ການເຄື່ອນໄຫວຂອງສູນ

ພິທີລົງນາມບົດບັນທຶກຄວາມຮ່ວມມື Memorandum of Collaboration (MOC) ລະຫວ່າງສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ແລະ ບໍລິສັດ ຊິດສະຕໍລີ ຈຳກັດ (Systory Co.,ltd) ວັນທີ 07 ສິງຫາ 2024        ໃນວັນທີ 07 ສິງຫາ 2024, ທີ່ຄະນະວິທະຍາສາດສິ່ງແວດລ້ອມ. ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ໄດ້ລົງນາມໃນບົດບັນທຶກຄວາມຮ່ວມມື (MOC) ກັບ ບໍລິສັດ ຊິດສະຕໍລີ ຈຳກັດ ເພື່ອຮ່ວມມືກັນພັດທະນາ ແລະ ຄຸ້ມຄອງບັນດາລະບົບຖານຂໍ້ມູນກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ເຊິ່ງໄດ້ຮັບມອບຈາກ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ເມື່ອວັນທີ 21 ມິຖຸນາ 2024 ທີ່ຜ່ານມາ ເຊັ່ນ: ລະບົບຕິດຕາມການຂົນສົ່ງ ແລະ ບຳບັດ-ຈຳກັດສິ່ງເສດເຫຼືອ (Waste Manifest system), ລະບົບຖານຂໍ້ມູນການຄຸ້ມຄອງສິ່ງແວດລ້ອມໂຮງງານ, ລະບົບຄຸ້ມຄອງສານເຄມີ, ລະບົບແຈ້ງ ແລະ ຕິດຕາມການຂົນສົ່ງສິ່ງເສດເຫຼືອຂ້າມແດນ ແລະ ລະບົບຄຸ້ມຄອງເອເລັກໂຕນິກອື່ນໆ ເຊິ່ງເປັນຂີດໝາຍ ແລະ ບາດກ້າວອັນສຳຄັນໃນການພັດທະນາລະບົບຖານຂໍ້ມູນຂອງ ສປປ ລາວ ໃຫ້ມີຄວາມທັນສະໄໝຫຼາຍຂື້ນ.

Continue Reading  

ກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ຈັດກອງປະຊຸມສຳມະນາກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ຄັ້ງວັນທີ 06 ສິງຫາ 2024        ໃນວັນທີ 06 ສິງຫາ 2024, ກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ ການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳນ້ອຍ ຈັນເພັງໄຊ ຮອງຫົວໜ້າກົມອຸດສາຫະກຳ ໂດຍມີຜູ້ເຂົ້າຮ່ວມທັງໝົດຈຳນວນ 29 ທ່ານ ເປັນໂຮງງານອຸດສາຫະກຳຈຳນວນທັງໝົດ 14 ໂຮງງານ.        ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອເຜຍແຜ່ນະໂຍບາຍ ແລະ ລະບຽບການໃນການຄຸ້ມຄອງສິ່ງແວດລ້ອມ ແລະ ສິ່ງເສດເຫຼືອ ຈາກອຸດສາຫະກຳປຸງແຕ່ງ ເປັນຕົ້ນແມ່ນ ຂໍ້ກຳນົດວ່າດ້ວຍການປ່ອຍນ້ຳເປື້ອນ ແລະ ນ້ຳເສຍຄຸນຈາກໂຮງງານອຸດສາຫະກຳປຸງແຕ່ງ, ຂໍ້ຕົກລົງວ່າດ້ວຍມາດຕະຖານອາກາດທີ່ປ່ອຍຈາກໂຮງງານອຸດສາຫະກຳປຸງແຕ່ງ, ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງໜ່ວຍງານສິ່ງແວດລ້ອມ ແລະ ເຄມີ ປະຈຳໂຮງງານ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງສິ່ງເສດເຫຼືອຈາກໂຮງງານອຸດສາຫະກຳປຸງແຕ່ງ. ຜ່ານການສະເໜີໂດຍ ທ່ານ ສຸລິພອນ ກົງແສງຈິດ, ຫົວໜ້າ ພະແນກສິ່ງແວດລ້ອມ ແລະ ຄວາມປອດໄພອຸດສາຫະກຳ.         ນອກຈາກນັ້ນຍັງໄດ້ມີການນຳສະເໜີລະບົບຕິດຕາມຕິດຕາມການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳ (Waste Manifest System) ໂດຍ ປອ. ດາວອນ ແກ້ວມະນີ ຜູ້ອຳນວຍການສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ເຊິ່ງລະບົບດັ່ງກ່າວຈະເປັນເຄື່ອງມືອຳນວຍຄວາມສະດວກໃຫ້ແກ່ໂຮງງານອຸດສາຫະກຳ ແລະ ໜ່ວຍງານພາກລັດ ໃນການຈັດເກັບຂໍ້ມູນ ແລະ ລາຍງານການບຳບັດ-ກຳຈັດສິ່ງເສດເຫຼືອ, ຊ່ວຍໃຫ້ໂຮງງານໄດ້ຈັດຕັ້ງປະຕິບັດຕາມນິຕິກຳຂອງ ສປປ.ລາວ ທີ່ວາງອອກຢ່າງຖືກຕ້ອງ, ຄົບຖ້ວນ ແລະ ວ່ອງໄວ ແລະ ຍັງໄດ້ນຳສະເໜີສະຖານີຄົ້ນຄວ້າ-ວິໄຈ ການບຳບັດ-ກຳຈັດສິ່ງເສດເຫຼືອອຸດສາຫະກຳທີ່ສາມາດໃຫ້ຄຳແນະນຳ, ບໍລິການຂົນສົ່ງ ແລະ ບຳບັດ-ກຳຈັດສິ່ງເສດເຫຼືອທຸກຊະນິດ ໂດຍສະເພາະສິ່ງເສດເຫຼືອເຄມີ, ພະຊະນະບັນຈຸເຄມີ… ດ້ວຍວິທີທີ່ໄດ້ມາດຕະຖານ ແລະ ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມອີກດ້ວຍ.         ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຍັງໄດ້ມີໂອກາດແລກປ່ຽນຄຳຄິດເຫັນກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ, ການລາຍງານການຈຳກັດສິ່ງເສດເຫຼືອອຸດສາຫະກຳຮ່ວມກັນອີກດ້ວຍ.

Continue Reading  

ພິທີມອບ-ຮັບລະບົບຖານຂໍ້ມູນ (EMAC Database) ລະຫວ່າງບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ສູນວິຊາການດ້ານການຈັດການສິ່ງແວດລ້ອມ, ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ຄັ້ງວັນທີ 21 ມິຖຸນາ 2024        ເພື່ອໃຫ້ ສປປ ລາວ ມີລະບົບຖານຂໍ້ມູນກາງກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ໃນວັນທີ 21 ມິຖຸນາ 2024 ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ໄດ້ມອບລະບົບຖານຂໍ້ມູນ (EMAC Database), ລະບົບຕິດຕາມການຂົນສົ່ງ Waste Manifest system ມູນຄ່າ 69,000 USD (ຫົກສິບເກົ້າພັນໂດລາສະຫະລັດ) ໃຫ້ແກ່ ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC), ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ (ມຊ) ເປັນຜູ້ຄຸ້ມຄອງຖານຂໍ້ມູນ ແລະ ພັດທະນາສືບຕໍ່ໄປ.         ໂດຍການມອບຂອງທ່ານ ເອກະສິດ ເມຖາທິລະສະຫວັດ ຜູ້ອຳນວຍການ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ຮັບໂດຍທ່ານ ຮສ. ປອ. ໄກສອນ ເພັງໂສພາ ຄະນະບໍດີ ຄະນະວິທະຍາສາດສິ່ງແວດລ້ອມ ເປັນກຽດເຂົ້າຮ່ວມໂດຍ ທ່ານ ຄຳນ້ອຍ ຈັນເພັງໄຊ ຮອງຫົວໜ້າກົມອຸດສາຫະກຳ ແລະ ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

Continue Reading  

ກອງປະຊຸມຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດໂຄງການລະບົບຖານຂໍ້ມູນສິ່ງເສດເຫຼືອ (Manifest System)        ໃນວັນທີ 16 ມັງກອນ 2024, ກົມອຸດສາຫະກຳ ໄດ້ຈັດກອງປະຊຸມຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດໂຄງການລະບົບຖານຂໍ້ມູນສິ່ງເສດເຫຼືອ ທີ່ກົມອຸດສາຫະກຳ. ໂດຍການເປັນປະທານຮ່ວມຂອງທ່ານ ຄຳນ້ອຍ ຈັນເພັງໄຊ, ຮອງຫົວໜ້າກົມອຸດສາຫະກຳ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 14 ທ່ານ ທີ່ມາຈາກກົມອ້ອມຂ້ອງ, ຫ້ອງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ, ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC), ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ບໍລິສັດ ລາວ ຄາຢາມ່າ ຈຳກັດ.         ໂດຍກອງປະຊຸມຄັ້ງນີ້ຈັດຕັ້ງຂື້ນເພື່ອສະຫຼຸບຜົນການຈັດຕັ້ງໃນປີ 2023 ທີ່ຜ່ານມາ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ພ້ອມທັງໄດ້ປຶກສາຫາລືກ່ຽວກັບແນວທາງໃນການຈັດຕັ້ງປະຕິບັດໃນປີ 2024 ເພື່ອໃຫ້ວຽກງານປະສົບຜົນສຳເລັດຕາມຈຸດປະສົງທີ່ຄາດໝາຍໄວ້.

Continue Reading  

ກິດຈະກຳທັດສະນະສຶກສາ ແລະ ແລກປ່ຽນບົດຮຽນວຽກງານການກຳຈັດສິ່ງເສດເຫຼືອທີ່ ບໍລິສັດ ວົງພານິດ ອິນເຕີເນຊັ່ນແນວ ຈຳກັດ ໃນວັນທີ 26 ມິຖຸນາ 2023        ໃນວັນທີ 26 ມິຖຸນາ 2023 ສູນວິຊາການດ້ານການຈັດການສິ່ງແວດລ້ອມ EMAC, ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ບໍລິສັດ ລາວຄາຢາມ່າ ຈຳກັດ ໄດ້ເດິນທາງໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນກັບ ບໍລິສັດ ວົງພານິດ ອິນເຕີເນຊັ່ນແນວ ຈຳກັດ ຈັງຫວັດ ພະນະຄອນສີອາຍຸດທະຍາ ເຊີ່ງເປັນສູນຈັດເກັບ ແລະ ກະຈາຍວັດສະດຸຣີໄຊເຄີ້ນຂະໜາດໃຫຍ່ ເຊີ່ງໄດ້ແລກປ່ຽນບົດຮຽນກ່ຽວກັບປະເພດຂອງວັດສະດຸຮີໄຊເຄີ້ນ, ການຄັດແຍກ-ບໍລິຫານຈັດການ, ແນວທາງການນຳເອົາສິ່ງເສດເຫຼືອໄປແປຮູບເປັນເຊື້ອໄຟທົດແທນ ຫຼື RDF ແລະ ເຄື່ອງມື, ເຕັກໂນໂລຊີທັນສະໄໝເຊັ່ນ: ເຄື່ອງບົດຫຼອດໄຟຟ້າ, ເຄື່ອງບີບອັດພາຊະນະບັນຈຸ, ເຄື່ອງຕັດສາຍໄຟ ແລະ ອື່ນໆ 

Continue Reading  

ສູນວິຊາການດ້ານການຈັດການສິງແວດລ້ອມ (EMAC) ໃຫ້ຄວາມຊ່ວຍເຫຼືອ ອົງການກາແດງແຫ່ງຊາດລາວໃນການກຳຈັດຖ່ານໄຟສາຍ        ໃນວັນທີ 20 ທັນວາ 2023 ອົງການກາແດງແຫ່ງຊາດລາວໄດ້ສົ່ງມອບຖ່ານໄຟສາຍທີ່ໄດ້ທ້ອນໂຮມໄວ້ ຈຳນວນ 165 kg ໄວ້ໃຫ້ແກ່ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ເພື່ອກຳຈັດຢ່າງຖືກຕ້ອງ

Continue Reading  

ກອງປະຊຸມປຶກສາຫາລືກ່ຽວກັບກອບ ແລະ ແຜນຄວາມຮ່ວມມືດ້ານການພັດທະນາມາດຕະຖານການກຳຈັດແບດເຕີລີ້ລົດຍົນໄຟຟ້າ ພາຍໃນ ສປປ.ລາວ ຮ່ວມກັນລະຫວ່າງ ກົມສິ່ງແວດລ້ອມ, ສູນ EMAC, ໜ່ວຍສິ່ງແວດລ້ອມ ຂສພ.ສຂ ແລະ Toyota lao co.,ltd        ໃນວັນທີ 22 ທັນວາ 2023 ກົມສິ່ງແວດລ້ອມ, ສູນວິຊາການດ້ານການຈັດການສິ່ງແວດລ້ອມ EMAC, ໜ່ວຍຄຸ້ມຄອງສິ່ງແວດລ້ອມເຂດເສດຖະກິດພິເສດແຂວງສະຫວັນນະເຂດ (ຂສພ.ສຂ) ແລະ TOYOTA LAO CO.,LTD ໄດ້ປະຊຸມປຶກສາຫາລືຮ່ວມກັນກ່ຽວກັບແຜນຄວາມຮ່ວມມືດ້ານການພັດທະນາມາດຕະຖານການກຳຈັດແບດເຕີລີ້ລົດຍົນໄຟຟ້າ ພາຍໃນ ສປປ.ລາວ ເຊີ່ງຈະກຳຈັດຢູ່ທີ່ສູນການຄຸ້ມຄອງສິ່ງແວດລ້ອມ ແຂວງສະຫວັນນະເຂດ ພ້ອມນັ້ນກໍ່ໄດ້ແລກປ່ຽນຂໍ້ມູນກ່ຽວກັບການຈັດການເສດເຫຼືອອຸດສາຫະກຳຈາກສູນບໍລິການໂຕໂຍຕ້າ ເພື່ອໃຫ້ການຈັດການສິ່ງເສດເຫຼືອທັງເປັນໄປຢ່າງຖືກຕ້ອງຕາມຫຼັກວິຊາການ ແລະ ມີປະສິດທິພາບຫຼາຍຂື້ນ.

Continue Reading  

ການທັດສະນະສຶກສາ ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຈັດການສິ່ງເສດເຫລືອ ທີ່ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 25 ກັນຍາ ຫາ 2 ຕຸລາ 2022 ອີງຕາມການເຊືື້ອເຊີນຂອງ ອົງການສົ່ງເສີມການຄ້າປະເທດຍີ່ປຸ່ນ (JETRO) ແລະ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ ເພື່ອທັດສະນະສຶກສາ ແລະ ແລກປ່ຽນບົດຮຽນທາງດ້ານວິຊາການ ທີ່ປະເທດຍີ່ປຸ່ນໃນລະຫວ່າງວັນທີ 26 ກັນຍາ  – 2 ຕຸລາ 2022 ເຊີ່ງມີຈຸດປະສົງຕົ້ນຕໍແມ່ນ:  ເພື່ອແລກປ່ຽນ ແລະ ສົ່ງເສີມຄວາມຮູ້ ກ່ຽວກັບລະບົບການຈັດການສິ່ງເສດເຫຼືອອັນຕະລາຍຈາກໂຮງງານອຸດສາຫະກຳ ແລະ ສາທາລະນະສຸກ ຂອງບໍລິສັດຄາຢາມາ ໂຄກຽວ ຈຳກັດ ເພື່ອເປັນການສຶກສາກ່ຽວກັບບັນດາເຕັກໂນໂລຊີ່ທີ່ດີ ທີ່ໃຊ້ເຂົ້າໃນຂະບວນການຄັດແຍກ, ກຳຈັດ ແລະ ສ້າງຜະລິດຕະພັນຈາກສິ່ງເສດເຫຼືອເພື່ອເປັນພະລັງງານທົດແທນ ຂອງບໍລິສັດ ຄາຢາມາໂຄກຽວຈຳກັດ      ເຊີ່ງຄະນະທີມງານຈາກ ສປປ ລາວ ເຊິ່ງປະກອບດ້ວຍພາກລັດ ແລະ ເອກະຊົນ ເຊິ່ງມີຜູ້ເຂົ້າຮ່ວມຈາກ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ (ກະຊວງສາທາລະນະສຸກ), ກົມອຸດສາຫະກຳ ແລະ ຫັດຖະກຳ (ກະຊວງອຸດສາຫະກຳ ແລະ ການຄ້າ), ກົມສິ່ງແວດລ້ອມ, ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ), ​ຄະນະຄຸ້ມຄອງເຂດເສດຖະກິດພິເສດສະຫວັນນະເຂດ (​ກະຊວງແຜນການ ແລະ ການລົງທືນ),​ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ, ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC, ຄສວ, ມຊ),​ ບໍລິສັດ Small b ທີ່ປືກສາດ້ານການລົງທຶນຈໍາກັດຜູ້ດຽວ, ບໍລິສັດ ສະຫວັນ ອີເອັມຊີ ຈໍາກັດ ທັງໝົດຈໍານວນ 13 ທ່ານ ໄດ້ລົງຢ້ຽມຢາມ ແລະ ທັດສະນະສຶກສາຕົວຈິງກ່ຽວກັບການຈັດການສິ່ງເສດເຫຼືອອຸດສາຫະກຳ/ສາທາລະນະສຸກ ທີ່ປະເທດຍີ່ປຸ່ນ ເຊິ່ງມີລາຍລະອຽດດັ່ງລຸ່ມນີ:   ຮຽນຮູ້ກ່ຽວກັບ ວິທີການຄັດແຍກ, ກຳຈັດສິ່ງເສດເຫລືອອຸດສາຫະກຳ ແລະ ສາທາລະນະສຸກ ຂອງບໍລິສັດຄາຢາມາໂຄກຽວຈໍາກັດ  ຮຽນຮູ້ກ່ຽວກັບບັນດາກົດໝາຍ ແລະ ນິຕິກຳ ທີ່ກ່ຽວຂ້ອງກັບສິ່ງເສດເຫລືອຂອງປະເທດຍີ່ປຸ່ນ ໄດ້ລົງຢ້ຽມຢາມກ່ຽວກັບການຈັດການສິ່ງເສດເຫຼືອຂອງໂຮງງານ ແລະ ໂຮງໝໍ ລົງຢ້ຽມຢາມ ສະຖານທີ່ເຜົາກຳຈັດສິ່ງເສດເຫຼືອທົ່ວໄປຈາກຊຸມຊົນ ແລະ ບັນດາຫ້ອງການຕ່າງໆພ້ອມທັງລະບົບການຈັດການກ່ຽວກັບມົນລະພິດທາງນໍ້າ ແລະ ອາກາດ ລົງເບີ່ງພື້ນທີ່ຕົວຈິງຂອງສະຖານທີ່ຝັງກົບ ຫຼັງຈາກການເຜົາສິ່ງເສດເຫຼືອທົ່ວໄປ ແລະ ລະບົບບໍາບັດນໍ້າເປື້ອນ ທັດສະນະສຶກສາກ່ຽວກັບບັນດາກິດຈະກຳ ແລະ ການຈັດການຈັດສິ່ງເສດເຫຼືອພາຍໃນໂຮງຮຽນປະຖົມ  ລົງຢ້ຽມຢາມໂຮງງານຄັດແຍກ ແລະ ກຳຈັດສິ່ງເສດຈາກ ເອເລັກໂຕນິກຂອງບໍລິສັດຄາຢາມາໂຄກຽວ ທັດສະນະສຶກສາກ່ຽວກັບຂະບວນການຜະລິດ, ການຈັດການສິ່ງເສດເຫຼືອຈາກ ໂຮງງານ MS Group ທີ່ດຳເນີນການກ່ຽວກັບໂຮງງານຜະລິດແມ່ພິມຂອງຂະບວນການຜະລິດຊີ້ນສ່ວນຂອງລົດຍົນ  ລົງຢ້ຽມຢາມ ໂຮງງານລີໄຊເຄີ່ນ ສິ່ງເສດເຫຼືອເອເລັກໂທນິກຂອງບໍລິສັດ Green Cycle, SONY Group

Continue Reading  

ການລົງຕິດຕາມການເຜົາກຳຈັດສິ່ງເສດເຫຼືອອຸດສາຫະກໍາທີ່ ບໍລິສັດ ຄຳມ່ວນ ຊີມັງ ຈຳກັດ      ໃນວັນທີ 4 ມີນາ ປີ 2022 ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນຳພາໂດຍທ່ານ ເທວະຣັກ ພອນແກ້ວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມການກຳຈັດສິ່ງເສດເຫຼືອອຸດສາຫະກຳດ້ວຍການເຜົາຮ່ວມໃນເຕົາເຜົາປູນຊີມັງທີ່ ບໍລິສັດ ຄຳມ່ວນຊີມັງ ຈໍາກັດ, ເມືອງ ມະຫາໄຊ,​ ແຂວງຄໍາມ່ວນ      ປະຈຸບັນ ບໍລິສັດ ຄຳມ່ວນຊີມັງ ຈຳກັດ ຮັບເຜົາກຳຈັດສິ່ງເສດເຫຼືອອຸດສາຫະກຳ ໂດຍອິງໃສ່ ບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບເຂດເສດຖະກິດພິເສດ ແຂວງ ສະຫວັນນະເຂດ ເຊິ່ງການເຜົາກຳຈັດສິ່ງເສດເຫຼືອອຸດສາຫະກຳສາມາດກຳຈັດສິ່ງເສດເຫຼືອໄດ້ຫຼາຍປະເພດເຊັ່ນ: ສິ່ງເສດເຫຼືອປະເພດທາດແຫຼວ ທັງປະເພດທີ່ມີຄ່າຄວາມຮ້ອນ ຫຼື ບໍ່ມີຄ່າຄວາມຮ້ອນ, ສິ່ງເສດເຫຼືອອຸດສາຫະກໍາທີ່ສາມາດໃຊ້ເປັນວັດຖຸດິບທົດແທນ, ເຊື້ອໄຟທົດແທນ      ການກຳຈັດສິ່ງເສດເຫຼືອອຸດສາຫະກຳໃນເຕົາປູນຊີມັງນັ້ນຈະຕ້ອງຜ່ານການວິເຄາະ ແລະ ກວດກາຄຸນສົມບັດທາງເຄມີ ແລະ ກາຍຍະພາບ ເພື່ອປຽບທຽບຄຸນສົມບັດກັບເກນທີ່ບໍລິສັດແມ່ ຫຼື ບໍລິສັດ ປູນຊີເມນໄທ ຈຳກັດ (SCG) ກຳນົດໄວ້ ເພື່ອໃຫ້ໝັ່ນໃຈວ່າ ສາມາດກຳຈັດສິ່ງເສດເຫຼືອອຸດສາຫະກຳໄດ້ໂດຍບໍ່ສົ່ງຜົນກະທົບໃດໆ ທັງທາງດ້ານຄວາມປອດໄພ ອະຊິວະອະນາໄມ ແລະ ສິ່ງແວດລ້ອມ ລວມເຖິງຄຸນນະພາບຂອງປູນຊີມັງ ເຊິ່ງໜ້າທີ່ໃນການກວດກາວິເຄາະ ແລະ ປັບສະພາບສິ່ງເສດເຫຼືອກ່ອນນຳສົ່ງໄປເຜົາກຳຈັດທີ່ໂຮງງານຊີມັງດັ່ງກ່າວ ແມ່ນໜ້າທີ່ຂອງ ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ພາຍໃຕ້ໂຄງການຕົ້ນແບບການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳຢ່າຮອບດ້ານ ສະຖານີິຄົ້ນຄວ້າ-ວິໄຈການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳ ເຊິ່ງຕັ້ງຢູ່ບ້ານ ດົງຄວາຍ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ (ຫຼັກ 33)      ຂໍ້ດີຂອງການເຜົາກຳຈັດສິ່ງເສດເຫຼືອອຸດສາຫະກຳດ້ວຍການເຜົາໃນເຕົາເຜົາປູນຊີມັງຄື ມີອຸນຫະພູມສະເລ່ຍທີ່ສູງຮອດ 1,450 ອົງສາເຊ, ຫິນປູນທີ່ເປັນວັດຖຸດິບຫຼັກໃນການຜະລິດປູນຊີມັງ ຈະເປັນຕົວປັບສະຖຽນລົດຄວາມເປັນພິດຂອງສິ່ງເສດເຫຼືອໄດ້ເປັນຢ່າງດີ ລວມເຖິງ ຂີ້ເຖົ່າທີ່ເກີດຈາກການກຳຈັດສິ່ງເສດເຫຼືອອຸດສາຫະກຳຍັງຖືກປະສົມຢູ່ໃນວັດຖຸດິບໃນປູນຊີມັງອີກດ້ວຍ ຈື່ງບໍ່ມີສິ່ງເສດເຫຼືອທີ່ຈະຕ້ອງເອົາໄປຝັງກົບອີກ.

Continue Reading  

ເຫັນສິ່ງເສດເຫຼືອຄືກັບເຫັນເງິນເຫັນຄໍາແທ້ບໍ?      ມາເບີ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ(MOU)ຄັ້ງນີ້ຈະບັນລຸເປົ້າຄືແນວໃດ? ເມື່ອ 8 ພາກສ່ວນຮ່ວມແຮງຮ່ວມໃຈ ຈັດກາສິ່ງເສດເຫຼືອທີ່ເໝາະສົມ ແລະ ການຂົນສົ່ງສິ່ງເສດເຫຼືອ ອຸດສາຫະກຳຂອງຜູ້ ນໍາເອົາສິ່ງເສດເຫຼືອມາໝູນໃຊ້ຄືນໃໝ່ ຫຼືວ່າ ລີໄຊເຄີ້ ລວມທັງການສົ່ງເສີມເຂດອຸດສາຫະກຳຊັບພະຍາກອນທົດແທນ ແລະ ອຸດສາຫະກຳແປຮູບສິ່ງເສດເຫຼືອ ທີ່ໄດ້ມາຈາກພາກອຸດສາຫະກຳ ລວມມີສິ່ງເສດເຫຼືອເອເລັກໂຕຼນິກ ແລະ ຈາກພາກສ່ວນຊຸມຊົນສະໜອງເພື່ອສະໜັບສະໜູນການພັດທະນາທີ່ຍືນຍົງຂອງ ສປປ ລາວ ແລະ ອາຊຽນ ເປັນບາດກ້າວໃໝ່ໃນການຮ່ວມມື ແລະ ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈໃນວຽກງານດັ່ງກ່າວ ເມື່ອວັນທີ 6 ພຶດສະພາ 2023 ທີ່ສະໂມສອນ ເສດຖະສາດ ມະຫາວິທະຍາໄລແຫ່ງຊາດ ເປັນການສະແດງເຖິງເປົ້າໝາຍຊັດເຈນຕາມວັດຖຸປະສົງການຮ່ວມມືກັນໃນລະດັບພາຄີ ພາຍໃຕ້ການພັດທະນາໂຄງການຂອງສູນວິຊາການດ້ານການຈັດການ ສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ແລະ ເຂດເສດຖະກິດພິເສດ ແຂວງ ສະຫວັນນະເຂດ       ການເຂົ້າຮ່ວມເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້໋ງນີ້ ມາຈາກ 8 ພາກສ່ວນດ້ວຍກັນ ຂອບເຂດໃນການເຊັນບົດບັນທຶກຄວາມເຂົ້າໃຈມີຜົນບັງຄັບໃຊ້ເປັນເວລາ 5 ປີ ນັບແຕ່ລົງລາຍເຊັນເປັນຕົ້ນມາ ແລະ ເຄື່ອນໄຫວກິດຈະກຳຕ່າງໆຕາມຂອບການຮ່ວມກັນ ພ້ອມທັງຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນເຊີ່ງກັນແລະກັນໃນແຕ່ລະໄລຍະ       ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ນອກຈາກ 8 ພາກສ່ວນຕົ້ນຕໍແລ້ວ ຍັງມີພາກສ່ວນຕ່າງໆທີ່ຕາງໜ້າກົມ ກອງ ຈາກບັນດາກະຊວງ ແລະ ມີພາກສ່ວນເອກກະຊົນ ພາກສ່ວນຄະນະພາກວິຊາອ້ອມຂ້າງ ມະຫາວິທະຍາໄລແຫ່ງຊາດ ແລະ ກຸ່ມສາມາຄົມການຈັດການສິ່ງເສດເຫຼືອຈາກປະເທດໄທ ເຂົ້າຮ່ວມສຶກສາຂໍ້ມູນ ຕາມເປົ້າໝາຍການຮ່ວມມືກັນພັດທະນາ ສ້າງສັງຄົມມີຄວາມສະອາດງາມຕາ ຕິດພັນກັບເສດຖະກິດການຕະຫຼາດຢ່າງເໝາະສົມ ໃນໂອກາດນີ້ຫຼາຍພາກສ່ວນຍັງໄດ້ຊຸກຍູ້ປັດໃຈຕໍ່ຍອດໃຫ້ແກ່ໂຄງການ ແລະ ການສຶກສາຄະນະວິທະຍາສາດສິ່ງແວດລ້ອມອີກດ້ວຍ… ກົດທີ່ນີ້ https://fb.watch/lVXrqskO-J/  ເພື່ອເບີ່ງວິດີໂອເພີ່ມເຕີມ

Continue Reading