ້ຕົມຊິ່ງເປັນທາດແຂງ; ໝາຍເຖິງກິດຈະກຳການກຳຈັດສິ່ງເສດເຫຼືອເທິງໜ້າດິນ ເຊິ່ງບໍ່ກໍ່ໃຫ້ເກີດປະໂຫຍດຕໍ່ການກະສິກຳ ຫຼື ການປັງປຸງລະບົບນິເວດອື່ນໆ ການກຳຈັດກາກຕະກອນ ແລະ ສິ່ງເສດເຫຼືອທີ່ເປັນທາດແຫຼວທີ່ບໍ່ເປັນອັນຕະລາຍ ເຊັ່ນ: ການກຳຈັດກາກຕະກອນຈາກການອະນາໄມທໍ່ D3 ການເຈາະຮູສີດລົງພື້ນດິນເລີກ ເຊັ່ນ: ການສີດດ້ວຍປ້ຳລົງສູ່ບໍ່ເກືອທີ່ເກີດຕາມທຳມະຊາດເປັນຕົ້ນ; ໝາຍເຖິງ ການສີດສິ່ງເສດເຫຼືອເຂົ້າໄປໃນຮູທຳມະຊາດ ແລະ ທຽມ ເຊັ່ນ: ບໍ່ເກືອ, ເຫວ, ເຫມືອງ) ຫຼື ສີດເຂົ້າໄປໃນຫິນທີ່ມີຮູ D4 ການເກັບກັກໄວ້ເທິງໜ້າດິນ ເຊັ່ນ: ການເກັບກັກທາດແຫຼວ ຫຼື ຕະກອນຂີ້ຕົມໃນໜອງບຶງ ຫຼື ອ່າງເກັບນ້ຳ ຫຼື ທະເລສາບເປັນຕົ້ນ; ໝາຍເຖິງ ການສະສົມສິ່ງເສດເຫຼືອໃນໜອງບຶງ ຫຼື ອ່າງເກັບນ້ຳ ຫຼື ທະເລສາບເຊິ່ງເປັນແຫຼ່ງທຳມະຊາດ ເຊິ່ງເປັນວິທີການຫຼັກໃນການຈັດການຫາງແຮ່ຈາກການຂຸດຄົ້ນບໍ່ແຮ່ D5 ການຝັງກົບດ້ວຍວິທີພິເສດທາງວິສະວະກຳ ເຊັ່ນ: ການເກັບກັກໄວ້ໃນຕາມຫຼືບຫວ່າງດິນ ຊຶ່ງບາງສ່ວນກໍ່ຖືກປິດ ຫຼື ຢູ່ແຍກຈາກສິ່ງແວດລ້ອມ; ໝາຍເຖິງ ການຝັງກົບດ້ວຍວິທີພິເສດທາງວິສະວະກຳ ເຊັ່ນ: ການເກັບກັກໄວ້ໃນຕາມຫຼືບຫວ່າງດິນ ຊື່ງບາງສ່ວນກໍ່ຖືກປິດ ຫຼື ຢູ່ແຍກຈາກສິ່ງແວດລ້ອມ ການກຳຈັດແບບ D5 ມີ 3 ວິທີຄື: ຂຸມຝັງກົບແບບອອກແບບພິເສດສຳລັບ ສິ່ງເສດເຫຼືອບໍ່ເປັນພິດອັນຕະລາຍ ຂຸມຝັງກົບແບບອອກແບບພິເສດສຳລັບ ສິ່ງເສດເຫຼືອເປັນພິດອັນຕະລາຍ ຂຸມຝັງກົບແບບອອກແບບພິເສດສຳລັບ ສິ່ງເສດເຫຼືອທີ່ຍ່ອຍສະຫຼາຍບໍ່ໄດ້ (Inert waste) D6 ການປ່ອຍລົງສູ່ພື້ນທີ່ມີນ້ຳ ຍົກເວັ້ນທະເລ/ ມະຫາສະມຸດ; ໝາຍເຖິງ ການກຳຈັດສິ່ງເສດເຫຼືອບໍ່ເປັນພິດອັນຕະລາຍ ແລະ ຕະກອນທີ່ບໍ່ເປັນພິດອັນຕະລາຍອື່ນໆ ໃນນ້ຳໜ້າດິນ ລວມເຖິງພື້ນນ້ຳ ແລະ ດິນໃຕ້ນ້ຳ D7 ການປ່ອຍລົງສູ່ທະເລ/ ມະຫາສະມຸດ ລວມທັງການຖີ້ມລົງພື້ນທະເລ; ໝາຍເຖິງ ການກຳຈັດສິ່ງເສດເຫຼືອໃນທະເລ ຕາມອະນຸສັນຍາ OSPAR ເຊັ່ນ: ວັດສະດຸທີ່ຍ່ອຍສະຫຼາຍບໍ່ໄດ້ຈາກແຫຼ່ງທຳມະຊາດ) D8 ການບຳບັດທາງຊີວະພາບ ທີ່ພາໃຫ້ເກີດສ່ວນປະກອບສານສຸດທ້າຍ ຫຼື ສານປະສົມ ທີ່ຈະຕ້ອງຖືກກຳຈັດ ດ້ວຍວິທີການໃດໜື່ງ ຈາກຂໍ້ D1-D7 ໝາຍເຖິງ ການບຳບັດສິ່ງເສດເຫຼືອທີ່ໃຊ້ຂະບວນການທາງຊີວະພາບແບບແອໂລບິກ ຫຼື ແບບບໍ່ໃຊ້ອົກຊີແຊນເພື່ອກຽມເອົາສິ່ງເສດເຫຼືອໄປກຳຈັດພາຍຫຼັງ ເຊັ່ນ: ການຫຼຸດປະລິມານສ່ວນປະກອບທີ່ຍ່ອຍສະຫຼາຍໄດ້ທາງຊີວະພາບ ຫຼື ໂດຍການຍ່ອຍສະຫຼາຍສານມົນລະພິດອົງຄະທາດ ເຊິ່ງລວມເຖິງການບຳບັດຂີ້ເຫຍື້ອຈາກຊຸມຊົນດ້ວຍວິທີທາງຊີວະພາບສຳລັບດິນ, ຕະກອນ ຫຼື ສິ່ງເສດເຫຼືອຈາກແຮ່ທີ່ປົນເປື້ອນ. D9 ການບຳບັດທາງຟີຊິກ-ເຄມີ ທີ່ພາໃຫ້ເກີດສ່ວນປະກອບສານສຸດທ້າຍ ຫຼື ສານປະສົມ ທີ່ຈະຕ້ອງຖືກກຳຈັດ ດ້ວຍວິທີການ ໄດ້ແກ່ການລະເຫີຍ, ການເຮັດໃຫ້ແຫ້ງ, ການປະສົມດ້ວຍປູນ, ການເຮັດໃຫ້ເປັນກາງ, ການຕົກຕະກອນເປັນຕົ້ນ ແລະ ອື່ນໆ; ໝາຍເຖິງ ການບຳບັດຂັ້ນຕົ້ນຂອງສິ່ງເສດເຫຼືອອັນຕະລາຍປະເພດທາດແຫຼວ ແລະ ຕະກອນເປັນຫຼັກ ໂດຍຂະບວນການທາງເຄມີ, ຄວາມຮ້ອນ ແລະ ວິທີທາງກາຍຍະພາບ ເພື່ອໃຫ້ໄດ້ສິ່ງເສດເຫຼືອທີ່ສາມາດກຳຈັດໄດ້ ໂດຍທົ່ວໄປການບຳບັດທາງເຄມີ-ກາຍຍະພາບຈະໃຊ້ກັບ emulsions, ນ້ຳມັນ/ນ້ຳ ທາດອົງຄະທາດ ແລະ ອະນົງຄະທາດໃນນ້ຳທີ່ເປັນກາງ (ນ້ຳເປື້ອນຈາກການຜະລິດ, ນ້ຳຊະຂີ້ເຫຍື້ອ ແລະ ອື່ນໆ) ໄຊຍາໄນ, ກົດ ແລະ ດ່າງ. ຂັ້ນຕອນການບຳບັດໂດຍທົ່ວໄປຄືການກຳຈັດທາດພິດ (Oxidation/reduction), ການຕົກຕະກອນ, ການເຮັດໃຫ້ເປັນກາງ, ການແຍກ emulsions, immobilisation, electrolysis ແລະ osmosis. D10 ການຈູດເທິງໜ້າດິນ; ໝາຍເຖິງ ການເຜົາສິ່ງເສດເຫຼືອ ໂດຍຈຸດປະສົງຫຼັກຂອງການເຜົາຄືການບຳບັດສິ່ງເສດເຫຼືອດ້ວຍຄວາມຮ້ອນ ເພື່ອຫຼຸດປະລິມານ ແລະ ຄວາມເປັນພິດອັນຕະລາຍຂອງສິ່ງເສດເຫຼືອ ແລະ ເພື່ອໃຫ້ໄດ້ມາເຊິ່ງຜະລິດຕະພັນທີ່ສາມາດນຳໄປກຳຈັດໄດ້ ເຊັ່ນ: ເຕົາເຜົາສິ່ງເສດເຫຼືອຊຸມຊົນ, ໂຮງເຜົາສິ່ງເສດເຫຼືອເປັນພິດອັນຕະລາຍ, ໂຮງເຜົາຕະກອນນ້ຳເປື້ອນ, ໂຮງເຜົາສິ່ງເສດເຫຼືອຈາກການບໍລິການສາທາລະນະສຸກ ລວມເຖິງການເຜົາສິ່ງເສດເຫຼືອໃນເຕົາເຜົາຮ່ວມ ເຊິ່ງສິ່ງເສດເຫຼືອຕ້ອງຜ່ານການບຳບັດດ້ວຍຄວາມຮ້ອນແທນທີ່ຈະໃຊ້ເປັນເຊື້ອໄຟ ການກຳຈັດແບບ D10 ມີ 2 ວິທີຄື: ການເຜົາສິ່ງເສດເຫຼືອບໍ່ເປັນພິດອັນຕະລາຍ ການເຜົາສິ່ງເສດເຫຼືອເປັນພິດອັນຕະລາຍ D11 ການເຜົາໃນທະເລ; ການດຳເນີນການນີ້ເປັນສິ່ງຕ້ອງຫ້າມ ຕາມກົດໝາຍຂອງສະຫະພາບເອີລົບ ແລະ ອະນຸສັນຍາລະຫວ່າງປະເທດ D12 ການເກັບກັກແບບຖາວອນ ເຊັ່ນ: ການບັນຈຸໃນພາຊະນະເກັບໄວ້ໃນສະຖານທີ່ເໝາະສົມ; ໝາຍເຖິງ ການຝັງກົບສຳລັບຈັດເກັບໃຕ້ດິນອັນກວ່າງໃຫຍ່ D13 ການປັບສະຖານະພາບສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ດ້ວຍສານເຄມີ ກ່ອນທີ່ຈະດຳເນີນການກຳຈັດ ຕ້ອງປະຕິບັດຕາມວິທີການໃດໜື່ງ ຈາກຂໍ້ D1-D12; ໝາຍເຖິງ ການກະກຽມສິ່ງເສດເຫຼືອກ່ອນໄປກຳຈັດດ້ວຍວິທີການໃດໜື່ງຈາກຂໍ້ D1-D12 ໂດຍມີວັດຖຸປະສົງເພື່ອປັບສະຖານະພາບ ຫຼື ບັນຈຸສິ່ງເສດເຫຼືອເພື່ອການຂົນສົ່ງ ແລະ ການດຳເນີນການຂັ້ນພື້ນຖານກ່ອນການກຳຈັດ ລວມເຖິງ: ການຄັດແຍກ, ການບົດ ແລະ ທຳລາຍສິ່ງເສດເຫຼືອເພື່ອຫຼຸດປະລິມານສິ່ງເສດເຫຼືອທີ່ຕ້ອງຂົນສົ່ງ ແລະ ຝັງກົບ, ການປະສົມ, ການປັບສະຖານະພາບສິ່ງເສດເຫຼືອ (ການປະສົມສິ່ງເສດເຫຼືອທີ່ຄ້າຍຄຽງກັນຈາກແຫຼ່ງກຳເນີດສິ່ງເສດເຫຼືອທີ່ຕ່າງກັນ) ການເຮັດໃຫ້ເປັນເນື້ອດຽວກັນ, ການປັບສະພາບ ແລະ ເຮັດກ້ອນແຂງ. D14 ການຫຸ້ມຫໍ່ພາຊະນະບັນຈຸກ່ອນການຂົນສົ່ງ ໄປດຳເນີນການກຳຈັດ ຕ້ອງມີການພິມເຄື່ອງໝາຍອັນຕະລາຍ ຢູ່ເທິງພາຊະນະບັນຈຸ ສະຫຼາກ ຫຼື ເຄື່ອງໝາຍດັ່ງກ່າວ ຕ້ອງແໜ້ນໜາທົນທານກັບການຮຸກຖູດ້ວຍວິທີການໃດໜື່ງ ຈາກຂໍ້ D1-D12; ໝາຍເຖິງ ກິດຈະກຳການກະກຽມສິ່ງເສດເຫຼືອທີ່ມີຈຸດປະສົງຄືການປັບສະພາບ ແລະ ການບັນຈຸສິ່ງເສດເຫຼືອ ເພື່ອການຂົນສົ່ງ ແລະ ບຳບັດໃນພາຍຫຼັງ D15 ການເກັບກັກສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຕ້ອງເກັບມ້ຽນໄວ້ໃນສາງທີ່ໄດ້ມາດຕະຖານ, ໃສ່ພາຊະນະບັນຈຸສະເພາະ, ຈຳນວນທີ່ເກັບຮັກສາຕ້ອງຖືກຕ້ອງຕາມມາດຕະຖານຄວາມປອດໄພ, ຕ້ອງມີພະນັກງານທີ່ມີຄວາມຮູ້ເພື່ອຄຸ້ມຄອງ ແລະ ຕ້ອງກວດກາຕາມເວລາທີ່ກຳນົດໄວ້ດ້ວຍວິທີການໃດໜື່ງຈາກຂໍ້ D1-D12; ໝາຍເຖິງ ການຈັດເກັບຊົ່ວຄາວກ່ອນນຳໄປບຳບັດດ້ວຍວິທີການໃດໜື່ງຈາກຂໍ້ D1-D12