ໜ່ວຍງານ

            ໜ່ວຍງານບໍລິການບຳບັດ-ກຳຈັດສິ່ງເສດເຫຼືອ ເປັນໜ່ວຍງານຄຸ້ມຄອງສະຖານີຄົ້ນຄວ້າ-ວິໄຈການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳ ໂຄງການຕົວແບບການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳ ເຊິ່ງເປັນການຮ່ວມມືກັນລະຫວ່າງສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ກັບໜ່ວຍງານພາກລັດ ຄື: ກົມສິ່ງແວດລ້ອມ ແລະ ກົມອຸດສາຫະກຳ ແລະ ຫັດຖະກຳ            ປະຈຸບັນໜ່ວຍງານດັ່ງກ່າວໄດ້ຈັດຕັ້ງປະຕິບັດຕົວຈິງກັບຄູ່ຮ່ວມງານພາກເອກະຊົນຄື: ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ, ບໍລິສັດ ຄຳມ່ວນ ຊີມັງ ຈຳກັດ, ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ ແລະ ກຸ່ມບໍລິສັດວົງພານິດລາວ ເຊິ່ງເປັນຜູ້ບຸກເບີກການໃຫ້ບໍລິການຈັດການສິ່ງເສດເຫຼືອເປັນພິດອັນຕະລາຍພາຍໃນ ສປປ ລາວ ແລະ ເຕັກໂນໂລຊີການບຳບັດ-ກຳຈັດສິ່ງເສດເຫຼືອໂຮງໝໍ ແລະ ສິ່ງເສດເຫຼືອອີເລັກໂຕນິກ ຕາມມາດຕະຖານສາກົນ.                ປະເພດສິ່ງເສດເຫຼືອອຸດສາຫະກຳທີ່ຮັບບຳບັດ-ກຳຈັດແບ່ງອອກເປັນ 5 ປະເພດດັ່ງຕໍ່ໄປນີ້:               1. ສິ່ງເສດເຫຼືອອຸດສາຫະກຳປະເພດທາດແຫຼວ ສິ່ງເສດເຫຼືອອຸດສາຫະກຳປະເພດທາດແຫຼວທີ່ບໍ່ມີຄ່າຄວາມຮ້ອນ ເຊັ່ນ: ນ້ຳເປື້ອນຈາກຂະບວນການຜະລິດ, ນ້ຳປົນເປື້ອນສານເຄມີໃດໜື່ງ ຫຼື ນ້ຳຫຼໍ່ເຢັນຈາກລະບົບບຳບັດເປັນຕົ້ນ  ສິ່ງເສດເຫຼືອອຸດສາຫະກຳປະເພດທາດແຫຼວທີ່ມີຄ່າຄວາມຮ້ອນ ເຊັ່ນ: ສານລະລາຍທີ່ສາມາດຈຸດຕິດໄຟ, ນ້ຳມັນເກົ່າ, ນ້ຳມັນປົນເປື້ອນ, ສານລະລາຍປະສົມທາດເຫຼົ້າເປັນຕົ້ນ                2. ສິ່ງເສດເຫຼືອອຸດສາຫະກຳປະເພດທາດແຂງ ແລະ ຕະກອນ ຫຼື ຂີ້ຕົມ ສິ່ງເສດເຫຼືອອຸດສາຫະກຳທາດແຂງທີ່ສາມາດນຳໃຊ້ເປັນວັດຖຸດິບທົດແທນ (Alternative raw material) ສໍາລັບການຜະລິດຊີມັງ ເຊັ່ນ: ຕະກອນຈາກລະບົບບຳບັດນ້ຳເປື້ອນ, ຝຸ່ນເຫຼັກ, ຂີ້ຊາຍ, ຂີ້ຫິນ ຫຼື ດິນທີ່ປົນເປື້ອນສານເຄມີ. ສິ່ງເສດເຫຼືອອຸດສາຫະກໍາທາດແຂງທີ່ສາມາດນຳໃຊ້ເປັນເຊື້ອໄຟປະສົມ ເຊັ່ນ: ຜ້າປົນເປື້ອນນ້ຳມັນ ຫຼື ສານເຄມີ, ເສດຢາງ ຫຼື ພລາສຕິກ, ເສດໄມ້ ຫຼື ວັດສະດຸປົນເປື້ອນ.               3. ສິ່ງເສດເຫຼືອອຸດສາຫະກຳປະເພດຂອງແຂງ ທີ່ບໍ່ເປັນພິດອັນຕະລາຍ   ສິ່ງເສດເຫຼືອທີ່ສາມາດຄັດແຍກເພື່ອສົ່ງຮີໄຊເຄີ້ນໄດ້ (Recyclable material) ເຊັ່ນ: ເສດເຫຼັກ-ກະປ໋ອງ, ແກ້ວ, ເສດໜັງ, ວັດສະດຸ, ເສດເຈ້ຍ-ຖົງຢາງ, ແກັດ-ພາຊະນະ ຫຼື ບັນຈຸພັນ ເປັນຕົ້ນ  ສິ່ງເສດເຫຼືອທີ່ບໍ່ສາມາດສົ່ງໃຫ້ຜູ້ຄັດແຍກເພື່ອການລີໄຊເຄີ້ນໄດ້ (Unrecyclable material) ໄດ້ແກ່ ສິ່ງເສດເຫຼືອທີ່ ບໍ່ມີຜູ້ຕ້ອງການນຳໄປແປຮູບ ຫຼື ລີໄຊເຄີ້ນພາຍໃນ ສປປ ລາວ.                4. ສິ່ງເສດເຫຼືອອິເລັກໂຕນິກ (Electronics Waste: E-waste) ສິ່ງເສດເຫຼືອປະເພດຫຼອດໄຟຟ້າ ແລະ ແບັດເຕີລີ້ ສິ່ງເສດເຫຼືອປະເພດຄອມພິວເຕີ ແລະ ອຸປະກອນຄອມພິວເຕີ-ອຸປະກອນສື່ສານ ສິ່ງເສດເຫຼືອປະເພດເຄື່ອງແອເຢັນ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕນິກ ສິ່ງເສດເຫຼືອປະເພດແຜງໂຊລ່າ, ໝໍ້ໄຟ       5. ສິ່ງເສດເຫຼືອຈາກສະຖານທີ່ບໍລິການສາທາລະນະສຸກ (ໂຮງໝໍ, ສຸກສາລາ, ຫ້ອງກວດພະຍາດເອກະຊົນທົ່ວໄປ, ຫ້ອງວິເຄາະທາງດ້ານການແພດ, ສະຖາບັນ, ຫ້ອງພະຍາບານໃນສະຖານປະກອບການຕ່າງໆ) ເຊັ່ນ:  ຂີ້ເຫຍື້ອຕິດເຊື້ອ, ຂີ້ເຫຍື້ອປະເພດຢາ, ຂີ້ເຫຍື້ອເປັນພິດຕໍ່ກຳມະພັນ, ສານເຄມີ ແລະ ຂີ້ເຫຍື້ອທີ່ມີໂລຫະສູງ, ກະປ໋ອງອັດຄວາມດັນ ແລະ ອື່ນໆ                ໂດຍສາມາດໃຫ້ບໍລິການໃນການເກັບລວບລວມ, ຂົນສົ່ງ ແລະ ອອກໃບຢັ້ງຢືນການຮັບບຳບັດກຳຈັດໃຫ້ແກ່ ເຈົ້າຂອງສິ່ງເສດເຫຼືອ ພ້ອມອອກໃບຮັບຮອງການທຳລາຍ ເພື່ອປະໂຫຍດທາງດ້ານພາສີ-ອາກອນ ສຳລັບຜູ້ປະກອບການທີ່ໄດ້ຮັບການຍົກເວັ້ນອາກອນນຳເຂົ້າຕາມລະບົບພາສີການສົ່ງເສີມການລົງທຶນ.

Continue Reading  

ໜ່ວຍບໍລິການຕິດຕາມກວດກາຄຸນນະພາບສິ່ງແວດລ້ອມ ເປັນໜ່ວຍງານທີ່ມີພາລະບົດບາດໃນການໃຫ້ຄຳປຶກສາ ແລະ ໃຫ້ບໍລິການຕິດຕາມກວດກາຄຸນນະພາບສິ່ງແວດລ້ອມ ໂດຍມີຂອບເຂດການໃຫ້ບໍລິການດັ່ງນີ້:   ກວດກາວັດແທກຄຸນນະພາບນ້ຳ ບໍລິການກວດຄຸນນະພາບນ້ຳປະປາ, ນ້ຳດື່ມ, ນ້ຳກ້ອນ… ຕາມມາດຕະຖານສາກົນ ບໍລິການກວດກາວັດແທກຄຸນນະພາບ ນ້ຳໜ້າດິນ, ນ້ຳໃຕ້ດິນ, ນ້ຳເປື້ອນ ແລະ ອື່ນໆ ກວດກາວັດແທກສະພາບແວດລ້ອມໃນບັນຍາກາດ (Ambient) ຝຸ່ນລະອອງໃນບັນຍາກາດ Total Suspended Particulate (TSP) ຝຸ່ນລະອອງຂະໜາດນ້ອຍໃນບັນຍາກາດ Particulate Matter (PM10, PM5, PM2.5)  ອາຍລະເຫີຍຈາກສານເຄມີ ແລະ ກ໊າສຕ່າງໆ (24 Hrs) ເຊັ່ນ: (SOx, NOx, CO, etc.) ທິດທາງ ແລະ ຄວາມໄວຂອງລົມ (Wind speed/Wind direct) ລະດັບສຽງສະເລ່ຍ 24 ຊົ່ວໂມງ (Leq. 24 Hrs) ຄວາມສັ່ນສະເທືອນ (Vibration)   ກວດກາວັດແທກຄຸນນະພາບອາກາດຈາກແຫຼ່ງກຳເນີດ (ປ່ອງລະບາຍອາກາດ) Total Suspended particulates (TSP) Sulfur Dioxide (SO2) Oxide of Nitrogen (NOx) Nitrogen Dioxide (NO2)   Carbon Monoxide (CO) Ozone (O3) ຄວາມທຶບແສງຂອງປ່ອງ (Opacity) Xylene, Toluene, Ammonia, Hydrogen Peroxide, Nitric acid ກວດກາວັດແທກຄຸນນະພາບອາກາດຈາກລະບົບລະບາຍອາກາດສະເພາະຈຸດ (LEV : Local Exhaust Ventilation) ໂດຍວິເຄາະໂຕວັດແທກຈາກວັດຖຸດິບ ແລະ ສານເຄມີທີ່ນຳໃຊ້   ກວດກາວັດແທກສິ່ງແວດລ້ອມໃນສະຖານປະກອບການ (Work place) ບໍລິການກວດກາວັດແທກ ແລະ ວິເຄາະຄຸນນະພາບສິ່ງແວດລ້ອມທາງດ້ານກາຍະພາບ (Physical Environment) ເຊັ່ນ: ຄວາມຮ້ອນ (Heat Level), ແສງສະຫວ່າງ (Light Level), ສຽງ (Noise Level (Leq 8 hrs, Leq 5 mins), Noise Dose), ຄວາມສັ່ນສະເທືອນ (Vibration) ບໍລິການກວດກາວັດແທກ ສິ່ງແວດລ້ອມທາງດ້ານສານເຄມີ (Chemical Environmental) ເຊັ່ນ: ຝຸ່ນລະອອງ (Total Dust, Respirable Dust, Silica Dust, etc.), ຝຸ່ນຈາກໂລຫະໜັກທຸກປະເພດ (Iron Dust, Copper fume, etc.), ອາຍຈາກສານເຄມີ/ທາດອາຍພິດຕ່າງໆ ໂດຍວິເຄາະໂຕວັດແທກຈາກວັດຖຸດິບ ແລະ ສານເຄມີທີ່ນຳໃຊ້ (Benzene, Xylene, Toluene, MEK, Acetone, Hexane, Ammonia, Chlorine ,etc.), ອາຍຈາກກົດ ແລະ ດ່າງ (Sulfuric acid, Nitric acid ,etc.)   ກວດກາວັດແທກສິ່ງເສດເຫຼືອ ກວດກາວັດແທກຄວາມເປັນພິດອັນຕະລາຍຂອງສິ່ງເສດເຫຼືອ ເຊັ່ນ: ຈຸດວາບໄຟ, ໂລຫະໜັກ ແລະ ອື່ນໆ ກວດກາວັດແທກການປົນເປື້ອນຂອງວັດຖຸດິບຮີໄຊເຄີ້ນທີ່ນຳເຂົ້າມາຈາກຕ່າງປະເທດເຊັ່ນ: ເສດພລາສຕິກ ແລະ ອື່ນໆ ກວດກາວັດແທກການປົນເປື້ອນສານ Polychlorinated Biphenyls (PCBs) ໃນສິ່ງເສດເຫຼືອ ຫຼື ດິນ ແລະ ອື່ນໆ   ກວດກາວັດແທກຜະລິດຕະພັນ ແລະ ອື່ນໆ ບໍລິການກວດສານພິດຕົກຄ້າງ (ຢາຂ້າແມງໄມ້) ໃນຜະລິດຕະພັນທາງການກະເສດ ເຊັ່ນ: ຜັກ, ໝາກໄມ້… ບໍລິການກວດຜະລິດຕະພັນສັດ ໂດຍວັດແທກສານເຄມີຕົກຄ້າງ, ຢາຂ້າເຊື້ອ / ເຊື້ອພະຍາດ ແລະ ໂລຫະໜັກ ບໍລິການກວດທາດອາຫານເພື່ອເຮັດກາໝາຍໂພຊະນາການ (Nutrition) ແລະ ການວິເຄາະຫາອາຍຸການເກັບຂອງຜະລິດຕະພັນ (Product Shelf Life) ບໍລິການກວດຫາສານພິດ (Toxin & Bio-Toxin), ວັດຖຸເຈືອປົນອາຫານ (Food additive) ໃນທັນຍາພືດ ແລະ ຜະລິດຕະພັນອາຫານ ບໍລິການກວດແຮ່ທາດ ແລະ ໂລຫະໜັກໃນວັດຖຸດິບ ແລະ ຜະລິດຕະພັນອາຫານ ເຄື່ອງດື່ມ ບໍລິການກວດກາສານຕັດຕໍ່ພັນທຸກຳ (GMOs) / ສານພັນທຸກຳ (DNA/RNA) ໃນພືດອາຫານ, ອາຫານ, ວັດຖຸດິບອາຫານສັດ ແລະ ອາຫານສັດ ລວມເຖິງການກວດເຊື້ອໄວຮັດກໍ່ພະຍາດໃນສັດນ້ຳ ແລະ ຜະລິດຕະພັນ ບໍລິການກວດເຊື້ອຈຸລິນຊີໃນວັດຖູດິບ ແລະ ຜະລິດຕະພັນອາຫານ, ເຄື່ອງດື່ມ ບໍລິການກວດຫາສານສຳຄັນໃນສະໝຸນໄພ ບໍລິການກວດຄຸນນະພາບປັດໄຈການຜະລິດທາງການກະເສດ ເຊັ່ນ: ປຸ໋ຍ, ສ່ວນປະສົມສຳຄັນ (Active Ingredient) ດິນ ແລະ ນ້ຳ ບໍລິການກວດວັດສະດຸສຳພັດອາຫານ (Food contact material), ພາຊະນະບັນຈຸ (Packaging) ບໍລິການວິເຄາະເຄື່ອງສຳອາງ ແລະ ຜະລິດຕະພັນອື່ນທີ່ບໍ່ແມ່ນອາຫານອື່ນໆ

Continue Reading  

         ໜ່ວຍງານບໍລິການຝຶກອົບຮົມ-ສຳມະນາ ເປັນໜ່ວຍງານທີ່ມີພາລະບົດບາດໃນການ ຈັດອົບຮົມ-ສຳມະນາວິຊາການ ເພື່ອພັດທະນາບຸກຄະລາກອນທັງພາກລັດ-ພາກເອກະຊົນ ຈົນຮອດນັກຮຽນ-ນັກສຶກສາ ກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ, ການຕິດຕາມກວດກາຄຸນນະພາບສິ່ງແວດລ້ອມ, ການຄຸ້ມຄອງເຄມີ ແລະ ວັດຖຸອັນຕະລາຍ, ການບໍລິຫານຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ອື່ນໆ ໂດຍເປັນການອົບຮົບ-ສໍາມະນາທັງທິດສະດີ ແລະ ການຈັດຕັ້ງປະຕິບັດຕົວຈິງ ແນ່ໃສ່ສາມາດເອົາຄວາມຮູ້ດັ່ງກ່າວໄປໃຊ້ໄດ້ແທ້ໃນການເຮັດວຽກຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ໂດຍໜ່ວຍງານດັ່ງກ່າວມີສິດ ແລະ ໜ້າທີ່ດັ່ງຕໍ່ໄປນີ້: ປະເມີນຄວາມຕ້ອງການໃນການຝຶກອົບຮົມກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາມົນລະພິດສິ່ງແວດລ້ອມຂອງບັນດາໂຄງການພັດທະນາ, ໂຮງງານອຸດສາຫະກຳ ລວມທັງໜ່ວຍງານພາກລັດ ແລະ ພາກເອກະຊົນ; ພັດທະນາຫຼັກສູດການຝຶກອົບຮົມ-ສຳມະນາກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາມົນລະພິດສິ່ງແວດລ້ອມ ໃຫ້ເໝາະສົມກັບກຸ່ມເປົ້າໝາຍ; ເກັບກຳ ແລະ ສ້າງຖານຂໍ້ມູນຂອງຜູ້ເຂົ້າຮ່ວມການອົບຮົມ-ສຳມະນາໃນຫຼັກສູດຕ່າງໆຂອງສູນ; ເປັນເຈົ້າການໃນການຈັດການຝຶກອົບຮົມ-ສຳມະນາ ຕາມແຜນທີ່ໄດ້ຮັບອະນຸມັດ.   ຫຼັກສູດທີ່ກຳລັງພັດທະນາໃນປະຈຸບັນ ວິຊາການຄຸ້ມຄອງສິ່ງແວດລ້ອມທົ່ວໄປ ວິຊາການຄວບຄຸມມົນລະພິດທາງນໍ້າ ວິຊາການຄວບຄຸມມົນລະພິດທາງອາກາດ ວິຊາການຄວບຄຸມທາດເຄມີ ວິຊາການຄວບຄຸມສິ່ງເສດເຫຼືອປະເພດທາດແຂງ ແລະ ອື່ນໆ ການນຳໃຊ້ລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອ (Manifest System) ວິຊາການຮັບຜິດຊອບຄວາມປອດໄພ ແລະ ສຸຂະພາບແຮງງານ ການບໍລິການອົບຮົບ-ສຳມະນາຂອງໜ່ວຍສາມາດຈັດໄດ້ທັງແບບເຊິ່ງໜ້າໃນຫ້ອງປະຊຸມ (Offline Training), ອົບຮົມຜ່ານທາງອິນເຕີເນັດ (Online Training) ໂດຍໂປຮແກມ Google meet ຫຼື ອົບຮົມສ່ວນຕົວສະເພາະອົງການຈັດຕັ້ງໃດໜື່ງ (In-House Training) ຂື້ນກັບເງື່ອນໄຂ ແລະ ຄວາມສະດວກໃນການຈັດອົບຮົມ-ສໍາມະນາ.

Continue Reading  

          ໜ່ວຍບໍລິການຂໍ້ມູນວິຊາການເປັນໜ່ວຍງານທີ່ມີພາລະບົດບາດໃນການຊ່ວຍເຫຼືອ ແລະ ສະໜັບສະໜຸນນັກວິຊາການ ແລະ ຜູ້ຊ່ຽວຊານ ຈົນຮອດນັກຮຽນ-ນັກສຶກສາໃນຮູບແບບເປັນຜູ້ເກັບກຳຂໍ້ມູນ-ເອກະສານວິຊາການທຸກຮູບແບບ ໂດຍເອກະສານ ແລະ ຂໍ້ມູນວິຊາການຈະຖືກລວບລວມໄວ້ໃນໜ້າ “ສູນຂໍ້ມູນ” ຂອງເວັບໄຊ emac.la ນີ້ ເຊິ່ງປະກອບດ້ວຍ: ເອກະສານເຜີຍແຜ່: ໝາຍເຖິງຫ້ອງສະໝຸດເອເລັກໂຕນິກ ທີ່ຈະຈັດເກັບເອກະສານໄວ້ເປັນໝວດໝູ່ ເຊັ່ນ: ນິຕິກຳ, ສົນທິສັນຍາສາກົນ, ຄູ່ມືວິຊາການ, ມາດຕະຖານສາກົນ ແລະ ອື່ນໆ ເຊິ່ງໄດ້ມາຈາກຫ້ອງການ, ສູນ, ຄະນະວິຊາ, ສະຖາບັນ ແລະ ກະຊວງ ເຊິ່ງມີທັງເອກະສານພາຍໃນ ແລະ ຕ່າງປະເທດ => Click ຂໍ້ມູນວິຊາການ: ໝາຍເຖິງ ບົດຄວາມດ້ານວິຊາການເຊິ່ງສຳຄັນຕໍ່ການຈັດຕັ້ງປະຕິບັດການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ເຊັ່ນ: ການຄຸ້ມຄອງສິ່ງແວດລ້ອມຂອງໂຮງງານອຸດສາຫະກຳແຕ່ລະປະເພດຄວນຈັດຕັ້ງປະຕິບັດແນວໃດ? ການຈໍາແນກປະເພດສານເຄມີເພື່ອຄວາມປອດໄພໃນການຈັດເກັບ ແລະ ຂົນສົ່ງ, ການຈັດເກັບເຄມີໃຫ້ປອດໄພ, ການຂື້ນທະບຽນເຄມີ, ບັນຊີລາຍຊື່ເຄມີ, ການນຳໃຊ້ລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອ (Manifest System), ມາດຕະຖານການຕິດຕາມກວດກາສິ່ງແວດລ້ອມ ແລະ ວິທີການກວດກາວັດແທກ ແລະ ອື່ນໆ ເຊິ່ງຖືກສະຫຼຸບ ແລະ ສັງລວມມາຮຽບຮ້ອຍແລ້ວ ໂດຍວິຊາການ ແລະ ຜູ້ຊ່ຽວຊານຂອງ  EMAC => Click

Continue Reading