ໜ່ວຍບໍລິການຂໍ້ມູນວິຊາການເປັນໜ່ວຍງານທີ່ມີພາລະບົດບາດໃນການຊ່ວຍເຫຼືອ ແລະ ສະໜັບສະໜຸນນັກວິຊາການ ແລະ ຜູ້ຊ່ຽວຊານ ຈົນຮອດນັກຮຽນ-ນັກສຶກສາໃນຮູບແບບເປັນຜູ້ເກັບກຳຂໍ້ມູນ-ເອກະສານວິຊາການທຸກຮູບແບບ ໂດຍເອກະສານ ແລະ ຂໍ້ມູນວິຊາການຈະຖືກລວບລວມໄວ້ໃນໜ້າ “ສູນຂໍ້ມູນ” ຂອງເວັບໄຊ emac.la ນີ້ ເຊິ່ງປະກອບດ້ວຍ:
- ເອກະສານເຜີຍແຜ່: ໝາຍເຖິງຫ້ອງສະໝຸດເອເລັກໂຕນິກ ທີ່ຈະຈັດເກັບເອກະສານໄວ້ເປັນໝວດໝູ່ ເຊັ່ນ: ນິຕິກຳ, ສົນທິສັນຍາສາກົນ, ຄູ່ມືວິຊາການ, ມາດຕະຖານສາກົນ ແລະ ອື່ນໆ ເຊິ່ງໄດ້ມາຈາກຫ້ອງການ, ສູນ, ຄະນະວິຊາ, ສະຖາບັນ ແລະ ກະຊວງ ເຊິ່ງມີທັງເອກະສານພາຍໃນ ແລະ ຕ່າງປະເທດ => Click
- ຂໍ້ມູນວິຊາການ: ໝາຍເຖິງ ບົດຄວາມດ້ານວິຊາການເຊິ່ງສຳຄັນຕໍ່ການຈັດຕັ້ງປະຕິບັດການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ເຊັ່ນ: ການຄຸ້ມຄອງສິ່ງແວດລ້ອມຂອງໂຮງງານອຸດສາຫະກຳແຕ່ລະປະເພດຄວນຈັດຕັ້ງປະຕິບັດແນວໃດ? ການຈໍາແນກປະເພດສານເຄມີເພື່ອຄວາມປອດໄພໃນການຈັດເກັບ ແລະ ຂົນສົ່ງ, ການຈັດເກັບເຄມີໃຫ້ປອດໄພ, ການຂື້ນທະບຽນເຄມີ, ບັນຊີລາຍຊື່ເຄມີ, ການນຳໃຊ້ລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອ (Manifest System), ມາດຕະຖານການຕິດຕາມກວດກາສິ່ງແວດລ້ອມ ແລະ ວິທີການກວດກາວັດແທກ ແລະ ອື່ນໆ ເຊິ່ງຖືກສະຫຼຸບ ແລະ ສັງລວມມາຮຽບຮ້ອຍແລ້ວ ໂດຍວິຊາການ ແລະ ຜູ້ຊ່ຽວຊານຂອງ EMAC => Click