ຂໍ້ມູນວິຊາການ

ການຈຳແນກປະເພດທາດເຄມີອັນຕະລາຍເພື່ອການເກັບຮັກສາ           ການຈັດເກັບທາດເຄມີອັນຕະລາຍໄດ້ຈຳແນກໂດຍໃຊ້ເກນການຈຳແນກທາດເຄມີຕາມຂໍ້ກຳນົດຂອງເອີລົບວ່າດ້ວຍການຂົນສົ່ງສິນຄ້າອັນຕະລາຍລະຫວ່າງປະເທດທາງຖະໜົນ /European Agreement concerning international Carriage of Dangerous Goods by Road (ADR)           ເພື່ອໃຫ້ການເກັບຮັກສາທາດເຄມີອັນຕະລາຍເປັນໄປຢ່າງປອດໄພ ຕ້ອງມີການຈຳແນກທາດເຄມີອັນຕະລາຍສຳລັບການຈັດເກັບໃຫ້ເໝາະສົມກັບລັກສະນະຄວາມເປັນອັນຕະລາຍສະເພາະຂອງທາດເຄມີເຫຼົ່ານັ້ນ           ຄຸນສົມບັດຄວາມເປັນອັນຕະລາຍຫຼັກຂອງທາດເຄມີຕ້ອງພິຈາລະນາເປັນອັນດັບຕົ້ນໆໄດ້ແກ່ ຄຸນສົມບັດການຕິດໄຟ, ການລະເບີດ, ການອອກຊິໄດ.            ຄຸນສົມບັດຮອງຂອງທາດເຄມີທີ່ຈະເອົາມາພິຈາລະນາໄດ້ແກ່ ຄວາມເປັນພິດ, ຄວາມກັດຫ້ຽນ           ສຳລັບຄຸນສົມບັດກ່ຽວກັບການລະຄາຍເຄືອງ, ຄວາມເປັນອັນຕະລາຍຕໍ່ສຸຂະພາບ ແລະ ຄວາມເປັນອັນຕະລາຍຕໍ່ສິ່ງແວດລ້ອມບໍ່ເອົາມາພິຈາລະນາໃນການແຍກປະເພດທາດເຄມີອັນຕະລາຍສຳລັບການຈັດເກັບ ປະເພດທາດເຄມີອັນຕະລາຍສຳລັບການຈັດເກັບ ມີດັ່ງນີ້:           1. ປະເພດ 1 ວັດຖຸລະເບີດ (Explosive substances) ໝາຍເຖິງ ວັດຖຸລະເບີດທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (UN-Recommendations on the Transport of dangerous Goods) ພາກທີ 2.1: Class 1 – Explosive           2. ປະເພດ 2A ອາຍອັດ, ອາຍແຫຼວ ຫຼື ອາຍທີ່ລະລາຍໃນຄວາມດັນ (Compressed, liquefied and dissolved gases) ໝາຍເຖິງ ອາຍຊື່ງມີສະພາບອາຍໂດຍສົມບູນທີ່ອຸນຫະພູມ 20 ອົງສາເຊ ພາຍໃຕ້ຄວາມດັນບັນຍາກາດມາດຕະຖານ 101.3 ກິໂລປາສະການ ອາຍທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (UN-Recommendations on the Transport of Dangerous Goods) ພາກທີ 2.2: Class 2 – Gases            3. ປະເພດ 2B ອາຍພາຍໃຕ້ຄວາມດັນໃນພາຊະນະບັນຈຸຂະໜາດນ້ອຍ (ກະປ໋ອງສະເປ) (Pressurized small gas containers; aerosol can/aerosol container) ພາຊະນະປິດ ທີ່ມີຄວາມດັນ (Pressure receptacles) ອຸປະກອນສິດລະອອງລາຍ (Aerosol dispensers) ພາຊະນະທີ່ເຮັດດ້ວຍໂລຫະ, ແກ້ວ ຫຼື ປລາສຕິກ ທີ່ອອກແບບໃຫ້ນຳໃຊ້ຄັ້ງດຽວ ເຊິ່ງພາຍໃນພາຊະນະບັນຈຸນັ້ນ ປະກອບດ້ວຍອາຍອັດ, ອາຍແຫຼວ ແລະ ອາຍທີ່ລະລາຍພາຍໃຕ້ຄວາມດັນທີ່ອັດລົງໄປໃນພາຊະນະບັນຈຸນັ້ນ            4. ປະເພດ 3A ທາດແຫຼວໄວໄຟ (Flammable Liquids) ໝາຍເຖິງ ທາດແຫຼວທີ່ມີຈຸດວາບໄຟໃນອຸນຫະພູມບໍ່ກາຍ 60 ອົງສາເຊ (ກວດກາວັດແທກແບບ Closed cup)            5. ປະເພດ 3B ທາດແຫຼວໄວໄຟ (Flammable Liquids) ໝາຍເຖິງ ທາດແຫຼວທີ່ມີຈຸດວາບໄຟໃນອຸນຫະພູມ 60-93 ອົງສາເຊ (ກວດກາວັດແທກແບບ Closed cup) ແລະ ມີຄຸນສົມບັດເຂົ້າກັບນ້ຳບໍ່ໄດ້            6. ປະເພດ 4.1A ທາດແຂງໄວໄຟ (Flammable Liquids) ທີ່ມີຄຸນສົມບັດລະເບີດ ໝາຍເຖິງທາດແຂງທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (Un-Recommendation on the Transport of Dangerous Goods) ພາກທີ 2.4: Class 4: Division 4.2 – Flammable solids, Self-reactive substances, solid desensitized explosives and polymerizing substances ທີ່ມີຄຸນສົມບັດລະເບີດໄດ້ແກ່: ວັດຖຸລະເບີດທີ່ເຮັດໃຫ້ Inertia ດ້ວຍນ້ຳ ຫຼື ແອລກໍຣໍ ຫຼື ຖືກເຈືອຈາງດ້ວຍທາດອື່ນເພື່ອຫຼຸດຄຸນສົມບັດການລະເບີດ (Solid Desensitized Explosive)            7. ປະເພດ 4.1B ທາດແຂງໄວໄຟ (Flammable Solids) ທີ່ບໍ່ມີຄຸນສົມບັດລະເບີດ ໝາຍເຖິງ: ທາດແຂງທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (Un-Recommendation on the Transport of Dangerous Goods) ພາກທີ 2.4: Class 4: Division 4.1 – Flammable solids, Self-reactive substances, solid desensitized explosives and polymerizing substances ທີ່ບໍ່ມີຄຸນສົມບັດລະເບີດ ສາມາດລຸກໄໝ້ງ່າຍຈາກການສຽດສີກັນ ຫຼື ເມື່ອລຸກໄໝ້ສາມາດລຸກລາມອອກໄປຢ່າງວ່ອງໄວ ໂດຍຜົນການທົດສອບເວລາຂອງການເຜົາໄໝ້ໜ້ອຍກວ່າ 45 ວິນາທີໃນໄລຍະທາງ 100 ມິນລີແມັດ ຫຼື ອັດຕາຄວາມໄວການເຜົາໄໝ້ຫຼາຍກວ່າ 2.2 ມິນລີແມັດ/ວິນາທີ ຖ້າທາດແຂງນັ້ນເປັນຜົງໂລຫະຕ້ອງສາມາດລຸກໄໝ້ ແລະ ລຸກລາມໄປຕາມຄວາມຍາວຂອງຕົວຢ່າງທີ່ເອົາມາທົດສອບໃນເວລາບໍ່ຫຼາຍກວ່າ 10 ນາທີ            8. ປະເພດ 4.2 ທາດທີ່ມີຄວາມສ່ຽງຕໍ່ການລຸກໄໝ້ໄດ້ເອງ (Substances liable to spontaneous combustion) ໝາຍເຖິງ ທາດທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (UN-Recommendations on the Transport of Dangerous Goods) ພາກທີ 2.4: Class 4: Division 4.2 – Substances liable to spontaneous combustion) ໄດ້ແກ່: ທາດ Pyrophoric ທີ່ເກີດຄວາມຮ້ອນຈາກການທີ່ໂຕທາດເອງເຮັດປະຕິກິລິຍາກັບອົກຊີແຊນໃນອາກາດ ເຊິ່ງພາຍໃນ 5 ນາທີ ອຸນຫະພູມຈະສູງຂື້ນຈົນຮອດອຸນຫະພູມທີ່ສາມາດລຸກຕິດໄຟໄດ້ດ້ວຍໂຕເອງ (Auto-Ignition Temperature). ທາດ Self-heating ທີ່ເກີດຄວາມຮ້ອນຈາກການທີ່ໂຕທາດເອງເຮັດປະຕິກິລິຍາກັບອົກຊີແຊນໃນອາກາດທີ່ອຸນຫະພູມອ້ອມໂຕ ຄວາມຮ້ອນທີ່ເກີດຂື້ນບໍ່ສາມາດລະບາຍອອກໄປໄດ້ທັນ ແລະ ສະສົມຢ່າງຕໍ່ເນື່ອງຢູ່ພາຍໃນ ຈົນເຮັດໃຫ້ອຸນຫະພູມສູງຂື້ນຮອດອຸນຫະພູມທີ່ສາມາດລຸກຕິດໄຟໄດ້ດ້ວຍໂຕເອງ (Auto-Ignition Temperature) ທາດເຫຼົ່ານີ້ຈະລຸກໄໝ້ໄດ້ເມື່ອມີຂະໜາດໃຫຍ່ (ຫຼາຍກິໂລກຮາມ) ແລະ ອົບຢູ່ເປັນເວລາດົນນານ (ຫຼາຍຊົ່ວໂມງ ຫຼື ຫຼາຍມື້).            9. ປະເພດ 4.3 ທາດເຄມີທີ່ສຳຜັດກັບນ້ຳ ຫຼື ຄວາມຊຸ່ມໃນອາກາດ ແລ້ວເກີດທາດອາຍໄວໄຟ (Substances which in contact with water emit flammable gases) ໝາຍເຖິງ ທາດທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (UN-Recommendation on the Transport of Dangerous Goods) ພາກທີ 2.4: Class 4: Division 4.3 – substances which in contact with water emit flammable gases ເຊິ່ງເມື່ອສຳຜັດກັບນ້ຳ ຫຼື ຄວາມຊຸ່ມໃນອາກາດ ສາມາດໃຫ້ທາດອາຍໄວໄຟເປັນສ່ວນປະສົມຂອງອາກາດໃນລະດັບຄວາມເຂັ້ມຂຸ້ນທີ່ສາມາດລະເບີດເປັນອັນຕະລາຍຕໍ່ມະນຸດ ແລະ ສິ່ງແວດລ້ອມໄດ້.            10. ປະເພດ 5.1A, 5.1B, 5.1C ທາດອອກຊິໄດ (Oxidizing substances) ໝາຍເຖິງ ທາດທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (UN-Recommendation on the Transport of Dangerous Goods) ພາກທີ 2.5: Class 5: Division 5.1 – substances which in contact with water emit flammable gases ເປັນທາດທີ່ຕົວເອງບໍ່ຈຳເປັນຕ້ອງຕິດໄຟ ໂດຍທົ່ວໄປປ່ອຍອົກຊີແຊນ ຊື່ງເປັນສາເຫດທີ່ເຮັດໃຫ້ເກີດການລຸກໄໝ້ຂອງທາດເຄມີ ຫຼື ວັດຖຸອື່ນໆ ທາດປະເພດນີ້ບາງຊະນິດອາດຈະລວມຢູ່ເປັນສ່ວນໜື່ງຂອງທາດປະສົມອື່ນໄດ້. ປະເພດ 5.1A ເປັນທາດອອກຊິໄດ ທີ່ມີຄວາມໄວຫຼາຍການເຮັດປະຕິກິລິຍາ ເຊັ່ນ: Barium Chlorate, Barium perchlorate, Barium Peroxide… ປະເພດ 5.1B ເປັນທາດອອກຊິໄດ ທີ່ມີຄວາມໄວປານກາງໃນການເຮັດປະຕິກິລິຍາ ເຊັ່ນ: Aluminum Nitrate, Barium Nitrate…. ປະເພດ 5.1C ຄືທາດ Ammonium Nitrate ແລະ ທາດປະສົມທີ່ມີ Ammonium Nitrate ເປັນສ່ວນປະກອບ            11. ປະເພດ 5.2 ທາດເປີອອກໄຊດ໌ອົງຄະທາດ (Organic peroxides) ໝາຍເຖິງ: ທາດທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (UN-Recommendation on the Transport of dangerous Goods) ພາກທີ 2.5: Class 5: Division 5.2 – Organic peroxides ທາດອົງຄະທາດທີ່ມີໂຄງສ້າງອົກຊີແຊນສອງອາໂຕມ ດັ່ງນີ້: -O-O (ເປີອອກໄຊດ໌) ຊື່ງອາດຈະຖືໄດ້ວ່າເປັນທາດທີ່ມີອະນຸພັນຂອງໄຮໂດຮເຈນເປີອອກໄຊດ໌ ໂດຍອາໂຕມຂອງໄຮໂດຣເຈນນີ້ຖືກແທນທີ່ດ້ວຍອະນຸມູນອົງຄະທາດ 1 ຫຼື 2 ໂຕ ທາດປະສົມທີ່ມີທາດເປີອອກໄຊດ໌ອົງຄະທາດຫຼາຍກວ່າ ຫຼື ເທົ່າກັບ 5 ສ່ວນຮ້ອຍຂື້ນໄປ            12. ປະເພດ 6.1A ແລະ 6.1B ທາດພິດ (Toxic Substances) ໝາຍເຖິງ ວັດຖຸທີ່ອາດຈະເຮັດໃຫ້ເສຍຊີວິດ ຫຼື ເຮັດໃຫ້ເກີດການເຈັບປ່ວຍຢ່າງຮ້າຍແຮງແບບທັນທີ ຫຼື ຊຳເຮື້ອເມື່ອເຂົ້າສູ່ຮ່າງກາຍໂດຍການສຳຜັດຜິວໜັງ ຫຼື ຫາຍໃຈ ຫຼື ກິນເຂົ້າໄປ. ປະເພດ 6.1A ຄື ທາດຕິດໄຟທີ່ມີຄຸນສົມບັດຄວາມເປັນພິດ (Combustible toxic substances) ໄດ້ແກ່ ທາດແຫຼວໄວໄຟທີ່ປະສົມເຂົ້າກັບນ້ຳໄດ້ ມີຈຸດວາບໄຟສູງກວ່າ 60 ຮອດ 93 ອົງສາເຊ (ທົດສອບແບບຖ້ວຍປິດ Closed cup) ທາດແຫຼວຕິດໄຟທີ່ບໍ່ສາມາດປະສົມເຂົ້າກັບນ້ຳໄດ້ ມີຈຸດວາບໄຟສູງກວ່າ 93 ອົງສາເຊ (ທົດສອບແບບຖ້ວຍປິດ Closed cup) ທາດແຂງຕິດໄຟທີ່ບໍ່ຢູ່ໃນກຸ່ມ 4.1B ປະເພດ 6.1B ຄື ທາດບໍ່ຕິດໄຟທີ່ມີຄຸນສົມບັດຄວາມເປັນພິດ (Non-Combustible toxic substances) ໄດ້ແກ່: ທາດແຫຼວບໍ່ຕິດໄຟ ແລະ ທາດແຂງບໍ່ຕິດໄຟ            13. ປະເພດ 6.2 ທາດຕິດເຊື້ອ (Infectious Substances) ໝາຍເຖິງ ທາດທີ່ເປັນຈຸລິນຊີ ຫຼື ມີຈຸລິນຊີເປັນສ່ວນປະກອບ ຫຼື ພະຍາດ ທີ່ເປັນສາເຫດການເກີດພະຍາດໃນມະນຸດ ແລະ ສັດ ຈຸລິນຊີເຫຼົ່ານີ້ໄດ້ແກ່: Bacteria, virus, rickettsia, ເຊື້ອຮາ ລວມໄປຮອດຈຸລິນຊີທີ່ໄດ້ຮັບການປ່ຽນແປງທາງກຳມະພັນ.            14. ປະເພດ 7 ທາດກຳມັນຕະພາບລັງສີ (Radioactive Substances) ໝາຍເຖິງ ທາດ ຫຼື ທາດປະກອບໃດໆທີ່ມີອົງປະກອບສ່ວນໜື່ງມີໂຄງສ້າງພາຍໃນອາໂຕມທີ່ຍັງບໍ່ຄົງໂຕ ແລະ ສະຫຼາຍໂຕໂດຍປົດປ່ອຍລັງສີອອກມາ.            15. ປະເພດ 8A ແລະ 8B ທາດກັດຫ້ຽນ (Corrosive Substances) ໝາຍເຖິງ ທາດຊື່ງໂດຍປະຕິກິລິຍາເຄມີ ຈະເປັນສາເຫດໃຫ້ເກີດຄວາມເສຍຫາຍຢ່າງຮ້າຍແຮງເມື່ອສຳຜັດກັບເນື້ອເຍື່ອຂອງສິ່ງມີຊີວິດ ຫຼື ໃນກໍລະນີເກີດການຮົ່ວໄຫຼຈະເກີດການເສຍຫາຍຕໍ່ວັດສະດຸ ຫຼື ພາຫະນະທີ່ໃຊ້ຂົນສົ່ງ ທາດພວກນີ້ອາດຈະເຮັດອັນຕະລາຍຢ່າງອື່ນໄດ້ອີກ ປະເພດ 8A ຄື ທາດຕິດໄຟທີ່ມີຄຸນສົມບັດກັດຫ້ຽນ (Combustible corrosive substances) ໄດ້ແກ່ ທາດແຫຼວໄວໄຟທີ່ປະສົມເຂົ້າກັບນ້ຳໄດ້ ມີຈຸດວາບໄຟສູງກວ່າ 30 ຮອດ 93 ອົງສາເຊ (ທົດສອບແບບຖ້ວຍປິດ Closed cup) ທາດແຫຼວຕິດໄຟທີ່ບໍ່ສາມາດເຂົ້າກັບນ້ຳໄດ້ ຈຸດວາຍໄຟສູງກວ່າ 93 ອົງສາເຊ (ທົດສອບແບບຖ້ວຍປິດ Closed cup) ທາດແຂງຕິດໄຟທີ່ບໍ່ຢູ່ໃນກຸ່ມ 4.1B ປະເພດ 8B ຄື ທາດບໍ່ຕິດໄຟທີ່ມີຄຸນສົມບັດກັດຫ້ຽນ (Non-Combustible corrosive substances) ໄດ້ແກ່ ທາດແຫຼວບໍ່ຕິດໄຟ ແລະ ທາດແຂງບໍ່ຕິດໄຟ            15. ປະເພດ 9 ວັດຖຸອັນຕະລາຍປະເພດອື່ນໆ ໝາຍເຖິງ ທາດ ຫຼື ສິ່ງຂອງທີ່ໃນຂະນະຂົນສົ່ງເປັນທາດອັນຕະລາຍເຊື່ງບໍ່ຈັດຢູ່ໃນປະເພດທີ 1 ເຖິງປະເພດທີ 8 ຕົວຢ່າງເຊັ່ນ: ຝຸ່ນແອມໂມນຽມໄນເຕດ ເປັນຕົ້ນ ລວມທັງທາດທີ່ຕ້ອງຄວບຄຸມໃຫ້ມີອຸນຫະພູມບໍ່ຕ່ຳກວ່າ 100 ອົງສາເຊໃນສະພາບທາດແຫຼວ ຫຼື ມີອຸນຫະພູມບໍ່ຕ່ຳກວ່າ 240 ອົງສາເຊ ໃນສະພາບທາດແຂງໃນລະຫວ່າງການຂົນສົ່ງ ໂດຍຈະບໍ່ຖືກເອົາມາພິຈາລະນາໃນການເກັບຮັກສາ            16. ປະເພດ 10 ທາດແຫຼວຕິດໄຟ (Combustible liquid) ໝາຍເຖິງ ທາດແຫຼວຕິດໄຟທີ່ບໍ່ຢູ່ໃນກຸ່ມ 3A ແລະ 3B            17. ປະເພດ 11 ທາດແຂງຕິດໄຟ (Combustible Solids) ໝາຍເຖິງ ທາດແຂງຕິດໄຟທີ່ບໍ່ຢູ່ໃນກຸ່ມ 4.1B            18. ປະເພດ 12 ທາດແຫຼວບໍ່ຕິດໄຟ (ືNon-Combustible liquids) ໝາຍເຖິງ ທາດແຫຼວທີ່ບໍ່ຕິດໄຟ            19. ປະເພດ 13 ທາດແຂງບໍ່ຕິດໄຟ (Non-Combustible liquids) ໝາຍເຖິງ ທາດແຂງທີ່ບໍ່ຕິດໄຟ ດາວໂຫລດເອກະສານອ້າງອິງ ມາດຕະຖານການເກັບຮັກສາສານເຄມີອັນຕະລາຍ (ພາສາໄທ) download UN-Recommendations on the Transport of dangerous goods 22nd edition (2021) Volume I download

Continue Reading  

ມາດຕະຖານການກວດກາວັດແທກອຸນຫະພູມ ໃນສະຖານທີ່ເຮັດວຽກ             ອຸນຫະພູມເວັດບັດໂກບ (Wet Bulb Globe Temperature: WBGT) ເປັນດັດສະນີວັດແທກຄວາມຮ້ອນໃນສິ່ງແວດລ້ອມການເຮັດວຽກ (ມີຫົວໜ່ວຍເປັນອົງສາເຊ) ເຊິ່ງໄດ້ເອົາປັດໄຈທີ່ມີຜົນກະທົບຕໍ່ຄວາມຮ້ອນທີ່ສະສົມໃນຮ່າງກາຍມາພິຈາລະນາ ໄດ້ແກ່ ຄວາມຮ້ອນທີ່ເກີດຂື້ນພາຍໃນຮ່າງກາຍຂະນະເຮັດວຽກ ແລະ ຄວາມຮ້ອນຈາກສິ່ງແວດລ້ອມການເຮັດວຽກ ເຊິ່ງຄວາມຮ້ອນຈາກສິ່ງແວດລ້ອມການເຮັດວຽກຖຶກຖ່າຍເທມາຍັງຮ່າງກາຍໄດ້ 3 ວິທີຄື: ການນຳ, ການພາ ແລະ ການແຜ່ລັງສີຄວາມຮ້ອນ ຄິດໄລ່ໄດ້ຈາກສູດດັ່ງນີ້: WBGT = 0.7 NWB + 0.3 GT (ໃນກໍລະນີກວດກາວັດແທກໃນອາຄານ ຫຼື ນອກອາຄານທີ່ບໍ່ມີແດດ) WBGT = 0.7 NWB + 0.2 GT + 0.1 DB (ໃນກໍລະນີກວດກາວັດແທກນອກອາຄານ ແລະ ມີແດດ) ໂດຍ NWB ໝາຍເຖິງ Natural Wet Bulb (ມີຫົວໜ່ວຍເປັນອົງສາເຊ) ອຸນຫະພູມຈາກເຄື່ອງວັດອຸນຫະພູມແບບປຽກຕາມທຳມະຊາດ ແທນການວັດອຸນຫະພູມທີ່ຜິວໜັງ ເຊິ່ງຖ້າເຫື່ອສາມາດລະເຫີຍໄດ້ ອຸນຫະພູມນີ້ຈະຕ່ຳກວ່າອຸນຫະພູມອາກາດ GT ໝາຍເຖິງ Globe Temperature (ມີຫົວໜ່ວຍເປັນອົງສາເຊ) ອຸນຫະພູມຈາກເຄື່ອງວັດອຸນຫະພູມແບບໂກບ ເປັນການວັດຄວາມຮ້ອນຈາກການແຜ່ລັງສີ DB ໝາຍເຖິງ Dry Bulb (ມີຫົວໜ່ວຍເປັນອົງສາເຊ) ອຸນຫະພູມຈາກເຄື່ອງວັດອຸນຫະພູມແບບແຫ້ງ ເປັນການວັດອຸນຫະພູມອາກາດ ເຊິ່ງຖ່າຍເທຄວາມຮ້ອນໂດຍຜ່ານການພາ             ໃນປະຈຸບັນ ເພື່ອຄວາມສະດວກໃນການກວດກາວັດແທກ ບໍລິສັດຜູ້ຜະລິດອຸປະກອນກວດກາວັດແທກດັດສະນີວັດແທກຄວາມຮ້ອນ ໄດ້ຄິດຄົ້ນເຄື່ອງມືເອເລັກໂຕຣນິກທີ່ສາມາດອ່ານຄ່າ WBGT ໄດ້ທັນທີ ໂດຍບໍ່ຕ້ອງຄິດໄລ່ຄ່າ WBGT ໂດຍການໃຊ້ສູດຄິດໄລ່. ເຊິ່ງເຄື່ອງມືວັດລະດັບຄວາມຮ້ອນ WBGT ຊະນິດທີ່ສາມາດອ່ານຄ່າ ແລະ ຄິດໄລ່ຄ່າ WBGT ໄດ້ໂດຍກົງຕ້ອງມີຄຸນລັກສະນະຂອງເຄື່ອງສອດຄ້ອງກັບມາດຕະຖານ ISO 7243             ການຕິດຕັ້ງເຄື່ອງວັດແທກອຸນຫະພູມໃນສະຖານທີ່ເຮັດວຽກຕ້ອງຢູ່ໃນລະດັບໜ້າເອິກ ຂອງພະນັກງານຜູ້ທີ່ເຮັດວຽກໃນຈຸດດັ່ງກ່າວ ໂດຍກວດກາວັດແທກໃນຊ່ວງເວລາທີ່ມິີຄວາມຮ້ອນສູງຂອງການເຮັດວຽກເປັນໄລຍະເວລາ 2 ຊົ່ວໂມງ ສາມາດເກີດຂື້ນໄດ້ 2 ກໍລະນີຄື: ພື້ນທີ່ເຮັດວຽກມີຄວາມຮ້ອນສະໝໍ່າສະເໝີທົ່ວບໍລິເວນເຮັດວຽກ ໃຫ້ວັດແທກອຸນຫະພູມໃນຈຸດດຽວ ພື້ນທີ່ເຮັດວຽກມີຄວາມຮ້ອນບໍ່ສະໝໍ່າສະເໝີ ໃຫ້ວັດແທກອຸນຫະພູມໃນແຕ່ລະຊ່ວງເວລາຂອງການເຮັດວຽກທີ່ມີອຸນຫະພູມປ່ຽນແປງ ຫຼື ພະນັກງານເຮັດວຽກຫຼາຍຈຸດ ໃຫ້ວັດແທກທຸກຈຸດ ທີ່ຜູ້ອອກແຮງງານເຮັດວຽກ ແລ້ວຊອກຫາຄ່າສະເລ່ຍດັ່ງນີ້:       ໂດຍ WBGT1 = ຄ່າດັດສະນີ WBGT ທີ່ຈຸດເຮັດວຽກທີ 1, t1 = ໄລຍະເວລາສຳຜັດຄວາມຮ້ອນຈຸດທີ 1  WBGT2 = ຄ່າດັດສະນີ WBGT ທີ່ຈຸດເຮັດວຽກທີ 2, t2 = ໄລຍະເວລາສຳຜັດຄວາມຮ້ອນຈຸດທີ 2  t1+t2+t3+…+tn = 2 ຊົ່ວໂມງທີ່ມີອຸນຫະພູມເວັດບັດໂກບ (WBGT) ສູງສຸດ             ຄ່າມາດຕະຖານອຸນຫະພູມຈະຂື້ນກັບຄວາມໜັກເບົາຂອງວຽກທີ່ເຮັດດັ່ງນີ້: ວຽກເບົາ ແມ່ນເຜົາຜານພະລັງງານບໍ່ກາຍ 200 ກິໂລແຄລລີ້/ຊົ່ວໂມງເຊັ່ນ: ການເຮັດວຽກໃນວຽກຫ້ອງການ, ຂັບລົດຍົກ, ກວດສອບຄຸນນະພາບ, ປະກອບວັດສະດຸເບົາ, ຕັດຜ້າ, ຫຍິບ, ຖັກ, ແສ່ວ, ຄວບຄຸມເຄື່ອງຈັກ, ຍ່າງດ້ວຍຄວາມໄວບໍ່ກາຍ 3.2 ກິໂລແມັດ/ຊົ່ວໂມງ ຕ້ອງມີອຸນຫະພູມບໍ່ເກີນ 34 ອົງສາເຊ ວຽກປານກາງ ແມ່ນເຜົາຜານພະລັງງານແຕ່ 201-350 ກິໂລແຄລລີ້/ຊົ່ວໂມງເຊັ່ນ: ການຂັບລົດເຄນ, ບັງຄັບເຄື່ອງຈັກຂະໜາດໃຫຍ່, ການປະກອບວັດສະດຸທີ່ມີນ້ຳໜັກຫຼາຍ, ຈັດເຄື່ອງ, ຍົກເຄື່ອງທີ່ມີນ້ຳໜັກບໍ່ກາຍ 20 ກິໂລກຮາມ, ຍູ້ລໍ້, ລີດຜ້າ, ຍ່າງດ້ວຍຄວາມໄວແຕ່ 3.2-4.8 ກິໂລແມັດຕໍ່ຊົ່ວໂມງ ຕ້ອງມີອຸນຫະພູມບໍ່ເກີນ 32 ອົງສາເຊ ວຽກໜັກ ໃຊ້ພະລັງງານບໍ່ກາຍ 350 ກິໂລແຄລລີ້/ຊົ່ວໂມງເຊັ່ນ: ລາກ ຫຼື ຍົກສິ່ງຂອງທີ່ມີນ້ຳໜັກຫຼາຍກວ່າ 20 ກິໂລກຮາມ, ການເລື່ອຍໄມ້, ການອະນາໄມເສດແຮ່ໃນເຕົາຫຼອມໂລຫະ ຕ້ອງມີອຸນຫະພູມບໍ່ເກີນ 30 ອົງສາເຊ             ພະລັງງານທີ່ໃຊ້ເຂົ້າໃນການເຮັດວຽກສາມາດປະເມີນຢ່າງລະອຽດໄດ້ຈາກທ່າທາງການເຄື່ອນໄຫວຂອງຮ່າງກາຍເຊັ່ນ: ນັ່ງ, ຢືນ, ຍ່າງ… ແລະ ກິດຈະກຳເຊັ່ນ: ການເຮັດວຽກເບົາ ຫຼື ໜັກດ້ວຍມື, ແຂນຂ້າງດຽວ ຫຼື ແຂນສອງຂ້າງ ແລະ ເຮັດວຽກດ້ວຍຮ່າງກາຍທຸກສ່ວນ. ເຊິ່ງຈະມີສູດຄິດໄລສະເພາະຕ່າງຫາກ ແຫຼ່ງທີ່ມາ: ຂໍ້ຕົກລົງ ວ່າດ້ວຍມາດຕະຖານສຽງດັງ, ແສງສະຫວ່າງ ແລະ ອຸນຫະພູມ ສຳລັບໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ເລກທີ 0168/ອຄ, ລົງວັນທີ 09 ກຸມພາ 2023 Hot Environment Measurement (Thailand)

Continue Reading  

ການຄຸ້ມຄອງສິ່ງແວດລ້ອມຂອງໂຮງງານອຸດສາຫະກຳປຸງແຕ່ງເຫຼັກ 1. ຄວາມໝາຍຂອງໂຮງງານອຸດສາຫະກຳປຸງແຕ່ງເຫຼັກ            ໂຮງງານອຸດສາຫະກຳປຸງແຕ່ງປຸງແຕ່ງ ໝາຍເຖິງ ໂຮງງານທີ່ນຳໃຊ້ວັດຖຸດິບ ເຊັ່ນ: ແຮ່ເຫຼັກ, ເຫຼັກແທ່ງ, ເຫຼັກເສດ ເປັນຕົ້ນຕໍ ເຂົ້າຜ່ານຂະບວນການປຸງແຕ່ງ ປ່ຽນຈາກສະພາບເດີມມາເປັນຜະລິດຕະພັນເຫຼັກ ດ້ວຍການນຳໃຊ້ເຄື່ອງຈັກ ແລະ ແຮງງານຄົນຢູ່ພາຍໃນໂຮງງານ, ເຊິ່ງຜະລິດຕະພັນເຫຼົ່ານັ້ນສາມາດເອົາໄປຈຳໜ່າຍເປັນສິນຄ້າໄດ້. 2. ປະເພດຂອງໂຮງງານອຸດສາຫະກໍາ           ໂຮງງານອຸດສາຫະກຳປຸງແຕ່ງເຫຼັກ ແມ່ນປະເພດໂຮງງານປຸງແຕ່ງເຫຼັກ ທີ່ເປັນແບບອຸດສາຫະກຳ ໂດຍນຳໃຊ້ເຕັກໂນໂລຊີທີ່ເໝາະສົມ ແລະ ນຳໃຊ້ເຄື່ອງຈັກເປັນຕົ້ນຕໍເຂົ້າໃນຂະບວນການຜະລິດ ເຊັ່ນ: ຂັ້ນຕອນການຫຼອມ, ການຫຼໍ່, ການເຜົາ, ການຊຸບ, ການໜີບ, ການຮີດ, ການພັບ, ການຕັດ, ການເຈາະ, ການຊ່ຽນ, ການຂັດ, ການຍົກຍໍ ແລະ ອື່ນໆ. ໂດຍຂະແໜງທຸລະກິດ (LSIC, Laos Standard for Industrial Classification) ໄດ້ຈັດແບ່ງໂຮງງານອຸດສາຫະກໍາປຸງແຕ່ງເຫຼັກອອກເປັນ 13 ປະເພດຍ່ອຍຄື: 24101 ການຜະລິດເຫຼັກກ້າ 24109 ການຜະລິດເຫຼັກຂັ້ນພື້ນຖານ ແລະ ເຫຼັກກ້າ 24310 ການຫຼອມເຫຼັກ ແລະ ເຫຼັກກ້າ 25111 ການຜະລິດປະຕູເຫຼັກ, ປ່ອມຢ້ຽມ ແລະ ຂອບຂອງມັນ 25112 ການຜະລິດໂຄງການເຫຼັກ 25119 ການຜະລິດ ຜະລິດຕະພັນໂລຫະທີ່ເປັນໂຄງສ້າງອື່ນໆທີ່ຍັງບໍ່ຈັດເຂົ້າບ່ອນໃດ 25120 ການຜະລິດຖັງ, ອ່າງເກັບນ້ຳ ແລະ ເຄື່ອງບັນຈຸທີ່ເຮັດດ້ວຍໂລຫະ 25910 ການຕີ, ໜີບ, ການຢໍ້າ ແລະ ການມ້ວນໂລຫະ, ການຫຼອມເສດມຸ່ນໂລຫະ 25920 ການສ້ອມແຊມຕົບແຕ່ງ ແລະ ເຄືອບໂລຫະ 25930 ການຜະລິດເຄື່ອງມີຄົມ, ເຄື່ອງມື ແລະ ເຄື່ອງໃຊ້ໂລຫະທົ່ວໄປ 25991 ການຜະລິດເຫຼັກຕະປູ 25992 ການຜະລິດ ໂລຫະໃຊ້ຄົວເຮືອນ 25999 ການຜະລິດຜະລິດຕະພັນອື່ນໆ 3. ການດຳເນີນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ           ອິງໃສ່ຂໍ້ຕົກລົງວ່າດ້ວຍບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 0358/ກຊສ ໂຮງງານອຸດສາຫະກຳປຸງແຕ່ງເຫຼັກ ຕ້ອງດຳເນີນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຕ້ອງດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ດັ່ງນີ້: ໂຮງງານຜະລິດເຫຼັກຂັ້ນຕົ້ນ ແລະ ເຫຼັກກ້າທີ່ມີກຳລັງການຜະລິດ 3,000 – 5,000 ໂຕນ/ປີ ຕ້ອງດຳເນີນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ໂຮງງານຜະລິດເຫຼັກຂັ້ນຕົ້ນ ແລະ ເຫຼັກກ້າທີ່ມີກຳລັງການຜະລິດຫຼາຍກວ່າ 5,000 ໂຕນ/ປີ ຕ້ອງດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ອິງໃສ່ຂໍ້ຕົກລົງວ່າດ້ວຍການຈັດລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມຂອງໂຮງງານອຸດສາຫະກຳປຸງແຕ່ງ ສະບັບເລກທີ 0948/ອຄ ໂຮງງານອຸດສາຫະກຳປຸງແຕ່ງເຫຼັກຖືກກຳນົດວ່າເປັນໂຮງງານອຸດສາຫະກຳປຸງແຕ່ງທີ່ມີຜົນກະທົບຕໍ່ສິ່ງແວດລ້ອມໃນລະດັບປານກາງ ແລະ ສູງຕາມເງື່ອນໄຂດັ່ງຕໍ່ໄປນີ້: ໂຮງງານອຸດສາຫະກຳປຸງແຕ່ງເຫຼັກດັ່ງກ່າວຕ້ອງຈັດຕັ້ງປະຕິບັດການຄຸ້ມຄອງສິ່ງແວດລ້ອມດັ່ງນີ້:  ໂຮງງານທີ່ມີຄວາມສ່ຽງຜົນກະທົບສິ່ງແວດລ້ອມໃນລະດັບປານກາງ ຕ້ອງສ້າງແຜນການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ຕິດຕາມເປັນແຕ່ລະໄລຍະ ແລະ ຕ້ອງມີເຂດກັນຊົນບໍ່ຫຼຸດສິບແມັດ ໂຮງງານທີ່ມີຄວາມສ່ຽງຜົນກະທົບສິ່ງແວດລ້ອມໃນລະດັບສູງ ຕ້ອງໄດ້ເຮັດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ຕ້ອງສ້າງແຜນການຄຸ້ມຄອງດ້ານສິ່ງແວດລ້ອມຢ່າງເຂັ້ມງວດ ແລະ ຕິດຕາມເປັນປະຈຳ ແລະ ຕ້ອງມີເຂດກັນຊົນບໍ່ຫຼຸດຊາວແມັດ ຕາມແຕ່ລະກໍລະນີ 4. ຕົວຢ່າງຂະບວນການຜະລິດຂອງໂຮງງານອຸດສາຫະກຳປຸງແຕ່ງເຫຼັກ 4.1. ຕົວຢ່າງຂະບວນການຫຼອມເຫຼັກ ໝາຍເຫດ: ຕົວເລກ 6 ຕົວ ໝາຍເຖິງລະຫັດສິ່ງເສດເຫຼືອຕາມລະບົບຂອງ European Waste Catalogue 4.2. ຕົວຢ່າງຂະບວນລີດ, ດຶງເຫຼັກ ໝາຍເຫດ: ຕົວເລກ 6 ຕົວ ໝາຍເຖິງລະຫັດສິ່ງເສດເຫຼືອຕາມລະບົບຂອງ European Waste Catalogue 5. ມົນລະພິດທີ່ເກີດຂື້ນຈາກການປະກອບກິດຈະການ 5.1. ມົນລະພິດທາງອາກາດ 5.2. ນ້ຳເປື້ອນ ແລະ ສິ່ງເສດເຫຼືອປະເພດທາດແຫຼວ 5.3. ສິ່ງເສດເຫຼືອປະເພດທາດແຂງ 6. ໜ່ວຍຄຸ້ມຄອງສິ່ງແວດລ້ອມ ແລະ ເຄມີປະຈຳໂຮງງານ           ອິງໃສ່ຂໍ້ຕົກລົງວ່າດ້ວຍການສ້າງໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ເຄມີປະຈຳໂຮງງານສະບັບເລກທີ 1155/ອຄ ໄດ້ກຳນົດໃຫ້ໂຮງງານອຸດສາຫະກຳຫຼອມເຫຼັກທີ່ມີຄວາມສາມາດຜະລິດ 50 ໂຕນ/ມື້ ຫຼຶ ຫຼາຍກວ່າ (ໂຮງງານທີ່ນຳໃຊ້ຄວາມຮ້ອນຈາກເຕົາ (Furnace) ຫຼື ຫຼອມເຫຼັກທີ່ມີຄວາມສາມາດຜະລິດ 5 ໂຕນ/ໝໍ້ ຫຼື ຫຼາຍກວ່າ) ຕ້ອງມີວິຊາການຄຸ້ມຄອງສິ່ງແວດລ້ອມ ແລະ ເຄມີປະຈຳໂຮງງານ 7. ການຕິດຕາມກວດກາຄຸນນະພາບສິ່ງແວດລ້ອມ           ອິງໃສ່ຂໍ້ຕົກລົງວ່າດ້ວຍ ມາດຕະຖານອາດທີ່ປ່ອຍອອກຈາກໂຮງງານອຸດສາຫະກຳປຸງແຕ່ງ ສະບັບເລກທີ 2062/ອຄ ໂຮງງານຕ້ອງກວດກາວັດແທກທາດອາຍພິດທີ່ປ່ອຍອອກຈາກໂຮງງານອຸດສາຫະກຳຂອງຕົນເອງ ຢ່າງໜ້ອຍປີລະ 2 ຄັ້ງ.           ອິງໃສ່ຂໍ້ກຳນົດກ່ຽວກັບການປ່ອຍນ້ຳເປື້ອນ ແລະ ນ້ຳເສຍຄຸນອອກຈາກໂຮງງານອຸດສາຫະກຳປຸງແຕ່ງ ສະບັບເລກທີ 326/ອຫ ໂຮງງານຕ້ອງກວດກາ ແລະ ວິໄຈຄຸນນະພາບນ້ຳເປື້ອນເປັນປະຈຳ ແລະ ລາຍງານຜົນວິໄຈຕໍ່ກົມອຸດສາຫະກຳ ແລະ ພະແນກອຸດສາຫະກຳ ແລະ ການຄ້າແຂວງທຸກໆ 3 ເດືອນ.           ອິງໃສ່ຂໍ້ຕົກລົງວ່າດ້ວຍມາດຕະຖານສຽງດັງ, ແສງສະຫວ່າງ ແລະ ອຸນຫະພູມ ສຳລັບໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ສະບັບເລກທີ 0168/ອຄ ໄດ້ກຳນົດຄວາມຖີ່ໃນການຕິດຕາມກວດກາສະພາບແວດລ້ອມໃນການເຮັດວຽກດັ່ງຕໍ່ໄປນີ້:           1. ໂຮງງານຜະລິດ ແລະ ສ້ອມແປງຜະລິດຕະພັນທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ແລະ ໂຮງງານປະກອບກິດຈະການກ່ຽວກັບຜະລິດຕະພັນໂລຫະ ແລະ ອະໂລຫະ ເປັນໂຮງງານອຸດສາຫະກຳສະເພາະ ຕ້ອງໄດ້ວັດແທກສຽງດັງຢ່າງໜ້ອຍ 2 ຄັ້ງ/ປີ;           2. ໂຮງງານຫຼອມ, ດຶງ, ຮີດເຫຼັກ, ໂລຫະມີສີ ແລະ ອະໂລຫະ ແລະ ໂຮງງານຜະລິດ, ຕົບແຕ່ງ, ດັດແປງເຄື່ອງມື, ອຸປະກອນ, ຊິ້ນສ່ວນ ແລະ ເຄື່ອງໃຊ້ຕ່າງໆ ທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ແລະ ໂລຫະອື່ນໆ ຕ້ອງໄດ້ວັດແທກອຸນຫະພຸມຢ່າງໜ້ອຍ 2 ຄັ້ງ/ປີ. ອ້າງອີງຈາກ:           1. ຂໍ້ຕົກລົງ ວ່າດ້ວຍມາດຕະຖານໂຮງງານອຸດສາຫະກຳປຸງແຕ່ງເຫຼັກ ເລກທີ 2074/ອຄ download           2. ຂໍ້ຕົກລົງ ບັນຊີການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ເລກທີ 0358/ກຊສ download           3. ກົດໝາຍ ວ່າດ້ວຍອຸດສາຫະກຳປຸງແຕ່ງ ເລກທີ 28/ສພຊ download           4. EHS Guidelines for Metal, Plastic, and rubber products manufacturing download           5. ຂໍ້ຕົກລົງວ່າດ້ວຍການສ້າງໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ເຄມີປະຈຳໂຮງງານ ເລກທີ 1155/ອຄ download           6. ຂໍ້ຕົກລົງວ່າດ້ວຍ ມາດຕະຖານອາດທີ່ປ່ອຍອອກຈາກໂຮງງານອຸດສາຫະກຳປຸງແຕ່ງ ສະບັບເລກທີ 2062/ອຄ download           7. ຂໍ້ກຳນົດກ່ຽວກັບການປ່ອຍນ້ຳເປື້ອນ ແລະ ນ້ຳເສຍຄຸນອອກຈາກໂຮງງານອຸດສາຫະກຳປຸງແຕ່ງ ສະບັບເລກທີ 326/ອຫ download           8. ຂໍ້ຕົກລົງວ່າດ້ວຍມາດຕະຖານສຽງດັງ, ແສງສະຫວ່າງ ແລະ ອຸນຫະພູມ ສຳລັບໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ສະບັບເລກທີ 0168/ອຄ download

Continue Reading  

Uniform Waste Manifest ແມ່ນຫຍັງ? Manifest ຄື ເອກະສານຕິດຕາມການຂົນສົ່ງສິ່ງເສດເຫຼືອ ໝາຍເຖິງ ເອກະສານທີ່ອອກໃຫ້ຜູ້ສ້າງສິ່ງເສດເຫຼືອ (Waste Generator), ຜູ້ຂົນສົ່ງສິ່ງເສດເຫຼືອ (Waste Transporter) ແລະ ຜູ້ບໍາບັດ-ກໍາຈັດສິ່ງເສດເຫຼືອ (Waste Disposal) ເພື່ອເປັນຫຼັກຖານໃນການມອບ-ຮັບສິ່ງເສດເຫຼືອທີ່ຢູ່ໃນການຄຸ້ມຄອງຂອງຕົວເອງຈາກບ່ອນໜື່ງໄປຫາບ່ອນອື່ນ Uniform Waste Manifest ໃນລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອ manifest system ຂອງ EMAC ປະກອບດ້ວຍ 4 ພາກສ່ວນຄື 1. ພາກສ່ວນທີ 1 : ຫົວເອກະສານ 1.1 ຊື່ເອກະສານ: ໃບຕິດຕາມການຂົນສົ່ງສິ່ງເສດເຫຼືອ / UNFORM WASTE MANIFEST 1.2 ສະຖານະໃບຕິດຕາມການຂົນສົ່ງ / MANIFEST STATUS: ໝາຍເຖິງສະຖານະປະຈຸບັນຂອງເອກະສານເຊິ່ງແຕ່ລະສະຖານະມີຄວາມໝາຍດັ່ງນີ້: Draft ໝາຍເຖິງ ກຳລັງລໍຖ້າການກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງເອກະສານ Requested ໝາຍເຖິງ ກວດກາຄວາມຖືກຕ້ອງແລ້ວ ແລະ ລໍຖ້າການຕອບຮັບການຂົນສົ່ງ ແລະ ບຳບັດ-ກໍາຈັດຈາກ WT ແລະ WD ທີ່ຖືກລະບຸໄວ້ໃນເອກະສານ Ready ໝາຍເຖິງ WT ແລະ WD ຕອບຮັບການຂົນສົ່ງ ແລະ ບຳບັດ-ກໍາຈັດແລ້ວ ລໍຖ້າເຮັດການຂົນສົ່ງ Processing ໝາຍເຖິງ WT ກຳລັງຂົນສົ່ງສິ່ງເສດເຫຼືອ Completed ໝາຍເຖິງ WD ກວດຮັບສິ່ງເສດເຫຼືອ ແລະ ຊັ່ງນ້ຳໜັກຮຽບຮ້ອຍແລ້ວ Certified ໝາຍເຖິງ ຜູ້ຕິດຕາມກວດກາ (Waste Regulator ຫຼື WR) ກໍ່ຄືໜ່ວຍງານພາກລັດໄດ້ຢັ້ງຢືນການຂົນສົ່ງ ແລະ ບັນທຶກຂໍ້ມູນລົງໃນລະບົບແລ້ວ 1.3 ປະເພດໃບຕິດຕາມການຂົນສົ່ງ / MANIFEST TYPE: ປະເພດໃບຕິດຕາມການຂົນສົ່ງມີຢູ່ 2 ປະເພດຄື: ໃບຕິດຕາມການຂົນສົ່ງສິ່ງເສດເຫຼືອເປັນພິດອັນຕະລາຍ ຈະສະແດງໃນເອກະສານເປັນ HAZARDOUS ແລະ ໃບຕິດຕາມການຂົນສົ່ງສິ່ງເສດເຫຼືອບໍ່ເປັນພິດອັນຕະລາຍ ຈະສະແດງໃນເອກະສານເປັນ NON- HAZARDOUS 1.4 ເລກທີໃບຕິດຕາມການຂົນສົ່ງ /  MANIFEST NO.: ເລກທີໃບຕິດຕາມການຂົນສົ່ງສິ່ງເສດເຫຼືອເປັນພິດອັນຕະລາຍ ແລະ ບໍ່ເປັນພິດອັນຕະລາຍຈະຂື້ນຕົ້ນດ້ວຍ H ແລະ N ຕາມລະດັບ, ປີໃນການຂົນສົ່ງ ແລະ ລຳດັບໃນການຂົນສົ່ງຂອງປີນັ້ນໆ 1.5 ວັນທີສ້າງໃບຕິດຕາມການຂົນສົ່ງ / REQUEST DATE: ໝາຍເຖິງ ວັນທີສ້າງໃບຕິດຕາມການຂົນສົ່ງໃນລະບົບ Manifest System 1.6 ວັນທີເຮັດການຂົນສົ່ງ / MANIFEST DATE: ໝາຍເຖິງ ວັນທີເລີ່ມເຮັດການຂົນສົ່ງ 2. ພາກສ່ວນທີ 2 : ສ່ວນຂອງຜູ້ສ້າງສິ່ງເສດເຫຼືອ / Waste Generator 2.1 ເລກປະຈຳຕົວຜູ້ຄອບຄອງສິ່ງເສດເຫຼືອ / EMC ID:  ໝາຍເຖິງເລກປະຈຳຕົວຢູ່ທີ່ກ່ຽວຂ້ອງກັບການຄຸ້ມຄອງ ປະກອບດ້ວຍຕົວເລກ ແລະ ຕົວອັກສອນ 13 ຫຼັກ ເຊິ່ງມີຄວາມໝາຍດັ່ງຕໍ່ໄປນີ້: ລຳດັບທີ 1-3: ອັກສອນພາສາອັງກິດ “EMC” ຫຍໍ້ມາຈາກ Environmental Management Academic center (EMAC) ລຳດັບທີ 4: ອັກສອນພາສາອັງກິດ “G” ຫຍໍ້ມາຈາກ Generator ລຳດັບທີ 5-6: ຕົວເລກ 2 ຕົວທ້າຍຂອງປີ ເຊັ່ນ: 23 ສຳລັບປີ 2023 ລຳດັບທີ 7-9: ຕົວເລກລະຫັດທີ່ຕັ້ງ ລຳດັບທີ 10-12: ເລກລຳດັບການຂື້ນທະບຽນນຳໃຊ້ໃນປີນັ້ນໆ ລຳດັບທີ 13: ລະຫັດສະເພາະສຳລັບຜູ້ປະກອບການພາຍໃນເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ 2.2 ຂໍ້ມູນຜູ້ສ້າງສິ່ງເສດເຫຼືອ: ປະກອບດ້ວຍຂໍ້ມູນຊື່ວິສາຫະກິດ, ທີ່ຕັ້ງ, ເບີໂທ ແລະ ອີເມວຕິດຕໍ່ 2.3 ລະຫັດສິ່ງເສດເຫຼືອ / Waste Code: ລະຫັດສິ່ງເສດເຫຼືອຕາມການຈັດແບ່ງຂອງສະຫະພາບເອີລົບ The European List of Wastes (LoW) 2.4 ລາຍລະອຽດສິ່ງເສດເຫຼືອ / Waste Description: ຊື່ຂອງສິ່ງເສດເຫຼືອ 2.5 ຈຳນວນ / Quantity: ຈຳນວນຄາດຄະເນສິ່ງເສດເຫຼືອທີ່ຈະເຮັດການຂົນສົ່ງອອກໄປບຳບັດ-ກຳຈັດພາຍນອກ ເຊັ່ນ: ຖັງ 20 ລິດຂື້ນໄປ ຈໍານວນ 30 ຖັງ, ຖັງຂີ້ເຫຍື້ອຈຳນວນ 6 ຖັງ 2.6 ປະເພດບັນຈຸ / Container type: ປະເພດພາຊະນະບັນຈຸສິ່ງເສດເຫຼືອ ເຊັ່ນ: ຖັງ 200 ລິດ, ຖັງແກລລອນຂະໜາດນ້ອຍ, ຖັງ 1,000 ລິດ, ກອງ ຫຼື ພາເລດ ແລະ ອື່ນໆ 2.7 ປະລິມານຄາດຄະເນ / Approximate weight: ປະລິມານຄາດຄະເນສິ່ງເສດເຫຼືອທີ່ຈະເຮັດການຂົນສົ່ງອອກໄປບຳບັດ-ກຳຈັດພາຍນອກ ຫົວໜ່ວຍເປັນ kg 2.8 ສະຖານະສິ່ງເສດເຫຼືອ / Type of waste: ສະຖານະຂອງສິ່ງເສດເຫຼືອ ຄື: ທາດແຂງ ແລະ ທາດແຫຼວ 2.9 ປະລິມານຄາດຄະເນລວມ / Total approximate weight ປະລິມານຄາດຄະເນສິ່ງເສດເຫຼືອລວມທັງໝົດທຸກລາຍການທີ່ຈະເຮັດການຂົນສົ່ງອອກໄປບຳບັດ-ກຳຈັດພາຍນອກ ຫົວໜ່ວຍເປັນ kg 2.10 ຂໍ້ມູນການຂົນສົ່ງສິ່ງເສດເຫຼືອໃຫ້ WT: ປະກອບດ້ວຍຊື່ ແລະ ນາມສະກຸນຂອງຜູ້ນຳໃຊ້ລະບົບ Manifest system ຂອງ WG, ວັນທີທີ່ສົ່ງມອບສິ່ງເສດເຫຼືອໃຫ້ WT ແລະ QR Code ຢັ້ງຢືນການສົ່ງມອບສິ່ງເສດເຫຼືອດັ່ງກ່າວ 3. ພາກສ່ວນທີ 3 : ສ່ວນຂອງຜູ້ຂົນສົ່ງສິ່ງເສດເຫຼືອ / Waste Transporter 3.1 ເລກປະຈຳຕົວຜູ້ຄອບຄອງສິ່ງເສດເຫຼືອ / EMC ID:  ໝາຍເຖິງເລກປະຈຳຕົວຢູ່ທີ່ກ່ຽວຂ້ອງກັບການຄຸ້ມຄອງ ປະກອບດ້ວຍຕົວເລກ ແລະ ຕົວອັກສອນ 13 ຫຼັກ ເຊິ່ງມີຄວາມໝາຍດັ່ງຕໍ່ໄປນີ້: ລຳດັບທີ 1-3: ອັກສອນພາສາອັງກິດ “EMC” ຫຍໍ້ມາຈາກ Environmental Management Academic center (EMAC) ລຳດັບທີ 4: ອັກສອນພາສາອັງກິດ “T” ຫຍໍ້ມາຈາກ Transporter ລຳດັບທີ 5-6: ຕົວເລກ 2 ຕົວທ້າຍຂອງປີ ເຊັ່ນ: 23 ສຳລັບປີ 2023 ລຳດັບທີ 7-9: ຕົວເລກລະຫັດທີ່ຕັ້ງ ລຳດັບທີ 10-12: ເລກລຳດັບການຂື້ນທະບຽນນຳໃຊ້ໃນປີນັ້ນໆ ລຳດັບທີ 13: ລະຫັດປະເພດຜູ້ຂົນສົ່ງສິ່ງເສດເຫຼືອ 3.2 ຂໍ້ມູນຜູ້ຂົນສົ່ງສິ່ງເສດເຫຼືອ: ປະກອບດ້ວຍຂໍ້ມູນຊື່ວິສາຫະກິດ, ທີ່ຕັ້ງ, ເບີໂທ ແລະ ອີເມວຕິດຕໍ່ 3.3 ປະເພດພາຫະນະ / Vehicle Type: ປະເພດພາຫະນະທີ່ນຳໃຊ້ເຂົ້າໃນການຂົນສົ່ງເຊັ່ນ: ລົດບັນທຸກ 6 ລໍ້, ລົດບັນທຸກ 10 ລໍ້ ແລະ ອື່ນໆ  3.4 ຊື່ຄົນຂັບ / Driver name: ຜູ້ເຮັດການຂົນສົ່ງສິ່ງເສດເຫຼືອ 3.5 ປ້າຍລົດ / License plate: ປ້າຍລົດທີ່ໃຊ້ໃນການຂົນສົ່ງ 3.6 Security seal: ເປັນເຄື່ອງມືສຳລັບລັອກຕູ້ຄອນເທນເນີ ຫຼື ລົດບັນທຸກ ເພື່ອເພີ່ມຄວາມປອດໄພ ແລະ ປ້ອງກັນການລັກຖີ້ມສິ່ງເສດເຫຼືອຊະຊາຍໃນລະຫວ່າງຂົນສົ່ງ ເຊີ່ງຈະມີລະຫັດຕົວເລກລະບຸໃນຊິວແຕ່ລະອັນ (ຖ້າມີ) 3.7 GPS Number: ເລກທີຂອງ GPS Tracker ອຸປະກອນສຳລັບຕິດຕັ້ງກັບພາຫະນະເພື່ອໃຊ້ຕິດຕາມຕຳແໜ່ງ ແລະ ການເຄື່ອນທີ່ (ຖ້າມີ) 3.8 ຂໍ້ມູນການຮັບສິ່ງເສດເຫຼືອຂອງ WT: ປະກອບດ້ວຍຊື່ ແລະ ນາມສະກຸນຂອງຜູ້ນຳໃຊ້ລະບົບ Manifest system ຂອງ WT, ວັນທີທີ່ຮັບສິ່ງເສດເຫຼືອຈາກ WG ແລະ QR Code ຢັ້ງຢືນການຮັບ ສິ່ງເສດເຫຼືອດັ່ງກ່າວ 4. ພາກສ່ວນທີ 4 : ສ່ວນຂອງຜູ້ບຳບັດ-ກຳຈັດສິ່ງເສດເຫຼືອ / Waste Disposal 4.1 ເລກປະຈຳຕົວຜູ້ຄອບຄອງສິ່ງເສດເຫຼືອ / EMC ID:  ໝາຍເຖິງເລກປະຈຳຕົວຢູ່ທີ່ກ່ຽວຂ້ອງກັບການຄຸ້ມຄອງ ປະກອບດ້ວຍຕົວເລກ ແລະ ຕົວອັກສອນ 13 ຫຼັກ ເຊິ່ງມີຄວາມໝາຍດັ່ງຕໍ່ໄປນີ້: ລຳດັບທີ 1-3: ອັກສອນພາສາອັງກິດ “EMC” ຫຍໍ້ມາຈາກ Environmental Management Academic center (EMAC) ລຳດັບທີ 4: ອັກສອນພາສາອັງກິດ “D” ຫຍໍ້ມາຈາກ Disposal ລຳດັບທີ 5-6: ຕົວເລກ 2 ຕົວທ້າຍຂອງປີ ເຊັ່ນ: 23 ສຳລັບປີ 2023 ລຳດັບທີ 7-9: ຕົວເລກລະຫັດທີ່ຕັ້ງ ລຳດັບທີ 10-12: ເລກລຳດັບການຂື້ນທະບຽນນຳໃຊ້ໃນປີນັ້ນໆ ລຳດັບທີ 13: ລະຫັດປະເພດຜູ້ບຳບັດ-ກຳຈັດສິ່ງເສດເຫຼືອ 4.2 ຂໍ້ມູນຜູ້ບຳບັດ-ກຳຈັດສິ່ງເສດເຫຼືອ: ປະກອບດ້ວຍຂໍ້ມູນຊື່ວິສາຫະກິດ, ທີ່ຕັ້ງ, ເບີໂທ ແລະ ອີເມວຕິດຕໍ່ 4.3 ລະຫັດສິ່ງເສດເຫຼືອ / Waste Code: ລະຫັດສິ່ງເສດເຫຼືອຕາມການຈັດແບ່ງຂອງສະຫະພາບເອີລົບ The European List of Wastes (LoW) 4.4 ລາຍລະອຽດສິ່ງເສດເຫຼືອ / Waste Description: ຊື່ຂອງສິ່ງເສດເຫຼືອ 4.5 ຈຳນວນ / Quantity: ຈຳນວນສິ່ງເສດເຫຼືອທີ່ຜູ້ບຳບັດ-ກຳຈັດສິ່ງເສດເຫຼືອຮັບຈາກ WT ເຊັ່ນ: ຖັງ 20 ລິດຂື້ນໄປ ຈໍານວນ 30 ຖັງ, ຖັງຂີ້ເຫຍື້ອຈຳນວນ 6 ຖັງ 4.6 ປະເພດບັນຈຸ / Container type: ປະເພດພາຊະນະບັນຈຸສິ່ງເສດເຫຼືອ ເຊັ່ນ: ຖັງ 200 ລິດ, ຖັງແກລລອນຂະໜາດນ້ອຍ, ຖັງ 1,000 ລິດ, ກອງ ຫຼື ພາເລດ ແລະ ອື່ນໆ 4.7 ນ້ຳໜັກ / Weight: ນ້ຳໜັກສິ່ງເສດເຫຼືອທີ່ຜູ້ບຳບັດ-ກຳຈັດສິ່ງເສດເຫຼືອຮັບຈາກ WT ຫົວໜ່ວຍເປັນ kg 4.8 ສະຖານະສິ່ງເສດເຫຼືອ / Type of waste: ສະຖານະຂອງສິ່ງເສດເຫຼືອ ຄື: ທາດແຂງ ແລະ ທາດແຫຼວ 4.9 ລະຫັດກຳຈັດ ແລະ ບຳບັດ / R&D Code: ລະຫັດບຳບັດ-ກຳຈັດ ທີ່ລະບຸໄວ້ໃນ ເອກະສານຊ້ອນທ້າຍທີ 3 ຂອງບົດແນະນຳກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເລກທີ 0744/ກຊສ, ລົງວັນທີ 11 ກຸມພາ 2015 4.10 ນ້ຳໜັກລວມ / Total: ນ້ຳໜັກສິ່ງເສດເຫຼືອລວມທັງໝົດທຸກລາຍການທີ່ຜູ້ບຳບັດ-ກຳຈັດສິ່ງເສດເຫຼືອຮັບຈາກ WT ຫົວໜ່ວຍເປັນ kg 4.11 ຂໍ້ມູນການຮັບສິ່ງເສດເຫຼືອຈາກ WT: ປະກອບດ້ວຍຊື່ ແລະ ນາມສະກຸນຂອງຜູ້ນຳໃຊ້ລະບົບ Manifest system ຂອງ WD, ວັນທີທີ່ WD ຮັບສິ່ງເສດເຫຼືອຈາກ WT ແລະ QR Code ຢັ້ງຢືນການຮັບສິ່ງເສດເຫຼືອດັ່ງກ່າວ 5. ພາກສ່ວນທີ 5 : ສ່ວນຂອງຜູ້ຕິດຕາມກວດກາ / Waste Regulator 5.1 ເລກປະຈຳຕົວຜູ້ຄອບຄອງສິ່ງເສດເຫຼືອ / EMC ID:  ໝາຍເຖິງເລກປະຈຳຕົວຢູ່ທີ່ກ່ຽວຂ້ອງກັບການຄຸ້ມຄອງ ປະກອບດ້ວຍຕົວເລກ ແລະ ຕົວອັກສອນ 13 ຫຼັກ ເຊິ່ງມີຄວາມໝາຍດັ່ງຕໍ່ໄປນີ້: ລຳດັບທີ 1-3: ອັກສອນພາສາອັງກິດ “EMC” ຫຍໍ້ມາຈາກ Environmental Management Academic center (EMAC) ລຳດັບທີ 4: ອັກສອນພາສາອັງກິດ “R” ຫຍໍ້ມາຈາກ Regulator ລຳດັບທີ 5-6: ຕົວເລກ 2 ຕົວທ້າຍຂອງປີ ເຊັ່ນ: 23 ສຳລັບປີ 2023 ລຳດັບທີ 7-9: ຕົວເລກລະຫັດທີ່ຕັ້ງ ລຳດັບທີ 10-12: ເລກລຳດັບການຂື້ນທະບຽນນຳໃຊ້ໃນປີນັ້ນໆ ລຳດັບທີ 13: ລະຫັດປະເພດຜູ້ຕິດຕາມກວດກາຈາກໜ່ວຍງານພາກລັດຕ່າງໆ 5.2 ຂໍ້ມູນການຢັ້ງຢືນການຂົນສົ່ງຂອງ WR: ປະກອບດ້ວຍຊື່ ແລະ ນາມສະກຸນຂອງຜູ້ຕິດຕາມກວດກາ (WR) ໃນລະບົບ Manifest system, ວັນທີ ແລະ QR Code ຢັ້ງຢືນການຂົນສົ່ງ ແລະ ບັນທຶກຂໍ້ມູນລົງໃນລະບົບ 6. ພາກສ່ວນທີ 6 : ສ່ວນທ້າຍເອກະສານ  ທ້າຍເອກະສານຈະລະບຸຊື່ຂອງຜູ້ດາວໂຫລດເອກະສານຕິດຕາມການຂົນສົ່ງອອກມາຈາກລະບົບ Manifest system ຂອງ EMAC ແລະ ວັນທີ-ເວລາໃນການດາວໂຫລດເອກະສານດັ່ງກ່າວ. File ເອກະສານ ດາວໂຫລດ

Continue Reading  

ການຈັດລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ຂອງໂຮງງານອຸດສາຫະກຳປຸງແຕ່ງ ອິງຕາມການສະເໜີຂອງກົມອຸດສາຫະກຳ ແລະ ຫັດຖະກໍາ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກ ຂໍ້ຕົກລົງວ່າດ້ວຍການຈັດລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມຂອງໂຮງງານອຸດສາຫະກຳປຸງແຕ່ງ ສະບັບ 0948/ອຄ, ລົງວັນທີ 12 ຕຸລາ 2021 ໂດຍມີຈຸດປະສົງເພື່ອຜັນຂະຫຍາຍ ມາດຕາ 24 ຂອງກົດໝາຍວ່າອຸດສາຫະກຳປຸງແຕ່ງ ສະບັບເລກທີ 48/ສພຊ, ລົງວັນທີ 27 ທັນວາ 2013 ເຊິ່ງແບ່ງຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມຂອງໂຮງງານອອກເປັນ 3 ລະດັບ ດັ່ງນີ້: ລະດັບໜື່ງ ແມ່ນໂຮງງານທີ່ມີຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ຫຼື ຄວາມເປັນອັນຕະລາຍໃນລະດັບຕໍ່າ ຊຶ່ງຕ້ອງປະຕິບັດຕາມລະບຽບການຄຸ້ມຄອງ ແລະ ຄວບຄຸມໂຮງງານໃຫ້ເຂັ້ມງວດ ລະດັບສອງ ແມ່ນ ໂຮງງານທີ່ມີຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ຫຼື ຄວາມເປັນອັນຕະລາຍໃນລະດັບປານກາງ ຊຶ່ງຕ້ອງສ້າງແຜນການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ຕິດຕາມເປັນແຕ່ລະໄລຍະ ລະດັບສາມ ແມ່ນ ໂຮງງານທີ່ມີຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ຫຼື ຄວາມເປັນອັນຕະລາຍໃນລະດັບສູງ ຊຶ່ງຕ້ອງໄດ້ເຮັດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ຕ້ອງໄດ້ເຮັດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ຕາມສ້າງແຜນການຄຸ້ມຄອງດ້ານສິ່ງແວດລ້ອມຢ່າງເຂັ້ມງວດ ແລະ ຕິດຕາມເປັນປະຈຳ ຂໍ້ຕົກລົງດັ່ງກ່າວປະກອບດ້ວຍມາດຕາຕ່າງໆດັ່ງນີ້: ມາດຕາ 1 ຈຸດປະສົງ ມາດຕາ 2 ການຈັດລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ມາດຕາ 3 ຕາຕະລາງລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ມາດຕາ 4 ການປັບປຸງຕາຕະລາງການຈັດລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ມາດຕາ 5 ການຈັດຕັ້ງປະຕິບັດ ມາດຕາ 6 ຜົນສັກສິດ ໃນການຈັດຕັ້ງປະຕິບັດແມ່ນມອບໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ ເປັນເຈົ້າການປະສານສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ເທດສະບານ, ນະຄອນ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້. ດາວໂຫລດ: ກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ ສະບັບເລກທີ 48/ສພຊ, ລົງວັນທີ 27 ທັນວາ 2013 ຂໍ້ຕົກລົງວ່າດ້ວຍການຈັດລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມຂອງໂຮງງານອຸດສາຫະກຳປຸງແຕ່ງ ສະບັບເລກທີ 0948/ອຄ, ລົງວັນທີ 12 ຕຸລາ 2021

Continue Reading  

ບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ອິງຕາມການສະເໜີຂອງກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ອອກ ຂໍ້ຕົກລົງວ່າດ້ວຍບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 0358/ກຊສ, ລົງວັນທີ 24 ກຸມພາ 2023 ໂດຍມີຈຸດປະສົງເພື່ອກຳນົດບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ທີ່ຕ້ອງດຳເນີນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ຫຼື ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ແລະ ການສ້າງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ດຳລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ. ຂໍ້ຕົກລົງດັ່ງກ່າວປະກອບດ້ວຍມາດຕາຕ່າງໆດັ່ງນີ້: ມາດຕາ 1 ຈຸດປະສົງ ມາດຕາ 2 ບັນຊີໂຄງການລົງທຶນ ຫຼື ກິດຈະການຕ່າງໆ ທີ່ຕ້ອງດຳເນີນການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ມາດຕາ 3 ບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ຕ້ອງດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ມາດຕາ 4 ການດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ໃນໂຄງການລົງທຶນ ຫຼື ກິດຈະການທີ່ບໍ່ໄດ້ກຳນົດໄວ້ບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ແລະ ກິດຈະການຕ່າງໆ ມາດຕາ 5 ການຈັດຕັ້ງປະຕິບັດ ມາດຕາ 6 ຜົນສັກສິດ ໃນການຈັດຕັ້ງປະຕິບັດແມ່ນມອບໃຫ້ກົມສິ່ງແວດລ້ອມປະສານສົມທົບກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ, ເທດສະບານ, ນະຄອນ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້. ເຊິ່ງຂໍ້ຕົກລົງສະບັບນີ້ ປ່ຽນແທນຂໍ້ຕົກລົງສະບັບເລກທີ 8056/ກຊສ, ລົງວັນທີ 17 ທັນວາ 2013 ວ່າດ້ວຍການຮັບຮອງ ແລະ ການປະກາດໃຊ້ບັນຊີໂຄງການລົງທຶນ ແລະ ກິດຈະການຕ່າງໆ ທີ່ຈະຕ້ອງດຳເນີນການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ຫຼື ການປະເມີນຜົນກະທົບສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ. ໂດຍຂໍ້ກຳນົດໃດທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ ດາວໂຫລດ: ຂໍ້ຕົກລົງວ່າດ້ວຍບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 0358/ກຊສ, ລົງວັນທີ 24 ກຸມພາ 2023

Continue Reading