#Waste

ການສ້າງລາຍການສິ່ງເສດເຫຼືອ (Create Catalog)           ກ່ອນຈະນຳໃຊ້ລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອ (Manifest System) ຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງໄຈ້ແຍກສິ່ງເສດເຫຼືອທີ່ເກີດຂື້ນພາຍໃນສະຖານປະກອບການ ແລະ ກຳນົດລະຫັດສິ່ງເສດເຫຼືອກ່ອນ ຫຼັງຈາກນັ້ນຈື່ງແຈ້ງລາຍການດັ່ງກ່າວເຂົ້າມາໃນລະບົບ ໂດຍການສ້າງລາຍການສິ່ງເສດເຫຼືອ (Create catalog) ຕາມຂັ້ນຕອນດັ່ງຕໍ່ໄປນີ້:           1. ເຂົ້າສູ່ລະບົບຜ່ານ https://wg.emac-lao.com/login/           2. ໃສ່ອີເມວ ແລະ ລະຫັດຜ່ານທີ່ໄດ້ຮັບຈາກການຂື້ນທະບຽນກັບສູນວິຊາການດ້ານຈັດການສິ່ງແວດລ້ອມ EMAC           3. ເຂົ້າໄປແຖບດ້ານຂ້າງ > ລາຍລະອຽດຂອງສິ່ງເສດເຫຼືອ > ລາຍການສິ່ງເສດເຫຼືອ           4. ກົດປຸ່ມ “ສ້າງລາຍການສິ່ງເສດເຫຼືອ”           5. ເລືອກປະເພດຂອງລາຍການສິ່ງເສດເຫຼືອ ໂດຍມີໃຫ້ເລືອກຢູ່ 2 ຢ່າງຄື: NHz ສຳລັບສິ່ງເສດເຫຼືອບໍ່ເປັນພິດອັນຕະລາຍ ແລະ Hz ສຳລັບສິ່ງເສດເຫຼືອເປັນພິດອັນຕະລາຍ           6. ໃສ່ຊື່ລາຍການ ເຊັ່ນ: ລາຍການສິ່ງເສດເຫຼຶອບໍ່ເປັນພິດອັນຕະລາຍ ຫຼື ລາຍການສິ່ງເສດເຫຼືອເປັນພິດອັນຕະລາຍ ເປັນຕົ້ນ           7. ໃສ່ຄຳອະທິບາຍຂອງລາຍການ ກໍລະນີບໍ່ຕ້ອງການໃສ່ໃຫ້ພິມ “-”   ໝາຍເຫດ:           –  ຜູ້ສ້າງສິ່ງເສດເຫຼືອ (WG) ສາມາດສ້າງລາຍການສິ່ງເສດເຫຼືອຂື້ນມາໄດ້ ປະເພດລ່ະ 1 ລາຍການເທົ່ານັ້ນ (ໃນລາຍການດັ່ງກ່າວປະກອບດ້ວຍສິ່ງເສດເຫຼືອຫລາຍຊະນິດ)          –  ວັນທີລາຍການໝົດອາຍຸ ໝາຍເຖິງ ວັນທີໝົດອາຍຸຂອງລາຍການສິ່ງເສດເຫຼືອ ເຊິ່ງຈະຖືກກຳນົດໄວ້ອັດຕະໂນມັດເປັນວັນທີ 31 ທັນວາ ຂອງປີນັ້ນໆ ພາຍຫຼັງທີ່ລາຍການໝົດອາຍຸຜູ້ສ້າງສິ່ງເສດເຫຼືອ (WG) ຈະຕ້ອງສ້າງລາຍການສິ່ງເສດເຫຼືອທັງໝົດຂື້ນມາໃຫມ່ ຈື່ງຈະສາມາດນຳໃຊ້ລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອ (Manifest) ໄດ້.           8. ເພີ່ມສິ່ງເສດເຫຼືອແຕ່ລ່ະຊະນິດທີ່ຢູ່ໃນໂຮງງານເຂົ້າໄປໃນລາຍການດັ່ງຕໍ່ໄປນີ້:                8.1. ພິມລະຫັດສິ່ງເສດເຫຼືອ 6 ຫຼັກ                8.2. ໃສ່ຊື່ສິ່ງເສດເຫຼືອໃນຊ່ອງ “ລາຍລະອຽດສະເພາະ” ຊື່ດັ່ງກ່າວຈະສະແດງໃນໃບຕິດຕາມການຂົນສົ່ງ ຫຼື Manifest                8.3. ໃສ່ປະລິມານສິ່ງເສດເຫຼືອທີ່ຄາດວ່າຈະເກີດຂື້ນ ແລະ ນຳອອກໄປກຳຈັດພາຍນອກພາຍໃນປີດັ່ງກ່າວທີ່ຊ່ອງ “ນ້ຳໜັກທີ່ກຳນົດໄວ້ (ກິໂລ/ປີ)”                8.4. ກົດປຸ່ມ “+ ADD” ເພື່ອເພີ່ມສິ່ງເສດເຫຼືອ                8.5. ເຮັດຊ້ຳຂັ້ນຕອນທີ 8.1 – 8.4 ຈົນກວ່າສິ່ງເສດເຫຼືອຈະຖືກເພີ່ມຈົນຄົບທຸກຊະນິດ ໝາຍເຫດ:            –  ຊື່ຂອງສິ່ງເສດເຫຼືອທີ່ໂຮງງານຕັ້ງຂື້ນບໍ່ສາມາດປ່ຽນແປງໄດ້ ຈົນກວ່າຈະມີການສ້າງລາຍການໃຫມ່ໃນປີຕໍ່ໄປ          –  ລາຍລະອຽດຂອງສິ່ງເສດເຫຼືອ ໝາຍເຖິງ ຊື່ກາງຂອງສິ່ງເສດເຫຼືອຕາມລະບົບສາກົນ ຜູ້ສ້າງສິ່ງເສດເຫຼືອສາມາດຕັ້ງຊື່ຕາມຊື່ດັ່ງກ່າວ ຫຼື ນຳໃຊ້ຊື່ສະເພາະທີ່ຕົວເອງໃຊ້ເອີ້ນໄດ້          – ປະເພດຂອງສິ່ງເສດເຫຼືອ ໝາຍເຖິງ ສິ່ງເສດເຫຼືອເປັນພິດອັນຕະລາຍ (Hz) ຫຼື ສິ່ງເສດເຫຼືອບໍ່ເປັນພິດອັນຕະລາຍ (NHz) ເຊິ່ງຈະສະແດງອັດຕະໂນມັດຕາມປະເພດລາຍການສິ່ງເສດເຫຼືອທີ່ເລືອກສ້່ງ           –  ສ້າງວັນທີ ໝາຍເຖິງ ວັນທີທີ່ເພີ່ມສິ່ງເສດເຫຼືອເຂົ້າໄປໃນລາຍການໂດຍຈະສະແດງອັດຕະໂນມັດ          –  ວັນທີໝົດອາຍຸ ໝາຍເຖິງ ວັນທີໝົດອາຍຸການຈັດເກັບສິ່ງເສດເຫຼືອຊະນິດດັ່ງກ່າວ ໂດຍຈະຄິດໄລ່ອັດຕະໂນມັດນັບຈາກວັນທີເພີ່ມສິ່ງເສດເຫຼືອເຂົ້າໄປໃນລາຍການ 90 ມື້ ເຊີ່ງຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງຂົນສິ່ງເສດເຫຼືອອອກໄປກຳຈັດກ່ອນວັນທີດັ່ງກ່າວ ຫຼື ຕ້ອງຂໍຂະຫຍາຍເວລາຈັດເກັບຖ້າມີຄວາມຈຳເປັນ           9. ເພີ່ມລາຍຊື່ຜູ້ຂົນສົ່ງສິ່ງເສດເຫຼືອ (WT) ເຂົ້າໄປໃນລາຍການດັ່ງຕໍ່ໄປນີ້:                9.1. ເລືອກຜູ້ຂົນສົ່ງທີ່ຢູ່ໃນລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອ                 9.2. ກົດປຸ່ມ “+ ເພີ່ມ”                 9.3. ເຮັດຊ້ຳຂັ້ນຕອນທີ 9.1. – 9.2. ຈົນກວ່າຜູ້ຂົນສົ່ງສິ່ງເສດເຫຼືອຈະຖືກເພີ່ມຈົນຄົບ           10. ເພີ່ມລາຍຊື່ຜູ້ບຳບັດ-ກຳຈັດສິ່ງເສດເຫຼືອ (WD) ເຂົ້າໄປໃນລາຍການດັ່ງຕໍ່ໄປນີ້:                10.1. ເລືອກຜູ້ບຳບັດ-ກຳຈັດ (WD) ທີ່ຢູ່ໃນລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອ                 10.2. ກົດປຸ່ມ “+ ເພີ່ມ”                 10.3. ເຮັດຊ້ຳຂັ້ນຕອນທີ 10.1. – 10.2. ຈົນກວ່າຜູ້ບຳບັດ-ກຳຈັດສິ່ງເສດເຫຼືອຈະຖືກເພີ່ມຈົນຄົບ           11. ກົດປຸ່ມ “+ ສ້າງ” ເພີ່ມບັນທຶກລາຍການ   ໝາຍເຫດ:            –  ເມື່ອກົດ “+ ສ້າງ” ລາຍການສິ່ງເສດເຫຼືອດັ່ງກ່າວຈະຂື້ນສະຖານະ “Draft” ຜູ້ຄຸ້ມຄອງຂໍ້ມູນ (WS) ຈະກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງລາຍການ, ເມື່ອລາຍການດັ່ງກ່າວໄດ້ຮັບການອະນຸມັດແລ້ວຈະປ່ຽນເປັນສະຖານະ “Active”

Continue Reading  

ຄຸນລັກສະນະຂອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ           ບົດແນະນຳ ກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ສະບັບເລກທີ 0744/ກຊສ, ລົງວັນທີ 11 ກຸມພາ 2015 ເພື່ອໃຫ້ຄວາມກະຈ່າງແຈ້ງ ແລະ ຈັດປະເພດກ່ຽວກັບສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເຊີ່ງໄດ້ລະບຸໃຫ້ສິ່ງເສດເຫຼືອທີ່ບັນຈຸທາດທີ່ມີໜື່ງ ຫຼື ຫຼາຍຄຸນລັກສະນະຄວາມເປັນພິດ ຫຼື ສາມາດປ່ອຍບັນດາທາດທີ່ມີຄຸນລັກສະນະຄວາມເປັນພິດຄ້າຍຄຽງ ຫຼື ທຽບເທົ່າກັນໄດ້ຈັດເປັນປະເພດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍດັ່ງນີ້: ສາມາດລະເບີດ; ໄວໄຟ (ເກີດໄຟໄດ້ງ່າຍ); ມີປະຕິກິລິຍາກັບອາກາດ (ອອກຊິໄດສ໌); ເປັນພິດເບື່ອ (ທັນທີທັນໃດ ຫຼື ຊຳເຮື້ອ, ອາດກໍ່ໃຫ້ເກີດມະເຮັງ, ສາມາດກໍ່ໃຫ້ເກີດການປ່ຽນພັນທຸກຳໄດ້); ສາມາດພາໃຫ້ຕິດເຊື້ອໄດ້; ສາມາດເກີດໝ້ຽງໄດ້; ແລະ ເປັນພິດຕໍ່ລະບົບນິເວດ           ນອກຈາກນັ້ນ, ກ່ອງ ຫຼື ພັດສະດຸຫຸ້ມຫໍ່ ທີ່ຖືກປົນເປື້ອນກັບ ບັນດາທາດທີ່ມີຄຸນລັກສະນະຄວາມເປັນພິດກໍ່ຈັດເປັນສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ           ໂດຍບົດແນະນຳສະບັບດັ່ງກ່າວຍັງໄດ້ກຳນົດລະດັບຄວາມເຂັ້ມຂຸ້ນ ຫຼື ຄຸນລັກສະນະຂອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍດັ່ງນີ້: ຈຸດສາມາດເກີດໄຟໄດ້ ≤ 55ºC; ບັນຈຸທາດເຄມີປະເພດເປັນພິດສູງ ຢູ່ໃນລະດັບຄວາມເຂັ້ມຂຸ້ມລວມ ≥ 0.1%; ບັນຈຸທາດເຄມີປະເພດເປັນພິດ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 3%; ບັນຈຸທາດເຄມີອັນຕະລາຍ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 25%; ບັນຈຸທາດເຄມີກັດຫ້ຽນທີ່ເຮັດໃຫ້ເກີດການເຜົາໄໝ້ຮ້າຍແຮງ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 1%; ບັນຈຸທາດເຄມີກັດຫ້ຽນທີ່ເຮັດໃຫ້ເກີດການເຜົາໄໝ້ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 5%; ບັນຈຸທາດເຄມີທີ່ເຮັດໃຫ້ລະຄາຍເຄືອງຕາຢ່າງຮ້າຍແຮງ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 10%; ບັນຈຸທາດເຄມີທີ່ເຮັດໃຫ້ລະຄາຍເຄືອງຕາ, ລະບົບຫາຍໃຈ ແລະ ຜິວໜັງ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 20% ແລະ ບັນຈຸທາດເຄມີທີ່ເຮັດໃຫ້ເກີດມະເຮັງ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 0.1%.           ໃນກໍລະນີສິ່ງເສດເຫຼືອບັນຈຸຫຼາຍທາດເຄມີອັນຕະລາຍເຊິ່ງມີຄຸນລັກສະນະຄວາມເປັນອັນຕະລາຍທີ່ຄ້າຍກັນຄວາມເຂັ້ມຂຸ້ນຈະຖືກຄິດໄລ່ລວມເຂົ້າກັນ.           ພາຊະນະບັນຈຸເປົ່າທີ່ຖືກປົນເປື້ອນຈາກທາດເຄມີເປັນພິດ ແລະ ອັນຕະລາຍ ແມ່ນຖືກພິຈາລະນາໃຫ້ເປັນສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ.           ດິນ ແລະ ວັດຖຸອື່ນ ທີ່ຖືກປົນເປື້ອນ ທາດເຄມີເປັນພິດ ແລະ ອັນຕະລາຍ ແມ່ນຖືກພິຈາລະນາເປັນສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເວັ້ນແຕ່ເຈົ້າຂອງທີ່ດິນ ແລະ ວັດຖຸອື່ນໆເຫຼົ່ານັ້ນ ສາມາດຢັ້ງຢືນໄດ້ວ່າຄຸນລັກສະນະແມ່ນຕ່ຳກວ່າລະດັບຄວາມເຂັ້ມຂຸ້ນທີ່ໄດ້ກຳນົດໂດຍບັນດາຂະແໜງການທີ່ກ່ຽວຂ້ອງ  ດາວໂຫລດເອກະສານອ້າງອິງ ບົດແນະນຳ ກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ສະບັບເລກທີ 0744/ກຊສ download

Continue Reading  

Uniform Waste Manifest ແມ່ນຫຍັງ? Manifest ຄື ເອກະສານຕິດຕາມການຂົນສົ່ງສິ່ງເສດເຫຼືອ ໝາຍເຖິງ ເອກະສານທີ່ອອກໃຫ້ຜູ້ສ້າງສິ່ງເສດເຫຼືອ (Waste Generator), ຜູ້ຂົນສົ່ງສິ່ງເສດເຫຼືອ (Waste Transporter) ແລະ ຜູ້ບໍາບັດ-ກໍາຈັດສິ່ງເສດເຫຼືອ (Waste Disposal) ເພື່ອເປັນຫຼັກຖານໃນການມອບ-ຮັບສິ່ງເສດເຫຼືອທີ່ຢູ່ໃນການຄຸ້ມຄອງຂອງຕົວເອງຈາກບ່ອນໜື່ງໄປຫາບ່ອນອື່ນ Uniform Waste Manifest ໃນລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອ manifest system ຂອງ EMAC ປະກອບດ້ວຍ 4 ພາກສ່ວນຄື 1. ພາກສ່ວນທີ 1 : ຫົວເອກະສານ 1.1 ຊື່ເອກະສານ: ໃບຕິດຕາມການຂົນສົ່ງສິ່ງເສດເຫຼືອ / UNFORM WASTE MANIFEST 1.2 ສະຖານະໃບຕິດຕາມການຂົນສົ່ງ / MANIFEST STATUS: ໝາຍເຖິງສະຖານະປະຈຸບັນຂອງເອກະສານເຊິ່ງແຕ່ລະສະຖານະມີຄວາມໝາຍດັ່ງນີ້: Draft ໝາຍເຖິງ ກຳລັງລໍຖ້າການກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງເອກະສານ Requested ໝາຍເຖິງ ກວດກາຄວາມຖືກຕ້ອງແລ້ວ ແລະ ລໍຖ້າການຕອບຮັບການຂົນສົ່ງ ແລະ ບຳບັດ-ກໍາຈັດຈາກ WT ແລະ WD ທີ່ຖືກລະບຸໄວ້ໃນເອກະສານ Ready ໝາຍເຖິງ WT ແລະ WD ຕອບຮັບການຂົນສົ່ງ ແລະ ບຳບັດ-ກໍາຈັດແລ້ວ ລໍຖ້າເຮັດການຂົນສົ່ງ Processing ໝາຍເຖິງ WT ກຳລັງຂົນສົ່ງສິ່ງເສດເຫຼືອ Completed ໝາຍເຖິງ WD ກວດຮັບສິ່ງເສດເຫຼືອ ແລະ ຊັ່ງນ້ຳໜັກຮຽບຮ້ອຍແລ້ວ Certified ໝາຍເຖິງ ຜູ້ຕິດຕາມກວດກາ (Waste Regulator ຫຼື WR) ກໍ່ຄືໜ່ວຍງານພາກລັດໄດ້ຢັ້ງຢືນການຂົນສົ່ງ ແລະ ບັນທຶກຂໍ້ມູນລົງໃນລະບົບແລ້ວ 1.3 ປະເພດໃບຕິດຕາມການຂົນສົ່ງ / MANIFEST TYPE: ປະເພດໃບຕິດຕາມການຂົນສົ່ງມີຢູ່ 2 ປະເພດຄື: ໃບຕິດຕາມການຂົນສົ່ງສິ່ງເສດເຫຼືອເປັນພິດອັນຕະລາຍ ຈະສະແດງໃນເອກະສານເປັນ HAZARDOUS ແລະ ໃບຕິດຕາມການຂົນສົ່ງສິ່ງເສດເຫຼືອບໍ່ເປັນພິດອັນຕະລາຍ ຈະສະແດງໃນເອກະສານເປັນ NON- HAZARDOUS 1.4 ເລກທີໃບຕິດຕາມການຂົນສົ່ງ /  MANIFEST NO.: ເລກທີໃບຕິດຕາມການຂົນສົ່ງສິ່ງເສດເຫຼືອເປັນພິດອັນຕະລາຍ ແລະ ບໍ່ເປັນພິດອັນຕະລາຍຈະຂື້ນຕົ້ນດ້ວຍ H ແລະ N ຕາມລະດັບ, ປີໃນການຂົນສົ່ງ ແລະ ລຳດັບໃນການຂົນສົ່ງຂອງປີນັ້ນໆ 1.5 ວັນທີສ້າງໃບຕິດຕາມການຂົນສົ່ງ / REQUEST DATE: ໝາຍເຖິງ ວັນທີສ້າງໃບຕິດຕາມການຂົນສົ່ງໃນລະບົບ Manifest System 1.6 ວັນທີເຮັດການຂົນສົ່ງ / MANIFEST DATE: ໝາຍເຖິງ ວັນທີເລີ່ມເຮັດການຂົນສົ່ງ 2. ພາກສ່ວນທີ 2 : ສ່ວນຂອງຜູ້ສ້າງສິ່ງເສດເຫຼືອ / Waste Generator 2.1 ເລກປະຈຳຕົວຜູ້ຄອບຄອງສິ່ງເສດເຫຼືອ / EMC ID:  ໝາຍເຖິງເລກປະຈຳຕົວຢູ່ທີ່ກ່ຽວຂ້ອງກັບການຄຸ້ມຄອງ ປະກອບດ້ວຍຕົວເລກ ແລະ ຕົວອັກສອນ 13 ຫຼັກ ເຊິ່ງມີຄວາມໝາຍດັ່ງຕໍ່ໄປນີ້: ລຳດັບທີ 1-3: ອັກສອນພາສາອັງກິດ “EMC” ຫຍໍ້ມາຈາກ Environmental Management Academic center (EMAC) ລຳດັບທີ 4: ອັກສອນພາສາອັງກິດ “G” ຫຍໍ້ມາຈາກ Generator ລຳດັບທີ 5-6: ຕົວເລກ 2 ຕົວທ້າຍຂອງປີ ເຊັ່ນ: 23 ສຳລັບປີ 2023 ລຳດັບທີ 7-9: ຕົວເລກລະຫັດທີ່ຕັ້ງ ລຳດັບທີ 10-12: ເລກລຳດັບການຂື້ນທະບຽນນຳໃຊ້ໃນປີນັ້ນໆ ລຳດັບທີ 13: ລະຫັດສະເພາະສຳລັບຜູ້ປະກອບການພາຍໃນເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ 2.2 ຂໍ້ມູນຜູ້ສ້າງສິ່ງເສດເຫຼືອ: ປະກອບດ້ວຍຂໍ້ມູນຊື່ວິສາຫະກິດ, ທີ່ຕັ້ງ, ເບີໂທ ແລະ ອີເມວຕິດຕໍ່ 2.3 ລະຫັດສິ່ງເສດເຫຼືອ / Waste Code: ລະຫັດສິ່ງເສດເຫຼືອຕາມການຈັດແບ່ງຂອງສະຫະພາບເອີລົບ The European List of Wastes (LoW) 2.4 ລາຍລະອຽດສິ່ງເສດເຫຼືອ / Waste Description: ຊື່ຂອງສິ່ງເສດເຫຼືອ 2.5 ຈຳນວນ / Quantity: ຈຳນວນຄາດຄະເນສິ່ງເສດເຫຼືອທີ່ຈະເຮັດການຂົນສົ່ງອອກໄປບຳບັດ-ກຳຈັດພາຍນອກ ເຊັ່ນ: ຖັງ 20 ລິດຂື້ນໄປ ຈໍານວນ 30 ຖັງ, ຖັງຂີ້ເຫຍື້ອຈຳນວນ 6 ຖັງ 2.6 ປະເພດບັນຈຸ / Container type: ປະເພດພາຊະນະບັນຈຸສິ່ງເສດເຫຼືອ ເຊັ່ນ: ຖັງ 200 ລິດ, ຖັງແກລລອນຂະໜາດນ້ອຍ, ຖັງ 1,000 ລິດ, ກອງ ຫຼື ພາເລດ ແລະ ອື່ນໆ 2.7 ປະລິມານຄາດຄະເນ / Approximate weight: ປະລິມານຄາດຄະເນສິ່ງເສດເຫຼືອທີ່ຈະເຮັດການຂົນສົ່ງອອກໄປບຳບັດ-ກຳຈັດພາຍນອກ ຫົວໜ່ວຍເປັນ kg 2.8 ສະຖານະສິ່ງເສດເຫຼືອ / Type of waste: ສະຖານະຂອງສິ່ງເສດເຫຼືອ ຄື: ທາດແຂງ ແລະ ທາດແຫຼວ 2.9 ປະລິມານຄາດຄະເນລວມ / Total approximate weight ປະລິມານຄາດຄະເນສິ່ງເສດເຫຼືອລວມທັງໝົດທຸກລາຍການທີ່ຈະເຮັດການຂົນສົ່ງອອກໄປບຳບັດ-ກຳຈັດພາຍນອກ ຫົວໜ່ວຍເປັນ kg 2.10 ຂໍ້ມູນການຂົນສົ່ງສິ່ງເສດເຫຼືອໃຫ້ WT: ປະກອບດ້ວຍຊື່ ແລະ ນາມສະກຸນຂອງຜູ້ນຳໃຊ້ລະບົບ Manifest system ຂອງ WG, ວັນທີທີ່ສົ່ງມອບສິ່ງເສດເຫຼືອໃຫ້ WT ແລະ QR Code ຢັ້ງຢືນການສົ່ງມອບສິ່ງເສດເຫຼືອດັ່ງກ່າວ 3. ພາກສ່ວນທີ 3 : ສ່ວນຂອງຜູ້ຂົນສົ່ງສິ່ງເສດເຫຼືອ / Waste Transporter 3.1 ເລກປະຈຳຕົວຜູ້ຄອບຄອງສິ່ງເສດເຫຼືອ / EMC ID:  ໝາຍເຖິງເລກປະຈຳຕົວຢູ່ທີ່ກ່ຽວຂ້ອງກັບການຄຸ້ມຄອງ ປະກອບດ້ວຍຕົວເລກ ແລະ ຕົວອັກສອນ 13 ຫຼັກ ເຊິ່ງມີຄວາມໝາຍດັ່ງຕໍ່ໄປນີ້: ລຳດັບທີ 1-3: ອັກສອນພາສາອັງກິດ “EMC” ຫຍໍ້ມາຈາກ Environmental Management Academic center (EMAC) ລຳດັບທີ 4: ອັກສອນພາສາອັງກິດ “T” ຫຍໍ້ມາຈາກ Transporter ລຳດັບທີ 5-6: ຕົວເລກ 2 ຕົວທ້າຍຂອງປີ ເຊັ່ນ: 23 ສຳລັບປີ 2023 ລຳດັບທີ 7-9: ຕົວເລກລະຫັດທີ່ຕັ້ງ ລຳດັບທີ 10-12: ເລກລຳດັບການຂື້ນທະບຽນນຳໃຊ້ໃນປີນັ້ນໆ ລຳດັບທີ 13: ລະຫັດປະເພດຜູ້ຂົນສົ່ງສິ່ງເສດເຫຼືອ 3.2 ຂໍ້ມູນຜູ້ຂົນສົ່ງສິ່ງເສດເຫຼືອ: ປະກອບດ້ວຍຂໍ້ມູນຊື່ວິສາຫະກິດ, ທີ່ຕັ້ງ, ເບີໂທ ແລະ ອີເມວຕິດຕໍ່ 3.3 ປະເພດພາຫະນະ / Vehicle Type: ປະເພດພາຫະນະທີ່ນຳໃຊ້ເຂົ້າໃນການຂົນສົ່ງເຊັ່ນ: ລົດບັນທຸກ 6 ລໍ້, ລົດບັນທຸກ 10 ລໍ້ ແລະ ອື່ນໆ  3.4 ຊື່ຄົນຂັບ / Driver name: ຜູ້ເຮັດການຂົນສົ່ງສິ່ງເສດເຫຼືອ 3.5 ປ້າຍລົດ / License plate: ປ້າຍລົດທີ່ໃຊ້ໃນການຂົນສົ່ງ 3.6 Security seal: ເປັນເຄື່ອງມືສຳລັບລັອກຕູ້ຄອນເທນເນີ ຫຼື ລົດບັນທຸກ ເພື່ອເພີ່ມຄວາມປອດໄພ ແລະ ປ້ອງກັນການລັກຖີ້ມສິ່ງເສດເຫຼືອຊະຊາຍໃນລະຫວ່າງຂົນສົ່ງ ເຊີ່ງຈະມີລະຫັດຕົວເລກລະບຸໃນຊິວແຕ່ລະອັນ (ຖ້າມີ) 3.7 GPS Number: ເລກທີຂອງ GPS Tracker ອຸປະກອນສຳລັບຕິດຕັ້ງກັບພາຫະນະເພື່ອໃຊ້ຕິດຕາມຕຳແໜ່ງ ແລະ ການເຄື່ອນທີ່ (ຖ້າມີ) 3.8 ຂໍ້ມູນການຮັບສິ່ງເສດເຫຼືອຂອງ WT: ປະກອບດ້ວຍຊື່ ແລະ ນາມສະກຸນຂອງຜູ້ນຳໃຊ້ລະບົບ Manifest system ຂອງ WT, ວັນທີທີ່ຮັບສິ່ງເສດເຫຼືອຈາກ WG ແລະ QR Code ຢັ້ງຢືນການຮັບ ສິ່ງເສດເຫຼືອດັ່ງກ່າວ 4. ພາກສ່ວນທີ 4 : ສ່ວນຂອງຜູ້ບຳບັດ-ກຳຈັດສິ່ງເສດເຫຼືອ / Waste Disposal 4.1 ເລກປະຈຳຕົວຜູ້ຄອບຄອງສິ່ງເສດເຫຼືອ / EMC ID:  ໝາຍເຖິງເລກປະຈຳຕົວຢູ່ທີ່ກ່ຽວຂ້ອງກັບການຄຸ້ມຄອງ ປະກອບດ້ວຍຕົວເລກ ແລະ ຕົວອັກສອນ 13 ຫຼັກ ເຊິ່ງມີຄວາມໝາຍດັ່ງຕໍ່ໄປນີ້: ລຳດັບທີ 1-3: ອັກສອນພາສາອັງກິດ “EMC” ຫຍໍ້ມາຈາກ Environmental Management Academic center (EMAC) ລຳດັບທີ 4: ອັກສອນພາສາອັງກິດ “D” ຫຍໍ້ມາຈາກ Disposal ລຳດັບທີ 5-6: ຕົວເລກ 2 ຕົວທ້າຍຂອງປີ ເຊັ່ນ: 23 ສຳລັບປີ 2023 ລຳດັບທີ 7-9: ຕົວເລກລະຫັດທີ່ຕັ້ງ ລຳດັບທີ 10-12: ເລກລຳດັບການຂື້ນທະບຽນນຳໃຊ້ໃນປີນັ້ນໆ ລຳດັບທີ 13: ລະຫັດປະເພດຜູ້ບຳບັດ-ກຳຈັດສິ່ງເສດເຫຼືອ 4.2 ຂໍ້ມູນຜູ້ບຳບັດ-ກຳຈັດສິ່ງເສດເຫຼືອ: ປະກອບດ້ວຍຂໍ້ມູນຊື່ວິສາຫະກິດ, ທີ່ຕັ້ງ, ເບີໂທ ແລະ ອີເມວຕິດຕໍ່ 4.3 ລະຫັດສິ່ງເສດເຫຼືອ / Waste Code: ລະຫັດສິ່ງເສດເຫຼືອຕາມການຈັດແບ່ງຂອງສະຫະພາບເອີລົບ The European List of Wastes (LoW) 4.4 ລາຍລະອຽດສິ່ງເສດເຫຼືອ / Waste Description: ຊື່ຂອງສິ່ງເສດເຫຼືອ 4.5 ຈຳນວນ / Quantity: ຈຳນວນສິ່ງເສດເຫຼືອທີ່ຜູ້ບຳບັດ-ກຳຈັດສິ່ງເສດເຫຼືອຮັບຈາກ WT ເຊັ່ນ: ຖັງ 20 ລິດຂື້ນໄປ ຈໍານວນ 30 ຖັງ, ຖັງຂີ້ເຫຍື້ອຈຳນວນ 6 ຖັງ 4.6 ປະເພດບັນຈຸ / Container type: ປະເພດພາຊະນະບັນຈຸສິ່ງເສດເຫຼືອ ເຊັ່ນ: ຖັງ 200 ລິດ, ຖັງແກລລອນຂະໜາດນ້ອຍ, ຖັງ 1,000 ລິດ, ກອງ ຫຼື ພາເລດ ແລະ ອື່ນໆ 4.7 ນ້ຳໜັກ / Weight: ນ້ຳໜັກສິ່ງເສດເຫຼືອທີ່ຜູ້ບຳບັດ-ກຳຈັດສິ່ງເສດເຫຼືອຮັບຈາກ WT ຫົວໜ່ວຍເປັນ kg 4.8 ສະຖານະສິ່ງເສດເຫຼືອ / Type of waste: ສະຖານະຂອງສິ່ງເສດເຫຼືອ ຄື: ທາດແຂງ ແລະ ທາດແຫຼວ 4.9 ລະຫັດກຳຈັດ ແລະ ບຳບັດ / R&D Code: ລະຫັດບຳບັດ-ກຳຈັດ ທີ່ລະບຸໄວ້ໃນ ເອກະສານຊ້ອນທ້າຍທີ 3 ຂອງບົດແນະນຳກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເລກທີ 0744/ກຊສ, ລົງວັນທີ 11 ກຸມພາ 2015 4.10 ນ້ຳໜັກລວມ / Total: ນ້ຳໜັກສິ່ງເສດເຫຼືອລວມທັງໝົດທຸກລາຍການທີ່ຜູ້ບຳບັດ-ກຳຈັດສິ່ງເສດເຫຼືອຮັບຈາກ WT ຫົວໜ່ວຍເປັນ kg 4.11 ຂໍ້ມູນການຮັບສິ່ງເສດເຫຼືອຈາກ WT: ປະກອບດ້ວຍຊື່ ແລະ ນາມສະກຸນຂອງຜູ້ນຳໃຊ້ລະບົບ Manifest system ຂອງ WD, ວັນທີທີ່ WD ຮັບສິ່ງເສດເຫຼືອຈາກ WT ແລະ QR Code ຢັ້ງຢືນການຮັບສິ່ງເສດເຫຼືອດັ່ງກ່າວ 5. ພາກສ່ວນທີ 5 : ສ່ວນຂອງຜູ້ຕິດຕາມກວດກາ / Waste Regulator 5.1 ເລກປະຈຳຕົວຜູ້ຄອບຄອງສິ່ງເສດເຫຼືອ / EMC ID:  ໝາຍເຖິງເລກປະຈຳຕົວຢູ່ທີ່ກ່ຽວຂ້ອງກັບການຄຸ້ມຄອງ ປະກອບດ້ວຍຕົວເລກ ແລະ ຕົວອັກສອນ 13 ຫຼັກ ເຊິ່ງມີຄວາມໝາຍດັ່ງຕໍ່ໄປນີ້: ລຳດັບທີ 1-3: ອັກສອນພາສາອັງກິດ “EMC” ຫຍໍ້ມາຈາກ Environmental Management Academic center (EMAC) ລຳດັບທີ 4: ອັກສອນພາສາອັງກິດ “R” ຫຍໍ້ມາຈາກ Regulator ລຳດັບທີ 5-6: ຕົວເລກ 2 ຕົວທ້າຍຂອງປີ ເຊັ່ນ: 23 ສຳລັບປີ 2023 ລຳດັບທີ 7-9: ຕົວເລກລະຫັດທີ່ຕັ້ງ ລຳດັບທີ 10-12: ເລກລຳດັບການຂື້ນທະບຽນນຳໃຊ້ໃນປີນັ້ນໆ ລຳດັບທີ 13: ລະຫັດປະເພດຜູ້ຕິດຕາມກວດກາຈາກໜ່ວຍງານພາກລັດຕ່າງໆ 5.2 ຂໍ້ມູນການຢັ້ງຢືນການຂົນສົ່ງຂອງ WR: ປະກອບດ້ວຍຊື່ ແລະ ນາມສະກຸນຂອງຜູ້ຕິດຕາມກວດກາ (WR) ໃນລະບົບ Manifest system, ວັນທີ ແລະ QR Code ຢັ້ງຢືນການຂົນສົ່ງ ແລະ ບັນທຶກຂໍ້ມູນລົງໃນລະບົບ 6. ພາກສ່ວນທີ 6 : ສ່ວນທ້າຍເອກະສານ  ທ້າຍເອກະສານຈະລະບຸຊື່ຂອງຜູ້ດາວໂຫລດເອກະສານຕິດຕາມການຂົນສົ່ງອອກມາຈາກລະບົບ Manifest system ຂອງ EMAC ແລະ ວັນທີ-ເວລາໃນການດາວໂຫລດເອກະສານດັ່ງກ່າວ. File ເອກະສານ ດາວໂຫລດ

Continue Reading