ໜ່ວຍງານບໍລິການບຳບັດ-ກຳຈັດສິ່ງເສດເຫຼືອ ເປັນໜ່ວຍງານຄຸ້ມຄອງສະຖານີຄົ້ນຄວ້າ-ວິໄຈການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳ ໂຄງການຕົວແບບການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳ ເຊິ່ງເປັນການຮ່ວມມືກັນລະຫວ່າງສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ກັບໜ່ວຍງານພາກລັດ ຄື: ກົມສິ່ງແວດລ້ອມ ແລະ ກົມອຸດສາຫະກຳ ແລະ ຫັດຖະກຳ
ປະຈຸບັນໜ່ວຍງານດັ່ງກ່າວໄດ້ຈັດຕັ້ງປະຕິບັດຕົວຈິງກັບຄູ່ຮ່ວມງານພາກເອກະຊົນຄື: ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ, ບໍລິສັດ ຄຳມ່ວນ ຊີມັງ ຈຳກັດ, ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ ແລະ ກຸ່ມບໍລິສັດວົງພານິດລາວ ເຊິ່ງເປັນຜູ້ບຸກເບີກການໃຫ້ບໍລິການຈັດການສິ່ງເສດເຫຼືອເປັນພິດອັນຕະລາຍພາຍໃນ ສປປ ລາວ ແລະ ເຕັກໂນໂລຊີການບຳບັດ-ກຳຈັດສິ່ງເສດເຫຼືອໂຮງໝໍ ແລະ ສິ່ງເສດເຫຼືອອີເລັກໂຕນິກ ຕາມມາດຕະຖານສາກົນ.
ປະເພດສິ່ງເສດເຫຼືອອຸດສາຫະກຳທີ່ຮັບບຳບັດ-ກຳຈັດແບ່ງອອກເປັນ 5 ປະເພດດັ່ງຕໍ່ໄປນີ້:
1. ສິ່ງເສດເຫຼືອອຸດສາຫະກຳປະເພດທາດແຫຼວ
-
-
- ສິ່ງເສດເຫຼືອອຸດສາຫະກຳປະເພດທາດແຫຼວທີ່ບໍ່ມີຄ່າຄວາມຮ້ອນ ເຊັ່ນ: ນ້ຳເປື້ອນຈາກຂະບວນການຜະລິດ, ນ້ຳປົນເປື້ອນສານເຄມີໃດໜື່ງ ຫຼື ນ້ຳຫຼໍ່ເຢັນຈາກລະບົບບຳບັດເປັນຕົ້ນ
- ສິ່ງເສດເຫຼືອອຸດສາຫະກຳປະເພດທາດແຫຼວທີ່ມີຄ່າຄວາມຮ້ອນ ເຊັ່ນ: ສານລະລາຍທີ່ສາມາດຈຸດຕິດໄຟ, ນ້ຳມັນເກົ່າ, ນ້ຳມັນປົນເປື້ອນ, ສານລະລາຍປະສົມທາດເຫຼົ້າເປັນຕົ້ນ
-
2. ສິ່ງເສດເຫຼືອອຸດສາຫະກຳປະເພດທາດແຂງ ແລະ ຕະກອນ ຫຼື ຂີ້ຕົມ
-
-
- ສິ່ງເສດເຫຼືອອຸດສາຫະກຳທາດແຂງທີ່ສາມາດນຳໃຊ້ເປັນວັດຖຸດິບທົດແທນ (Alternative raw material) ສໍາລັບການຜະລິດຊີມັງ ເຊັ່ນ: ຕະກອນຈາກລະບົບບຳບັດນ້ຳເປື້ອນ, ຝຸ່ນເຫຼັກ, ຂີ້ຊາຍ, ຂີ້ຫິນ ຫຼື ດິນທີ່ປົນເປື້ອນສານເຄມີ.
- ສິ່ງເສດເຫຼືອອຸດສາຫະກໍາທາດແຂງທີ່ສາມາດນຳໃຊ້ເປັນເຊື້ອໄຟປະສົມ ເຊັ່ນ: ຜ້າປົນເປື້ອນນ້ຳມັນ ຫຼື ສານເຄມີ, ເສດຢາງ ຫຼື ພລາສຕິກ, ເສດໄມ້ ຫຼື ວັດສະດຸປົນເປື້ອນ.
-
3. ສິ່ງເສດເຫຼືອອຸດສາຫະກຳປະເພດຂອງແຂງ ທີ່ບໍ່ເປັນພິດອັນຕະລາຍ
-
-
- ສິ່ງເສດເຫຼືອທີ່ສາມາດຄັດແຍກເພື່ອສົ່ງຮີໄຊເຄີ້ນໄດ້ (Recyclable material) ເຊັ່ນ: ເສດເຫຼັກ-ກະປ໋ອງ, ແກ້ວ, ເສດໜັງ, ວັດສະດຸ, ເສດເຈ້ຍ-ຖົງຢາງ, ແກັດ-ພາຊະນະ ຫຼື ບັນຈຸພັນ ເປັນຕົ້ນ
- ສິ່ງເສດເຫຼືອທີ່ບໍ່ສາມາດສົ່ງໃຫ້ຜູ້ຄັດແຍກເພື່ອການລີໄຊເຄີ້ນໄດ້ (Unrecyclable material) ໄດ້ແກ່ ສິ່ງເສດເຫຼືອທີ່ ບໍ່ມີຜູ້ຕ້ອງການນຳໄປແປຮູບ ຫຼື ລີໄຊເຄີ້ນພາຍໃນ ສປປ ລາວ.
-
4. ສິ່ງເສດເຫຼືອອິເລັກໂຕນິກ (Electronics Waste: E-waste)
-
-
- ສິ່ງເສດເຫຼືອປະເພດຫຼອດໄຟຟ້າ ແລະ ແບັດເຕີລີ້
- ສິ່ງເສດເຫຼືອປະເພດຄອມພິວເຕີ ແລະ ອຸປະກອນຄອມພິວເຕີ-ອຸປະກອນສື່ສານ
- ສິ່ງເສດເຫຼືອປະເພດເຄື່ອງແອເຢັນ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕນິກ
- ສິ່ງເສດເຫຼືອປະເພດແຜງໂຊລ່າ, ໝໍ້ໄຟ
-
5. ສິ່ງເສດເຫຼືອຈາກສະຖານທີ່ບໍລິການສາທາລະນະສຸກ (ໂຮງໝໍ, ສຸກສາລາ, ຫ້ອງກວດພະຍາດເອກະຊົນທົ່ວໄປ, ຫ້ອງວິເຄາະທາງດ້ານການແພດ, ສະຖາບັນ, ຫ້ອງພະຍາບານໃນສະຖານປະກອບການຕ່າງໆ) ເຊັ່ນ: ຂີ້ເຫຍື້ອຕິດເຊື້ອ, ຂີ້ເຫຍື້ອປະເພດຢາ, ຂີ້ເຫຍື້ອເປັນພິດຕໍ່ກຳມະພັນ, ສານເຄມີ ແລະ ຂີ້ເຫຍື້ອທີ່ມີໂລຫະສູງ, ກະປ໋ອງອັດຄວາມດັນ ແລະ ອື່ນໆ
ໂດຍສາມາດໃຫ້ບໍລິການໃນການເກັບລວບລວມ, ຂົນສົ່ງ ແລະ ອອກໃບຢັ້ງຢືນການຮັບບຳບັດກຳຈັດໃຫ້ແກ່ ເຈົ້າຂອງສິ່ງເສດເຫຼືອ ພ້ອມອອກໃບຮັບຮອງການທຳລາຍ ເພື່ອປະໂຫຍດທາງດ້ານພາສີ-ອາກອນ ສຳລັບຜູ້ປະກອບການທີ່ໄດ້ຮັບການຍົກເວັ້ນອາກອນນຳເຂົ້າຕາມລະບົບພາສີການສົ່ງເສີມການລົງທຶນ.