ຂໍ້ມູນວິຊາການ

ມາດຕະຖານຄວບຄຸມມົນລະພິດທາງນ້ຳຈາກສຳນັກງານ, ຫ້ອງການ ມາດຕະຖານຄວບຄຸມມົນລະພິດທາງນ້ຳ ແມ່ນຄ່າກຳນົດລະດັບຄວາມເຂັ້ມຂຸ້ນສູງສຸດຂອງທາດເຄມີ ແລະ ສິ່ງເຈືອປົນໃນນ້ຳເປື້ອນ ທີ່ຜ່ານຂະບວນການບຳບັດ ແລະ ການເຈືອຈາງ (Dilution) ອອກສູ່ແຫຼ່ງນ້ຳສາທາລະນະ ຫຼື ແຫຼ່ງນ້ຳທຳມະຊາດ ແລະ ເພື່ອຮັບປະກັນບໍ່ເຮັດໃຫ້ເກີດອັນຕະລາຍ ແລະ ສົ່ງຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ ຕາມຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ສະບັບເລກທີ 0832/ກຊສ, ລົງວັນທີ 7 ກຸມພາ 2017. ໂດຍມາດຕະຖານຄວບຄຸມມົນລະພິດທາງນ້ຳຈາກສຳນັກງານ, ຫ້ອງການ ຈະຂື້ນກັບຂະໜາດຂອງອາຄານໂດຍແບ່ງອອກເປັນ 3 ຂະໜາດດັ່ງນີ້ A: ສຳັນກງານ, ຫ້ອງການທີ່ມີເນື້ອທີ່ 55,000 ຕາລາງແມັດ ຫຼື ຫຼາຍກວ່າ B: ສຳັນກງານ, ຫ້ອງການທີ່ມີເນື້ອທີ່ 10,000 ຕາລາງແມັດ ແຕ່ບໍ່ເກີນ 55,000 ຕາລາງແມັດ  C: ສຳັນກງານ, ຫ້ອງການທີ່ມີເນື້ອທີ່ 5,000 ຕາລາງແມັດ ແຕ່ບໍ່ເກີນ 10,000 ຕາລາງແມັດ  A ≥ 55,000 m² B : 10,000 m² – 55,000 m² C : 5,000 m² – 10,000 m² A ≥ 55,000 m² ລຳດັບ ໂຕວັດແທກ ສັນຍາລັກ ຄ່າມາດຕະຖານ ຫົວໜ່ວຍ ວິທີວິເຄາະ 1 ຄ່າຄວາມເປັນກົດ-ດ່າງpotential of Hydrogen pH 5.5 – 8.5 – pH Meter 2 ບີໂອດີBiological Oxygen Demand 5 Days BOD5 20 mg/L Azide Modification at 20°C, 5 days 3 ທາດແຂງແຂວນລອຍ Total Suspended Solid TSS 30 mg/L Glass Fiber Filter Disc 4 ຕະກອນຈົມ Sediment Solid SS 0.5 mg/L Imhoff Cone 1,000 cm³, 1 Hour 5 ທາດແຂງລະລາຍໃນນ້ຳ Total Dissolved Solid TDS 500 mg/L Dry Evaporation 103-105 °C, 1 Hour 6 ຊັລໄຟດ໌ Sulfide S² 1.0 mg/L Titration 7 ໄນໂຕຣເຈນ Nitrogen TKN 35 mg/L Kjeldahor colormetric 8 ໄຂມັນ ແລະ ນ້ຳມັນ Fat, Oil and Grease FOG 20 mg/L Solvent Extraction By Weight B : 10,000 m² – 55,000 m² ລຳດັບ ໂຕວັດແທກ ສັນຍາລັກ ຄ່າມາດຕະຖານ ຫົວໜ່ວຍ ວິທີວິເຄາະ 1 ຄ່າຄວາມເປັນກົດ-ດ່າງpotential of Hydrogen pH 5.5 – 8.5 – pH Meter 2 ບີໂອດີBiological Oxygen Demand 5 Days BOD5 30 mg/L Azide Modification at 20°C, 5 days 3 ທາດແຂງແຂວນລອຍ Total Suspended Solid TSS 40 mg/L Glass Fiber Filter Disc 4 ຕະກອນຈົມ Sediment Solid SS 0.5 mg/L Imhoff Cone 1,000 cm³, 1 Hour 5 ທາດແຂງລະລາຍໃນນ້ຳ Total Dissolved Solid TDS 500 mg/L Dry Evaporation 103-105 °C, 1 Hour 6 ຊັລໄຟດ໌ Sulfide S² 1.0 mg/L Titration 7 ໄນໂຕຣເຈນ Nitrogen TKN 35 mg/L Kjeldahor colormetric 8 ໄຂມັນ ແລະ ນ້ຳມັນ Fat, Oil and Grease FOG 20 mg/L Solvent Extraction By Weight C : 5,000 m² – 10,000 m² ລຳດັບ ໂຕວັດແທກ ສັນຍາລັກ ຄ່າມາດຕະຖານ ຫົວໜ່ວຍ ວິທີວິເຄາະ 1 ຄ່າຄວາມເປັນກົດ-ດ່າງpotential of Hydrogen pH 5.5 – 8.5 – pH Meter 2 ບີໂອດີBiological Oxygen Demand 5 Days BOD5 40 mg/L Azide Modification at 20°C, 5 days 3 ທາດແຂງແຂວນລອຍ Total Suspended Solid TSS 50 mg/L Glass Fiber Filter Disc 4 ຕະກອນຈົມ Sediment Solid SS 0.5 mg/L Imhoff Cone 1,000 cm³, 1 Hour 5 ທາດແຂງລະລາຍໃນນ້ຳ Total Dissolved Solid TDS 500 mg/L Dry Evaporation 103-105 °C, 1 Hour 6 ຊັລໄຟດ໌ Sulfide S² 3.0 mg/L Titration 7 ໄນໂຕຣເຈນ Nitrogen TKN 40 mg/L Kjeldahor colormetric 8 ໄຂມັນ ແລະ ນ້ຳມັນ Fat, Oil and Grease FOG 20 mg/L Solvent Extraction By Weight ອ້າງອີງຈາກ:           ຂໍ້ຕົກລົງ ວ່າດ້ວຍມາດຕະຖານສິ່ງແວດລ້ອມແຫ່ງຊາດ ເລກທີ 0832/ກຊສ download

Continue Reading  

ມາດຕະຖານຄວບຄຸມທາງນ້ຳຈາກໂຮງງານ ມາດຕະຖານຄວບຄຸມມົນລະພິດທາງນ້ຳ ແມ່ນຄ່າກຳນົດລະດັບຄວາມເຂັ້ມຂຸ້ນສູງສຸດຂອງທາດເຄມີ ແລະ ສິ່ງເຈືອປົນໃນນ້ຳເປື້ອນ ທີ່ຜ່ານຂະບວນການບຳບັດ ແລະ ການເຈືອຈາງ (Dilution) ອອກສູ່ແຫຼ່ງນ້ຳສາທາລະນະ ຫຼື ແຫຼ່ງນ້ຳທຳມະຊາດ ແລະ ເພື່ອຮັບປະກັນບໍ່ເຮັດໃຫ້ເກີດອັນຕະລາຍ ແລະ ສົ່ງຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ ຕາມຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ສະບັບເລກທີ 0832/ກຊສ, ລົງວັນທີ 7 ກຸມພາ 2017 ກຳນົດໄວ້ດັ່ງນີ້: ຕາຕະລາງທີ 14: ມາດຕະຖານຄວບຄຸມມົນລະພິດທາງນ້ຳ ຈາກໂຮງງານທົ່ວໄປ ຕາຕະລາງທີ 14.5: ມາດຕະຖານຄວບຄຸມມົນລະພິດທາງນ້ຳ ລົງສູ່ຮ່ອງນ້ຳສາທາລະນະ Table 14 Table 14.5 Table 14 ລຳດັບ ໂຕວັດແທກ ສັນຍາລັກ ຄ່າມາດຕະຖານທີ່ອະນຸຍາດໃຫ້ ຫົວໜ່ວຍ ວິທີວິເຄາະ 1 ຄ່າຄວາມເປັນກົດ-ດ່າງpotential of Hydrogen pH 6 – 8.5 – pH Meter 2 ທາດແຂງລະລາຍໃນນ້ຳTotal Dissolved Solid TDS ບໍ່ໃຫ້ເກີນ 2,500 mg/L ຂື້ນກັບ ປະເພດຂອງອຸດສາຫະກຳ ແລະ ແຫຼ່ງຮັບນ້ຳ ແຕ່ບໍ່ໃຫ້ເກີນ 5,000 mg/L mg/L Dry evaporation at temperature 103-105 °C, 1 hour 3 ທາດແຂງແຂວນລອຍ Total Suspended Solid TSS ບໍ່ໃຫ້ເກີນ 50 mg/L ຂື້ນກັບ ປະເພດຂອງອຸດສາຫະກຳ ແລະ ແຫຼ່ງຮັບນ້ຳ ແຕ່ບໍ່ໃຫ້ເກີນ 150 mg/L mg/L Glass Fiber Filter Disc 4 ອຸນຫະພູມ Temperature  t ບໍ່ໃຫ້ເກີນ 40 °C Temperature Meter  5 ສີ ແລະ ກິ່ນColor and Odor  – ຕ້ອງບໍ່ປະກົດ – General 6 ໄຮໂດຣເຈນຊັລໄຟດ໌Hydrogen Sulfide H2S ບໍ່ໃຫ້ເກີນ 1.0 mg/L Titration 7 ໄຊຍາໄນດ໌Cyanide CN- ບໍ່ໃຫ້ເກີນ 0.2 mg/L Distillation and Pyridine Barbituric Acid 8 ນ້ຳມັນ ແລະ ໄຂມັນFat, Oil and Grease FOG ບໍ່ໃຫ້ເກີນ 5.0 mg/L ຂື້ນກັບ ປະເພດຂອງອຸດສາຫະກຳ ແລະ ແຫຼ່ງຮັບນ້ຳ ແຕ່ບໍ່ໃຫ້ເກີນ 15.0 mg/L mg/L Solvent Extraction by Weight 9 ຟໍມານດີໄຮດ໌ Formaldehyde CH2O ບໍ່ໃຫ້ເກີນ 1.0 mg/L Spectrophotometry 10 ເຟໂນລPhenol  C6H5OH ບໍ່ໃຫ້ເກີນ 1.0 mg/L Distillation and Aminoantipyrine Method 4 11 ຄຼໍລີນChlorine Cl- ບໍ່ໃຫ້ເກີນ 1.0 mg/L Lodometric Method 12 ຢາປາບສັດຕູພືດPesticide – ຕ້ອງບໍ່ໃຫ້ມີ mg/L GC 13 ບີໂອດີBiological Oxygen Demand 5 Days BOD5 ບໍ່ໃຫ້ເກີນ 30 mg/L ຂື້ນກັບ ປະເພດຂອງອຸດສາຫະກຳ ແລະ ແຫຼ່ງຮັບນ້ຳ ແຕ່ບໍ່ໃຫ້ເກີນ 60 mg/L mg/L Azide Modification at 20°C, 5 days 14 ໄນໂຕຣເຈນລວມTotal Nitrogen TKN ບໍ່ໃຫ້ເກີນ 100 mg/L ຂື້ນກັບ ປະເພດຂອງອຸດສາຫະກຳ ແລະ ແຫຼ່ງຮັບນ້ຳ ແຕ່ບໍ່ໃຫ້ເກີນ 200 mg/L mg/L Kjeldahl 15 ຊີໂອດີ Chemical Oxygen Demand  COD ບໍ່ໃຫ້ເກີນ 120 mg/L ຂື້ນກັບ ປະເພດຂອງອຸດສາຫະກຳ ແລະ ແຫຼ່ງຮັບນ້ຳ ແຕ່ບໍ່ໃຫ້ເກີນ 400 mg/L mg/L Potassium Dichromate Digestion; Open Reflux or Closed Reflux 16 ສັງກະສີZinc Zn ບໍ່ໃຫ້ເກີນ 5.0 mg/L AA/AES; ICP 17 ໂຄມຽມ 6 Chromium Hexavalent Cr+6 ບໍ່ໃຫ້ເກີນ 0.25 mg/L AA/AES; ICP 18 ໂຄມຽມ 3Chromium Trivalent Cr+3 ບໍ່ໃຫ້ເກີນ 0.75 mg/L AA/AES; ICP 19 ທອງCopper  Cu ບໍ່ໃຫ້ເກີນ 2.0 mg/L AA/AES; ICP 20 ແຄັດມຽມ Cadmium  Cd ບໍ່ໃຫ້ເກີນ 0.03 mg/L AA/AES; ICP 21 ແບລຽມBarium Ba ບໍ່ໃຫ້ເກີນ 1.0 mg/L AA/AES; ICP 22 ຊືນLead Pb ບໍ່ໃຫ້ເກີນ 0.2 mg/L AA/AES; ICP 23 ນິແກລNickel Ni ບໍ່ໃຫ້ເກີນ 1.0 mg/L AA/AES; ICP 24 ແມັງການິສ Manganese Mn ບໍ່ໃຫ້ເກີນ 5.0 mg/L AA/AES; ICP 25 ອາເຊນິສArsenic  As ບໍ່ໃຫ້ເກີນ 0.25 mg/L AA-Hydride Generation or ICP 26 ເຊເລນຽມSelenium  Se ບໍ່ໃຫ້ເກີນ 0.02 mg/L AA-Hydride Generation or ICP 27 ບາຫຼອດMercury  Hg ບໍ່ໃຫ້ເກີນ 0.005 mg/L AA-Cold Vapour Techique Table 14.5 ລຳດັບ ໂຕວັດແທກ ສັນຍາລັກ ຄ່າມາດຕະຖານທີ່ອະນຸຍາດໃຫ້ ຫົວໜ່ວຍ ວິທີວິເຄາະ 1 ຄ່າຄວາມເປັນກົດ-ດ່າງpotential of Hydrogen pH 5.5 – 8.5 – pH Meter 2 ຄ່າການຊັກນຳໄຟຟ້າElectro-Conductivity Ec 2,000 µS/cm pH Meter 3 ທາດແຂງລະລາຍໃນນ້ຳTotal Dissolved Solid TDS 1,300 mg/L Dry evaporation at 103-105 °C, 1 hour 4 ບີໂອດີBiological Oxygen Demand 5 Days BOD5 30 mg/L Azide Modification at 20°C, 5 days 5 ທາດແຂງແຂວນລອຍ Total Suspended Solid  TSS 30 mg/L Glass Fiber Filter Disc 6 ເພີແມັງກາເນດPer-manganese MnO4 6.0 mg/L Titration 7 ໄຮໂດຣເຈນຊັລໄຟດ໌Hydrogen Sulfide H2S 1.0 mg/L Titration 8 ໄຊຍາໄນດ໌Cyanide CN- 0.2 mg/L Distillation and Pyridine Barbituric Acid 9 ໄຂມັນ ແລະ ນ້ຳມັນFat, Oil and Grease FOG 5.0 mg/L Solvent Extraction by Weight 10 ຟໍມານດີໄຮດ໌ Formaldehyde CH2O 1.0 mg/L Spectrophotometry 11 ເຟໂນລ ແລະ ຄຼີໂຊນPhenol and Cresol  C6H5OH 1.0 mg/L Distillation and Aminoantipyrine Method 4 12 ຄຼໍລີນຕົກຄ້າງResident Chlorine Cl- 1.0 mg/L Lodometric Method 13 ກຳມັນຕະພາບລັງສີ Radioactive – ຕ້ອງບໍ່ມີ mg/L General 14 ສີ ແລະ ກິ່ນColor and Odor – ບໍ່ສັງເກດເຫັນໄດ້ mg/L General 15 ນ້ຳມັນດິນTar – ຕ້ອງບໍ່ມີ mg/L General 16 ສັງກະສີZinc Zn 5.0 mg/L Atomic Absorption (AA) 17 ໂຄຼມຽມChromium Hexavalent Cr+6 0.3 mg/L Atomic Absorption (AA) 18 ອາເຊນິກArsenic As 0.25 mg/L Atomic Absorption (AA) 19 ທອງCopper  Cu 1.0 mg/L Atomic Absorption (AA) 20 ບາຫຼອດMercury Hg 0.005 mg/L Atomic Absorption (AA) 21 ແຄັດມຽມCadmium Cd 0.03 mg/L Atomic Absorption (AA) 22 ບາລຽມBarium Ba 1.0 mg/L Atomic Absorption (AA) 23 ເຊເລນຽມSelenium Se 0.02 mg/L Atomic Absorption (AA) 24 ຊືນ Lead Pb 0.1 mg/L Atomic Absorption (AA) 25 ນິແກລ Nickel  Ni 0.2 mg/L Atomic Absorption (AA) 26 ແມັງການິສManganese  Mn 0.5 mg/L Atomic Absorption (AA)             ອ້າງອີງຈາກ:           ຂໍ້ຕົກລົງ ວ່າດ້ວຍມາດຕະຖານສິ່ງແວດລ້ອມແຫ່ງຊາດ ເລກທີ 0832/ກຊສ download

Continue Reading  

ການບຳບັດນ້ຳເປື້ອນດ້ວຍວິທີທາງກາຍະພາບ ລະບົບບຳບັດທາງກາຍະພາບ ໝາຍເຖິງ ລະບົບບຳບັດທີ່ອາໄສການເຮັດວຽກຂອງການດັກ, ການກອງ, ການໃຊ້ແຮງດຶງດູດຂອງໂລກໃນການຕົກຕະກອນ, ການເຮັດໃຫ້ລອຍຕົວ ເປັນຕົ້ນ ລະບົບບຳບັດທາງກາຍະພາບມີວັດຖຸປະສົງເພື່ອດັກເສດອາຫານ, ເສດຂີ້ເຫຍື້ອຕ່າງໆ ທີ່ຕິດມາກັບນ້ຳເປື້ອນດ້ວຍການໃຊ້ຕາໜ່າງ: ເຮັດການຕົກຕະກອນທາດແຂວນລອຍ ເຊັ່ນ: ເສດອາຫານ, ທາດອົງຄະທາດອື່ນໆ ໂດຍໃຊ້ຖັງຕົກຕະກອນເບື້ອງຕົ້ນ ເພື່ອແຍກທາດທີ່ຕົກຕະກອນໄດ້ອອກຈາກລະບົບບຳບັດກ່ອນ ຫຼື ການໃຊ້ວິທີການລອຍຕົວດ້ວຍອາກາດ (Dissolved Air Flotation: DAF) ເພື່ອເສດເສັ້ນໃຍຈາກນ້ຳເປື້ອນໂຮງງານຍ້ອມຜ້າ ຫຼື ແຍກພວກໄຂມັນ ແລະ ນ້ຳມັນ ຈາກນ້ຳເປື້ອນໂຮງງານປາກະປ໋ອງ ເປັນຕົ້ນ ດັ່ງນັ້ນຈະພົບວ່າລະບົບບຳບັດນ້ຳເປື້ອນທາງກາຍະພາບສ່ວນໃຫຍ່ເປັນຂະບວນການບຳບັດນ້ຳເປື້ອນຂັ້ນຕົ້ນ (Primary Treatment Processes) ຫຼັກການເຮັດວຽກຂອງລະບົບບຳບັດນ້ຳເປື້ອນທາງກາຍະພາບ ລະບົບບຳບັດນ້ຳເປື້ອນທາງກາຍະພາບນິຍົມໃຊ້ເປັນຂະບວນການບຳບັດຂັ້ນຕົ້ນ (Primary Treatment ຫຼື Preliminary Treatment) ໂດຍມີວັດຖຸປະສົງທີ່ຈະຫຼຸດທາດອົງຄະທາດ ແລະ ທາດອະນົງຄະທາດທີ່ຕົກຕະກອນໄດ້ ທາດແຂວນລອຍ ທາດ ຫຼື ເສັ້ນໃຍທີ່ລອຍໂຕ ຫຼື ພວກໄຂມັນ ແລະ ນ້ຳມັນທີ່ຕິດມາກັບນ້ຳເປື້ອນ ລວມເຖິງລະບົບທີ່ເຮັດໜ້າທີ່ໃນການສູບຜ່ານໄປບຳບັດໃນຂະບວນການບຳບັດຂັ້ນຕໍ່ໄປ ຫຼັກການເຮັດວຽກໂດຍຫຍໍ້ມີດັ່ງນີ້: 1. ຕາໜ່າງ (Screen): ລັກສະນະເປັນໂລຫະອຽງ 45-60 ອົງສາ ກັບພື້ນຮ່ອງລະບາຍນ້ຳເປື້ອນ ເພື່ອດັກເສດຂີ້ເຫຍື້ອ, ເສດອາຫານ, ສານແຂວນລອຍທີ່ມີຂະໜາດໃຫຍ່ທີ່ຕິດມາກັບນ້ຳເປື້ອນ ນິຍົມເອົາໄວ້ດ້ານໜ້າຂອງອ່າງຮັບນ້ຳເປື້ອນ (Sump) ເພື່ອປ້ອງກັນວັດຖຸຂະໜາດໃຫຍ່ທີ່ອາດຈະຕິດມາກັບນ້ຳເປື້ອນ ທີ່ອາດຈະສ້າງຄວາມອັນຕະລາຍຕໍ່ເຄື່ອງສູບນ້ຳ (Pump) ໄດ້. 2. ເຄື່ອງຕັດຍ່ອຍ (Comminutor): ມີໜ້າທີ່ຕັດ ແລະ ຍ່ອຍທາດແຂວນລອຍຂະໜາດໃຫຍ່ໃຫ້ນ້ອຍລົງ ຈື່ງນິຍົມໃຊ້ຕໍ່ເນື່ອງກັບຕະໜ່າງ ເຊິ່ງເມື່ອທາດແຂວນລອຍຂະໜາດໃຫຍ່ຖືກຕັດ ແລະ ຍ່ອຍໃຫ້ນ້ອຍລົງ ຈະບໍ່ເປັນອັນຕະລາຍຕໍ່ການເຮັດວຽກຂອງໃບພັດຂອງເຄື່ອງສູບນ້ຳ. 3. ເຄື່ອງດັກຊາຍ (Grit Chamber): ມີໜ້າທີ່ດັກຊາຍໃຫ້ຕົກຕະກອນໃນຖັງນີ້ ໂດຍປ່ອຍໃຫ້ທາດອົງຄະທາດເຊິ່ງມີຄວາມໄວໃນການຕົກຕະກອນໜ້ອຍກວ່າໄຫຼຜ່ານຖັງນີ້ໄປ ເພື່ອໄປຕົກຕະກອນໃນຖັງຕົກຕະກອນເບື້ອງຕົ້ນຕໍ່ໄປ ການອອກແບບຖັງດັກຊາຍ ນິຍົມອອກແບບໄດ້ 2 ວິທີ ຄື: ຖັງດັກຊາຍແບບຕື່ມອາກາດ (Aerated Grit Chamber) ແລະ ຖັງດັກຊາຍແບບນ້ຳໄຫຼແນວຮາບພຽງ (Horizontal-Flow Grit Chamber). 4. ຖັງປັບສະເໝີ (Equalization Tank): ມີວັດຖຸປະສົງຫຼັກເພື່ອປັບອັດຕາການໄຫຼຂອງນ້ຳເປື້ອນທີ່ປ່ຽນແປງ ຫຼື ບໍ່ຄົງທີ່ໃຫ້ອອກຈາກຖັງໃນອັດຕາການໄຫຼທີ່ຄົງທີ່ ເພື່ອເຮັດໃຫ້ຂະບວນການໃນຂັ້ນຕອນຕໍ່ໄປ ເຊັ່ນ: ຖັງຕົກຕະກອນ ເບື້ອງຕົ້ນ ຫຼື ຖັງຕື່ມອາກາດເຮັດວຽກໄດ້ສະດວກ ແລະ ມີປະສິດທິພາບ ດັ່ງນັ້ນອົງປະກອບທີ່ສຳຄັນຫຼາຍທີ່ຂາດບໍ່ໄດ້ຂອງຖັງຄືຕ້ອງມີເຄື່ອງສູບນ້ຳອອກຈາກຖັງນຳ ໂດຍປັບອັດຕາການສູບນ້ຳອອກຈາກຖັງໃຫ້ຄົງທີ່ ກໍລະນີຖັງປັບສະເໝີທີ່ມີນ້ຳເປື້ອນທີ່ມີຄຸນສົມບັດນ້ຳເປື້ອນປ່ຽນແປງໄດ້ງ່າຍ ຄວນຫາເຄື່ອງກວນ ເພື່ອເຮັດໜ້າທີ່ກວນ ແລະ ປັບສະພາບນ້ຳໃນຖັງໃຫ້ມີຄຸນສົມບັດເທົ່າກັນນຳ ຖ້ານ້ຳເປື້ອນເປັນປະເພດທາດອົງຄະທາດ ຄວນມີເຄື່ອງຕື່ມອາກາດໃນຖັງເພື່ອເຮັດໜ້າທີ່ກວນນ້ຳ ແລະ ຕື່ມອາກາດລົງໃນຖັງເພື່ອປ້ອງກັນພາວະບໍ່ໃຊ້ອາກາດທີ່ອາດຈະເກີດຂື້ນໃນຖັງ ແລະ ເຮັດໃຫ້ເກີດກິ່ນເໝັນໄດ້. 5. ການລອຍໂຕດ້ວຍຟອງອາກາດ (Dissolved Air Flotation): ການບຳບັດນ້ຳເປື້ອນວິທີນີ້ເໝາະສຳລັບນ້ຳເປື້ອນຈາກໂຮງງານທີ່ມີໄຂມັນ, ນ້ຳມັນ ຫຼື ເສັ້ນໃຍທີ່ມີລັກສະນະເບົາ ໂດຍເອົານ້ຳເປື້ອນມາອັດດ້ວຍຟອງອາກາດ ແລ້ວປ່ອຍໃນຖັງເປີດທີ່ມີຄວາມດັນບັນຍາກາດຟອງອາກາດຈະຍູ້ທາດດັ່ງກ່າວໃຫ້ລອຍໂຕຂື້ນມາທີ່ໜ້ານ້ຳຂອງຖັງ ແລະ ສາມາດກວາດອອກໄດ້ໂດຍໃຊ້ເຄື່ອງກວດຕະກອນລອຍ (Skimmer).  6. ຖັງດັກໄຂມັນ ແລະ ນ້ຳມັນ (Grease & Oil trap): ມີລັກສະນະເປັນຖັງສີ່ຫຼ່ຽມມີແຜ່ນກັ້ນ (Baffle) ເພື່ອດັກໄຂມັນທີ່ລອຍໃນຖັງບໍ່ໃຫ້ໄປຕິດກັບນ້ຳເປື້ອນ ແລະ ສາມາດກັກໄຂມັນທີ່ຢູ່ເທິງໜ້ານ້ຳໄປບຳບັດໃນຂັ້ນຕໍ່ໄປໄດ້ ຖັງດັກໄຂມັນຊະນິດນີ້ເໝາະສຳລັບແຫຼ່ງກຳເນີດນ້ຳເປື້ອນຂະໜາດນ້ອຍ. 7. ຖັງຕົກຕະກອນ (Sedimentation Tank): ການຕົກຕະກອນເປັນການແຍກຕະກອນທາດແຂງທີ່ມີນ້ຳໜັກຫຼາຍນອກຈາກນ້ຳເປື້ອນ ໂດຍການເກັບກັກນ້ຳເປື້ອນໄວ້ໄລຍະໜື່ງໃນຖັງຕົກຕະກອນເພື່ອຫຼຸດຄວາມໄວໃນການໄຫຼຂອງນ້ຳເປື້ອນ ຖ້າຈົນຕະກອນຕ່າງໆຈົມລົງສູ່ກົ້ນຖັງ.

Continue Reading  

ບັນຊີປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ຂໍ້ຕົກລົງຂອງກະຊວງສາທາລະນະສຸກວ່າດ້ວຍບັນຊີປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ສະບັບເລກທີ 08/ກຊສ, ລົງວັນທີ 4 ມັງກອນ 2005 ກຳນົດປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ອອກເປັນ 3 ບັນຊີດັ່ງນີ້:  1. ບັນຊີປະເພດຢາເສບຕິດ ທີ່ເປັນຢາປົວພະຍາດ ຫຼື ວັດຖຸຜະລິດຢາ ບັນຊີປະເພດຢາເສບຕິດ ທີ່ເປັນຢາປົວພະຍາດ ຫຼື ວັດຖຸຜະລິດຢາ ມີທັງໝົດ 6 ລາຍການຄື: Codeine phosphate / phosphate de codelne.(Codein, Kodein, Methylmorphin, Methylmorfin ….) Fentanyl citrate / Citrate de Fentanyl.(Fentaz, Haldid, Hypnorm, Leptanal, pentanyl, Phentanyl ….) Morphine hydrochloride / Chlorhydrate de Morphine.(Hipsedan, Mortha, Sedol, Spasma ….) Opium, Raw or Powder or Tincture. Pethidine hydrochloride / Chlorhydrate de Pethidine.(Dolosal, Alodan, Demerol, Dispadal(ol), Dolantal(in,ol), Dolental) 2. ບັນຊີປະເພດວັດຖຸອອກລິດຕໍ່ຈິດ-ປະສາດທີ່ເປັນຢາປົວພະຍາດ ຫຼື ວັດຖຸດິບຜະລິດຢາ. ບັນຊີປະເພດວັດຖຸອອກລິດຕໍ່ຈິດ-ປະສາດທີ່ເປັນຢາປົວພະຍາດ ຫຼື ວັດຖຸດິບຜະລິດຢາ ມີທັງໝົດ 12 ລາຍການຄື: Barbital Sodlum / Barbital Sodique.(Barbitone Sodlum, Noctal, Veronal) Bromazepam / Bromazepam.(Lectopam, Lesotan, Lexatin, Lexomil ….) Chlordiazepoxide hydrochloride/hydrochlorate de Chlordiazepoxide.(Diazepebrum, Elenium, Librium, Napoton ….) Clonazepam / Clonazepam.(Aklonil, Clonotril, Clozepan, Ravotril, Rivotril) Clorazepate mono(di) potassium / Clorazepate mono(di) Potassique(Trans(x) ene, Tranxilium ….) Diazepam / Diazepam(Diapam, Faustan, Seduxen, Valium ….) Flunitrazepam/Flunitrazepam(Darkene, Fluni(mi)pam, Hypnodrom,….) Midazolam / Midazolam(Doricum, Dormicum, Hypnovel, Sorenor, ….) Meprobamate/Meprobamate (Equanil, Diazemat, Civamate, MetabaMate, Neutramate, Tranquanil ….) Nitrazepam / Nitrazepam.(Alodorm, Apooxazepam, Chlorazepam, Lagazepam, Eunoctin, HypnOtin, Insomin, Mogadon, itrodiazepam, Ormodon, …..) Pentazocine hydrochloride / Chlorhydrate de Pentazocine.(Algopent, Dolofortin, Fortal, Fortwin, pentacina, pentafort, Talwin….) Phenobarbital sodium / Phenobarbital sodique.(Gardenal sodium, Lepinal-natrium, Luminal sodium ….) 3. ບັນຊີປະເພດສານເຄມີຕົ້ນ ແລະ ສານເຄມີສຳຮອງທີ່ມັກລັກລອບນຳເຂົ້າໃນການຜະລິດຢາເສບຕິດ, ສານເຄມີຕົ້ນ ແລະ ສານເຄມີສຳຮອງ ອິງຕາມລຳດັບຄວາມສຳຄັນ ແລະ ຄວາມສ່ຽງສູງຕໍ່ການລັກລອບນຳໃຊ້ເຂົ້າໃນການຜະລິດຢາເສບຕິດ, ສານເຄມີຕົ້ນ ແລະ ສານເຄມີສຳຮອງ ຈື່ງໄດ້ຈັດແບ່ງອອກເປັນ 3 ໝວດຄື: ບັນຊີ I: ແມ່ນສານເຄມີຕົ້ນທີ່ຄວບຄຸມພິເສດ ແລະ ມີການຄວບຄຸມໃນທຸກຂັ້ນຕອນເຊັ່ນ: ການຂໍອະນຸຍາດນຳເຂົ້າ, ການນຳເຂົ້າ-ສົ່ງອອກ, ການຜະລິດ, ການຈຳໜ່າຍ, ການຂົນສົ່ງ ແລະ ການນຳໃຊ້ ມີທັງໝົດ 12 ລາຍການຄື: ACETIC ANHYDRIDE N-ACETYLANTHRANILIC ACID ERGOMETRINE ERGOTAMINE EPHEDRINE ISOSAFROLE LYSERGIC ACID METHYLENE DIOXYPHENYL 2-ROPANONE NOREPHEDRINE PIPERONAL PSEUDOEPHEDRINE SAFROLE ບັນຊີ II: ແມ່ນສານເຄມີສຳຮອງ ທີ່ສາມາດປ່ຽນແທນ ສານເຄມີຕົ້ນຄວບຄຸມພິເສດ ໄດ້ດ້ວຍການສັງເຄາະ (ຕາມຕາຕະລາງບັນຊີ) ແລະ ມັກຖືກລັກລອບນຳໄປໃຊ້ເຂົ້າໃນການຜະລິດຢາເສບຕິດ ແລະ ວັດຖຸອອກລິດຕໍ່ຈິດ-ປະສາດ ມີທັງໝົດ 18 ລາຍການຄື: ACETONE ANTHRANILIC ACID METHYL ETHYL KETONE ( MEK ) BARIUM SULPHAT BENZALDEHYDE BENZAL CYANIDE DIETHYLAMINE 1-PHENYL2-PROPANONE ETHYL ETHER HYDROCHLORIC ACID METHYLAMINE NITROETHANE PHENYLACETIC ACID PIPERIDINE POTASSIUM PERMENGANATE PYRIDINE SULFURIC ACID TOLUENE ບັນຊີ III: ແມ່ນສານເຄມີ ທີ່ຕ້ອງໄດ້ເອົາໃຈໃສ່ຕິດຕາມກວດກາການນຳເຂົ້າ, ຈຳໜ່າຍ, ຂົນສົ່ງ ແລະ ການນຳໃຊ້ ມີທັງໝົດ 5 ລາຍການຄື: ACETIC ACID, GLACIAL CAFFEINE METHYL ISO BUTYL KETONE (MIBK) PHOSPHOROUS TRICHLORIDE THIONYL CHLORIDE           ຜູ້ທີ່ມີຈຸດປະສົງຢາກສັ່ງຊື້ ນຳເຂົ້າ-ສົ່ງອອກ, ຜະລິດ ຕ້ອງມີແຜນການປະຈຳປີ ແລະ ໄດ້ຮັບໃບອະນຸຍາດທາງການ ຈາກກະຊວງສາທາລະນະສຸກ ເທົ່ານັ້ນ.           ໂດຍມອບໃຫ້ກົມອາຫານ ແລະ ຢາ ເປັນຈຸດໃຈກາງປະສານງານ ກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕີບັດ ຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.  ດາວໂຫລດເອກະສານອ້າງອິງ ຂໍ້ຕົກລົງຂອງກະຊວງສາທາລະນະສຸກວ່າດ້ວຍບັນຊີປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ສະບັບເລກທີ 08/ກຊສ download

Continue Reading  

ການບຳບັດສິ່ງເສດເຫຼືອອຸດສາຫະກຳດ້ວຍການເຮັດໃຫ້ເປັນກາງ (Neutralization) ການເຮັດໃຫ້ເປັນກາງ (Neutralization) ເປັນການປັບສະພາບຄວາມເປັນກົດ-ດ່າງ ຫຼື pH ໃຫ້ຢູ່ໃນສະພາບທີ່ເປັນກາງເພື່ອໃຫ້ເກີດຄວາມເໝາະສົມທີ່ຈະເອົາໄປບຳບັດໃນຂັ້ນຕອນຕໍ່ໄປ ໂດຍສະເພາະຂະບວນການບຳບັດນ້ຳເປື້ອນດ້ວຍວິທີທາງຊີວະພາບ ເຊິ່ງຕ້ອງການນ້ຳເປື້ອນທີ່ມີຄ່າ pH ຢູ່ໃນລະຫວ່າງ 6.5-8.5 ແຕ່ກ່ອນທີ່ຈະປ່ອຍນ້ຳເປື້ອນທີ່ຜ່ານການບຳບັດດີແລ້ວລົງສູ່ທຳມະຊາດຕ້ອງປັບສະພາບ pH ໃຫ້ຢູ່ໃນລະຫວ່າງ 5-9 ຖ້າ pH ຕ່ຳຈະຕ້ອງປັບສະພາບດ້ວຍດ່າງ ເຊິ່ງດ່າງທີ່ນິຍົມເອົາມາໃຊ້ຄື: NaOH, CaO, ຫຼື NH3 ເປັນຕົ້ນ ແລະ ຖ້ານ້ຳເປື້ອນມີຄ່າ pH ສູງ ຕ້ອງປັບສະພາບ pH ໃຫ້ເປັນກາງໂດຍໃຊ້ກົດ ເຊິ່ງກົດທີ່ນິຍົມເອົາມາໃຊ້ຄື: H2SO4, HCL, CO2  ຈຸດດີຂອງວິທີການເຮັດໃຫ້ເປັນກາງ           1. ຊ່ວຍເຮັດໃຫ້ສິ່ງເສດເຫຼືອມີສະພາບທີ່ເໝາະສົມໃນການບຳບັດຂັ້ນຕໍ່ໄປ           2. ເຄື່ອງຈັກອຸປະກອນທີ່ໃຊ້ບໍ່ຊັບຊ້ອນ           3. ຄວບຄຸມໄດ້ໂດຍໃຊ້ເຄື່ອງມືອັດຕະໂນມັດ ຈຸດອ່ອນຂອງວິທີການເຮັດໃຫ້ເປັນກາງ           1. ສານເຄມີທີ່ໃຊ້ມີຄວາມສາມາດໃນການກັດຫ້ຽນສູງ ເຮັດໃຫ້ເຄື່ອງຈັກອຸປະກອນເສື່ອມສະພາບໄວ           2. ເກີດເກືອລະລາຍນ້ຳທີ່ຫຼາຍຂື້ນ           3. ສານເຄມີທີ່ໃຊ້ອາດຈະເຮັດໃຫ້ເກີດຜົນກະທົບຕໍ່ສຸຂະພາບ

Continue Reading  

ການຄວມຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳ (Industrial Hygiene) 1. ຄວາມໝາຍຂອງການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳ            ການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳເປັນຈັດຕັ້ງປະຕິບັດມາດຕະການປ້ອງກັນ ຫຼື ແກ້ໄຂບັນຫາສິ່ງແວດລ້ອມໃນການເຮັດວຽກ ໂດຍໃຊ້ຫຼັກວິຊາການດ້ານວິທະຍາສາດ ເພື່ອຫຼຸດອັນຕະລາຍທີ່ອາດຈະເກີດຂື້ນຕໍ່ສຸຂະພາບຂອງແຮງງານລົງໃຫ້ໜ້ອຍທີ່ສຸດ. 2. ຫຼັກການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳ ມີ 3 ຫຼັກການຄື: ການຄວບຄຸມ ແລະ ປ້ອງກັນທີ່ແຫຼ່ງກຳເນີດ ຫຼື ຕົ້ນເຫດທີ່ເຮັດໃຫ້ເກີດອັນຕະລາຍ: ເປັນການຄວບຄຸມບໍ່ໃຫ້ທາດພິດ ຫຼື ອັນຕະລາຍຕໍ່ສຸຂະພາບຂອງແຮງງານແຜ່ກະຈາຍອອກໄປສູ່ບັນຍາກາດການເຮັດວຽກ ເຊັ່ນ: ການປ່ຽນແປງຂະບວນການຜະລິດໃຫ້ປອດໄພຂື້ນ, ການໃຊ້ລະບົບລະບາຍອາກາດສະເພາະຈຸດດູດເອົາທາດພິດອອກຈາກພື້ນທີ່ເຮັດວຽກ ເປັນຕົ້ນ; ການຄວບຄຸມ ແລະ ປ້ອງກັນທີ່ທາງຜ່ານຂອງອັນຕະລາຍ: ເປັນການຄວບຄຸມອັນຕະລາຍ ບໍ່ວ່າຈະເປັນທາດພິດທີ່ຢູ່ໃນອາກາດ ຫຼື ມົນລະພິດທາງສຽງທີ່ມາຈາກແຫຼ່ງກຳເນີດສຽງ ໂດຍການໃຊ້ວິທີການລະບາຍອາກາດທົ່ວໄປ, ການກວດສະພາບແວດລ້ອມໃນການເຮັດວຽກ ຫຼື ການຕິດຕັ້ງສັນຍານເຕືອນໄພ; ການຄວບຄຸມ ແລະ ປ້ອງກັນທີ່ຜູ້ອອກແຮງງານ: ເປັນການຄວບຄຸມບໍ່ໃຫ້ຜູ້ອອກແຮງງານໄດ້ຮັບອັນຕະລາຍຈາກການສຳຜັດກັບທາດພິດຈົນເກີດການເຈັບເປັນ ເຊັ່ນ: ການໃສ່ອຸປະກອນປ້ອງກັນໄພສ່ວນບຸກຄົນ (Personal Protective Equipment: PPE), ການໃຫ້ການສຶກສາ ແລະ ອົບຮົມ, ການກວດສຸຂະພາບປະຈຳປີຂອງແຮງງານ. 3. ມາດຕະການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳມີ 2 ມາດຕະການໃຫຍ່ໆ ໄດ້ແກ່ ມາດຕະການຄວບຄຸມທາງວິສະວະກຳ: ເປັນການຄວບຄຸມອັນຕະລາຍທີ່ຈະເລີ່ມຕົ້ນຕັ້ງແຕ່ ຂັ້ນຕອນການອອກແບບລາຍລະອຽດ ຫຼື ການໃຊ້ວິທີການທົດແທນ, ການແຍກຂະບວນການທີ່ເປັນອັນຕະລາຍ, ການຈັດລະບົບລະບາຍອາກາດສະເພາະຈຸດ ແລະ ການປິດສ່ວນທີ່ເປັນອັນຕະລາຍ ຫຼື ການລະບາຍອາກາດເຊັ່ນ: ການປະສົມສານເຄມີໂດຍໃຊ້ເຄື່ອງຈັກອັດຕະໂນມັດແທນການໃຊ້ຄົນ, ການໃຊ້ວັດສະດຸດູດຊັບສຽງ ຫຼື ເຮັດຫ້ອງເກັບສຽງເພື່ອແຍກຂະບວນການຜະລິດທີ່ມີສຽງດັງ; ມາດຕະການຄວບຄຸມທາງດ້ານບໍລິຫານ: ເປັນການຄວບຄຸມອັນຕະລາຍທີ່ຈະຫຼຸດການສຳຜັດຂອງຜູ້ອອກແຮງງານ ໂດຍຫຼຸດຊ່ວງເວລາການເຮັດວຽກໃນບໍລິເວນທີ່ເປັນອັນຕະລາຍ ລວມທັງຝຶກອົບຮົມ ແລະ ໃຫ້ຄວາມຮູ້ກ່ຽວກັບການຄຳນຶງເຖິງອັນຕະລາຍ ແລະ ຂັ້ນຕອນການຈັດຕັ້ງປະຕິບັດທີ່ຈະຊ່ວຍຫຼຸດການສຳຜັດກັບສິ່ງອັນຕະລາຍ, ການເບີ່ງແຍງຄວາມເປັນລະບຽບຮຽບຮ້ອຍ ຈົນຮອດການນຳໃຊ້ອຸປະກອນປ້ອງກັນໄພສ່ວນບຸກຄົນ (PPE) ໂດຍສາມາດໃຊ້ມາດຕະການນີ້ຄຽງຄູ່ໄປກັບມາດຕະການຄວບຄຸມທາງວິສະວະກຳ ເຊັ່ນ: ການອະນາໄມເຄື່ອງດູດຝຸ່ນເປັນປະຈຳ, ການໃຫ້ພະນັກງານໃຊ້ແວ່ນຕາກັນສານເຄມີເມື່ອເຮັດວຽກກັບສານເຄມີ. ແຫຼ່ງທີ່ມາ: หลักการควบคุมด้านสุขศาสตร์อุตสาหกรรม

Continue Reading  

Industrial Waste Transportation Procedures of the Environmental Management Academic Center (EMAC) The industrial waste transportation procedure of the Environmental Management Academic Center (EMAC) is as follows:                1. Register to use the manifest system (EMAC ID Register): A waste generator  (WG) must designate a company employee to use the system.                2. Create a catalog of waste in the system: Waste generator (WG) must prepare data on the waste type and estimated amount of waste that occurs annually and consult with EMAC’s technical staff to determine the waste code according to the system of the European waste Catalog and Hazardous waste list or EWC-HWL (Click to see the waste code) you can create waste catalog by following the steps => Click;                3. Create Manifest: Waste generator (WG) must inform the type of waste to be transported, quantity, packaging, date to be transported, select the waste transporter (WT) and waste disposal (WD) registered in the system by following the steps => Click;                 4. Check the accuracy of the information: the waste system staff (WS) checks the accuracy and completeness of Draft Manifest before approve data to system database;                 5. Waste transporter (WT) Confirm to the shipment: the waste transporter confirm the date of shipment specified in the Manifest as well as provides the vehicle and driver;                6. Waste Disposal (WD) Confirm to the shipment: the waste disposal confirm to disposal waste that specified in the Manifest;                7.  Waste Transport:                     7.1. Waste Generator (WG) scans the QR Code to authorize the delivery of the waste to the transporter (WT)                      7.2. when the waste is transported to the destination, the waste disposal (WD) checks the correctness of the waste, weight and then scans the QR to confirm the receipt of the waste from the transporter (WT);                8. Confirmation of information: the waste regulator (WR) checks the authenticity of the shipment and Certify the manifest; Remarks: – Registration using the manifest system (EMAC ID Register) is done only one time. – Creating a waste catalog is done once a year, but you can add waste categories (later through approval by the information manager or waste system staff (WS) of EMAC. – Create Manifest must be done every time before transporting industrial waste.

Continue Reading  

ການກຳຈັດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຫຼື ສິ່ງເສດເຫຼືອອື່ນ (D1-D15)                ການກຳຈັດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຫຼື ສິ່ງເສດເຫຼືອອື່ນມີ 15 ວິທີດັ່ງນີ້: D1 ການຝັງກົບ ຫຼື ການຖີ້ມໃນສະໜາມຂີ້ເຫຍື້ອສະເພາະ; ໝາຍເຖິງ ການຝັງກົບ ຫຼື ການຖີ້ມໃນສະໜາມຂີ້ເຫຍື້ອສະເພາະ D2 ການບຳບັດທີ່ດິນ ດ້ວຍວິທີການຍ່ອຍສະຫຼາຍທາງຊີວະພາບ ຂອງ ທາດແຫຼວ ຫຼື ຕະກອນຂີ້ຕົມຊິ່ງເປັນທາດແຂງ; ໝາຍເຖິງກິດຈະກຳການກຳຈັດສິ່ງເສດເຫຼືອເທິງໜ້າດິນ ເຊິ່ງບໍ່ກໍ່ໃຫ້ເກີດປະໂຫຍດຕໍ່ການກະສິກຳ ຫຼື ການປັງປຸງລະບົບນິເວດອື່ນໆ ການກຳຈັດກາກຕະກອນ ແລະ ສິ່ງເສດເຫຼືອທີ່ເປັນທາດແຫຼວທີ່ບໍ່ເປັນອັນຕະລາຍ ເຊັ່ນ: ການກຳຈັດກາກຕະກອນຈາກການອະນາໄມທໍ່ D3 ການເຈາະຮູສີດລົງພື້ນດິນເລີກ ເຊັ່ນ: ການສີດດ້ວຍປ້ຳລົງສູ່ບໍ່ເກືອທີ່ເກີດຕາມທຳມະຊາດເປັນຕົ້ນ; ໝາຍເຖິງ ການສີດສິ່ງເສດເຫຼືອເຂົ້າໄປໃນຮູທຳມະຊາດ ແລະ ທຽມ ເຊັ່ນ: ບໍ່ເກືອ, ເຫວ, ເຫມືອງ) ຫຼື ສີດເຂົ້າໄປໃນຫິນທີ່ມີຮູ  D4 ການເກັບກັກໄວ້ເທິງໜ້າດິນ ເຊັ່ນ: ການເກັບກັກທາດແຫຼວ ຫຼື ຕະກອນຂີ້ຕົມໃນໜອງບຶງ ຫຼື ອ່າງເກັບນ້ຳ ຫຼື ທະເລສາບເປັນຕົ້ນ; ໝາຍເຖິງ ການສະສົມສິ່ງເສດເຫຼືອໃນໜອງບຶງ ຫຼື ອ່າງເກັບນ້ຳ ຫຼື ທະເລສາບເຊິ່ງເປັນແຫຼ່ງທຳມະຊາດ ເຊິ່ງເປັນວິທີການຫຼັກໃນການຈັດການຫາງແຮ່ຈາກການຂຸດຄົ້ນບໍ່ແຮ່ D5 ການຝັງກົບດ້ວຍວິທີພິເສດທາງວິສະວະກຳ ເຊັ່ນ: ການເກັບກັກໄວ້ໃນຕາມຫຼືບຫວ່າງດິນ ຊຶ່ງບາງສ່ວນກໍ່ຖືກປິດ ຫຼື ຢູ່ແຍກຈາກສິ່ງແວດລ້ອມ; ໝາຍເຖິງ ການຝັງກົບດ້ວຍວິທີພິເສດທາງວິສະວະກຳ ເຊັ່ນ: ການເກັບກັກໄວ້ໃນຕາມຫຼືບຫວ່າງດິນ ຊື່ງບາງສ່ວນກໍ່ຖືກປິດ ຫຼື ຢູ່ແຍກຈາກສິ່ງແວດລ້ອມ ການກຳຈັດແບບ D5 ມີ 3 ວິທີຄື: ຂຸມຝັງກົບແບບອອກແບບພິເສດສຳລັບ ສິ່ງເສດເຫຼືອບໍ່ເປັນພິດອັນຕະລາຍ ຂຸມຝັງກົບແບບອອກແບບພິເສດສຳລັບ ສິ່ງເສດເຫຼືອເປັນພິດອັນຕະລາຍ ຂຸມຝັງກົບແບບອອກແບບພິເສດສຳລັບ ສິ່ງເສດເຫຼືອທີ່ຍ່ອຍສະຫຼາຍບໍ່ໄດ້ (Inert waste) D6 ການປ່ອຍລົງສູ່ພື້ນທີ່ມີນ້ຳ ຍົກເວັ້ນທະເລ/ ມະຫາສະມຸດ; ໝາຍເຖິງ ການກຳຈັດສິ່ງເສດເຫຼືອບໍ່ເປັນພິດອັນຕະລາຍ ແລະ ຕະກອນທີ່ບໍ່ເປັນພິດອັນຕະລາຍອື່ນໆ ໃນນ້ຳໜ້າດິນ ລວມເຖິງພື້ນນ້ຳ ແລະ ດິນໃຕ້ນ້ຳ D7 ການປ່ອຍລົງສູ່ທະເລ/ ມະຫາສະມຸດ ລວມທັງການຖີ້ມລົງພື້ນທະເລ; ໝາຍເຖິງ ການກຳຈັດສິ່ງເສດເຫຼືອໃນທະເລ ຕາມອະນຸສັນຍາ OSPAR ເຊັ່ນ: ວັດສະດຸທີ່ຍ່ອຍສະຫຼາຍບໍ່ໄດ້ຈາກແຫຼ່ງທຳມະຊາດ) D8 ການບຳບັດທາງຊີວະພາບ ທີ່ພາໃຫ້ເກີດສ່ວນປະກອບສານສຸດທ້າຍ ຫຼື ສານປະສົມ ທີ່ຈະຕ້ອງຖືກກຳຈັດ ດ້ວຍວິທີການໃດໜື່ງ ຈາກຂໍ້ D1-D7 ໝາຍເຖິງ ການບຳບັດສິ່ງເສດເຫຼືອທີ່ໃຊ້ຂະບວນການທາງຊີວະພາບແບບແອໂລບິກ ຫຼື ແບບບໍ່ໃຊ້ອົກຊີແຊນເພື່ອກຽມເອົາສິ່ງເສດເຫຼືອໄປກຳຈັດພາຍຫຼັງ ເຊັ່ນ: ການຫຼຸດປະລິມານສ່ວນປະກອບທີ່ຍ່ອຍສະຫຼາຍໄດ້ທາງຊີວະພາບ ຫຼື ໂດຍການຍ່ອຍສະຫຼາຍສານມົນລະພິດອົງຄະທາດ ເຊິ່ງລວມເຖິງການບຳບັດຂີ້ເຫຍື້ອຈາກຊຸມຊົນດ້ວຍວິທີທາງຊີວະພາບສຳລັບດິນ, ຕະກອນ ຫຼື ສິ່ງເສດເຫຼືອຈາກແຮ່ທີ່ປົນເປື້ອນ. D9 ການບຳບັດທາງຟີຊິກ-ເຄມີ ທີ່ພາໃຫ້ເກີດສ່ວນປະກອບສານສຸດທ້າຍ ຫຼື ສານປະສົມ ທີ່ຈະຕ້ອງຖືກກຳຈັດ ດ້ວຍວິທີການ ໄດ້ແກ່ການລະເຫີຍ, ການເຮັດໃຫ້ແຫ້ງ, ການປະສົມດ້ວຍປູນ, ການເຮັດໃຫ້ເປັນກາງ, ການຕົກຕະກອນເປັນຕົ້ນ ແລະ ອື່ນໆ; ໝາຍເຖິງ ການບຳບັດຂັ້ນຕົ້ນຂອງສິ່ງເສດເຫຼືອອັນຕະລາຍປະເພດທາດແຫຼວ ແລະ ຕະກອນເປັນຫຼັກ ໂດຍຂະບວນການທາງເຄມີ, ຄວາມຮ້ອນ ແລະ ວິທີທາງກາຍຍະພາບ ເພື່ອໃຫ້ໄດ້ສິ່ງເສດເຫຼືອທີ່ສາມາດກຳຈັດໄດ້ ໂດຍທົ່ວໄປການບຳບັດທາງເຄມີ-ກາຍຍະພາບຈະໃຊ້ກັບ emulsions, ນ້ຳມັນ/ນ້ຳ ທາດອົງຄະທາດ ແລະ ອະນົງຄະທາດໃນນ້ຳທີ່ເປັນກາງ (ນ້ຳເປື້ອນຈາກການຜະລິດ, ນ້ຳຊະຂີ້ເຫຍື້ອ ແລະ ອື່ນໆ) ໄຊຍາໄນ, ກົດ ແລະ ດ່າງ. ຂັ້ນຕອນການບຳບັດໂດຍທົ່ວໄປຄືການກຳຈັດທາດພິດ (Oxidation/reduction), ການຕົກຕະກອນ, ການເຮັດໃຫ້ເປັນກາງ, ການແຍກ emulsions, immobilisation, electrolysis ແລະ osmosis.   D10 ການຈູດເທິງໜ້າດິນ; ໝາຍເຖິງ ການເຜົາສິ່ງເສດເຫຼືອ ໂດຍຈຸດປະສົງຫຼັກຂອງການເຜົາຄືການບຳບັດສິ່ງເສດເຫຼືອດ້ວຍຄວາມຮ້ອນ ເພື່ອຫຼຸດປະລິມານ ແລະ ຄວາມເປັນພິດອັນຕະລາຍຂອງສິ່ງເສດເຫຼືອ ແລະ ເພື່ອໃຫ້ໄດ້ມາເຊິ່ງຜະລິດຕະພັນທີ່ສາມາດນຳໄປກຳຈັດໄດ້ ເຊັ່ນ: ເຕົາເຜົາສິ່ງເສດເຫຼືອຊຸມຊົນ, ໂຮງເຜົາສິ່ງເສດເຫຼືອເປັນພິດອັນຕະລາຍ, ໂຮງເຜົາຕະກອນນ້ຳເປື້ອນ, ໂຮງເຜົາສິ່ງເສດເຫຼືອຈາກການບໍລິການສາທາລະນະສຸກ ລວມເຖິງການເຜົາສິ່ງເສດເຫຼືອໃນເຕົາເຜົາຮ່ວມ ເຊິ່ງສິ່ງເສດເຫຼືອຕ້ອງຜ່ານການບຳບັດດ້ວຍຄວາມຮ້ອນແທນທີ່ຈະໃຊ້ເປັນເຊື້ອໄຟ ການກຳຈັດແບບ D10 ມີ 2 ວິທີຄື: ການເຜົາສິ່ງເສດເຫຼືອບໍ່ເປັນພິດອັນຕະລາຍ ການເຜົາສິ່ງເສດເຫຼືອເປັນພິດອັນຕະລາຍ D11 ການເຜົາໃນທະເລ; ການດຳເນີນການນີ້ເປັນສິ່ງຕ້ອງຫ້າມ ຕາມກົດໝາຍຂອງສະຫະພາບເອີລົບ ແລະ ອະນຸສັນຍາລະຫວ່າງປະເທດ D12 ການເກັບກັກແບບຖາວອນ ເຊັ່ນ: ການບັນຈຸໃນພາຊະນະເກັບໄວ້ໃນສະຖານທີ່ເໝາະສົມ; ໝາຍເຖິງ ການຝັງກົບສຳລັບຈັດເກັບໃຕ້ດິນອັນກວ່າງໃຫຍ່ D13 ການປັບສະຖານະພາບສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ດ້ວຍສານເຄມີ ກ່ອນທີ່ຈະດຳເນີນການກຳຈັດ ຕ້ອງປະຕິບັດຕາມວິທີການໃດໜື່ງ ຈາກຂໍ້ D1-D12; ໝາຍເຖິງ ການກະກຽມສິ່ງເສດເຫຼືອກ່ອນໄປກຳຈັດດ້ວຍວິທີການໃດໜື່ງຈາກຂໍ້ D1-D12 ໂດຍມີວັດຖຸປະສົງເພື່ອປັບສະຖານະພາບ ຫຼື ບັນຈຸສິ່ງເສດເຫຼືອເພື່ອການຂົນສົ່ງ ແລະ ການດຳເນີນການຂັ້ນພື້ນຖານກ່ອນການກຳຈັດ ລວມເຖິງ: ການຄັດແຍກ, ການບົດ ແລະ ທຳລາຍສິ່ງເສດເຫຼືອເພື່ອຫຼຸດປະລິມານສິ່ງເສດເຫຼືອທີ່ຕ້ອງຂົນສົ່ງ ແລະ ຝັງກົບ, ການປະສົມ, ການປັບສະຖານະພາບສິ່ງເສດເຫຼືອ (ການປະສົມສິ່ງເສດເຫຼືອທີ່ຄ້າຍຄຽງກັນຈາກແຫຼ່ງກຳເນີດສິ່ງເສດເຫຼືອທີ່ຕ່າງກັນ) ການເຮັດໃຫ້ເປັນເນື້ອດຽວກັນ, ການປັບສະພາບ ແລະ ເຮັດກ້ອນແຂງ. D14 ການຫຸ້ມຫໍ່ພາຊະນະບັນຈຸກ່ອນການຂົນສົ່ງ ໄປດຳເນີນການກຳຈັດ ຕ້ອງມີການພິມເຄື່ອງໝາຍອັນຕະລາຍ ຢູ່ເທິງພາຊະນະບັນຈຸ ສະຫຼາກ ຫຼື ເຄື່ອງໝາຍດັ່ງກ່າວ ຕ້ອງແໜ້ນໜາທົນທານກັບການຮຸກຖູດ້ວຍວິທີການໃດໜື່ງ ຈາກຂໍ້ D1-D12; ໝາຍເຖິງ ກິດຈະກຳການກະກຽມສິ່ງເສດເຫຼືອທີ່ມີຈຸດປະສົງຄືການປັບສະພາບ ແລະ ການບັນຈຸສິ່ງເສດເຫຼືອ ເພື່ອການຂົນສົ່ງ ແລະ ບຳບັດໃນພາຍຫຼັງ  D15 ການເກັບກັກສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຕ້ອງເກັບມ້ຽນໄວ້ໃນສາງທີ່ໄດ້ມາດຕະຖານ, ໃສ່ພາຊະນະບັນຈຸສະເພາະ, ຈຳນວນທີ່ເກັບຮັກສາຕ້ອງຖືກຕ້ອງຕາມມາດຕະຖານຄວາມປອດໄພ, ຕ້ອງມີພະນັກງານທີ່ມີຄວາມຮູ້ເພື່ອຄຸ້ມຄອງ ແລະ ຕ້ອງກວດກາຕາມເວລາທີ່ກຳນົດໄວ້ດ້ວຍວິທີການໃດໜື່ງຈາກຂໍ້ D1-D12; ໝາຍເຖິງ ການຈັດເກັບຊົ່ວຄາວກ່ອນນຳໄປບຳບັດດ້ວຍວິທີການໃດໜື່ງຈາກຂໍ້ D1-D12

Continue Reading  

ເອກະສານຂໍ້ມູນຄວາມປອດໄພ (Safety Data Sheet : SDS) ແມ່ນຫຍັງ           ໝາຍເຖິງ ເອກະສານທີ່ໃຫ້ລາຍລະອຽດຂໍ້ມູນອັນຕະລາຍຂອງທາດເຄມີ ທາງໃນດ້ານສຸຂະພາບ, ອັກຄີໄພ, ການເກີດປະຕິກິລິຍາ, ສິ່ງແວດລ້ອມ ແລະ ຂໍ້ມູນທີ່ມີປະໂຫຍດໃນການເຮັດວຽກກັບສານເຄມີນັ້ນໆ  ບໍ່ວ່າຈະເປັນຂໍ້ມູນພື້ນຖານຂອງສານເຄມີ, ການໃຊ້, ການເຄື່ອນຍ້າຍ, ການຈັດເກັບ, ການກຳຈັດ, ການໃຊ້ອຸປະກອນຄຸ້ມຄອງຄວາມປອດໄພສ່ວນບຸກຄົນ, ການປະຖົມພະຍາບານ ເບື້ອງຕົ້ນ, ຂໍ້ປະຕິບັດກໍລະນີເກີດເຫກສຸກເສີນ (ຮົ່ວໄຫຼ ຫຼື ໄຟໄໝ້)           SDS ມີຫຼາຍຮູບແບບໂດຍ OSHA ແນະນຳໃຫ້ໃຊ້ຮູບແບບ American National Standards Institute (ANSI) ສ່ວນປະກອບຂອງເອກະສານຂໍ້ມູນຄວາມປອດໄພຂອງ ANSI        ເອກະສານຂໍ້ມູນຄວາມປອດໄພທີ່ ANSI ແນະນຳໄວ້ຈະປະກອບດ້ວຍ 16 ສ່ວນດັ່ງນີ້: ສ່ວນທີ 1 : ຂໍ້ມູນຜະລິດຕະພັນ (Product Identification) ສ່ວນນີ້ຈະມີຂໍ້ມູນລາຍລະອຽດຂອງທາດ/ຜະລິດຕະພັນທາງເຄມີ, ຊື່ສາມັນ, ສູດທາດເຄມີ, ຊື່ທາງການຄ້າ, ຊື່ອື່ນໆ, ນ້ຳໜັກໂມເລກຸນ, ຊື່ ແລະ ເບີໂທລະສັບຜູ້ຜະລິດ ແລະ ຈຳໜ່າຍ  ສ່ວນທີ 2 : ສ່ວນປະກອບ ຫຼື ທາດສຳຄັນໃນສ່ວນປະສົມ ສ່ວນນີ້ຈະລະບຸທາດຕ່າງໆ ທີ່ມີຢູ່ໃນທາດປະສົມ, ທາດ (Composition/Information on Ingredients) ສຳຄັນໃນສ່ວນປະສົມ, ສ່ວນຮ້ອຍຄວາມເຂັ້ມຂຸ້ມໃນສ່ວນປະສົມ ສ່ວນທີ 3 : ອັນຕະລາຍຂອງທາດ (Hazards Identification) ສ່ວນນີ້ຈະລະບຸລັກສະນະອັນຕະລາຍທີ່ປະກົດຢ່າງເຫັນໄດ້ຊັດເຈນ ແລະ ຜົນໄດ້ຮັບທີ່ບໍ່ຕ້ອງການຕໍ່ສຸຂະພາບ ລວມເຖິງເສັ້ນທາງທີ່ທາດເຂົ້າສູ່ຮ່າງກາຍ ສ່ວນທີ 4 : ການປະຖົມພະຍາບານເບື້ອງຕົ້ນ (First Aid Measures) ສ່ວນນີ້ຈະອະທິບາຍວິທີການຮັກສາຜູ້ທີ່ໄດ້ຮັບທາດເຂົ້າໄປເມື່ອກືນກິນ, ເຂົ້າຕາ, ສູດດົມ, ສຳຜັດທາງຜິວໜັງ ສ່ວນທີ 5 : ມາດຕະການສະກັດກັ້ນໄຟໄໝ້ (Fire Fighting Measures) ສ່ວນນີ້ຈະມີຂໍ້ແນະນຳໃນການມອດໄຟ ຄຸນສົມບັດຂອງທາດທີ່ກ່ຽວຂ້ອງກັບໄຟໄໝ້ ແລະ ລະເບີດ ທາດທີ່ໃຊ້ສຳລັບມອດໄຟ ລວມເຖິງຂໍ້ລະມັດລະວັງອື່ນໆໃນການມອດໄຟ ສ່ວນທີ 6 : ມາດຕະການຈັດການທາດຮົ່ວໄຫຼໂດຍອຸປະຕິເຫດ (Accidental Release Measures) ສ່ວນນີ້ຈະມີວິທີການສຳລັບການເກັບກັກ ແລະ ກັກກັນທາດທີ່ຮົ່ວໄຫຼ, ການອະນາໄມ, ການອົບພະຍົບຄົນ ຂໍ້ແນະນຳຄວາມປອດໄພ ແລະ ການປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມ ສ່ວນທີ 7 : ການເຄື່ອນຍ້າຍ ແລະ ການຈັດເກັບ (Handling and Storage) ສ່ວນນີ້ຈະມີຂໍ້ມູນບອກເຖິງການຈັດເກັບທາດທີ່ຖືກຕ້ອງ ແລະ ປອດໄພ ຫຼັກການປະຕິບັດໃນການຫຼີກລ້ຽງອັນຕະລາຍທີ່ອາດຈະເກີດຂື້ນກັບພາຊະນະບັນຈຸ ຫຼື ການວາງລວມກັບກຸ່ມທາດທີ່ມີປະຕິກິລິຍາຕໍ່ກັນ ສ່ວນທີ 8 : ການຄວບຄຸມການໄດ້ຮັບທາດ ແລະ ການປ້ອງກັນອັນຕະລາຍສ່ວນບຸກຄົນ (Exposure Controls and Personal Protection) ສ່ວນນີ້ຈະບອກຄ່າຈຳກັດປະລິມານການສຳຜັດທາດ ເຊັ່ນ: ຄ່າ TLVs, PELs ບອກການຄວບຄຸມທາງວິສະວະກຳເຊັ່ນ: ການລະບາຍອາກາດ, ການປັບປຸງຂະບວນການຜະລິດ ເປັນຕົ້ນ ຫຼື ໃຊ້ການບໍລິຫານຈັດການ ເຊັ່ນ: ການຝຶກອົບຮົມ, ການຕິດປ້າຍເຕືອນ ເປັນຕົ້ນ; ແລະ ມີຄຳແນະນຳໃນການໃຊ້ອຸປະກອນຄຸ້ມຄອງຄວາມປອດໄພສ່ວນບຸກຄົນຕ່າງໆ ສ່ວນທີ 9 : ຄຸນສົມບັດທາງກາຍຍະພາບ ແລະ ທາງເຄມີ (Physical and Chemical Properties) ສ່ວນນີ້ຈະບອກສະຖານະ, ສີ ແລະ ກີ່ນ, ຈຸດຟົດ, ຄວາມໜືດ, ຄວາມສາມາດໃນການລະລາຍນ້ຳ, ຄວາມຖ່ວງຈຳເພາະ, ຈຸດຫຼອມແຫຼວ, ພີເອັຊ (pH), ຄວາມດັນອາຍ, ຈຸດວາບໄຟ ສ່ວນທີ 10 : ຄວາມສະຖຽນ ແລະ ຄວາມໄວໃນການເຮັດປະຕິກິລິຍາ (Stability and Reactivity) ສ່ວນນີ້ຈະບອກຄວາມສະຖຽນຂອງທາດ, ບອກລາຍຊື່ທາດທີ່ມີປະຕິກິລິຍາຕໍ່ກັນ ຫຼື ໄວ້ລວມກຸ່ມກັນບໍ່ໄດ້ ແລະ ສະຖານະອັນຕະລາຍເປັນຜົນໃຫ້ເກີດການສະຫຼາຍໂຕ ສ່ວນທີ 11 : ຂໍ້ມູນດ້ານພິດວິທະຍາ (Toxicological Information) ສ່ວນນີ້ຈະສະແດງຂໍ້ມູນຜົນການສຶກສາຄວາມເປັນພິດກະທັນຫັນ, ຄວາມເປັນພິດຊ້ຳເຮື້ອ ສ່ວນທີ 12 : ຂໍ້ມູນດ້ານນິເວດວິທະຍາ (Ecological Information) ສ່ວນນີ້ຈະສະແດງຂໍ້ມູນຕໍ່ສິ່ງມີຊີວິດໃນສິ່ງແວດລ້ອມ, ຄວາມເປັນພິດໃນປາ, ສັດບໍ່ມີກະດູກສັນຫຼັງ, ໃນພືດ ແລະ ໃນສິ່ງມີຊີວິດຂະໜາດນ້ອຍ ລວມເຖິງການປ່ຽນແປງໃນສິ່ງແວດລ້ອມ ສ່ວນທີ 13 : ການກຳຈັດ (Disposal) ສ່ວນນີ້ສະແດງຂໍ້ມູນວິທີການກຳຈັດ, ການນຳກັບມາໃຊ້ໃໝ່, ຂໍ້ກຳນົດ ແລະ ລະບຽບປະຕິບັດທີ່ບັງຄັບໄວ້ໃນກົດໝາຍ ສ່ວນທີ 14 : ຂໍ້ມູນດ້ານການຂົນສົ່ງ (Transport Information) ສ່ວນນີ້ຈະສະແດງຂໍ້ມູນວິທີການກຳຈັດ, ການນຳກັບມາໃຊ້ໃໝ່, ຂໍ້ກຳນົດ ແລະ ລະບຽບປະຕິບັດທີ່ບັງຄັບໄວ້ໃນນິຕິກຳ ສ່ວນທີ 15 : ຂໍ້ບັງຄັບ ແລະ ລະບຽບປະຕິບັດໃນນິຕິກຳ (Regulation Information) ສ່ວນນີ້ຈະບົ່ງບອກໃຫ້ຜູ້ກ່ຽວຂ້ອງຮູ້ຂໍ້ກຳນົດ ແລະ ລະບຽບປະຕິບັດອື່ນທີ່ກ່ຽວຂ້ອງກັບທາດອັນຕະລາຍໃນນິຕິກຳຕ່າງໆ ສ່ວນທີ 16 : ຂໍ້ມູນອື່ນໆ (Other Information) ສ່ວນນີ້ໃຫ້ລາຍລະອຽດອື່ນໆຕື່ມເຊັ່ນ: ລາຍຊື່ເອກະສານອ້າງອິງ, ການຈັດລຳດັບອັນຕະລາຍຂອງທາດ ແຫຼ່ງທີ່ມາ ເອກະສານສອນຊຸດວິຊາ ການບໍລິຫານງານອະຊີວະອານະໄມ ແລະ ຄວາມປອດໄພ (Occupational Health and Safety Management), ມະຫາວິທະຍາໄລສຸໂຂໄທທຳມະທິລາດ.

Continue Reading  

ການນຳເອົາຊັບພະຍາກອນກັບມາໃຊ້ປະໂຫຍດໃໝ່, ການຜະລິດຄືນໃໝ່ ແລະ ການຟື້ນຟູສະພາບ ຫຼື ວິທີການອື່ນໆ ໃນ ສປປ ລາວ (R1-R13)                ການນຳເອົາຊັບພະຍາກອນກັບມາໃຊ້ປະໂຫຍດໃຫມ່, ການຜະລິດຄືນໃໝ່ ແລະ ການຟື້ນຟູສະພາບ ຫຼື ວິທີການອື່ນໆ ໃນສປປ ລາວ ມີ 13 ວິທີດັ່ງນີ້: R1 ການໃຊ້ເປັນເຊື້ອໄຟ ນອກຈາກການເຜົາໃນເຕົາເຜົາຫຼືວິທີການອື່ນທີ່ໃຫ້ພະລັງງານ (Use Principally as a fuel or other means to generate energy) ໝາຍເຖິງການເຜົາ ແລະ ການເຜົາຮ່ວມຂອງສິ່ງເສດເຫຼືອໃນໂຮງໄຟຟ້າ ແລະ ໂຮງງານອຸດສາຫະກຳເຊັ່ນ: ເຕົາເຜົາປູນຊີມັງ ເພື່ອໃຫ້ພະລັງງານທີ່ໄດ້ສາມາດເອົາມາໃຊ້ຜະລິດຄວາມຮ້ອນ ຫຼື ໄຟຟ້າໄດ້ ເຊັ່ນ: ການໃຊ້ຢາງລົດ, ນ້ຳມັນທີ່ໃຊ້ແລ້ວ ຫຼື ທາດພາລະລາຍທີ່ໃຊ້ໃນປູນຍຊີມັງ, ການເຜົາຮ່ວມກາກຕະກອນ ຫຼື ເຊື້ອໄຟຈາກສິ່ງເສດເຫຼືອ (Refuse-derived fuel (RDF) ຈາກສິ່ງເສດເຫຼືອຊຸມຊົນໃນໂຮງງານໄຟຟ້າ  ການບຳບັດແບບ R1 ມີ 4 ວິທີຄື: ໂຮງເຜົາສິ່ງເສດເຫຼືອ (Incineration plant) ໃຊ້ເປັນເຊື້ອໄຟ – ສິ່ງເສດເຫຼືອບໍ່ເປັນພິດອັນຕະລາຍ ໂຮງເຜົາສິ່ງເສດເຫຼືອ (Incineration plant) ໃຊ້ເປັນເຊື້ອໄຟ – ສິ່ງເສດເຫຼືອເປັນພິດອັນຕະລາຍ ເຕົາເຜົາສິ່ງເສດເຫຼືອຮ່ວມ (Co-incineration plant) ໃຊ້ເປັນເຊື້ອໄຟ – ສິ່ງເສດເຫຼືອບໍ່ເປັນພິດອັນຕະລາຍ ເຕົາເຜົາສິ່ງເສດເຫຼືອຮ່ວມ (Co-incineration plant) ໃຊ້ເປັນເຊື້ອໄຟ – ສິ່ງເສດເຫຼືອເປັນພິດອັນຕະລາຍ R2 ການນຳໃຊ້ທາດລະລາຍ ຫຼື ການຟື້ນຟູສະພາບ (Solvent reclamation/regeneration) ໝາຍເຖິງກິດຈະກຳການບຳບັດທັງໝົດ ເຊິ່ງມີວັດຖຸປະສົງຄື ການຟື້ນຟູ ຫຼື ການເອົາທາດລະລາຍ (Solvents) ທີ່ໃຊ້ແລ້ວກັບມາໃຊ້ໃໝ່ ເຊັ່ນ: ການກັ່ນທາດລະລາຍອີກຄັ້ງເພື່ອແຍກສິ່ງປົນເປື້ອນ ແລະ ເພື່ອຄືນສະພາບທາດລະລາຍໃຫ້ມີຄຸນນະພາບຄືເກົ່າ ຫຼື ເປັນຜະລິດຕະພັນເກດຕ່ຳກວ່າເຊັ່ນ: Lacquer thinner, ການກຽມເຊື້ອໄຟແຫຼວ (secondary liquid fuels), ການປັບສະພາບຮ່ວມກັບສິ່ງເສດເຫຼືອທາດແຫຼວຊະນິດອື່ນ R3 ການນຳມາໃຊ້ປະໂຫຍດຄືນໃໝ່ ຫຼື ການຟື້ນຟູສະພາບຂອງອົງຄະທາດ ທີ່ບໍ່ໃຊ້ເປັນນ້ຳຢາລະລາຍ (Recycling/reclamation of organic substances which are not used as solvents including composting and other biological transformation processes) ໝາຍເຖິງການດຳເນີນການທີ່ມີຈຸດປະສົງຄືການເອົາວັດສະດຸອົງຄະທາດທີ່ຍ່ອຍສະຫຼາຍໄດ້ທາງຊີວະພາຍ ແລະ ທີ່ບໍ່ສາມາດຍ່ອຍສະຫຼາຍໄດ້ທາງຊີວະພາບກັບມາໃຊ້ໃໝ່ໄດ້ ການດຳເນີນການເຫຼົ່ານີ້ໄດ້ແກ່: ການກຽມການນຳກັບເອົາມາໃຊ້ໃໝ່, ການລີໄຊເຄີ້ນເສດເຈ້ຍ, ເຈ້ຍແຂງ, ການແປຮູບຊ້ຳ ແລະ ການຮີໄຊເຄີ້ນພລາສຕິກ, ການເຮັດຝຸ່ນໝັກຂອງສິ່ງເສດເຫຼືອຊີວະພາບ, ການໝັກຂອງສິ່ງເສດເຫຼືອຊີວະພາບເພື່ອການຜະລິດກ໊າສຊີວະພາບ (Biogas) ການບຳບັດແບບ R3 ມີ 6 ວິທີຄື: ການເຮັດປຸ໋ຍໝັກ (Composting-Aerobic) ການຍ່ອຍສະຫຼາຍແບບບໍ່ໃຊ້ອົກຊີແຊນ (Anaerobic digestion) ການເຮັດໃຫ້ເປັນກ໊າສ ຫຼື ການເຜົາແບບບໍ່ໃຊ້ອົກຊີແຊນ (Gasification or Pyrolysis)  ການກຽມການເອົາທາດອົງຄະທາດກັບມາໃຊ້ໃໝ່່ ການນຳເອົາວັດສະດຸອົງຄະທາດກັບມາໃຊ້ໃໝ່ (Recovery) ໃນຮູບແບບການທົດແທນ (Backfilling) ການລີໄຊເຄີ້ນ ຫຼື ການເອົາທາດອົງຄະທາດກັບມາໃຊ້ໃໝ່ (Reclamation) ເຊິ່ງບໍ່ໄດ້ໃຊ້ເປັນທາດລະລາຍ  ຈົນໝົດສິ່ງເສດເຫຼືອ (to end-of-waste) R4 ການນຳມາໃຊ້ປະໂຫຍດຄືນໃໝ່ ຫຼື ການຟື້ນຟູສະພາບຂອງໂລຫະ ແລະ ສານປະກອບໂລຫະ (Recycling/reclamation of metals and metal compounds) ໝາຍເຖິງການດຳເນີນການບຳບັດທັງໝົດທີ່ມີວັດຖຸປະສົງເພື່ອລີໄຊເຄີ້ນສິ່ງເສດເຫຼືອໂລຫະ ແລະ ຜະລິດຕະພັນທີ່ຊັບຊ້ອນດ້ວຍໂລຫະ ແລະ ວັດສະດຸເຫຼັກ ການດຳເນີນການບຳບັດປະກອບດ້ວຍຂັ້ນຕອນ ແລະ ຂະບວນການບຳບັດທາງກົນຈັກ, ຄວາມຮ້ອນ ແລະ ທາງເຄມີ ດັ່ງຕໍ່ໄປນີ້: ການກຽມການນຳກັບມາໃຊ້ໃໝ່, ການລີໄຊເຄີ້ນສິ່ງເສດເຫຼືອຈາກການຜະລິດໃນໂຮງງານເຫຼັກ, ການຍ່ອຍ ແລະ ການແປຮູບ ELV ແລະ WEEE ການໃຊ້ຄວາມຮ້ອນບຳບັດ (Thermal treatment) ສາຍເຄເບີ້ນ ຫຼື ໂລຫະທີ່ປົນເປື້ອນໃນນ້ຳມັນ, ການລີໄຊເຄີ້ນແບັດຕາລີ້, ການເອົາເງິນ (Silver) ກັບມາໃຊ້ໃໝ່ດ້ວຍໄຟຟ້າ (electrolytic recovery) ການບຳບັດແບບ R4 ມີ 2 ວິທີຄື: ການກຽມໂລຫະ ແລະ ທາດປະກອບໂລຫະກັບມານຳໃຊ້ໃໝ່ ການລີໄຊເຄີ້ນ ຫຼື ການນຳເອົາໂລຫະ ແລະ ສ່ວນປະກອບໂລຫະກັບມານຳໃຊ້ໃໝ່ ຈົນໝົດສິ່ງເສດເຫຼືອ (to end-of-waste) R5 ການນຳມາໃຊ້ປະໂຫຍດຄືນໃໝ່ ຫຼື ການຟື້ນຟູສະພາບຂອງທາດອະນົງຄະທາດ ອື່ນໆ (Recycling/reclamation of other inorganic materials) ໝາຍເຖິງການດຳເນີນການທີ່ມີວັດຖຸປະສົງຄືການນຳເອົາສິ່ງເສດເຫຼືອອະນົງຄະທາດ ອະໂລຫະ ກັບມາໃຊ້ໃໝ່ ແລະ ບໍ່ໄດ້ຮັບການບຳບັດດ້ວຍວິທີ R6, R8 ແລະ R10 ໄດ້ແກ່: ສິ່ງເສດເຫຼືອຈາກຂະບວນການທາງຄວາມຮ້ອນ ເຊັ່ນຕະກັນ (Slag), ຂີ້ເຖົ່າ, ຊາຍ, ຝຸ່ນ…), ສິ່ງເສດເຫຼືອຈາກການກໍ່ສ້າງ ແລະ ການທັບມ້າງອາຄານ, ສິ່ງເສດເຫຼືອຈາກການເຮັດບໍ່ແຮ່. ຂະບວນການບຳບັດໄດ້ແກ່ ການກຽມການນຳກັບມາໃຊ້ໃໝ່, ການເອົາເສດແກ້ວໄປແປຮູບ, ການນຳກັບມາໃຊ້ໃໝ່ໂດຍໃຊ້ເປັນວັດຖຸດິບທົດແທນ (Raw material)  ການບຳບັດແບບ R5 ມີ 3 ວິທີຄື:  ການລີໄຊເຄີ້ນ ຫຼື ການເອົາທາດອະນົງຄະທາດກັບມາໃຊ້ໃໝ່ (Reclamation) ເຊັ່ນ: ການຟື້ນຟູດິນ ແລະ ການຮີໄຊເຄີ້ນວັດສະດຸກໍ່ສ້າງອະນົງຄະທາດ) ຈົນໝົດສິ່ງເສດເຫຼືອ (to end-of-waste) ການກຽມການເອົາວັດສະດຸອະນົງຄະທາດກັບມານຳໃຊ້ໃໝ່  ການນຳເອົາວັດສະດຸອະນົງຄະທາດກັບມາໃຊ້ໃໝ່ (Recovery) ໃນຮູບແບບການທົດແທນ (Backfilling) R6 ການປ່ຽນສະພາບກົດ-ດ່າງໃຫ້ໃຊ້ຄືນໃໝ່ (Regeneration of acids or bases) ໝາຍເຖິງການດຳເນີນການທີ່ມີຈຸດປະສົງເພື່ອການຟື້ນຟູ ແລະ ການເອົາກົດ/ດ່າງທີ່ໃຊ້ແລ້ວກັບມາໃຊ້ໃໝ່ໃນພາຍຫຼັງເພື່ອວັດຖຸປະສົງເກົ່າ ຫຼື ເພື່ອວັດຖຸປະສົງອື່ນ ຕົວຢ່າງເຊັ່ນ: ການເຮັດໃຫ້ກົດທີ່ໃຊ້ແລ້ວກັບມາມີຄວາມເຂັ້ມຂຸ້ນອີກຄັ້ງ ເຊັ່ນ: ການສະຫຼາຍໂຕດ້ວຍຄວາມຮ້ອນຂອງກົດຊັນຟູຮິກທີ່ໃຊ້ແລ້ວ ເພື່ອໃຊ້ເປັນວັດຖຸດິບຕັ້ງຕົ້ນໃນການຜະລິດກົດຊັນຟູຣິກ R7 ການນຳມາໃຊ້ປະໂຫຍດຄືນໃໝ່ຂອງ ສານທີ່ໃຊ້ໃນການຄວບຄຸມມົນລະພິດ (Recovery of components used for pollution abatement) ໝາຍເຖິງການດຳເນີນການບຳບັດທີ່ມີຈຸດປະສົງຄືການຟື້ນຟູວັດສະດຸຫຼຸດມົນລະພິດ ເຊັ່ນ: ຖ່ານກຳມັນ ແລະ ເລຊິ່ນແລກປ່ຽນໄອອອນ R8 ການນຳມາໃຊ້ປະໂຫຍດຄືນໃໝ່ຂອງ ປະເພດສານທີ່ເລັ່ງປະຕິກິລິຍາ (Recovery of components from catalysts) ໝາຍເຖິງການດຳເນີນການບຳບັດທີ່ມີຈຸດປະສົງຄືການສ້າງສານເລັ່ງປະຕິກິລິຍາໃໝ່ ການເອົາສ່ວນປະກອບຂອງທາດເລັ່ງປະຕິກິລິຍາກັບມາໃຊ້ໃໝ່ ເຊິ່ງສ່ວນໃຫຍ່ເປັນສ່ວນປະກອບທີ່ເປັນໂລຫະ ເຊັ່ນ: ການຮີໄຊເຄີ້ນໂລຫະມີຄ່າຈາກທາດເລັ່ງປະຕິກິລິຍາໃນອາຍເສຍລົດຍົນ R9 ການນຳມາໃຊ້ປະໂຫຍດຄືນໃໝ່ຂອງ ນ້ຳມັນເກົ່າໃຊ້ແລ້ວທີ່ຜ່ານການກັ່ນ (Oil re-refining or other reuses of oil) ໝາຍເຖິງການດຳເນີນການບຳບັດທີ່ມີຈຸດປະສົງເພື່ອເອົານ້ຳມັນທີ່ໃຊ້ແລ້ວກັບມາໃຊ້ໃໝ່ ເຊິ່ງມີ 2 ວິທີຄື: ການກັ່ນນ້ຳມັນທີ່ໃຊ້ແລ້ວອີກຄັ້ງ ແລະ ການກຽມເຊື້ອໄຟຈາກນ້ຳມັນທີ່ໃຊ້ແລ້ວ. ການກັ່ນຊ້ຳຈະປ່ຽນນ້ຳມັນເສຍໃຫ້ເປັນນ້ຳມັນພື້ນຖານ (base oils) ເຊິ່ງສາມາດເອົາມາໃຊ້ໃນການຜະລິດຜະລິດຕະພັນຫຼໍ່ລື່ນ (lubricating) ໄດ້, ໃຊ້ຜະລິດເຊື້ອໄຟທົດແທນການໃຊ້ຖ່ານຫິນ, ນ້ຳມັນກາຊວນ ແລະ ເຊື້ອໄຟເບົາ (light fuel) ໄດ້  R10 ການບຳບັດໜ້າດິນເກີດປະໂຫຍດໃຫ້ແກ່ການປັບປຸງ ດິນກະສິກຳ ແລະ ລະບົບນິເວດ (Land treatment resulting in benefit to agriculture or ecological improvement) ໝາຍເຖິງການໃຊ້ສິ່ງເສດເຫຼືອອົງຄະທາດ ແລະ ແຮ່ທາດເປັນປຸ໋ຍ ຫຼື ສານປັບປຸງດິນໃນການກະເສດ, ການໃຊ້ສິ່ງເສດເຫຼືອອື່ນໆ ໃນດິນທີ່ບໍ່ມີການປູກພືດ ເພື່ອປັບປຸງລະບົບນິເວດ R11 ການໃຊ້ສານຕົກຄ້າງທີ່ໄດ້ຈາກການດຳເນີນການກັບມາໃຊ້ປະໂຫຍດໃໝ່, ການຜະລິດຄືນໃໝ່ ແລະ ການຟື້ນຟູສະພາບ ດ້ວຍວິທີການໃດໜື່ງ ຈາກຂໍ້ R1-R10 (Uses of waste obtained from any of the operations numbered R1 to R10) ໝາຍເຖິງການນຳເອົາສິ່ງເສດເຫຼືອທີ່ຕົກຄ້າງຈາກການກັບມາໃຊ້ປະໂຫຍດໃໝ່, ການຜະລິດຄືນໃໝ່ ແລະ ການຟື້ນຟູສະພາບ ດ້ວຍວິທີການໃດໜື່ງ ຈາກຂໍ້ R1-R10 ມາໃຊ້ປະໂຫຍດຄືນໃໝ່ R12 ການແລກປ່ຽນສິ່ງເສດເຫຼືອ ເພື່ອການດຳເນີນການກັບມາໃຊ້ປະໂຫຍດໃໝ່, ການຜະລິດຄືນໃໝ່ ແລະ ການຟື້ນຟູສະພາບ ດ້ວຍວິທີການໃດໜື່ງ ຈາກຂໍ້ R1-R11 (Exchange of waste for submission to any of the operations numbered R1 to R11) ໝາຍເຖິງກິດຈະກຳການບຳບັດສິ່ງເສດເຫຼືອຂັ້ນຕົ້ນກ່ອນການນຳໃຊ້ຄືນໃໝ່ ເຊັ່ນ: ກິດຈະກຳການຂັດແຍກພື້ນຖານ, ການປະສົມສິ່ງເສດເຫຼືອຈາກຫຼາຍແຫຼ່ງທີ່ມາກ່ອນຈະຖືກສົ່ງໄປສະຖານທີ່ຮີໄຊເຄິ້ນ, ການຂົນຍ້າຍ ແລະ ການບົດອັດສິ່ງເສດເຫຼືອ, ການບົດເສດໄມ້ກ່ອນນຳມາໃຊ້ຜະລິດພະລັງງານ ການບຳບັດແບບ R12 ມີ 4 ວິທີຄື: ການປັບສະຖຽນທາງຊີວະພາບ ການຜະລິດເຊື້ອໄຟຈາກສິ່ງເສດເຫຼືອລວມເຖິງ SRF ແລະ RDF ການທັບມ້າງພາຫະນະໃຊ້ແລ້ວ ລວມເຖິິງພາຫະນະທີ່ໝົດອາຍຸ ການແລກປ່ຽນສິ່ງເສດເຫຼືອເພື່ອສົ່ງຕໍ່ໄປດຳເນີນການດ້ວຍວິທີໃດໜື່ງ (R1-R11) R13 ການເກັບສະສົມສານ ແລະ ວັດຖຸອຸປະກອນ ເພື່ອການດຳເນີນການກັບມາໃຊ້ປະໂຫຍດໃໝ່, ການຜະລິດຄືນໃໝ່ ແລະ ການຟື້ນຟູສະພາບ ດ້ວຍວິທີການໃດໜື່ງ ຈາກຂໍ້ R1-R11 (Storage of waste pending any of the operations numbered R1 to R11) ໝາຍເຖິງການຈັດເກັບສິ່ງເສດເຫຼືອເພື່ອລໍຖ້າດຳເນີນການກັບມາໃຊ້ປະໂຫຍດໃໝ່, ການຜະລິດຄືນໃໝ່ ແລະ ການຟື້ນຟູສະພາບດ້ວຍວິທີໃດໜື່ງ (R1-R11)

Continue Reading