#Industry

ການຄວມຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳ (Industrial Hygiene) 1. ຄວາມໝາຍຂອງການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳ            ການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳເປັນຈັດຕັ້ງປະຕິບັດມາດຕະການປ້ອງກັນ ຫຼື ແກ້ໄຂບັນຫາສິ່ງແວດລ້ອມໃນການເຮັດວຽກ ໂດຍໃຊ້ຫຼັກວິຊາການດ້ານວິທະຍາສາດ ເພື່ອຫຼຸດອັນຕະລາຍທີ່ອາດຈະເກີດຂື້ນຕໍ່ສຸຂະພາບຂອງແຮງງານລົງໃຫ້ໜ້ອຍທີ່ສຸດ. 2. ຫຼັກການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳ ມີ 3 ຫຼັກການຄື: ການຄວບຄຸມ ແລະ ປ້ອງກັນທີ່ແຫຼ່ງກຳເນີດ ຫຼື ຕົ້ນເຫດທີ່ເຮັດໃຫ້ເກີດອັນຕະລາຍ: ເປັນການຄວບຄຸມບໍ່ໃຫ້ທາດພິດ ຫຼື ອັນຕະລາຍຕໍ່ສຸຂະພາບຂອງແຮງງານແຜ່ກະຈາຍອອກໄປສູ່ບັນຍາກາດການເຮັດວຽກ ເຊັ່ນ: ການປ່ຽນແປງຂະບວນການຜະລິດໃຫ້ປອດໄພຂື້ນ, ການໃຊ້ລະບົບລະບາຍອາກາດສະເພາະຈຸດດູດເອົາທາດພິດອອກຈາກພື້ນທີ່ເຮັດວຽກ ເປັນຕົ້ນ; ການຄວບຄຸມ ແລະ ປ້ອງກັນທີ່ທາງຜ່ານຂອງອັນຕະລາຍ: ເປັນການຄວບຄຸມອັນຕະລາຍ ບໍ່ວ່າຈະເປັນທາດພິດທີ່ຢູ່ໃນອາກາດ ຫຼື ມົນລະພິດທາງສຽງທີ່ມາຈາກແຫຼ່ງກຳເນີດສຽງ ໂດຍການໃຊ້ວິທີການລະບາຍອາກາດທົ່ວໄປ, ການກວດສະພາບແວດລ້ອມໃນການເຮັດວຽກ ຫຼື ການຕິດຕັ້ງສັນຍານເຕືອນໄພ; ການຄວບຄຸມ ແລະ ປ້ອງກັນທີ່ຜູ້ອອກແຮງງານ: ເປັນການຄວບຄຸມບໍ່ໃຫ້ຜູ້ອອກແຮງງານໄດ້ຮັບອັນຕະລາຍຈາກການສຳຜັດກັບທາດພິດຈົນເກີດການເຈັບເປັນ ເຊັ່ນ: ການໃສ່ອຸປະກອນປ້ອງກັນໄພສ່ວນບຸກຄົນ (Personal Protective Equipment: PPE), ການໃຫ້ການສຶກສາ ແລະ ອົບຮົມ, ການກວດສຸຂະພາບປະຈຳປີຂອງແຮງງານ. 3. ມາດຕະການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳມີ 2 ມາດຕະການໃຫຍ່ໆ ໄດ້ແກ່ ມາດຕະການຄວບຄຸມທາງວິສະວະກຳ: ເປັນການຄວບຄຸມອັນຕະລາຍທີ່ຈະເລີ່ມຕົ້ນຕັ້ງແຕ່ ຂັ້ນຕອນການອອກແບບລາຍລະອຽດ ຫຼື ການໃຊ້ວິທີການທົດແທນ, ການແຍກຂະບວນການທີ່ເປັນອັນຕະລາຍ, ການຈັດລະບົບລະບາຍອາກາດສະເພາະຈຸດ ແລະ ການປິດສ່ວນທີ່ເປັນອັນຕະລາຍ ຫຼື ການລະບາຍອາກາດເຊັ່ນ: ການປະສົມສານເຄມີໂດຍໃຊ້ເຄື່ອງຈັກອັດຕະໂນມັດແທນການໃຊ້ຄົນ, ການໃຊ້ວັດສະດຸດູດຊັບສຽງ ຫຼື ເຮັດຫ້ອງເກັບສຽງເພື່ອແຍກຂະບວນການຜະລິດທີ່ມີສຽງດັງ; ມາດຕະການຄວບຄຸມທາງດ້ານບໍລິຫານ: ເປັນການຄວບຄຸມອັນຕະລາຍທີ່ຈະຫຼຸດການສຳຜັດຂອງຜູ້ອອກແຮງງານ ໂດຍຫຼຸດຊ່ວງເວລາການເຮັດວຽກໃນບໍລິເວນທີ່ເປັນອັນຕະລາຍ ລວມທັງຝຶກອົບຮົມ ແລະ ໃຫ້ຄວາມຮູ້ກ່ຽວກັບການຄຳນຶງເຖິງອັນຕະລາຍ ແລະ ຂັ້ນຕອນການຈັດຕັ້ງປະຕິບັດທີ່ຈະຊ່ວຍຫຼຸດການສຳຜັດກັບສິ່ງອັນຕະລາຍ, ການເບີ່ງແຍງຄວາມເປັນລະບຽບຮຽບຮ້ອຍ ຈົນຮອດການນຳໃຊ້ອຸປະກອນປ້ອງກັນໄພສ່ວນບຸກຄົນ (PPE) ໂດຍສາມາດໃຊ້ມາດຕະການນີ້ຄຽງຄູ່ໄປກັບມາດຕະການຄວບຄຸມທາງວິສະວະກຳ ເຊັ່ນ: ການອະນາໄມເຄື່ອງດູດຝຸ່ນເປັນປະຈຳ, ການໃຫ້ພະນັກງານໃຊ້ແວ່ນຕາກັນສານເຄມີເມື່ອເຮັດວຽກກັບສານເຄມີ. ແຫຼ່ງທີ່ມາ: หลักการควบคุมด้านสุขศาสตร์อุตสาหกรรม

Continue Reading  

ມາດຕະຖານການກວດກາວັດແທກອຸນຫະພູມ ໃນສະຖານທີ່ເຮັດວຽກ             ອຸນຫະພູມເວັດບັດໂກບ (Wet Bulb Globe Temperature: WBGT) ເປັນດັດສະນີວັດແທກຄວາມຮ້ອນໃນສິ່ງແວດລ້ອມການເຮັດວຽກ (ມີຫົວໜ່ວຍເປັນອົງສາເຊ) ເຊິ່ງໄດ້ເອົາປັດໄຈທີ່ມີຜົນກະທົບຕໍ່ຄວາມຮ້ອນທີ່ສະສົມໃນຮ່າງກາຍມາພິຈາລະນາ ໄດ້ແກ່ ຄວາມຮ້ອນທີ່ເກີດຂື້ນພາຍໃນຮ່າງກາຍຂະນະເຮັດວຽກ ແລະ ຄວາມຮ້ອນຈາກສິ່ງແວດລ້ອມການເຮັດວຽກ ເຊິ່ງຄວາມຮ້ອນຈາກສິ່ງແວດລ້ອມການເຮັດວຽກຖຶກຖ່າຍເທມາຍັງຮ່າງກາຍໄດ້ 3 ວິທີຄື: ການນຳ, ການພາ ແລະ ການແຜ່ລັງສີຄວາມຮ້ອນ ຄິດໄລ່ໄດ້ຈາກສູດດັ່ງນີ້: WBGT = 0.7 NWB + 0.3 GT (ໃນກໍລະນີກວດກາວັດແທກໃນອາຄານ ຫຼື ນອກອາຄານທີ່ບໍ່ມີແດດ) WBGT = 0.7 NWB + 0.2 GT + 0.1 DB (ໃນກໍລະນີກວດກາວັດແທກນອກອາຄານ ແລະ ມີແດດ) ໂດຍ NWB ໝາຍເຖິງ Natural Wet Bulb (ມີຫົວໜ່ວຍເປັນອົງສາເຊ) ອຸນຫະພູມຈາກເຄື່ອງວັດອຸນຫະພູມແບບປຽກຕາມທຳມະຊາດ ແທນການວັດອຸນຫະພູມທີ່ຜິວໜັງ ເຊິ່ງຖ້າເຫື່ອສາມາດລະເຫີຍໄດ້ ອຸນຫະພູມນີ້ຈະຕ່ຳກວ່າອຸນຫະພູມອາກາດ GT ໝາຍເຖິງ Globe Temperature (ມີຫົວໜ່ວຍເປັນອົງສາເຊ) ອຸນຫະພູມຈາກເຄື່ອງວັດອຸນຫະພູມແບບໂກບ ເປັນການວັດຄວາມຮ້ອນຈາກການແຜ່ລັງສີ DB ໝາຍເຖິງ Dry Bulb (ມີຫົວໜ່ວຍເປັນອົງສາເຊ) ອຸນຫະພູມຈາກເຄື່ອງວັດອຸນຫະພູມແບບແຫ້ງ ເປັນການວັດອຸນຫະພູມອາກາດ ເຊິ່ງຖ່າຍເທຄວາມຮ້ອນໂດຍຜ່ານການພາ             ໃນປະຈຸບັນ ເພື່ອຄວາມສະດວກໃນການກວດກາວັດແທກ ບໍລິສັດຜູ້ຜະລິດອຸປະກອນກວດກາວັດແທກດັດສະນີວັດແທກຄວາມຮ້ອນ ໄດ້ຄິດຄົ້ນເຄື່ອງມືເອເລັກໂຕຣນິກທີ່ສາມາດອ່ານຄ່າ WBGT ໄດ້ທັນທີ ໂດຍບໍ່ຕ້ອງຄິດໄລ່ຄ່າ WBGT ໂດຍການໃຊ້ສູດຄິດໄລ່. ເຊິ່ງເຄື່ອງມືວັດລະດັບຄວາມຮ້ອນ WBGT ຊະນິດທີ່ສາມາດອ່ານຄ່າ ແລະ ຄິດໄລ່ຄ່າ WBGT ໄດ້ໂດຍກົງຕ້ອງມີຄຸນລັກສະນະຂອງເຄື່ອງສອດຄ້ອງກັບມາດຕະຖານ ISO 7243             ການຕິດຕັ້ງເຄື່ອງວັດແທກອຸນຫະພູມໃນສະຖານທີ່ເຮັດວຽກຕ້ອງຢູ່ໃນລະດັບໜ້າເອິກ ຂອງພະນັກງານຜູ້ທີ່ເຮັດວຽກໃນຈຸດດັ່ງກ່າວ ໂດຍກວດກາວັດແທກໃນຊ່ວງເວລາທີ່ມິີຄວາມຮ້ອນສູງຂອງການເຮັດວຽກເປັນໄລຍະເວລາ 2 ຊົ່ວໂມງ ສາມາດເກີດຂື້ນໄດ້ 2 ກໍລະນີຄື: ພື້ນທີ່ເຮັດວຽກມີຄວາມຮ້ອນສະໝໍ່າສະເໝີທົ່ວບໍລິເວນເຮັດວຽກ ໃຫ້ວັດແທກອຸນຫະພູມໃນຈຸດດຽວ ພື້ນທີ່ເຮັດວຽກມີຄວາມຮ້ອນບໍ່ສະໝໍ່າສະເໝີ ໃຫ້ວັດແທກອຸນຫະພູມໃນແຕ່ລະຊ່ວງເວລາຂອງການເຮັດວຽກທີ່ມີອຸນຫະພູມປ່ຽນແປງ ຫຼື ພະນັກງານເຮັດວຽກຫຼາຍຈຸດ ໃຫ້ວັດແທກທຸກຈຸດ ທີ່ຜູ້ອອກແຮງງານເຮັດວຽກ ແລ້ວຊອກຫາຄ່າສະເລ່ຍດັ່ງນີ້:       ໂດຍ WBGT1 = ຄ່າດັດສະນີ WBGT ທີ່ຈຸດເຮັດວຽກທີ 1, t1 = ໄລຍະເວລາສຳຜັດຄວາມຮ້ອນຈຸດທີ 1  WBGT2 = ຄ່າດັດສະນີ WBGT ທີ່ຈຸດເຮັດວຽກທີ 2, t2 = ໄລຍະເວລາສຳຜັດຄວາມຮ້ອນຈຸດທີ 2  t1+t2+t3+…+tn = 2 ຊົ່ວໂມງທີ່ມີອຸນຫະພູມເວັດບັດໂກບ (WBGT) ສູງສຸດ             ຄ່າມາດຕະຖານອຸນຫະພູມຈະຂື້ນກັບຄວາມໜັກເບົາຂອງວຽກທີ່ເຮັດດັ່ງນີ້: ວຽກເບົາ ແມ່ນເຜົາຜານພະລັງງານບໍ່ກາຍ 200 ກິໂລແຄລລີ້/ຊົ່ວໂມງເຊັ່ນ: ການເຮັດວຽກໃນວຽກຫ້ອງການ, ຂັບລົດຍົກ, ກວດສອບຄຸນນະພາບ, ປະກອບວັດສະດຸເບົາ, ຕັດຜ້າ, ຫຍິບ, ຖັກ, ແສ່ວ, ຄວບຄຸມເຄື່ອງຈັກ, ຍ່າງດ້ວຍຄວາມໄວບໍ່ກາຍ 3.2 ກິໂລແມັດ/ຊົ່ວໂມງ ຕ້ອງມີອຸນຫະພູມບໍ່ເກີນ 34 ອົງສາເຊ ວຽກປານກາງ ແມ່ນເຜົາຜານພະລັງງານແຕ່ 201-350 ກິໂລແຄລລີ້/ຊົ່ວໂມງເຊັ່ນ: ການຂັບລົດເຄນ, ບັງຄັບເຄື່ອງຈັກຂະໜາດໃຫຍ່, ການປະກອບວັດສະດຸທີ່ມີນ້ຳໜັກຫຼາຍ, ຈັດເຄື່ອງ, ຍົກເຄື່ອງທີ່ມີນ້ຳໜັກບໍ່ກາຍ 20 ກິໂລກຮາມ, ຍູ້ລໍ້, ລີດຜ້າ, ຍ່າງດ້ວຍຄວາມໄວແຕ່ 3.2-4.8 ກິໂລແມັດຕໍ່ຊົ່ວໂມງ ຕ້ອງມີອຸນຫະພູມບໍ່ເກີນ 32 ອົງສາເຊ ວຽກໜັກ ໃຊ້ພະລັງງານບໍ່ກາຍ 350 ກິໂລແຄລລີ້/ຊົ່ວໂມງເຊັ່ນ: ລາກ ຫຼື ຍົກສິ່ງຂອງທີ່ມີນ້ຳໜັກຫຼາຍກວ່າ 20 ກິໂລກຮາມ, ການເລື່ອຍໄມ້, ການອະນາໄມເສດແຮ່ໃນເຕົາຫຼອມໂລຫະ ຕ້ອງມີອຸນຫະພູມບໍ່ເກີນ 30 ອົງສາເຊ             ພະລັງງານທີ່ໃຊ້ເຂົ້າໃນການເຮັດວຽກສາມາດປະເມີນຢ່າງລະອຽດໄດ້ຈາກທ່າທາງການເຄື່ອນໄຫວຂອງຮ່າງກາຍເຊັ່ນ: ນັ່ງ, ຢືນ, ຍ່າງ… ແລະ ກິດຈະກຳເຊັ່ນ: ການເຮັດວຽກເບົາ ຫຼື ໜັກດ້ວຍມື, ແຂນຂ້າງດຽວ ຫຼື ແຂນສອງຂ້າງ ແລະ ເຮັດວຽກດ້ວຍຮ່າງກາຍທຸກສ່ວນ. ເຊິ່ງຈະມີສູດຄິດໄລສະເພາະຕ່າງຫາກ ແຫຼ່ງທີ່ມາ: ຂໍ້ຕົກລົງ ວ່າດ້ວຍມາດຕະຖານສຽງດັງ, ແສງສະຫວ່າງ ແລະ ອຸນຫະພູມ ສຳລັບໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ເລກທີ 0168/ອຄ, ລົງວັນທີ 09 ກຸມພາ 2023 Hot Environment Measurement (Thailand)

Continue Reading  

ການຄຸ້ມຄອງສິ່ງແວດລ້ອມຂອງໂຮງງານອຸດສາຫະກຳປຸງແຕ່ງເຫຼັກ 1. ຄວາມໝາຍຂອງໂຮງງານອຸດສາຫະກຳປຸງແຕ່ງເຫຼັກ            ໂຮງງານອຸດສາຫະກຳປຸງແຕ່ງປຸງແຕ່ງ ໝາຍເຖິງ ໂຮງງານທີ່ນຳໃຊ້ວັດຖຸດິບ ເຊັ່ນ: ແຮ່ເຫຼັກ, ເຫຼັກແທ່ງ, ເຫຼັກເສດ ເປັນຕົ້ນຕໍ ເຂົ້າຜ່ານຂະບວນການປຸງແຕ່ງ ປ່ຽນຈາກສະພາບເດີມມາເປັນຜະລິດຕະພັນເຫຼັກ ດ້ວຍການນຳໃຊ້ເຄື່ອງຈັກ ແລະ ແຮງງານຄົນຢູ່ພາຍໃນໂຮງງານ, ເຊິ່ງຜະລິດຕະພັນເຫຼົ່ານັ້ນສາມາດເອົາໄປຈຳໜ່າຍເປັນສິນຄ້າໄດ້. 2. ປະເພດຂອງໂຮງງານອຸດສາຫະກໍາ           ໂຮງງານອຸດສາຫະກຳປຸງແຕ່ງເຫຼັກ ແມ່ນປະເພດໂຮງງານປຸງແຕ່ງເຫຼັກ ທີ່ເປັນແບບອຸດສາຫະກຳ ໂດຍນຳໃຊ້ເຕັກໂນໂລຊີທີ່ເໝາະສົມ ແລະ ນຳໃຊ້ເຄື່ອງຈັກເປັນຕົ້ນຕໍເຂົ້າໃນຂະບວນການຜະລິດ ເຊັ່ນ: ຂັ້ນຕອນການຫຼອມ, ການຫຼໍ່, ການເຜົາ, ການຊຸບ, ການໜີບ, ການຮີດ, ການພັບ, ການຕັດ, ການເຈາະ, ການຊ່ຽນ, ການຂັດ, ການຍົກຍໍ ແລະ ອື່ນໆ. ໂດຍຂະແໜງທຸລະກິດ (LSIC, Laos Standard for Industrial Classification) ໄດ້ຈັດແບ່ງໂຮງງານອຸດສາຫະກໍາປຸງແຕ່ງເຫຼັກອອກເປັນ 13 ປະເພດຍ່ອຍຄື: 24101 ການຜະລິດເຫຼັກກ້າ 24109 ການຜະລິດເຫຼັກຂັ້ນພື້ນຖານ ແລະ ເຫຼັກກ້າ 24310 ການຫຼອມເຫຼັກ ແລະ ເຫຼັກກ້າ 25111 ການຜະລິດປະຕູເຫຼັກ, ປ່ອມຢ້ຽມ ແລະ ຂອບຂອງມັນ 25112 ການຜະລິດໂຄງການເຫຼັກ 25119 ການຜະລິດ ຜະລິດຕະພັນໂລຫະທີ່ເປັນໂຄງສ້າງອື່ນໆທີ່ຍັງບໍ່ຈັດເຂົ້າບ່ອນໃດ 25120 ການຜະລິດຖັງ, ອ່າງເກັບນ້ຳ ແລະ ເຄື່ອງບັນຈຸທີ່ເຮັດດ້ວຍໂລຫະ 25910 ການຕີ, ໜີບ, ການຢໍ້າ ແລະ ການມ້ວນໂລຫະ, ການຫຼອມເສດມຸ່ນໂລຫະ 25920 ການສ້ອມແຊມຕົບແຕ່ງ ແລະ ເຄືອບໂລຫະ 25930 ການຜະລິດເຄື່ອງມີຄົມ, ເຄື່ອງມື ແລະ ເຄື່ອງໃຊ້ໂລຫະທົ່ວໄປ 25991 ການຜະລິດເຫຼັກຕະປູ 25992 ການຜະລິດ ໂລຫະໃຊ້ຄົວເຮືອນ 25999 ການຜະລິດຜະລິດຕະພັນອື່ນໆ 3. ການດຳເນີນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ           ອິງໃສ່ຂໍ້ຕົກລົງວ່າດ້ວຍບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 0358/ກຊສ ໂຮງງານອຸດສາຫະກຳປຸງແຕ່ງເຫຼັກ ຕ້ອງດຳເນີນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຕ້ອງດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ດັ່ງນີ້: ໂຮງງານຜະລິດເຫຼັກຂັ້ນຕົ້ນ ແລະ ເຫຼັກກ້າທີ່ມີກຳລັງການຜະລິດ 3,000 – 5,000 ໂຕນ/ປີ ຕ້ອງດຳເນີນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ໂຮງງານຜະລິດເຫຼັກຂັ້ນຕົ້ນ ແລະ ເຫຼັກກ້າທີ່ມີກຳລັງການຜະລິດຫຼາຍກວ່າ 5,000 ໂຕນ/ປີ ຕ້ອງດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ອິງໃສ່ຂໍ້ຕົກລົງວ່າດ້ວຍການຈັດລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມຂອງໂຮງງານອຸດສາຫະກຳປຸງແຕ່ງ ສະບັບເລກທີ 0948/ອຄ ໂຮງງານອຸດສາຫະກຳປຸງແຕ່ງເຫຼັກຖືກກຳນົດວ່າເປັນໂຮງງານອຸດສາຫະກຳປຸງແຕ່ງທີ່ມີຜົນກະທົບຕໍ່ສິ່ງແວດລ້ອມໃນລະດັບປານກາງ ແລະ ສູງຕາມເງື່ອນໄຂດັ່ງຕໍ່ໄປນີ້: ໂຮງງານອຸດສາຫະກຳປຸງແຕ່ງເຫຼັກດັ່ງກ່າວຕ້ອງຈັດຕັ້ງປະຕິບັດການຄຸ້ມຄອງສິ່ງແວດລ້ອມດັ່ງນີ້:  ໂຮງງານທີ່ມີຄວາມສ່ຽງຜົນກະທົບສິ່ງແວດລ້ອມໃນລະດັບປານກາງ ຕ້ອງສ້າງແຜນການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ຕິດຕາມເປັນແຕ່ລະໄລຍະ ແລະ ຕ້ອງມີເຂດກັນຊົນບໍ່ຫຼຸດສິບແມັດ ໂຮງງານທີ່ມີຄວາມສ່ຽງຜົນກະທົບສິ່ງແວດລ້ອມໃນລະດັບສູງ ຕ້ອງໄດ້ເຮັດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ຕ້ອງສ້າງແຜນການຄຸ້ມຄອງດ້ານສິ່ງແວດລ້ອມຢ່າງເຂັ້ມງວດ ແລະ ຕິດຕາມເປັນປະຈຳ ແລະ ຕ້ອງມີເຂດກັນຊົນບໍ່ຫຼຸດຊາວແມັດ ຕາມແຕ່ລະກໍລະນີ 4. ຕົວຢ່າງຂະບວນການຜະລິດຂອງໂຮງງານອຸດສາຫະກຳປຸງແຕ່ງເຫຼັກ 4.1. ຕົວຢ່າງຂະບວນການຫຼອມເຫຼັກ ໝາຍເຫດ: ຕົວເລກ 6 ຕົວ ໝາຍເຖິງລະຫັດສິ່ງເສດເຫຼືອຕາມລະບົບຂອງ European Waste Catalogue 4.2. ຕົວຢ່າງຂະບວນລີດ, ດຶງເຫຼັກ ໝາຍເຫດ: ຕົວເລກ 6 ຕົວ ໝາຍເຖິງລະຫັດສິ່ງເສດເຫຼືອຕາມລະບົບຂອງ European Waste Catalogue 5. ມົນລະພິດທີ່ເກີດຂື້ນຈາກການປະກອບກິດຈະການ 5.1. ມົນລະພິດທາງອາກາດ 5.2. ນ້ຳເປື້ອນ ແລະ ສິ່ງເສດເຫຼືອປະເພດທາດແຫຼວ 5.3. ສິ່ງເສດເຫຼືອປະເພດທາດແຂງ 6. ໜ່ວຍຄຸ້ມຄອງສິ່ງແວດລ້ອມ ແລະ ເຄມີປະຈຳໂຮງງານ           ອິງໃສ່ຂໍ້ຕົກລົງວ່າດ້ວຍການສ້າງໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ເຄມີປະຈຳໂຮງງານສະບັບເລກທີ 1155/ອຄ ໄດ້ກຳນົດໃຫ້ໂຮງງານອຸດສາຫະກຳຫຼອມເຫຼັກທີ່ມີຄວາມສາມາດຜະລິດ 50 ໂຕນ/ມື້ ຫຼຶ ຫຼາຍກວ່າ (ໂຮງງານທີ່ນຳໃຊ້ຄວາມຮ້ອນຈາກເຕົາ (Furnace) ຫຼື ຫຼອມເຫຼັກທີ່ມີຄວາມສາມາດຜະລິດ 5 ໂຕນ/ໝໍ້ ຫຼື ຫຼາຍກວ່າ) ຕ້ອງມີວິຊາການຄຸ້ມຄອງສິ່ງແວດລ້ອມ ແລະ ເຄມີປະຈຳໂຮງງານ 7. ການຕິດຕາມກວດກາຄຸນນະພາບສິ່ງແວດລ້ອມ           ອິງໃສ່ຂໍ້ຕົກລົງວ່າດ້ວຍ ມາດຕະຖານອາດທີ່ປ່ອຍອອກຈາກໂຮງງານອຸດສາຫະກຳປຸງແຕ່ງ ສະບັບເລກທີ 2062/ອຄ ໂຮງງານຕ້ອງກວດກາວັດແທກທາດອາຍພິດທີ່ປ່ອຍອອກຈາກໂຮງງານອຸດສາຫະກຳຂອງຕົນເອງ ຢ່າງໜ້ອຍປີລະ 2 ຄັ້ງ.           ອິງໃສ່ຂໍ້ກຳນົດກ່ຽວກັບການປ່ອຍນ້ຳເປື້ອນ ແລະ ນ້ຳເສຍຄຸນອອກຈາກໂຮງງານອຸດສາຫະກຳປຸງແຕ່ງ ສະບັບເລກທີ 326/ອຫ ໂຮງງານຕ້ອງກວດກາ ແລະ ວິໄຈຄຸນນະພາບນ້ຳເປື້ອນເປັນປະຈຳ ແລະ ລາຍງານຜົນວິໄຈຕໍ່ກົມອຸດສາຫະກຳ ແລະ ພະແນກອຸດສາຫະກຳ ແລະ ການຄ້າແຂວງທຸກໆ 3 ເດືອນ.           ອິງໃສ່ຂໍ້ຕົກລົງວ່າດ້ວຍມາດຕະຖານສຽງດັງ, ແສງສະຫວ່າງ ແລະ ອຸນຫະພູມ ສຳລັບໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ສະບັບເລກທີ 0168/ອຄ ໄດ້ກຳນົດຄວາມຖີ່ໃນການຕິດຕາມກວດກາສະພາບແວດລ້ອມໃນການເຮັດວຽກດັ່ງຕໍ່ໄປນີ້:           1. ໂຮງງານຜະລິດ ແລະ ສ້ອມແປງຜະລິດຕະພັນທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ແລະ ໂຮງງານປະກອບກິດຈະການກ່ຽວກັບຜະລິດຕະພັນໂລຫະ ແລະ ອະໂລຫະ ເປັນໂຮງງານອຸດສາຫະກຳສະເພາະ ຕ້ອງໄດ້ວັດແທກສຽງດັງຢ່າງໜ້ອຍ 2 ຄັ້ງ/ປີ;           2. ໂຮງງານຫຼອມ, ດຶງ, ຮີດເຫຼັກ, ໂລຫະມີສີ ແລະ ອະໂລຫະ ແລະ ໂຮງງານຜະລິດ, ຕົບແຕ່ງ, ດັດແປງເຄື່ອງມື, ອຸປະກອນ, ຊິ້ນສ່ວນ ແລະ ເຄື່ອງໃຊ້ຕ່າງໆ ທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ແລະ ໂລຫະອື່ນໆ ຕ້ອງໄດ້ວັດແທກອຸນຫະພຸມຢ່າງໜ້ອຍ 2 ຄັ້ງ/ປີ. ອ້າງອີງຈາກ:           1. ຂໍ້ຕົກລົງ ວ່າດ້ວຍມາດຕະຖານໂຮງງານອຸດສາຫະກຳປຸງແຕ່ງເຫຼັກ ເລກທີ 2074/ອຄ download           2. ຂໍ້ຕົກລົງ ບັນຊີການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ເລກທີ 0358/ກຊສ download           3. ກົດໝາຍ ວ່າດ້ວຍອຸດສາຫະກຳປຸງແຕ່ງ ເລກທີ 28/ສພຊ download           4. EHS Guidelines for Metal, Plastic, and rubber products manufacturing download           5. ຂໍ້ຕົກລົງວ່າດ້ວຍການສ້າງໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ເຄມີປະຈຳໂຮງງານ ເລກທີ 1155/ອຄ download           6. ຂໍ້ຕົກລົງວ່າດ້ວຍ ມາດຕະຖານອາດທີ່ປ່ອຍອອກຈາກໂຮງງານອຸດສາຫະກຳປຸງແຕ່ງ ສະບັບເລກທີ 2062/ອຄ download           7. ຂໍ້ກຳນົດກ່ຽວກັບການປ່ອຍນ້ຳເປື້ອນ ແລະ ນ້ຳເສຍຄຸນອອກຈາກໂຮງງານອຸດສາຫະກຳປຸງແຕ່ງ ສະບັບເລກທີ 326/ອຫ download           8. ຂໍ້ຕົກລົງວ່າດ້ວຍມາດຕະຖານສຽງດັງ, ແສງສະຫວ່າງ ແລະ ອຸນຫະພູມ ສຳລັບໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ສະບັບເລກທີ 0168/ອຄ download

Continue Reading  

ມາດຕະການປັບໃໝກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ      ອິງຕາມການສະເໜີຂອງກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກ ຂໍ້ຕົກລົງວ່າດ້ວຍມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການດຳເນີນກິດຈະການໂຮງງານ ສະບັບເລກທີ 1233/ອຄ, ລົງວັນທີ 2 ສິງຫາ 2023 ໂດຍມີຈຸດປະສົງເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະຖານ ກ່ຽວກັບການປັບໄໝ ຕໍ່ຜູ້ລະເມີດລະບຽບການດຳເນີນກິດຈະການໂຮງງານ ເພື່ອເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ ໃນການນຳໃຊ້ມາດຕະການປັບໃໝຕໍ່ຜູ້ລະເມີດ ຢ່າງຖືກຕ້ອງ, ເຂັ້ມງວດ ແລະ ເປັນເອກະພາບ ໃນຂອບເຂດທົ່ວໄປເທດ ແນ່ໃສ່ເຮັດໃຫ້ການດຳເນີນກິດຈະການໂຮງງານ ຖຶກຕ້ອງຕາມກົດໝາຍ ແລະ ລະບຽບການ ເຊິ່ງຂໍ້ຕົກລົງດັ່ງກ່າວໄດ້ກຳນົດມາດຕະການປັບໃໝ່ກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພດັ່ງຕໍ່ໄປນີ້:         1.ນຳເຂົ້າ ຫຼື ນຳໃຊ້ເຄມີອັນຕະລາຍຢູ່ໃນໂຮງງານ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກຍຶດເຄມີອັນຕະລາຍ ພ້ອມທັງປັບໃໝ ດັ່ງນີ້: ໂຮງງານຂະໜາດນ້ອຍ ຈະຖືກປັບໃໝ 5,000,000 ກີບ/ຄັ້ງ; ໂຮງງານຂະໜາດກາງ ຈະຖືກປັບໃໝ 10,000,000 ກີບ/ຄັ້ງ; ໂຮງງານຂະໜາດໃຫຍ່ ຈະຖືກປັບໃໝ 15,000,000 ກີບ/ຄັ້ງ;        2. ກໍ່ສ້າງ, ດັດແກ້ ຫຼື ຕິດຕັ້ງເຄື່ອງຈັກ ລະບົບບຳບັດສິ່ງເສດເຫຼືອກ່ອນໄດ້ຮັບໃບຢັ້ງຢືນດ້ານເຕັກນິກກ່ຽວກັບລະບົບບຳບັດສິ່ງເສດເຫຼືອ ຈະຖືກປັບໃໝ ດັ່ງນີ້: ໂຮງງານຂະໜາດນ້ອຍ ຈະຖືກປັບໃໝ 3,000,000 ກີບ/ຄັ້ງ; ໂຮງງານຂະໜາດກາງ ຈະຖືກປັບໃໝ 5,000,000 ກີບ/ຄັ້ງ; ໂຮງງານຂະໜາດໃຫຍ່ ຈະຖືກປັບໃໝ 7,000,000 ກີບ/ຄັ້ງ;        3. ປ່ອຍມົນລະພິດ ຫຼື ຖີ້ມສິ່ງເສດເຫຼືອ ທີ່ບໍ່ໄດ້ຜ່ານຂະບວນການບຳບັດ ຫຼື ບຳບັດບໍ່ໄດ້ມາດຕະຖານ ຕາມກົດໝາຍ ແລະ ລະບຽບການ ຈະຖືກປັບໃໝ ດັ່ງນີ້: ໂຮງງານຂະໜາດນ້ອຍ, ໂຮງງານແບບຄອບຄົວ ຈະຖືກປັບໃໝ 10,000,000 ກີບ/ຄັ້ງ; ໂຮງງານຂະໜາດກາງ ຈະຖືກປັບໃໝ 15,000,000 ກີບ/ຄັ້ງ; ໂຮງງານຂະໜາດໃຫຍ່ ຈະຖືກປັບໃໝ 20,000,000 ກີບ/ຄັ້ງ;        ຖ້າຜູ້ດຳເນີນກິດຈະການໂຮງງານ ຫາກມີພຶດຕິກຳທີ່ເປັນການລະເມີດລະບຽບການດັ່ງກ່າວຄັ້ງທີສອງ ແລະ ຄັ້ງທີສາມ ຈະຖືກປັບໃໝເພີ່ມຕາມແຕ່ລະກໍລະນີ ໂດຍການລະເມີດຄັ້ງທີສອງ ຈະຖືກປັບໃໝ 2 ເທົ່າ ແລະ ລະເມີດຄັ້ງທີສາມ ຈະຖືກປັບໃໝ 5 ເທົ່າ.        ເຊິ່ງໃນການຈັດຕັ້ງປະຕິບັດແມ່ນມອບໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອເຜີຍແຜ່ແນະນຳ ແລະ ຈັດຕັ້ງປະຕິບັດ ດາວໂຫລດ: ຂໍ້ຕົກລົງວ່າດ້ວຍມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການດຳເນີນກິດຈະການໂຮງງານ ເລກທີ 1233/ອຄ, ລົງວັນທີ 2 ສິງຫາ 2023

Continue Reading  

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມອອກ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງນ້ຳ ແລະ ການປ່ອຍນ້ຳເປື້ອນ ສະບັບເລກທີ 1430/ກຊສ, ລົງວັນທີ 7 ກໍລະກົດ 2023 ອິງຕາມການສະເໜີຂອງກົມຊັບພະຍາກອນນ້ຳ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ອອກ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງນ້ຳ ແລະ ການປ່ອຍນ້ຳເປື້ອນ ສະບັບເລກທີ 1430/ກຊສ, ລົງວັນທີ 7 ກໍລະກົດ 2023 ໂດຍມີຈຸດປະສົງເພື່ອກຳນົດລະບຽບການ, ວິທີການ, ຂັ້ນຕອນ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງຄຸນນະພາບນ້ຳ ແລະ ການປ່ອຍນ້ຳເປື້ອນ ບໍ່ໃຫ້ເກີນຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ເພື່ອຮັບປະກັນຄຸນນະພາບທີ່ດີຂອງນ້ຳ ຕາມທິດສີຂຽວ ແລະ ຍືນຍົງ ແນໃສ່ຫຼຸດຜ່ອນມົນລະພິດທີ່ຈະເກີດຂື້ນ ຕໍ່ແຫຼ່ງນ້ຳ, ຊັບພະຍາກອນນ້ຳ ແລະ ລະບົບນິເວດ, ບໍ່ສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນ, ສັດ, ພືດ ແລະ ສິ່ງທີ່ມີຊີວິດອື່ນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ຂໍ້ຕົກລົງດັ່ງກ່າວປະກອບດ້ວຍໝວດຕ່າງໆ ດັ່ງນີ້: ໝວດທີ 1 ບົດບັນຍັດທົ່ວໄປ ໝວດທີ 2 ການສຳຫຼວດ, ການຂື້ນບັນຊີ ແລະ ແຜນຄຸ້ມຄອງຄຸນນະພາບນ້ຳ ໝວດທີ 3 ການປົກປັກຮັກສາ, ການຟື້ນຟູ ແລະ ການຕິດຕາມກວດກາຄຸນນະພາບນ້ຳ ໝວດທີ 4 ການສຳຫຼວດ ການຂື້ນບັນຊີ, ແຜນຄຸ້ມຄອງການປ່ອຍນ້ຳເປື້ອນ ແລະ ການບຳບັດນ້ຳເປື້ອນ ໝວດທີ 5 ການອະນຸຍາດປ່ອຍນ້ຳເປື້ອນ ໝວດທີ 6 ການກວດກາວິຊາການການປ່ອຍນ້ຳເປື້ອນ, ການເກັບຄ່າທຳນຽມ ແລະ ຄ່າບໍລິການ ໝວດທີ 7 ບົດບັນຍັດສຸດທ້າຍ ເຊິ່ງໃນການຈັດຕັ້ງປະຕິບັດແມ່ນມອບໃຫ້ກົມຊັບພະຍາກອນນ້ຳ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍຈະມີການກວດກາຄືນບັນດາໂຄງການ ແລະ ກິດຈະການຕ່າງໆ ທີ່ຍັງບໍ່ໄດ້ຮັບອະນຸຍາດປ່ອຍນ້ຳເປື້ອນ ໃນໄລຍະຜ່ານມາ ແລະ ແຈ້ງໃຫ້ເຈົ້າຂອງໂຄງການ ຫຼື ກິດຈະການດັ່ງກ່າວດຳເນີນການຂໍອະນຸຍາດປ່ອຍນ້ຳເປື້ອນ ໃຫ້ສຳເລັດພາຍໃນ ຫົກ ເດືອນ ນັບແຕ່ໄດ້ຮັບແຈ້ງການ ເປັນຕົ້ນໄປ. ຖ້າໂຄງການ ຫຼື ກິດຈະການໃດ ບໍ່ປະຕິບັດຕາມແຈ້ງການ ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພາຍໃນກຳນົດເວລາ 6 ເດືອນ ຈະຖືກສຶກສາອົບຮົມ, ກ່າວເຕືອນ ພ້ອມທັງພິຈາລະນາຖອນໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ແລະ ໃບອະນຸຍາດນຳໃຊ້ນໍ້າຕາມກົດໝາຍ ແລະ ລະບຽບການ. ດາວໂຫລດ: ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຄຸນນະພາບນໍ້າ ແລະ ການປ່ອຍນໍ້າເປື້ອນ ເລກທີ 1430/ກຊສ, ລົງວັນທີ 7 ກໍລະກົດ 2023

Continue Reading